ຂປລ
ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (ຟຟລ) ກັບ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ ເພື່ອສຶກສາຄວາມເປັນໄປໄດ້ ໃນການຈັດສັນຄວາມເປັນລະບຽບ ຂອງບັນດາສາຍສື່ສານ, ສາຍໂທລະຄົມມະນາຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0,4 ກິໂລໂວນ ທີ່ຢູ່ເສົາໄຟຟ້າລົງໃຕ້ດິນ

ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (ຟຟລ) ກັບ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ ເພື່ອສຶກສາຄວາມເປັນໄປໄດ້ ໃນການຈັດສັນຄວາມເປັນລະບຽບ ຂອງບັນດາສາຍສື່ສານ, ສາຍໂທລະຄົມມະນາຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0,4 ກິໂລໂວນ ທີ່ຢູ່ເສົາໄຟຟ້າລົງໃຕ້ດິນ ໃນຂອບເຂດທົ່ວປະເທດ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ນີ້, ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ຟອງປະສິດ ເພັດສີສຸກ ຮອງຜູ້ອໍານວຍການໃຫຍ່ ຟຟລ ກັບ ທ່ານ ສຸກສາຄອນ ສິມມາລາວົງ ຜູ້ອໍານວຍການ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ, ໂດຍມີ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.
ການຮ່ວມມືຄັ້ງນີ້, ຖືເປັນບາດກ້າວສໍາຄັນ ເພື່ອສຶກສາຄວາມເປັນໄປໄດ້ ໃນການຈັດສັນຄວາມ ເປັນລະບຽບ ຂອງບັນດາສາຍໂທລະຄົມ ທີ່ເກາະຫ້ອຍຕາມເສົາໄຟຟ້າ ໃນຂອບເຂດທົ່ວປະເທດ ເຊິ່ງ ປັດຈຸບັນ, ບໍລິສັດ ສີສັນ ຮ່ວມມືພັດທະນາ ສາກົນ ຈໍາກັດຜູ້ດຽວ ມີບົດບັນທຶກຄວາມເຂົ້າໃຈ ກັບກະ ຊວງເຕັກໂນໂລຊີ ແລະ ການສື່ສານ ໃນການດໍາເນີນການຈັດສັນ ຄວາມເປັນລະບຽບຮຽບຮ້ອຍ ຂອງສາຍສື່ສານໂທລະຄົມ ລົງໃຕ້ດິນ ທີ່ເປັນສາຍເກາະຫ້ອຍຢູ່ເສົາໄຟຟ້າຂອງ ຟຟລ. ພາຍຫລັງລົງນາມສໍາເລັດ ຟຟລ ແລະ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ ຈະໄດ້ພ້ອມກັນຄົ້ນຄວ້າ ສຶກສາ ທາງດ້ານເຕັກນິກຮ່ວມກັນ ເພື່ອນໍາເອົາສາຍໂທລະຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0,4 ກິໂລໂວນ ທີ່ເກາະຫ້ອຍຢູ່ເສົາໄຟຟ້າລົງໃຕ້ດິນ.
ໂຄງການຈະໄດ້ແບ່ງວຽກອອກເປັນ 3 ໄລຍະ ຄື: ໄລຍະທີ 1 ມີຂອບເຂດຈັດຕັ້ງປະຕິບັດເລີ່ມຈາກ 3 ແຍກສີໄຄ-ຫໍຄໍ-ປະຕູໄຊ-ຫໍປະຊຸມແຫ່ງຊາດຫລັກ 6 ລວມໄລຍະທາງ 12 ກິໂລແມັດ; ໄລຍະທີ 2 ແມ່ນເນັ້ນໃສ່ 4 ເມືອງຫລັກໃນນະຄອນຫລວງວຽງຈັນ ເຊັ່ນ: ເມືອງສີໂຄດຕະບອງ, ເມືອງຈັນທະບູລີ, ເມືອງໄຊເສດຖາ ແລະ ເມືອງສີສັດຕະນາກ ເຊິ່ງໂຄງການຈະເຮັດເປັນ 2 ແບບ ຄື: ເອົາບັນດາສາຍສົ່ງໂທລະຄົມລົງໃຕ້ດິນ ແລະ ຕິດຕັ້ງຄອນສາຍໃໝ່. ສໍາລັບໄລຍະທີ 3 ແມ່ນໄດ້ເນັ້ນໃສ່ຕົວເມືອງຫລັກຂອງແຕ່ລະແຂວງ ແລະ ການເຊື່ອມຕໍ່ ບັນດາແຂວງ ຫາແຂວງ ເປັນຫລັກ.
ຂໍ້ມູນ-ພາບ: EDL LAOS
KPL