ລາວ-ຫວຽດນາມ ຈັດເວທີ ສົ່ງເສີມການທ່ອງທ່ຽວ ທີ່ນະຄອນດາໜັງ

06/08/2024 13:48
Email Print 1444
ຂປລ ຂປລ. ກອງປະຊຸມເວທີສົ່ງເສີມ ການທ່ອງທ່ຽວລາວ-ດາໜັງ ສສ ຫວຽດນາມ Roadshow 2024 ແມ່ນໜຶ່ງໃນແຜນກິດຈະກໍາ ປີທ່ອງທ່ຽວລາວ 2024. ຂອງກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍມອບໃຫ້ກົມໂຄສະນາ ການທ່ອງທ່ຽວເປັນຜູ້ຈັດຕັ້ງປະຕິບັດ, ເຊິ່ງຈັດຂຶ້ນໃນວັນທີ 6 ສິງຫາ 2024 ຢູ່ນະຄອນດາໜັງ ສສ ຫວຽດນາມ



ຂປລ. ກອງປະຊຸມເວທີສົ່ງເສີມ ການທ່ອງທ່ຽວລາວ-ດາໜັງ ສສ ຫວຽດນາມ
Roadshow 2024 ແມ່ນໜຶ່ງໃນແຜນກິດຈະກໍາ ປີທ່ອງທ່ຽວລາວ 2024. ຂອງກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍມອບໃຫ້ກົມໂຄສະນາ ການທ່ອງທ່ຽວເປັນຜູ້ຈັດຕັ້ງປະຕິບັດ, ເຊິ່ງຈັດຂຶ້ນໃນວັນທີ 6 ສິງຫາ 2024 ຢູ່ນະຄອນດາໜັງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມ ຂອງ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສຸພັນ ຫາດາວເຮືອງ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດາໜັງ ສສ ຫວຽດນາມ, ທ່ານ ນາງ ເຈືອງທິຮົງແຮ້ງ ຫົວໜ້າພະແນກທ່ອງທ່ຽວ ນະຄອນດາໜັງ, ມີຜູ້ປະກອບການທຸລະກິດ ການທ່ອງທ່ຽວລາວ ແລະ ນະຄອນດາໜັງ ສສ ຫວຽດນາມເຂົ້າຮ່ວມ 85ຄົນ. ທັງນີ້ ກໍເພື່ອເປີດໂອກາດໃຫ້ຜູ້ປະກອບການທຸລະກິດທ່ອງທ່ຽວ, ທຸລະກິດປິ່ນອ້ອມການທ່ອງທ່ຽວ ຂອງສອງປະເທດ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານ, ລາຍການທ່ອງທ່ຽວ ແລະ ກ້າວໄປເຖິງການຊື້-ຂາຍລາຍ ການຮັບ-ສົ່ງນັກທ່ອງທ່ຽວ ເຊິ່ງກັນ ແລະ ກັນ.



ທ່ານ ຄົມ ດວງຈັນທາ ໄດ້ໃຫ້ຮູ້ວ່າ: ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ ເເລະ ຖືເອົາການ ທ່ອງທ່ຽວເປັນຂະເເໜງເສດຖະກິດໜຶ່ງທີ່ສຳຄັນ ເພື່ອພັດທະນາເສດຖະກິດ-ສັງຄົມເເຫ່ງຊາດ
; ປະກອບສ່ວນເຂົ້າໃນການ ສ້າງວຽກເຮັດງານທຳ, ສ້າງລາຍຮັບເງິນຕາເຂົ້າສູ່ປະເທດຊາດ, ຊຸກຍູ້ໃຫ້ຂະເເໜງ ການອື່ນໆ ມີການພັດທະນາ. ພ້ອມກັນນັ້ນ, ຍັງສົ່ງເສີມການທ່ອງທ່ຽວ ຕິດພັນກັບການອະນຸລັກຮີດ ຄອງປະເພນີ, ວັດທະນະທໍາ, ທໍາມະຊາດ, ປະຫວັດສາດ ເເລະ ກະສິກໍາ ໃຫ້ມີຄວາມຍືນຍົງ, ເພີ່ມທະວີການຮ່ວມມື ເເລະ ມີສ່ວນຮ່ວມຂອງສັງຄົມ ເພື່ອພັດທະນາໃຫ້ດີຂຶ້ນ. ສໍາລັບການຮ່ວມມືໃນຂະແໜງການ ທ່ອງທ່ຽວຂອງສອງປະເທດ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍມາໂດຍຕະຫລອດ ເຊິ່ງສະແດງອອກ ການນໍາ 2 ຂະແໜງການທ່ອງທ່ຽວລາວ-ຫວຽດນາມ ໄດ້ແລກປ່ຽນການຢ້ຽມຢາມ ແລະ ຈັດກິດຈະກໍາທ່ອງທ່ຽວ ຢູ່ລາວ ແລະ ຢູ່ຫວຽດນາມ ລວມທັງສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ໃນເວທີການທ່ອງທ່ຽວຫລາຍຝ່າຍ ແລະ ສາກົນ; ທັງສອງປະເທດມີຂໍ້ສະດວກ ໃນການເດີນທາງທ່ອງທ່ຽວໄປ ມາຫາສູ່ກັນ, ມີລະບົບການຄົມມະນາຄົມເຊື່ອມຕໍ່, ດ່ານສາກົນທາງບົກ, ສາຍການບິນຮ່າໂນ້ຍ-ວຽງຈັນ, ຮ່າໂນ້ຍ-ຫລວງພະບາງ, ວຽງຈັນ-ດາໜັງ ເຊິ່ງໄດ້ເອື້ອອໍານວຍຄວາມສະດວກ ໃຫ້ແກ່ການເດີນທາງຂອງ ນັກທ່ອງທ່ຽວສອງປະເທດ.

 

ສຳລັບ ນັກທ່ອງທ່ຽວຫວຽດນາມ ເປັນຕະຫລາດທ່ອງທ່ຽວໃຫຍ່ ໃນອັນດັບ 2 ທັດຈາກໄທ, ປີ 2023 ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນໄດ້ 3,4 ລ້ານເທ່ືອຄົນ. ໃນນັ້ນ, ນັກທ່ອງທ່ຽວຫວຽດນາມ 366.839 ເທື່ອຄົນ. ການຈັດເວທີສົ່ງເສີມ ການທ່ອງທ່ຽວລາວ-ຫວຽດນາມຄັ້ງນີ້
, ເປັນການປະກອບສ່ວນສໍາຄັນ ໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະ ພາບ, ຄວາມສາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ເຊິ່ງແມ່ນມໍລະດົກອັນລ້ຳຄ່າຍິ່ງໃຫຍ່ ຂອງສອງຊາດລາວ-ຫວຽດນາມ ໂດຍສະເພາະ ການຮ່ວມມື ດ້ານການທ່ອງທ່ຽວ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຫວັງວ່າ ຜູ້ປະກອບການທຸລະກິດທ່ອງທ່ຽວ ສອງຝ່າຍຈະອອກແຮງຮ່ວມກັນ ຂຸດຄົ້ນທ່າແຮງການທ່ອງທ່ຽວທີ່ບົມຊ່ອນ, ແລກປ່ຽນຂໍ້ມູນຂ່າວສານ, ຜະລິດຕະພັນທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວເຊື່ອມຕໍ່ ແລະ ກ້າວໄປເຖິງການຊື້-ຂາຍລາຍການຮັບ-ສົ່ງ ນັກທ່ອງທ່ຽວເຊິ່ງກັນ ແລະ ກັນ.



ທ່ານ ສຸພັນ ຫາດາວເຮືອງ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດາໜັງ ໄດ້ມີຄຳເຫັນໃນພິທີບາງຕອນວ່າ: ສອງປະເທດລາວ-ຫວຽດນາມ ມີສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ໄດ້ຢືນຢູ່ຄຽງ ຂ້າງ ກັນຕະຫລອດໄລຍະປະຫວັດສາດ
, ຮ່ວມກັນຜ່ານຜ່າ ຄວາມທຸກຍາກ ສ້າງສາຍພົວພັນສາມັກຄີ, ມິດຕະພາບອັນ ເປັນມູນເຊື້ອອັນບໍລິສຸດຜຸດຜ່ອງ ທີ່ເປັນເອກະລັກສະເພາະ, ມີໜຶ່ງບໍ່ມີສອງໃນໂລກ. ໃນໄລຍະຜ່ານມາ, ການພົວ ພັນຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ. ທັງໝົດ 18 ແຂວງຂອງລາວລ້ວນແຕ່ມີການຮ່ວມມື ແລະ ເປັນແຂວງແຮກສ່ຽວກັບ ບັນດາແຂວງຫວຽດນາມ. ເຖິງແມ່ນວ່າ ນະຄອນ ດາໜັງ ຈະເປັນເມືອງໜຶ່ງທີ່ບໍ່ມີຊາຍແດນຕິດຈອດກັບລາວ ແຕ່ກໍມີການພົວພັນຮ່ວມມືຮອບດ້ານກັບ 5 ແຂວງ ພາກໃຕ້ຂອງລາວ ເຊັ່ນ: ແຂວງອັດຕະປື, ຈໍາປາສັກ, ສາລະວັນ, ເຊກອງ ແລະ ແຂວງສະຫວັນນະເຂດ.



ໂອກາດນີ້
, ທ່ານ ນາງ ເຈືອງທິຮົງແຮ້ງ ໄດ້ກ່າວວ່າ: ໂຄງການເຊື່ອມຕໍ່ການທ່ອງທ່ຽວລາວ ທີ່ນະ ຄອນດາໜັງໃນມື້ນີ້ ຈະສະໜັບສະໜູນ ແລະ ຊ່ວຍໃຫ້ບັນດາບໍລິສັດທ່ອງທ່ຽວຂອງດາໜັງ ໄດ້ຮັບຮູ້,ເຂົ້າເຖິງຂໍ້ມູນຂ່າວສານ, ຜະລິດ ຕະພັນການທ່ອງທ່ຽວໃໝ່ຂອງ ສປປ ລາວຫລາຍຂຶ້ນ. ນີ້ຖືເປັນໂອກາດໜຶ່ງ ເພື່ອໃຫ້ຜູ້ປະກອບການທຸລະກິດການທ່ອງທ່ຽວຂອງລາວ ແລະ ທຸລະກິດການທ່ອງທ່ຽວຂອງດາໜັງ ໄດ້ສຶກສາຄວາມອາດສາມາດ ແລະ ຄວາມຕ້ອງການຂອງນັກທ່ອງທ່ຽວລາວ ແລະ ນັກທ່ອງທ່ຽວຫວຽດນາມ ເຊິ່ງຈະເປັນປັດໄຈສໍາຄັນ ພາກທຸລະກິດ ເອົາໃຈໃສ່ສຶບຕໍ່ປັບປຸງ ໃຫ້ສອດຄ່ອງກັບທ່າອຽງເພີ່ມຂຶ້ນ ຂອງນັກທ່ອງທ່ຽວແຕ່ລະປະເທດ. ທ່ານໃຫ້ຄໍາໝັ້ນສັນຍາວ່າ ຈະສຶບຕໍ່ຊຸກຍູ້ໃຫ້ພາກທຸລະກິດ ຈັດການຢ້ຽມຍາມແຫລ່ງທ່ອງທ່ຽວລາວ ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າໃຈກ່ຽວກັບ ຮູບແບບການບໍລິການທຸລະກິດ ທ່ອງທ່ຽວລາວຫລາຍຂຶ້ນ.

ຂ່າວ-ພາບ: ວີລະວັນ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top