ການສ້າງຕັ້ງ-ພັດທະນາ ອາຊຽນ ໃນເວລາໄລຍະ 57 ປີ

09/08/2024 17:38
Email Print 1277
ຂປລ ). ໃນໄລຍະ ເວລາ 57 ປີ ຜ່ານມາ, ອາຊຽນໄດ້ປະສົບຜົນສຳເລັດ ອັນສຳຄັນ ທີ່ສຸດ ແມ່ນການຮັບປະກັນ, ການຮັກສາ ສັນຕິພາບ ແລະ ສະຖຽນລະພາບ ຢູ່ໃນພາກພື້ນ ອາຊີ ຕາເວັນອອກ ສຽງໃຕ້

ຂ​ປລ. ສຳນກັຂ່າວ ວິທະຍຸ ກະຈາຍສຽງ​​ ແຫ່ງ​ຊາດ ຫວຽດນາມ, ວັນທີ 8 ສິງຫາ, ອາຊຽນ ໄດ້ສະເຫລີມ ສະຫລອງ ການສ້າງຕັ້ງ ຄົບຮອບ 57 ປີ (8/8/1967 – 8/8/2024). ​ໃນໄລຍະ ເວລາ 57 ປີ ຜ່ານມາ, ອາຊຽນ​ໄດ້ປະສົບຜົນສຳເລັດ ອັນສຳຄັນ ທີ່ສຸດ ແມ່ນການຮັບປະກັນ, ການຮັກສາ ສັນຕິພາບ ແລະ ສະຖຽນລະພາບ ຢູ່ໃນພາກພື້ນ ອາຊີ ຕາເວັນອອກ ສຽງໃຕ້, ບັນດາ ປະເທດ ສະມາຊິກ ໄດ້ເພີ່ມທະວີ ຮ່ວມມືກັນ ຢ່າງແໜ້ນແຟ້ນ, ຄວາມແຕກຕ່າງກັນ ລະຫວ່າງ ບັນດາ ສະມາຊິກ, ຂໍ້ຂັດແຍ້ງ ຫລື ຄວາມບໍ່ເອກະພາບກັນ ໃນບາງບັນຫາ ກໍໄດ້ຮັບການເຈລະຈາ ແລະ ໄກ່ເກ່ຍ ບົນພື້ນຖານ ເພື່ອຜົນປະໂຫຍດ ສ່ວນລວມ.

ເມື່ອກ່ອນ ການສ້າງຕັ້ງ ອາຊຽນ ມີປະຊາກອນ ພຽງແຕ່ ປະມານ 260 ລ້ານຄົນ ​ແຕ່ ປັດຈຸບັນ ອາຊຽນ ມີປະຊາຊົນ ຫລາຍກວ່າ 650 ລ້ານຄົນ ແລະ ເປັນຕະຫລາດ ທີ່ມີ ກຳລັງ ບົ່ມຊ້ອນຫລາຍຢ່າງ. ຄາດວ່າ ປີ 2050, ອາຊຽນ ຈະກາຍເປັນ ພື້ນຖານ ເສດຖະກິດ ຂະໜາດໃຫຍ່ ອັນ​ດັບ 4 ​ຂອງໂລກ. ໂດຍສິ່ງທີ່ເປັນພື້ນຖານ ໃຫ້ແກ່ໝາກຜົນສຳເລັດ ໃນເກືອບ 6 ທົດສະວັດ ຜ່ານມານັ້ນ ແມ່ນບັນດາ ກົນໄກ ການຮ່ວມມື ພາຍໃນກຸ່ມ ຂອງ ອາຊຽນ ກໍຄື ສຳລັບ ບັນດາ ຄູ່ຮ່ວມມື, ໄດ້ມີການ ປະກອບສ່ວນ ນັບມື້ນັບສຳຄັນ ໃນການ ແກ້ໄຂ ບັນຫາລວມ ຂອງ ພາກພື້ນ.  ສະນັ້ນ ອາຊຽນ ນັບມື້ ກາຍເປັນ ຄູ່ຮ່ວມມື ທີ່ ສຳຄັນ ສຳລັບ ຫລາຍປະເທດ, ໃນນັ້ນ ລວມມີ ບັນດາປະເທດ ມະຫາອຳນາດ.

ສ.ອາເມລິກາ ຈັດ ອາຊຽນ ເປັນຈຸດໃຈກາງ ໃນຍຸດທະສາດ ມະຫາສະໝຸດ ອິນເດຍ-ປາຊີຟິກ ແລະ ຖືບົດບາດ ຂອງ ອາຊຽນ ເປັນສຳຄັນທີ່ສຸດ ຄື ດັ່ງຄຳຢືນຢັນ ຂອງທ່ານ ຢູຮາເນສ ອາບຣາຮາມ  ເອກອັກຄະລັດ ຖະທູດ ສ.ອາເມລິກາ ປະຈຳ ອາຊຽນ ລະບຸວ່າ. ໃນຊຸມປີ ຜ່ານມາ, ບັນດາ ຄຳໝັ້ນສັນຍາ ໄດ້ມີການ ເປີດກວ້າງ ລະຫວ່າງ ສ.ອາເມລິກາ ກັບ ອາຊຽນ, ໃນນັ້ນ ລວມມີ ທ່ານ ​ໂຈ​ໄບ​ເດນ ປະທານາທິບໍດີ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ແລະ ການຈັດຕັ້ງ ກອງປະຊຸມ ສຸດຍອດ ອາຊຽນ ປະຈຳ ວໍຊິງຕັນ ຫລື ການຢ້ຽມຢາມ ຄັ້ງຫລ້າສຸດ ຂອງ ທ່ານນາງ ຮາຣິສ ຮອງປະທານາທິບໍດີ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ ທີ່ ຈັດຂຶ້ນ ຢູ່ ຈາກາຕາ ປະ​ເທດ ອິນໂດເນເຊຍ. ໃນຕົວຈິງ, .ອາເມລິກາ ໄດ້ຈັດແບ່ງເວລາ, ກຳລັງສ່ວນຫລາຍ ກໍຄື ການຊອກຫາວິທີ ການຮ່ວມມື ຢ່າງແໜ້ນແຟ້ນ ກັບ ບັນດາ ຄູ່ຮ່ວມມື ອາຊຽນ. ການພົວພັນ ລະຫວ່າງ ສ.ອາເມລິກາ ແລະ ອາຊຽນ ບໍ່ພຽງແຕ່ ເປັນບຸລິມະສິດ ຂອງ ອຳນາດ ການປົກຄອງ ເທົ່ານັ້ນ ຫາກຍັງໄດ້ຮັບ ຄວາມສົນໃຈ ຈາກ ສະພາສູງ ແລະ ສະພາຕ່ຳນຳອີກດ້ວຍ./

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top