ຊົນຊັ້ນກຳມະກອນ ຮູ້ປະສານກົມກ່ຽວລະຫວ່າງ ຜົນປະໂຫຍດສ່ວນຕົວ, ລວມໝູ່ ແລະ ຂອງຊາດ

06/05/2025 19:58
ຂປລ ຂປລ. ປັດຈຸບັນ, ບັນດາ​ປະ​ເທດ​ໃນ​ໂລກ ລວມທັງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ກັບຊົນຊັ້ນກຳມະກອນ ເນື່ອງຈາກວ່າຊົນຊັ້ນກຳມະກອນ ໄດ້ກາຍເປັນກຳລັງແຮງໃນການສ້າງ ແລະ ນໍາໃຊ້ຜົນ ສຳເລັດເຕັກໂນໂລຊີທັນສະໄໝ ເຂົ້າສູ່ການຜະລິດ. ນອກນີ້, ຊົນຊັ້ນກຳມະກອນ ຍັງເປັນຊົນຊັ້ນທີ່ມີສະ ຕິຕໍ່ການຈັດຕັ້ງສູງ, ຮູ້ປະສານກົມກ່ຽວລະຫວ່າງ ຜົນປະໂຫຍດສ່ວນບຸກຄົນ, ລວມໝູ່ ແລະ ຂອງຊາດ.



ຂປລ. ປັດຈຸບັນ, ບັນດາ​ປະ​ເທດ​ໃນ​ໂລກ ລວມທັງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ກັບຊົນຊັ້ນກຳມະກອນ
ເນື່ອງຈາກວ່າຊົນຊັ້ນກຳມະກອນ ໄດ້ກາຍເປັນກຳລັງແຮງໃນການສ້າງ ແລະ ນໍາໃຊ້ຜົນ ສຳເລັດເຕັກໂນໂລຊີທັນສະໄໝ ເຂົ້າສູ່ການຜະລິດ. ນອກນີ້, ຊົນຊັ້ນກຳມະກອນ ຍັງເປັນຊົນຊັ້ນທີ່ມີສະ ຕິຕໍ່ການຈັດຕັ້ງສູງ, ຮູ້ປະສານກົມກ່ຽວລະຫວ່າງ ຜົນປະໂຫຍດສ່ວນບຸກຄົນ, ລວມໝູ່ ແລະ ຂອງຊາດ.




ສະຫາຍ ພັນໂທ ພອນສະຫວັນ ຫລວງອາໄພ ຮອງອຳນວຍການໂຮງງານເກີບທັນວາ ໄດ້ຍົກໃຫ້ເຫັນບາງທັດສະນະກ່ຽວກັບ ຄວາມສຳຄັນຂອງ ຊົນຊັ້ນກຳມະກອນ ຊາວຜູ້ອອກແຮງງານ ​ໃນໂອກາດ ວັນກຳມະກອນສາກົນ ຄົບຮອບ
139 ປີ ນີ້​ວ່າ: ຊົນຊັ້ນກຳມະກອນ ມີບົດບາດສຳຄັນ ໃນການປະກອບ ສ່ວນເຂົ້າໃນການພາລະກິດ ພັດທະນາເສດຖະກິດ-ສັງຄົມຂອງຊາດ. ສໍາລັບ ໂຮງງານເກີບທັນວາກອງທັບ, ຄະນະພັກ-ຄະນະອຳນວຍການໂຮງງານ ໄດ້ຍົກສູງພາລະບົດບາດ ໜ້າທີ່ການເຄື່ອນໄຫວ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງ ຊົນຊັ້ນກຳມະກອນ-ຊາວຜູ້ອອກແຮງງານ, ນໍາໃຊ້ຄວາມຮູ້ສະຕິປັນຍາ ແລະ ເຫື່ອແຮງຂອງມະຫາຊົນ ປະກອບສ່ວນເຂົ້າໃນການພາລະກິດ ພັດທະນາເສດຖະກິດສັງຄົມຂອງຊາດ ແລະ ໂຮງງານຢ່າງຕັ້ງໜ້າ ເປັນຕົ້ນ ຜະລິດເຄື່ອງອຸປະໂພກບໍລິໂພກ ຮັບໃຊ້ກອງທັບໂດຍກົງ ເຊັ່ນ: ຜະລິດເກີບແພຂຽວນາຍສິບ, ເກີບແພລາຍທຸເຫລົ່າຮົບ, ຜະລິດບາໂລ, ເສື້ອຊ້ອນໃນ, ເຄື່ອງແພຕະກຸນແຂງ ແລະ ອື່ນໆ ເພື່ອຮັບປະກັນ ການເບີກຈ່າຍຮັບໃຊ້ໃນຖັນແຖວກອງທັບ ຕາມແຜນການຂອງຂັ້ນເທິງວາງອອກ. ສ່ວນຮູບການການຈັດຕັ້ງການຜະລິດ ແມ່ນສະລິດແບບບໍລິຫານ, ຮັບເງິນເດືອນຕາມຊັ້ນ ແລະ ນະໂຍບາຍຕ່າງໆ ຕາມທີ່ກຳນົດ ລວມຂອງກະຊວງປ້ອງກັນປະເທດວາງອອກ, ນອກຈາກການຜະລິດເຄື່ອງຮັບໃຊ້ກອງທັບແລ້ວ, ພວກເຮົາຍັງໄດ້ຮັບເໝົາເຄື່ອງທາງນອກມາ ຜະລິດ ເພື່ອສ້າງລາຍຮັບ ແລະ ແກ້ໄຂຊີວິດການເປັນຢູ່ຂອງກົມກອງ ພ້ອມທັງການຝຶກສີມືແຮງງານ ຂອງກຳລັງການຜະລິດ ໃຫ້ມີຄວາມສໍານານຂຶ້ນຕື່ມ ຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ດີຂຶ້ນເທື່ອລະກ້າວ.




ຄຽງຄູ່ກັນນີ້
, ຄະນະພັກ-ຄະນະອຳນວຍການ ໂຮງງານເກີບທັນວາ ຍັງເຮັດໜ້າທີ່ສຶກສາອົບຮົມ ການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ແລະ ຖືເອົາວຽກງານດັ່ງກ່າວ, ເປັນວຽກງານໃຈກາງສໍາຄັນທີ່ຢູ່ໃນກົມກອງ ເພື່ອເຮັດໃຫຫ້ພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ປະຕິບັດທີ່ກຳນົດກົດລະບຽບຂອງກອງທັບ ກໍຄື ຂອງກົມກອງວາງອອກຢ່າງເຂັ້ມງວດ ແລະ ປະຕິບັດນະໂຍບາຍຍ້ອງຍໍ, ເລື່ອນຊັ້ນ ຕໍ່ຜູ້ທີ່ມີຜົນງານຕາມຂໍ້ນໍານົດ ຂອງກະຊວງປ້ອງກັນປະເທດວາງອອກ, ພ້ອມທັງຊຸກຍູ້ປຸກລະດົມ ບັນດາອົງການຈັດຕັ້ງມະຫາຊົນ ໃຫ້ເປັນກຳລັງແຮງເຄື່ອນໄຫວ ຕາມພາລະບົດບາດຂອງຕົນ ເພື່ອຮັບປະກັນເຮັດສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ.




ສະຫາຍ ພັນໂທ ນາງ ວຽງສະຫວັນ ກຽງປະຊາ ຮອງພະແນກຜະລິດ ໂຮງງານເກີບທັນວາ ໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະອຳນວຍການ ພ້ອມດ້ວຍຄະນະພະແນກຜະລິດ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ອ້າຍເອື້ອຍນ້ອງຢູ່ໃນຄວາມຮັບຜິດຂອບ ຂອງຕົນ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ
, ບຸກບືນຫ້າວຫັ້ນ, ສູ້ຊົນເຮັດສຳເລັດໜ້າທີ່ ທີ່ການຈັດມອບໝາຍໃຫ້ ກໍຄື ໜ້າທີ່ການຜະລິດ ໃຫ້ໄດ້ຕາມຄາດໝາຍຂອງຂັ້ນເທິງວາງອອກ ແລະ ມາຮອດປັດຈຸບັນ, ເຫັນວ່າອ້າຍເອື້ອຍນ້ອງ ຢູ່ໃນພະແນກຜະລິດ ມີການພັດທະນາສີມືດີຂຶ້ນກວ່າເກົ່າ, ສາມາດຫຍິບຜະລິດຕະພັນໄດ້ຫລາຍຢ່າງ ເພື່ອຮັບໃຊ້ໃຫ້ແກ່ກອງທັບ ແລະ ຜະລິດໃຫ້ໄດ້ຕາມແຜນ ການຂອງຄະນະພັກ-ຄະນະອຳນວຍການວາງອອກດ້ວຍປະສິດທິຜົນສູງ.

ຂ່າວ: ບິກໄຊ ສົມພູ

KPL

ຂ່າວອື່ນໆ

ads
ads

Top