ກະຊວງ ປກສ ສະຫລຸບວຽກງານ ການຫັນເປັນດີຈິຕອນ

06/05/2025 19:46
ຂປລ ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຫັນເປັນດີຈິຕອນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໃນວັນທີ 5 ພຶດສະພາ 2025



ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຫັນເປັນດີຈິຕອນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໃນວັນທີ 5 ພຶດສະພາ 2025 ໂດຍການເປັນປະທານຂອງ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ
, ຫົວໜ້າຄະນະຮັບຜິດຊອບການຫັນເປັນດີຈິຕອນ, ມີຄະນະຮັບຜິດຊອບການຫັນເປັນດີຈິຕອນຂອງກະຊວງ ປກສ ເຂົ້າຮ່ວມ.


ໂອກາດນີ້
, ທ່ານ ພົຈວ ແສງປະເສີດ ສຸທຳມະວົງ ຫົວໜ້າກົມສື່ສານ, ຜູ້ປະຈຳການຄະນະຮັບ ຜິດຊອບການຫັນເປັນດີຈິຕອນ ໄດ້ຕີລາຄາການຈັດຕັ້ງເຄື່ອນໄຫວ ວຽກງານຫັນເປັນດີຈິຕອນ ຂອງກະ ຊວງປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ ເຊິ່ງຄະນະຮັບຜິດຊອບແຕ່ລະພາກສ່ວນໄດ້ເອົາໃຈໃສ່ ໂຄສະນາເຜີຍແຜ່ ແນວແນວທາງ ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ນິຕິກຳຕ່າງໆ ທີ່ຕິດພັນເຖິງວຽກງານ ຫັນເປັນດີຈິຕອນ ໃຫ້ນາຍ ແລະ ພົນຕຳຫລວດຮັບຮູ້, ເຂົ້າໃຈ ແລະ ຫັນປ່ຽນຈິນຕະ ນາການ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ຕາມທິດ 3 ເສົາຄໍ້າ ຂອງລັດຖະບານ ເພື່ອພັດທະ ນາລັດດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ; ເປັນໃຈກາງໃນພົວພັນປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ສົ່ງເສີມບັນດາກົມ-ກອງວິຊາສະເພາະ ຈັດຕັ້ງປະຕິບັດກິດຈະກຳ ໂຄງ ການຕ່າງໆ, ສຶກສາຄົ້ນຄວ້ານໍາໃຊ້ລະບົບ ບໍລິຫານລັດດິຈິຕອນ ເຂົ້າມານໍາໃຊ້ພາຍໃນກໍາລັງ; ເປີດຝຶກອົບ ຮົມລະບົບຫ້ອງການທັນສະໄໝ (E-Office) ໂດຍໄດ້ເຊີນຄູອາຈານ ຈາກສູນບໍລິຫານລັດດີຈິຕອນ ກະ ຊວງ ເຕັກໂນໂລຊີ ແລະ ການສື່ສານ ມາສິດສອນວິທີຄຸ້ມຄອງນໍາໃຊ້ໂປຣແກຣມ ໃຫ້ວິຊາການກົມຄຸ້ມຄອງເອກະສານ ຫ້ອງວ່າການກະຊວງ ແລະ ກົມສື່ສານ. ນອກນັ້ນ, ຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງອີກຈຳນວນໜຶ່ງ.




ສຳລັບ ທິດທາງແຜນການ ປະຈຳປີ 2025 ​ແມ່ນ​ສືບຕໍ່ເຊີດຊູບົດບາດການນໍາພາ ຂອງຄະນະພັກທຸກຂັ້ນ ເພື່ອປູກຈິດສໍານຶກໃຫ້ຄະນະພັກ-ຄະນະນໍາທຸກຄົນເຫັນໄດ້ຄວາມໝາຍຄວາມສໍາຄັນ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການຫັນເປັນດີຈິຕອນ ຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ທຽບທັນກັບຂະແໜງການອື່ນ
; ພັດທະນາພື້ນຖານໂຄງລ່າງ ໂດຍການນໍາໃຊ້ເຕັກໂນໂລຊີດີຈິຕອນ ເຂົ້າໃນທຸກຂົງເຂດ ວຽກງານວິຊາສະເພາະໃຫ້ຫລາຍຂຶ້ນ, ສຸມໃສ່ຈັດຕັ້ງປະຕິບັດ ກິດຈະກຳໂຄງການສ້າງເຄືອຂ່າຍເນັດເວີກ ຂອງກະຊວງໃຫ້ສໍາເລັດຕາມລະດັບຄາດໝາຍ; ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ຄວາມສາມາດ ທາງດ້ານດີຈິຕອນສາມາດນໍາໃຊ້ເຕັກໂນໂລຊີ ໄດ້ຢ່າງຄ່ອງແຄ້ວ, ເຂົ້າໃຈເນື້ອໃນຂອງດີຈິຕອນ ແລະ ເຂົ້າເຖິງການນໍາໃຊ້ເຕັກໂນໂລຊີດີຈິຕອນ ຢ່າງມີຄຸນນະພາບ, ຄົ້ນຄ້ວາ, ປະດິດສ້າງ ແລະ ສື່ສານດ້ວຍເຄື່ອງມືທີ່ເໝາະສົມ; ຊຸກຍູ້, ສົ່ງເສີມ ແລະ ເປີດກ້ວາງການຮ່ວມມືກັບຄູ່ຮ່ວມມືທັງພາຍໃນ ແລະ ຕ່າງປະເທດ ເພື່ອຫັນເປັນດີຈິຕອນ ຂອງກະຊວງປ້ອງກັນຄວາມສະຫງົບ, ຫລຸດຜ່ອນການໃຊ້ງົບປະມານຂອງລັດໃນການລົງທຶນ, ເຮັດໃຫ້ມີສ່ວນຮ່ວມທັງພາກລັດ ແລະ ເອກະຊົນ.

ຂ່າວ: ກະແຕ

KPL

ຂ່າວອື່ນໆ

ads
ads

Top