ສື່ມວນຊົນ ມີບົດບາດສຳຄັນ ປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ

02/08/2024 12:30
Email Print 951
ຂປລ ຂປລ. ສື່ມວນຊົນມີບົດບາດສຳຄັນ ໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນັບແຕ່ອະດີດຈົນເຖິງປັດຈຸບັນ

 

ຂປລ. ສື່ມວນຊົນມີບົດບາດສຳຄັນ ໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນັບແຕ່ອະດີດຈົນເຖິງປັດຈຸບັນ, ສື່ມວນຊົນແມ່ນຜູ້ນໍາເອົາແນວທາງແຜນນະໂຍບາຍຂອງພັກ-ລັດ ໂຄສະນາເຜີຍແຜ່ລົງສູ່ປະຊາຊົນໃຫ້ຮັບຮູ້ເຂົ້າໃຈຢ່າງຈະແຈ້ງ ແລະ ນຳເອົາຂໍ້ມູນຂ່າວສານທີ່ເປັນປະໂຫຍດໄປຮອດໄປເຖິງປະຊາຊົນ ໂດຍຜ່ານຫລາຍຊ່ອງທາງຫລາຍຮູບການ ໃຫ້ມີຄວາມວ່ອງໄວ ແລະ ຮັບປະກັນຄວາມຖືກຕ້ອງເພື່ອເປັນການໂຄສະນາເຜີຍແຜ່ເຮັດໃຫ້ທົ່ວໂລກໄດ້ຮູ້ເຖິງປະເທດລາວຫລາຍຂຶ້ນ.
  ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ
, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ສໍາພາດຕໍ່ນັດຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 1 ສິງຫາ 2024 ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 74 ປີ ໃນວັນທີ 13 ສິງຫາ ທີ່ຈະມາເຖິງນີ້ ວ່າ: ສື່ມວນຊົນໄດ້ຮັບການສ້າງຕັ້ງຂຶ້ນ ເປັນ​ກອງ​ກຳ​ລັງ​ປະ​ຈັນ​ບານ​ຂອງ​ພັກ ຕໍ່​ສູ້​ໃນສະ​ໜາມ​ຮົບ​ການ​ເມືອງແນວ​ຄິດ, ເປັນ​ອາ​ວຸດ​ອັນ​ແຫລມ​ຄົມ ແລະ ເປັນ​ກະ​ບອກ​ສຽງ​ຂອງ​ພັກ-ລັດ ເພື່ອ​ປຸກ​ລະ​ດົມທົ່ວ​ປວງ​ຊົນ​ຕໍ່​ສູ້​ປະ​ຕິ​ວັດ ກໍ​ຄື​​​ ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດຊາດ​. ສື່ມວນ​ຊົນລາວ ​ແມ່ນ​ສື່​ທີ່ເຄື່ອນ​ໄຫວ​ພາຍ​ໃຕ້​ການ​ນຳ​ພາ​ໂດຍ​ກົງຮອບ​ດ້ານ​ຂອງ​ພັກ, ເປັນ​ກະ​ບອກ​ສຽງ​ຂອງ​ພັກ-ລັດ ເຮັດໃຫ້​ສັງ​ຄົມ​ໄດ້​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ​ຄົບ​ຖ້ວນ​, ຍ້ອນແນວນັ້ນ ສື່ມວນຊົນຈຶ່ງມີບົດບາດສຳຄັນຫລາຍໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນັບແຕ່ອະດີດຈົນເຖິງປັດຈຸບັນ ໂດຍສື່ມວນຊົນ ເປັນຜູ້ນໍາເອົາແນວທາງແຜນນະໂຍບາຍຂອງພັກ-ລັດໂຄສະນາເຜີຍແຜ່ ລົງສູ່ປະຊາຊົນ ຜ່ານຊ່ອງທາງສື່ດ້ວຍຫລາຍຮູບການຄື: ໜັງສືພິມ, ວິທະຍຸ, ໂທລະພາບ ແລະ  ຜ່ານສື່ສັງຄົມອອນລາຍ ເພື່ອໃຫ້ມີຄວາມວ່ອງໄວ ແລະ ຮັບປະກັນຄວາມຖືກຕ້ອງ. ສະນັ້ນ, ສື່ມວນຊົນຕ້ອງສືບຕໍ່ເປັນເຈົ້າການປັບປຸງຕົນເອງທາງດ້ານເນື້ອໃນ, ຮູບການ ໃຫ້ກະທັດຮັດ, ແທດຕົວຈິງ ແລະ ມີປະສິດທິຜົນສູງຂຶ້ນ, ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ, ຕິດພັນກັບການຕິດຕາມກວດກາຜະລິດຕະພັນຂອງສື່ມວນຊົນ ແລະ ພິມຈຳໜ່າຍໃຫ້ດຳເນີນໄປຖືກທິດເພື່ອ ຮັບໃຊ້ພັກ-ລັດ ແລະ ປະຊາຊົນ; ເອົາໃຈໃສ່ເປັນພິເສດຕໍ່ການຕິດຕາມກວດກາເນື້ອໃນ, ຫາງສຽງສັງຄົມເປັນເຈົ້າການຕອບຕ້ານຢ່າງທັນການ ແລະ ຖືກທິດ ເພື່ອນຳເອົາຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແລະ ຖືກຕ້ອງລົງສູ່ປະຊາຊົນ ໂດຍຜ່ານພາຫະນະຂອງສື່ຫລາຍຮູບແບບ, ຫລາຍສີສັນ ທັນສະໄໝ ແລະ ວ່ອງໄວທັນສະພາບການ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບສື່.
  ທ່ານ ສົມສະຫວາດ ພົງສາ ຍັງໃຫ້ຮູ້ອີກວ່າ: ສະເພາະກົມສື່ມວນຊົນ ແມ່ນເຮັດໜ້າທີ່ ເປັນເສນາທິການໃຫ້ແກ່ຄະນະລັດຖະມົນຕີ ແລະ ຄຸ້ມຄອງບຸກຄະລາກອນສື່ມວນຊົນ. ພ້ອມນີ້
, ກົມສື່ມວນຊົນ ມີໜ້າທີ່ຄຸ້ມຄອງແຕ່ລະສໍານັກງານສື່ມວນຊົນຄື: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ເພສຂ່າວອອນລາຍຕ່າງໆ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວທີ່ເປັນຄວາມຈິງ ແລະ ຕອບໂຕ້ການນໍາໃຊ້ສື່ດັ່ງກ່າວໄປໃນທາງທີ່ຜິດ, ສ້າງຂ່າວປອມປັ່ນປ່ວນ, ສ້າງຄວາມແຕກແຍກໃນສັງຄົມ, ຍິ່ງໄປກວ່າ ນັ້ນຍັງໂຄສະນາໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍ ອັນຖືກຕ້ອງຂອງພັກ ແລະ ລັດຖະບານເຮົາ. ໃນໄລຍະ 1 ປີຜ່ານມາ, ກົມສື່ມວນຊົນ ໄດ້ປະກອບສ່ວນວຽກງານເຂົ້າໃນວັນສຳຄັນຕ່າງໆຂອງຊາດ, ກອງປະຊຸມລະດັບຊາດ ແລະ ກອງປະຊຸມລະດັບສາກົນຕ່າງໆທີ່ຈັດຂຶ້ນຢູ່ໃນ ສປປ ລາວ
  ເຊິ່ງເຮັດໜ້າທີ່ເປັນສູນກາງດ້ານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງໃຫ້ສັງຄົມໄດ້ຮັບຮູ້. ສໍລັບທິດທາງແຜນໃນຕໍ່ໜ້າ ກົມສື່ມວນຊົນ ຈະໄດ້ປັບປຸງ ແລະ ພັດທະນາລະບົບເຕັກໂນໂລຊີແບບໃໝ່
, ເປັນທັນສະໄໝ ແລະ ຍົກລະດັບບຸກຄະລາກອນສື່ໃຫ້ມີຄຸນນະພາບສູງຂຶ້ນ, ທັງສາມາດວິເຄາະ-ວິໄຈ, ວິຈານບັນຫາຕ່າງໆໃຫ້ສັງຄົມໄດ້ຮັບຮູ້ ແລະ ເຮັດໜ້າທີ່ໃນການສຶກສາອົບຮົມສັງຄົມໄປພ້ອມໆກັນ ຕາມ 4 ລັກສະນະຂອງສື່ມວນຊົນລາວ ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້. ພ້ອມທັງສຸມໃສ່ການສ້າງນິຕິກຳຕ່າງໆທີ່ກ່ຽວ ຂ້ອງກັບວຽກງານສື່ມວນຊົນ, ຄຸ້ມຄອງ ແລະ ໂຄສະນາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ວຽກງານສື່ມວນຊົນໃຫ້ຫລາຍຂຶ້ນ.

ຂ່າວ: ວຽງສະຫວັນ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top