ຫລວງພະບາງ ຕັ້ງເປົ້າສ້າງຄອບຄົວພົ້ນທຸກກວ່າ 10 ພັນຄອບຄົວ ໃນ 5 ວຽກຈຸດສຸມ

13/10/2026 11:46
ຂປລ ຂປລ. ແຂວງຫລວງພະບາງ ຕັ້ງເປົ້າສູ່ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 10.927 ຄອບຄົວ, ສ້າງບ້ານພົ້ນທຸກຫລາຍກວ່າ 111 ບ້ານ ແລະ ສ້າງເມືອງພົ້ນທຸກ 2 ເມືອງໃນໄລຍະປີ 2027-2030, ຜ່ານການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນ ໃຫ້ດີຂຶ້ນກວ່າເກົ່າ.

 

ຂປລ. ແຂວງຫລວງພະບາງ ຕັ້ງເປົ້າສູ່ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 10.927 ຄອບຄົວ, ສ້າງບ້ານພົ້ນທຸກຫລາຍກວ່າ 111 ບ້ານ ແລະ ສ້າງເມືອງພົ້ນທຸກ 2 ເມືອງໃນໄລຍະປີ 2027-2030, ຜ່ານການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນ ໃຫ້ດີຂຶ້ນກວ່າເກົ່າ.

ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະ 2027-2030  ຈັດຂຶ້ນ ເມື່ອມໍ່ໆມານີ້, ໂດຍການ ເປັນປະທານຂອງ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງຫລວງພະບາງ, ພ້ອມດ້ວຍຄະນະນຳແຂວງ, ຜູ້ຕາງໜ້າຈາກ ບັນດາເມືອງ-ນະຄອນ ແລະ ພະແນກການອ້ອມຂ້າງ ເຂົ້າຮ່ວມ.

    ທ່ານ ສົມແວວເພັດ ດວງປະສິດ ຫົວໜ້າພະ ແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ເຜີຍແຜ່ ເນື້ອໃນສໍາຄັນ ຊຶ່ງສຸມໃສ່ການພັດທະນາຊົນນະບົດ ຢ່າງຍືນຍົງ, ປັບປຸງຊີວິດການເປັນຢູ່, ເພີ່ມພູນ ລາຍຮັບ ແລະ ຫລຸດຜ່ອນຄວາມທຸກຍາກຂອງປະຊາ ຊົນຮາກຖານເທື່ອລະກ້າວ. ເປົ້າໝາຍສູ້ຊົນທີ່ສຳຄັນ ຂອງແຂວງ (ໄລຍະ 2027-2030) ໄດ້ວາງຕົວເລກ ຄາດໝາຍສູ້ຊົນໄວ້ຢ່າງຕັ້ງໜ້າ ເພື່ອໃຫ້ບັນລຸຜົນເປັນ ຮູບປະທຳ. ໃນນີ້, ສ້າງຄອບຄົວພົ້ນທຸກໃຫ້ໄດ້ຫລາຍ ກວ່າ 10.927 ຄອບຄົວ, ສ້າງບ້ານພົ້ນທຸກ ໃຫ້ໄດ້ ຫລາຍກວ່າ 111 ບ້ານ, ສ້າງເມືອງພົ້ນທຸກ ໃຫ້ໄດ້ ຫລາຍ 2 ເມືອງ, ສ້າງບ້ານຈຸດສຸມຕົວແບບ (6 ບ້ານທົ່ວແຂວງ)ຄື: ບ້ານນາສະຫວ່າງ (ເມືອງປາກອູ), ບ້ານດອນຄູນ (ເມືອງປາກແຊງ), ບ້ານລ້ອງແງດ (ເມືອງໂພນໄຊ), ບ້ານແກ້ງຮາງ (ເມືອງຈອມເພັດ), ບ້ານນາແວ່ນ (ເມືອງວຽງຄໍາ), ບ້ານສວນໝາກ (ເມືອງພູຄູນ).

   ສຳລັບວຽກຈຸດສຸມ ແລະ ແຜນງານບູລິມະສິດ ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ,ແຂວງໄດ້ກຳນົດແຜນງານ ແລະ ໂຄງການຈັດຕັ້ງປະຕິບັດຢ່າງເປັນລະບົບ ໃນຫລາຍວຽກ ອັນພົ້ນເດັ່ນຫລັກໆ ແມ່ນສ້າງອາຊີບ ແລະ ແຫລ່ງລາຍຮັບ, ຈັດສັນພູມລຳເນົາ ໃຫ້ມີຄວາມ ໝັ້ນຄົງ ແລະ ຍືນຍົງ (ມີ 2 ແຜນງານ, 10 ໂຄງການ); ພັດທະນາພື້ນຖານໂຄງລ່າງ ເພື່ອອຳນວຍຄວາມສະ ດວກໃນເຂດຊົນນະບົດ (ມີ 2 ແຜນງານ, 13 ໂຄງການ); ສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງຮາກ ຖານ ໂດຍສະເພາະ ຄະນະກຳມະການປົກຄອງ ຕາແສງ ແລະ ບ້ານ (ມີ 2 ແຜນງານ, 6 ໂຄງການ); ຂົນຂວາຍ ແລະ ຍາດແຍ່ງການລົງທຶນ ເຂົ້າສູ່ເຂດຊົນ ນະບົດ (ມີ 4 ແຜນງານ, 9 ໂຄງການ); ສ້າງ ແລະ ປັບປຸງນິຕິກຳ-ກົນໄກ ເພື່ອໃຫ້ການຈັດຕັ້ງປະຕິບັດມີ ປະສິດທິຜົນສູງສຸດ (ມີ 2 ແຜນງານ, 5 ໂຄງການ).

   ແນວໃດກໍດີຜູ້ເຂົ້າຮ່ວມ, ຍັງໄດ້ຮັບຟັງຄຳແນະນຳ ໃນການຈັດຕັ້ງປະຕິບັດ, ພ້ອມທັງຜ່ານຂໍ້ຕົກລົງແຕ່ງ ຕັ້ງຄະນະຮັບຜິດຊອບຂັ້ນແຂວງ ແລະ ຮ່ວມກັນປະ ກອບຄຳເຫັນໃສ່ຮ່າງແຜນງານດັ່ງກ່າວ ໃຫ້ມີຄວາມ ຊັດເຈນ, ສອດຄ່ອງກັບສະພາບຕົວຈິງ ເພື່ອໃຫ້ສາ ມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນສຳເລັດຕົວຈິງໃນຕໍ່ໜ້າ.

(ຂໍ້ມູນຈາກແຂວງຫລວງພະບາງ)

KPL

ຂ່າວອື່ນໆ

ads
ads

Top