ສື່ມວນຊົນລາວ ມີບົດບາກສຳຄັນຕໍ່ການພັດທະນາ ປະເທດຊາດ ແລະ ພັດທະນາເສດຖະກິດ-ສັງຄົມ

09/08/2024 15:09
Email Print 1235
ຂປລ ຂປລ. ໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ (13/8/1950-13/8/2024) ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ກ່າວບາງທັດສະນະ ຕໍ່ດັ່ງກ່າວໃນວັນທີ 6 ສິງຫາ ຜ່ານມາ ໂດຍທ່ານ ໄດ້ໃຫ້ຍົກໃຫ້ເຫັນ ກ່ຽວກັບຄວາມເປັນມາ ແລະ ຄວາມສຳຄັນຂອງສື່ມວນຊົນລາວ ຕໍ່ການພັດທະນາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ ກໍຄື ການເປັນກະບອກສຽງອັນແຫລມຄົມ ໃຫ້ແກ່ ພັກ ແລະ ລັດຖະບານ ໃນການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານສຳຄັນຕ່າງໆ ໃຫ້ສັງຄົມ ໄດ້ຮັບຮູ້ຢ່າງທົ່ວເຖິງ.



ຂປລ. ໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ (13/8/1950-13/8/2024) ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ກ່າວບາງທັດສະນະ ຕໍ່ດັ່ງກ່າວໃນວັນທີ 6 ສິງຫາ ຜ່ານມາ ໂດຍທ່ານ ໄດ້ໃຫ້ຍົກໃຫ້ເຫັນ ກ່ຽວກັບຄວາມເປັນມາ ແລະ ຄວາມສຳຄັນຂອງສື່ມວນຊົນລາວ ຕໍ່ການພັດທະນາປະເທດຊາດ
, ພັດທະນາເສດຖະກິດ-ສັງຄົມ ກໍຄື ການເປັນກະບອກສຽງອັນແຫລມຄົມ ໃຫ້ແກ່ ພັກ ແລະ ລັດຖະບານ ໃນການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານສຳຄັນຕ່າງໆ ໃຫ້ສັງຄົມ ໄດ້ຮັບຮູ້ຢ່າງທົ່ວເຖິງ.



ທ່ານ ສະຫວັນຄອນ ຣາຊະມຸນຕີ ກ່າວວ່າ: ວັນທີ 13 ສິງຫາ ແມ່ນວັນທີ່ມີຄວາມສຳຄັນທາງປະຫວັດສາດ ເປັນວັນສ້າງຕັ້ງແນວລາວອິດສະຫລະ, ທັງເປັນວັນສ້າງຕັ້ງວັນສື່ມວນຊົນລາວ ເຊິ່ງໃນເມື່ອກ່ອນ ແມ່ນໜັງສືພິມປະ ຊາຊົນ ເປັນໜັງສືພິມຂອງພັກ
, ຂອງແນວລາວອິດສະຫລະ ເນື່ອງຈາກສື່ມວນຊົນ ແມ່ນມີຄວາມສຳຄັນໃນພາລະ ກິດຕໍ່ສູ້ກູ້ຊາດ ເພື່ອຮັບໃຊ້ໃນການໂຄສະນາແນວທາງປະຕິວັດ, ອຸດົມການ ຂອງການປະຕິວັດ ເພື່ອໃຫ້ປະຊາຊົນລາວ ບັນດາເຜົ່າ ໄດ້ຮັບຮູ້, ເຂົ້າໃຈ ແລະ ຕື່ນຕົວ ເຂົ້າຮັບໃຊ້ໃນພາລະກິດຮັບໃຊ້ປະເທດຊາດ. ພ້ອມນີ້, ສື່ມວນຊົນ ລາວ ໄດ້ຕິດພັນສະໜິດແໜ້ນ ທຸກບາດກ້າວ, ທຸກຂະບວນການ ຂອງການນຳພາ ຕໍ່ສູ້ປົດປ່ອຍປະເທດຊາດ ຂອງຜູ້ນຳປະຕິວັດໃນເມື່ອກ່ອນ. ຫລັງຈາກປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະເທດຊາດເລີ່ມມີການພັດທະນາ, ວຽກງານສື່ມວນຊົນ ກໍເລີ່ມມີການເຕີບໃຫຍ່ຂະຫຍາຍຕົວ ໂດຍມີສື່ໂທລະພາບ ທີ່ເປັນແບບຂາວ-ດຳ, ຕໍ່ມາກໍເປັນແບບສີ, ມີວາລະສານ, ໜັງສືພິມພາສາຕ່າງປະເທດ, ຈົນເຖິງປັດຈຸບັນ ບັນດາອົງການຕ່າງໆ ກໍໄດ້ມີສື່ເປັນຂອງຕົນເອງ. ຄຽງຄູ່ກັນນີ້, ກໍໄດ້ມີສື່ໃໝ່ ເກີດຂຶ້ນຜ່ານອິນເຕີເນັດ ຫລື ເອີ້ນວ່າ: ສື່ສັງຄົມອອນລາຍ ເຊິ່ງປັດຈຸບັນ ມີຫລາຍຊ່ອງທາງ ໃນການເຜີຍແຜ່ຂໍ້ມູນຂ່າວສານ ຜ່ານສື່ອອນລາຍ.



ທ່ານ ສະຫວັນຄອນ ຣາຊະມຸນຕີ ຍັງໃຫ້ຮູ້ອີກວ່າ: ການກຳເນີດມີສື່ສັງຄົມອອນລາຍ ມີທັງຂໍ້ດີ ແລະ ສິ່ງທ້າທາຍ ເຊິ່ງຂໍ້ດີ ແມ່ນສາມາດຮັບຮູ້ຂ່າວສານວ່າມີຫຍັງເກີດຂຶ້ນຢູ່ ພາຍໃນ ແລະ ຕ່າງປະເທດ ໄດ້ທົ່ວໂລກ ໄດ້ຢ່າງວ່ອງໄວ
, ສາມາດເຜີຍແຜ່ຂໍ້ມູນຂ່າວສານ ຢູ່ພາຍໃນປະເທດ ອອກໄປບັນດາປະເທດໃນທົ່ວໂລກ ໄດ້ຮັບຮູ້ຢ່າງວ່ອງໄວ. ຄຽງຄູ່ກັນນີ້, ຍັງມີສິ່ງທ້າທາຍຫລາຍດ້ານ ເພາະທຸກຄົນສາມາດເຜີຍແຜ່ຂໍ້ມູນໄດ້ ໂດຍທີ່ບໍ່ແມ່ນສື່ມວນຊົນ ຫລື ຂໍ້ມູນອາດຈະບໍ່ຄົບຖ້ວນ ຫລື ບໍ່ຖືກຕ້ອງ. ດັ່ງນັ້ນ, ສື່ມວນຊົນລາວ ຕ້ອງໄດ້ເອົາໃຈໃສ່ພັດທະນາຕົນເອງ ໃນການນຳໃຊ້ສື່ຕ່າງໆ, ພ້ອມຮັບມືຕອບໂຕ້ ຫລື ຊີ້ແຈງຕໍ່ຂ່າວ ທີ່ບໍ່ແມ່ນຄວາມຈິງ, ຂ່າວທີ່ບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີ ຫລື ໂຈມຕີຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຢ່າງວ່ອງໄວ.




ໃນໂອກາດນີ້
, ທ່ານ ສະຫວັນຄອນ ຣາຊະມຸນຕີ ຍັງຝາກເຖິງບັນດາສື່ມວນຊົນລາວ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມອົດທົນ, ເຮັດໜ້າທີ່ໃຫ້ສຳເລັດ, ໃຫ້ມີຄຸນນະພາບ, ໄດ້ມາດຕະຖານ, ມີການຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນເອງໃຫ້ທັນຕາມຍຸກສະໄໝ, ຫັນການເຮັດວຽກ ໃຫ້ເປັນທັນສະໄໝ ແລະ ໃຫ້ກຳໄດ້ນະໂຍບາຍ, ລະບຽບການ, ແນວທາງ ໂດຍສະເພາະກົດໝາຍສື່ມວນຊົນ. ພ້ອມກັນນີ້, ທ່ານຍັງໄດ້ ສະແດງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດ ທຸກຂັ້ນ ທີ່ຍາມໃດກໍໃຫ້ຄວາມສຳຄັນ ຕໍ່ວຽກງານສື່ມວນຊົນ ເຊິ່ງສະແດງອອກໃນຜົນສຳເລັດເປັນກ້າວໆ ຄຽງຄູ່ກັບຜົນສຳເລັດດ້ານຕ່າງໆ ຂອງປະເທດຊາດ ພາຍໃຕ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ຄວາມເປັນເຈົ້າຂອງປະຊາຊົນບັນດາເຜົ່າ.

 ຂໍ້ມູນ-ພາບ: ເສດຖະກິດການຄ້າ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top