ຂປລ
ຂປລ. ຫັດຖະກໍາຕໍ່າແຜ່ນຂອງຊົນເຜົ່າກະຕູ່ ເປັນອີກຜະລິດຕະພັນໜຶ່ງ ທີ່ມີເອກະລັກໂດດເດັ່ນສະດຸດຕາໃນ ງານຜະລິດຕະພັນລາວ 2026 ທີ່ຈັດຂຶ້ນຢູ່ ສູນການຄ້າ ລາວໄອເຕັກ (ຕຶກອາຄານເກົ່າ) ໃນອາທິດຜ່ານມາ, ດ້ວຍເອກະລັກດ້ານລວດລາຍ, ສີສັນທີ່ສວຍງາມ, ຄວາມປານີດຂອງເນື້ອແພ ແລະ ການປັກມຸກປະດັບປະດາ ເປັນຮູບພາບຕ່າງໆ ທີ່ພັນລະນາເຖິງການດໍາລົງຊີວິດ ແລະ ຮີດຄອງປະເພນີອັນດີງາມຂອງຊົນເຜົ່ານັ້ນເອງ

ຂປລ. ຫັດຖະກໍາຕໍ່າແຜ່ນຂອງຊົນເຜົ່າກະຕູ່ ເປັນອີກຜະລິດຕະພັນໜຶ່ງ ທີ່ມີເອກະລັກໂດດເດັ່ນສະດຸດຕາໃນ ງານຜະລິດຕະພັນລາວ 2026 ທີ່ຈັດຂຶ້ນຢູ່ ສູນການຄ້າ ລາວໄອເຕັກ (ຕຶກອາຄານເກົ່າ) ໃນອາທິດຜ່ານມາ, ດ້ວຍເອກະລັກດ້ານລວດລາຍ, ສີສັນທີ່ສວຍງາມ, ຄວາມປານີດຂອງເນື້ອແພ ແລະ ການປັກມຸກປະດັບປະດາ ເປັນຮູບພາບຕ່າງໆ ທີ່ພັນລະນາເຖິງການດໍາລົງຊີວິດ ແລະ ຮີດຄອງປະເພນີອັນດີງາມຂອງຊົນເຜົ່ານັ້ນເອງ ເຮັດໃຫ້ຜະລິດຕະພັນນີ້ສ້າງຄວາມຕື່ນຕາ, ຕື່ນໃຈ ແລະ ດຶງດູດຄວາມສົຈໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງຫລວງຫລາຍ.

ແມ່ ແກັດ ປະຊາຊົນບ້ານ ຫ້ວຍຫູນ ເມືອງເລົ່າງາມ ແຂວງສາລະວັນ ໄດ້ໃຫ້ສຳພາດວ່າ: ການໄດ້ນໍາເອົາຜະລິດຕະພັນຫັດຖະກໍາຕໍ່າແຜ່ນ ມາຮ່ວມວາງສະແດງສິນຄ້າໃນຄັ້ງນີ້, ຕົນເອງຮູ້ສຶກດີຫລາຍ ເພາະເປັນການໂອກາດສຳຄັນໃຫ້ສັງຄົມໄດ້ຮູ້ຈັກ ເຄື່ອງນຸ່ງເອກະລັກ ຂອງເຜົ່າກະຕູ່ຫລາຍຂຶ້ນ, ເຖິງຢ່າງໃດກໍຕາມ, ການມາຮ່ວມງານແຕ່ລະຄັ້ງແມ່ນຈະມີຄ່າໃຊ້ຈ່າຍທີ່ສູງຫລາຍ ບໍ່ວ່າຈະເປັນຄ່າເດີນທາງ, ຄ້າຢູ່,ຄ້າກິນ ແລະ ຄ່າເຊົ່າຮ້ານວາງສະແດງ ຊຶ່ງລວມກັນແລ້ວ ຕົກເປັນເງິນເກືອບ 10 ລ້ານກີບ. ໄລຍະການວາງສະແດງ ເຫັນວ່າບັນຍາກາດການຊື້-ຂາຍ ໃນແຕ່ລະມື້ນັ້ນ ບາງມື້ກໍມີຄວາມຄືກຄັກ,ບາງມື້ກໍ່ງຽບເຫງົາ ເຮັດໃຫ້ລາຍຮັບບໍ່ໄດ້ຕາມຄາດໝາຍເມື່ອທຽບໃສ່ຕົ້ນທຶນສູງ. ແນວໃດກໍດີ, ເຖິງວ່າຍອດຂາຍຈະບໍ່ໄດ້ຕາມຄາດໝາຍ, ແຕ່ກໍຖືເປັນໂອກາດີທີ່ໄດ້ເຜີຍແຜ່ຫັດຖະກໍາຕໍ່າແຜ່ນຂອງຊົນເຜົ່າກະຕູ່ໃຫ້ສັງຄົມໄດ້ຮູ້ຈັກຫລາຍຂຶ້ນ ແລະ ເປັນການຕໍ່ຍອດຕະຫລາດຈໍາໜ່າຍໃນອະນາຄົດ ເພາະຖ້າບໍ່ໄດ້ມາງານນີ້ ຜະລິດຕະພັນທີ່ປະຊາຊົນຜະລິດ ກໍ່ຈະບໍ່ມີບ່ອນຈໍາໜ່າຍ ເຮັດໃຫ້ເຂົ້າເຈົ້າໝົດກໍາລັງໃຈໃນການຜະລິດ. ສະນັ້ນ, ຈຶ່ງຝາຫພັກ-ລັດ ໃຫ້ຊ່ວຍສົ່ງເສີມ ແລະ ສະໜັບສະໜູນດ້ານຕະຫລາດຈໍາໜ່າຍໃຫ້ຫລາຍຂຶ້ນ ເພື່ອເຮັດໃຫ້ປະຊາຊົນ ມີລາຍຮັບເພີ່ມຈາກການເຮັດກະສິກຳ, ເນື່ອງຈາກວ່າ ການເຮັດ ຫັດຖະກໍາຕໍ່າແຜ່ນ ແມ່ນກິດຈະກໍາຍາມວ່າງຂອງແມ່ຍິງ ພາຍໃນບ້ານ ເພື່ອສ້າງເປັນອາຊີບເສີມ ໃຫ້ຄອບຄົວ.ການຕໍ່າຫູກທໍໄໝ ແລະ ປັກແຊ່ວໝາກປັດ ແມ່ນມໍລະດົກທາງພູມປັນຍາທີ່ສືບທາດກັນມາຮຸ່ນປູ່ຍ່າຕາຍາຍ ຈົນມາຮອດ ລູກຫລານ ໄດ້ນໍາເອົາພູມປັນຍາດັ່ງກ່າວມາສ້າງລາຍຮັບ, ສ້າງອາຊີບເສີມເພີ່ມຈາກ ການເຮັດໄຮ່,ເຮັດນາ. ແນວໃດກໍດີ ການເຮັດອາຊີບເສີມນີ້ ມັນກໍບໍ່ແມ່ນເລື່ອງງ່າຍ ເພາະຕ້ອງໄດ້ໃຊ້ຄວາມປານີດ, ຄວາມອົດທົນ ໃນການຕໍ່າແພ,.ນອກນັ້ນແລ້ວ, ກໍຍັງມີຂັ້ນຕອນການປັກແຊວໝາກປັດ ທີ່ີສ່ອງແສງເຖິງການດໍາລົງຊີວິດ, ຮີດຄອງປະເພນີ ອັນດີງາມຂອງເຜົ່າກະຕູ.

ແມ່ ແກັດ ເວົ້າຕື່ມວ່າ: ດັ່ງທີ່ເວົ້າໄປຂ້າງເທິງແລ້ວວ່າ ການເຂົ້າຮ່ວມງານໃນແຕ່ໃນຄັ້ງແມ່ນມີຄ່າໃຊ້ຈ່າຍສູງຫລາຍ. ດັ່ງນັ້ນ, ຈຶ່ງຢາກສະເໜີໃຫ້ພັກ-ລັດມີນະໂຍບາຍ ຊ່ວຍເຫລືອດ້ານ ລາຄາ ແລະ ສະຖານທີ່ຂາຍເຄື່ອງທີ່ເໝາະສົມ ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດໃນປັດຈຸບັນ ໂດຍສະເພາະແມ່ນການຊ່ວຍເຫລືອຜູ້ປະກອບການທີ່ເດີນທາງມາຈາກຕ່າງແຂວງ ທີ່ມີຄ່າໃຊ້ຈ່າຍຕົ້ນທຶນສູງກວ່າປົກກະຕິ.
ໂດຍ: ມາລີດາ
KPL