ຜົ້ງສາລີ ຈັດກິດຈະກຳປູກເບ້ຍໄມ້ ເພື່ອສົ່ງເສີມ-ຟື້ນຟູລະບົບນິເວດໜອງຂຽວ ບ້ານແສນສາລີ

06/08/2024 15:15
Email Print 846
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ພະແນກຊັບພະຍາກທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ຮ່ວມກັບ ໂຄງການສ້າງຄວາມທົນທານ ໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍອີງໃສ່ລະບົບນິເວດ ໃນຂົງເຂດຕົວເມືອງ (EbA)

   ຂປລ. ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ພະແນກຊັບພະຍາກທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ຮ່ວມກັບ ໂຄງການສ້າງຄວາມທົນທານ ໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍອີງໃສ່ລະບົບນິເວດ ໃນຂົງເຂດຕົວເມືອງ (EbA) ຈັດກິດຈະກຳປູກເບ້ຍໄມ້ເຂດຍອດນໍ້າ ບ້ານແສນສາລີ ແລະ ອ້ອມໜອງຂຽວ (ເທສະບານ) ເມືອງຜົ້ງສາລີ ໃນວັນທີ 6 ສິງຫາ 2024 ເພື່ອສົ່ງເສີມ-ຟື້ນຟູລະບົບນິເວດໜອງຂຽວ, ຟື້ນຟູພື້ນທີ່ເຊາະເຈື່ອນ ແລະ ສ້າງອ່າງເກັບນໍ້າປະປາ ບ້ານແສນສາລີ ທັງນີ້ກໍເພື່ອແນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃນເມືອງຜົ້ງສາລີ ໂດຍມີທ່ານ ເດດ ຍັນຊະນະ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ, ທ່ານ ຕາວັນ ກິດຕິພອນ ຫົວໜ້າພະແນກປັບຕົວ, ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ສົມຕຸ້ຍ ພົມມະວົງໄຊ ຮອງຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຜົ້ງສາລີ ພ້ອມດ້ວຍອົງການຈັດຕັ້ງບ້ານແສນສາລີ ແລະ ພະນັກງານເຂົ້າຮ່ວມ.
  ເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ ມີ
200 ກວ່າເບ້ຍ ໃນນີ້, ມີເບ້ຍດອກຄຳ, ເບ້ຍສົ້ມຝາດ ແລະ ເບ້ຍໝາກລີ້ນໄມ້, ຊຶ່ງໄດ້ການສະໜັບສະໜູນ ຈາກໂຄງການສ້າງຄວາມທົນທານ ໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍອີງໃສ່ລະບົບນິເວດ ໃນຂົງເຂດຕົວເມືອງ. ນອກນີ້, ຍັງໄດ້ປູກດອກໄມ້ປະດັບເສັ້ນທາງຍ່າງ, ປະດັບປະດາໂຄມໄຟແຫລ່ງທ່ອງທ່ຽວເຂດຕົວເມືອງເກົ່າ ໂດຍເປັນໂຄງການຍ່ອຍພາຍໃຕ້ ການສະໜັບສະໜູນຈາກໂຄງການ EbA ຊຶ່ງຮັບທຶນຊ່ວຍເຫລືອລ້າ ຈາກອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ.

ຂ່າວ-ພາບ: ສົມຄິດ
KPL

ຂ່າວອື່ນໆ

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

    • ກົມສິລະປະວັດທະນະທໍາ  ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ກົມສິລະປະວັດທະນະທໍາ ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດ

      3/18/2025 5:51:03 PM

      ຂປລ. ປັດຈຸບັນ, ສິລະປະວັດທະນະທໍາ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ມີຄວາມພ້ອມ 100% ​ເພື່ອສະ​ແດງ​ໃນ​ໂອກາດສະເຫລີມສະຫລອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ.

ads
ads

Top