ໂບນິຕາ ນຳສະເໜີຜະລິດຕະພັນໜັງເຄັມໃໝ່

05/08/2024 20:22
Email Print 1389
ຂປລ ຜະລິດຕະພັນໜັງເຄັມ ໂບນິຕາ ແມ່ນອີກຜະລິດຕະພັນໜັງເຄັມຂອງຄົນລາວ ທີ່ໄດ້ຮັບຄວາມນິຍົມທັງພາຍໃນ ແລະ ຕ່າງປະເທດ ດ້ວຍຄຸນນະພາບທີ່ແຊບນົວ, ອ່ອນຈີ່ຕອນເຊົ້າປະໄວ້ກິນຕອນແລງກ່ໍບ່ໍແຂງ ແຕ່ບ່ໍໃຫ້ຖືກລົມ.

   *ຜະລິດຕະພັນໜັງເຄັມ ໂບນິຕາ  ແມ່ນອີກຜະລິດຕະພັນໜັງເຄັມຂອງຄົນລາວ ທີ່ໄດ້ຮັບຄວາມນິຍົມທັງພາຍໃນ ແລະ ຕ່າງປະເທດ ດ້ວຍຄຸນນະພາບທີ່ແຊບນົວ, ອ່ອນຈີ່ຕອນເຊົ້າປະໄວ້ກິນຕອນແລງກ່ໍບ່ໍແຂງ  ແຕ່ບ່ໍໃຫ້ຖືກລົມ ສະນັ້ນ, ຈຶ່ງເຮັດໃຫ້ ໜັງເຄັມໂບນິຕາ ຄອງໃຈລູກຄ້າມາຍາວນານ ແນວໃດກໍດີເພື່ອດຶງດູດລູກຄ້າໃຫ້ຫລາຍຂຶ້ນ ແລະ ເພື່ອຍົກລະດັບໜັງເຄັມທໍາມະດາ ໃຫ້ເປັນໜັງສໍາເລັດຮູບພ້ອມກິນ ຈຶ່ງໄດ້ອອກຜະລິດຕະພັນໃໝ່ ຄື: ໜັງເຄັມຈືນ, ເຄັມຕົ້ມ, ເຄັມຈີ່ແລ້ວ ນອກນີ້ ຍັງມີສົ້ມໜັງ, ແຈ່ວຊີຟູດ, ນໍ້າຍໍາໄວ້ກິນກັບໜັງເຄັມບອກໄດ້ເລີຍວ່າແຊບ ອັນທີ່ເວົ້າມາຢ່າຟ້າວເຊື້ອເດີ ຕ້ອງໄດ້ລອງສໍາຜັດດ້ວຍໂຕເອງ ແຕ່ສໍາລັບຜູ້ຂຽນໄດ້ລອງດ້ວຍໂຕເອງແລ້ວບອກໄດ້ເລີຍວ່າແຊບ ແລະ ສະດວກສະບາຍຫລາຍພຽງເປີດຖົງກໍສາມາດກິນໄດ້ເລີຍ.

   ນາງ ໂບນິຕາ ວົງມີໄຊ  ເຈົ້າຂອງຜະລິດ ຕະພັນໜັງໂບນິຕາໜັງເຄັມ ໃຫ້ສໍາພາດວ່າ: ກ່ອນຈະມາເຮັດອາຊີບນີ້ ແມ່ນຂາຍເຄື່ອງອອນລາຍທົ່ວ ໄປມາກ່ອນແຕ່ຍ້ອນການລະບາດຂອງພະຍາດ ໂຄວິດ-19 ເຮັດໃຫ້ຂາຍເຄື່ອງບໍ່ໄດ້ຈຶ່ງເປັນຈຸດເລີ່ມຕົ້ນໃນການຫາອາຊີບໃໝ່ ແລະ ໄດ້ມາເຮັດໜັງເຄັມຂາຍ. ເລີ່ມມາ ແຕ່ປີ 2020 ຈົນຮອດປັດຈຸບັນຍິ່ງໄດ້ຮັບຄວາມນິຍົມຂຶ້ນເລື້ອຍໆ ສະນັ້ນ,  ເພື່ອເພີ່ມຄວາມສະດວກສະບາຍໃຫ້ລູກຄ້າ  ແລະ ເພື່ອຍົກລະດັບຜະລິດຕະພັນໜັງເຄັມທີ່ເປັນຂອງຄົນລາວ ໃຫ້ມີຫລາຍຮູບແບບ ເປັນຕົ້ນ: ໜັງເຄັມຈີ່ສໍາເລັດຮູບ, ເຄັມທອດ, ເຄັມຕົ້ມ ພ້ອມຮັບປະທານໄດ້ (ໝາຍຄວາມວ່າເປີດຊອງອອກມາແລ້ວ ສາມາດຮັບປະທານໄດ້ເລີຍ). ນອກນີ້ແລ້ວ,  ຍັງມີນໍ້າແຈ່ວຊີຟູດ ກິນກັບໜັງເຄັມເພື່ອເພີ່ມຄວາມແຊບ ແລະ ຄວາມຫລາກຫລາຍ ໃນການກິນໜັງເຄັມຂຶ້ນຕື່ມ.

 

    ສໍາລັບລາຄາຂາຍໜັງເຄັມ 1 ກິໂລ (ໜັງດິບ) ລາຄາ 85.000 ຫາ 190.000 ກີບ, ແຈ່ວຊີຟູດ, ນໍ້າຍໍາລາຄາຂາຍເລີ່ມຕ້ົນ 25.000ກີບ/ຕຸກ-45.000 ກີບ/ຕຸກ. ນາງ ໂບນິຕາ  ເວົ້າຕື່ມວ່າ: ມາເຖິງປັດຈຸບັນ, ຜະລິດຕະພັນມີການຕອບຮັບຈາກສັງຄົມເປັນຢ່າງດີ ຊຶ່ງສະແດງໃຫ້ເຫັນວ່າລູກຄ້າເກົ່າໄດ້ກັບຄືນມາຊື້ຄືນຢ່າງສະໝໍ່າ ສະເໝີນັບທັງພາຍໃນ ແລະ ຕ່າງປະເທດ ທັງເປັນຕົວແທນຈໍາໜ່າຍໄດ້ແກ່: ປະເທດມຽນມາ, ສ ເກົາ ຫລີ, ໄທ, ຈີນ, ຫວຽດນາມ ແລະ ອົດສະຕຣາລີ. ໂອກາດນີ້ ທ່ານນາງ ໂບ ນິຕາ ສະແດງຄວາມຂອບໃຈມາຍັງລູກຄ້າທຸກໆທ່ານ ທີ່ໄດ້ໃຫ້ການສະໜັບສະໜູນ, ຊົມໃຊ້ຜະລິດຕະພັນໜັງເຄັມມາໂດຍຕະຫລອດ, ຖ້າຫາກວ່າບໍ່ມີລູກຄ້າໃຫ້ການສະໜັບສະໜູນກໍຈະບໍ່ມີຜະລິດຕະພັນ ໂບນິຕາ ໜັງເຄັມເຖິງທຸກວັນນີ້.

    ສຳລັບທ່ານໃດທີ່ຕ້ອງການກິນໜັງເຄັມແຊບໆ ຫລື ຢາກເປັນຕົວແທນຈໍາໜ່າຍກໍສາມາດຕິດຕໍ່ສອບຖາມ ໄດ້ຜ່ານເບີໂທ 020 2323 9290 ຫລື ເຟສບຸກ Bonita ໂບນິຕາ ຂາຍ ງານແບນລິຂະສິດ.

ໂດຍ: ມາລິດາ

KPL

ຂ່າວອື່ນໆ

    • ຮອງປະທານປະເທດ ລົງຊຸກຍູ້ການຍົກລະດັບສີມືແຮງງານຢູ່ສູນພັດທະນາສີມືແຮງງານແຂວງອຸດົມໄຊບົດ-ສາລະຄະດີ

      ຮອງປະທານປະເທດ ລົງຊຸກຍູ້ການຍົກລະດັບສີມືແຮງງານຢູ່ສູນພັດທະນາສີມືແຮງງານແຂວງອຸດົມໄຊ

      10/16/2026 9:08:54 AM

      ໃນໂອກາດລົງເຄື່ອນໄຫວ ວຽກງານຢູ່ແຂວງອຸດົມໄຊ, ວັນທີ 14 ຕຸລາ 2026 ຜ່ານມາ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການຍົກລະດັບສີມືແຮງງານຢູ່ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ແລະ ເພື່ອຮັບຟັງລາຍງານສະພາບການດຳເນີນງານ, ຜົນການຝຶກອົບຮົມ ແລະ ການຮ່ວມມືດ້ານການພັດທະນາສີມືແຮງງານກັບ ສປ ຈີນ, ພ້ອມທັງຊີ້ນໍາວຽກງານ ເພື່ອຍົກສູງຄຸນນະພາບການຝຶກວິຊາຊີບໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານ.

    • ອົງການໄອຍະການປະຊາຊົນ ສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາ ໄລຍະ 5 ປີບົດ-ສາລະຄະດີ

      ອົງການໄອຍະການປະຊາຊົນ ສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາ ໄລຍະ 5 ປີ

      10/14/2026 9:32:20 AM

      ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021-2025), ກຳນົດທິດທາງແຜນການ 5 ປີ (2026-2030) ແລະ ເຜີຍແຜ່ເຊ່ືອມຊຶມຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ຈັດຂຶ້ນໃນວັນທີ 13 ຕຸລາ 2026.

    • ບັນຫາຢາເສບຕິດຖືເປັນອາຊະຍາກຳທີ່ຮ້າຍແຮງທີ່ສຸດຕໍ່ການດຳລົງຊີວິດຂອງມວນມະນຸດບົດ-ສາລະຄະດີ

      ບັນຫາຢາເສບຕິດຖືເປັນອາຊະຍາກຳທີ່ຮ້າຍແຮງທີ່ສຸດຕໍ່ການດຳລົງຊີວິດຂອງມວນມະນຸດ

      10/14/2026 9:25:40 AM

      ບັນຫາຢາເສບຕິດຖືເປັນອາຊະຍາກໍາທີ່ຮ້າຍແຮງທີ່ສຸດຕ່ໍການດໍາລົງຊີວິດຂອງມວນມະນຸດ, ມັນທໍາລາຍຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເສດຖະກິດ, ວັດທະນະທໍາ ຊຶ່ງຜູ້ທີ່ເຄື່ອນໄຫວພົວພັນກ່ຽວຂ້ອງກັບຢາເສບຕິດໃນທຸກໆກໍລະນີ, ນັບທັງຜູ້ຖືກເຄາະຮ້າຍຈາກຢາເສບຕິດລ້ວນແຕ່ເປັນພິດໄພ, ມີຜົນຮ້າຍຕ່ໍຊີວິດ, ສຸຂະພາບ, ຊັບສິນຂອງສັງຄົມ ຫລື ສ້າງບາດແຜຄວາມເຈັບຊໍ້າດ້ານຈິດໃຈຕໍ່ບຸກຄົນ, ຄອບຄົວ ແລະ ຍາດພີ່ນ້ອງ.

    • ຫລວງພະບາງ ຕັ້ງເປົ້າສ້າງຄອບຄົວພົ້ນທຸກກວ່າ 10 ພັນຄອບຄົວ ໃນ 5 ວຽກຈຸດສຸມບົດ-ສາລະຄະດີ

      ຫລວງພະບາງ ຕັ້ງເປົ້າສ້າງຄອບຄົວພົ້ນທຸກກວ່າ 10 ພັນຄອບຄົວ ໃນ 5 ວຽກຈຸດສຸມ

      10/13/2026 11:46:22 AM

      ຂປລ. ແຂວງຫລວງພະບາງ ຕັ້ງເປົ້າສູ່ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 10.927 ຄອບຄົວ, ສ້າງບ້ານພົ້ນທຸກຫລາຍກວ່າ 111 ບ້ານ ແລະ ສ້າງເມືອງພົ້ນທຸກ 2 ເມືອງໃນໄລຍະປີ 2027-2030, ຜ່ານການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນ ໃຫ້ດີຂຶ້ນກວ່າເກົ່າ.

    • ຫັດຖະກໍາຕໍ່າແຜ່ນເອກະລັກທາງພູມປັນຍາຂອງເຜົ່າກະຕູ່ບົດ-ສາລະຄະດີ

      ຫັດຖະກໍາຕໍ່າແຜ່ນເອກະລັກທາງພູມປັນຍາຂອງເຜົ່າກະຕູ່

      10/13/2026 11:43:47 AM

      ຂປລ. ຫັດຖະ​ກໍາ​ຕໍ່າ​ແຜ່ນ​ຂອງ​ຊົນ​ເຜົ່າ​ກະ​ຕູ່ ​ເປັນ​ອີກ​ຜະລິດ​ຕະພັນໜຶ່ງ ທີ່​ມີ​ເອກະລັກ​ໂດດ​ເດັ່ນສະດຸດ​ຕາ​​ໃນ ງານ​ຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ (ຕຶກອາຄານ​ເກົ່າ) ​ໃນອາທິດ​ຜ່ານ​ມາ, ​ ດ້ວຍ​ເອກະລັກດ້ານລວດລາຍ,​ ສີສັນ​ທີ່​ສວຍ​ງາມ, ຄວາມ​ປານີດຂອງ​ເນື້ອ​ແພ ​ແລະ ການ​ປັກມຸກ​ປະດັບ​ປະດາ​ ​ເປັນ​ຮູບ​ພາບ​ຕ່າງໆ ທີ່​ພັນ​ລະນາ​ເຖິງ​ການ​ດໍາລົງ​ຊີວິດ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊົນ​ເຜົ່າ​ນັ້ນ​ເອງ

ads
ads

Top