ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫ່ລງ ແຂວງອຸດົມໄຊ

17/07/2026 08:00
ຂປລ ໂອກາດເຄື່ອນໄຫວວຽກງານຢູ່ແຂວງອຸດົມໄຊ ໃນຕອນເຊົ້າ ວັນທີ 15 ກໍລະກົດ 2026, ທ່ານ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການໄດ້ໃຫ້ກຽດພົບປະໂອ້ລົມການນໍາ ແລະ ພະນັກງານຫລັກແຫລ່ງແຂວງອຸດົມໄຊ ໂດຍມີທ່ານ ບຸນຄົງ ຫລ້າ ຈຽມພອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ນຳພາຄະນະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ.

    ຂປລ.ໃນການພົບປະໂອ້ລົມຄັ້ງນີ້,  ທ່ານເລຂາພັກແຂວງອຸດົມໄຊ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງແຂວງ ເຫັນວ່າ: ທົ່ວແຂວງສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຮັກສາສະຖຽນລະພາບທາງ ການເມືອງຢ່າງໜັກແໜ້ນ, ສ້າງ ເງ່ືອນໄຂ ແລະ ສະພາບແວດລ້ອມ ທ່ີເອື້ອອຳນວຍແກ່ການລົງທຶນ ແລະ  ພັດທະນາເສດຖະກິດຂອງແຂວງໃຫ້ສືບຕໍໍ່ຂະຫຍາຍຕົວ ຊຶ່ງໄລຍະ 6 ເດືອນຕົ້ນປີ 2026 ເສດຖະກິດຂະຫຍາຍຕົວ ໃນລະດັບ 3,3%,  ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 12.237 ຕື້ກີບ, ລາຍຮັບ ສະເລ່ຍຕໍໍ່ຫົວຄົນ 1.512 ໂດລາສະ ຫະລັດ/ຄົນ; ສາມາດຈັດເກັບລາຍ ຮັບໄດ້ 76,3% ຂອງແຜນການ ປີ; ສາມາດລະດົມທຶນເຂົ້າໃສ່ການ ພັດທະນາ ໄດ້ 1.344 ຕື້ກີບ ເທົົ່າ ກັບ 51,7% ຂອງແຜນການປີ; ໄດ້ ສຸມໃສ່ປັບປຸງ ແລະ ກໍ່ສ້າງສ້ອມແປງພື້ນຖານໂຄງລ່າງຂອງແຂວງ ເປັນຕົ້ນເສັ້ນທາງຫລວງແຫ່ງຊາດ, ເສັ້ນທາງເທສະບານແຂວງ ແລະ ປັບປຸງ-ຂະຫຍາຍເສັ້ນທາງເຂ້ົາສະຖານີລົດໄຟ. ພ້ອມກັນນ້ັນ, ວຽກງານກະສິກໍາ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ການບໍລິການ, ພາສີອາກອນ ແລະ ວຽກງານກໍໍ່ສ້າງຮາກຖານການເມືອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍມີການຂະຫຍາຍຕົວ ແລະ ໄດ້ຮັບການປັບປຸງນັບມື້ດີຂຶ້ນເປັນກ້າວໆ. 

     ຫລັງຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ກໍໄດ້ມີຄໍາເຫນັໂອ້ລົມ ໂດຍໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳແຕ່ລະຂັ້ນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ເພີ່ມທະວີການລົງກໍໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ນັບມື້ມີການຫັນປ່ຽນດີຂຶ້ນ; ສືບຕໍ່ກໍໍ່ສ້າງພັກ-ພະນັກງານຕາມທິດປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເດັດດ່ຽວແກ້ໄຂບັນດາປະກົດການຫຍໍໍ້ທໍໍ້ ໃຫ້ຫລຸດໜ້ອຍຖອຍລົງເປັນກ້າວໆ; ສຸມໃສ່ສ້າງການຫັນປ່ຽນດ້ານການບໍລິຫານລັດ ແລະ ການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ເປັນທັນສະໄໝ; ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ຕາມມະຕິ 04/ກມສພ ແລະ ມະຕິ 05/ລບ ໂດຍຊຸກຍູ້ສົົ່ງ ເສີມອັນເປັນທ່າແຮງບົ່ມຊ້ອນຂອງແຂວງ ໃຫ້ເກີດປະໂຫຍດສູງສຸດ; ສືບຕໍໍ່ຕິດຕາມ, ກວດກາບັນດາໂຄງ ການແຮ່ທາດທີ່ໄດ້ອະນຸມັດຜ່ານມາຢ່າງເຂັ້ມງວດເພື່ອຕ້ານ ແລະ ສະກັດກ້ັນການລັກລອບຂຸດຄ້ົນ, ປຸງແຕ່ງ, ເກັບຊື້-ຂາຍ, ນໍາເຂົ້າສົົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕ່າງໆທີ່ບໍໍ່ຖືກຕ້ອງຕາມກົດໝາຍ; ສືບຕໍ່ແກ້ໄຂບັນຫາການນຳເຂົ້າພາຫະນະບໍ່ຖືກຕ້ອງ ແລະ ນໍາໃຊ້ບໍໍ່ຖືກເປົ້າໝາຍ, ທັງປະຕິບັດມາດຕະການເດັດຂາດຕໍໍ່ຜູ້ປອມ ແປງເອກະສານ ແລະ ມີສ່ວນກ່ຽວຂ້ອງກັບການລັກລອບນໍາເຂົ້າຍານພາຫະນະ; ສືບຕໍໍ່ປັບປຸງກົນໄກການຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບການອະນຸມັດຜ່ານມາ, ໂຄງການໃດບໍ່ມີຄວາມຄືບໜ້າ ຫລື ບໍ່ປະຕິບັດຕາມສັນຍາແມ່ນໃຫ້ຮີບຮ້ອນແກ້ໄຂຕາມກົດໝາຍ ແລະ ລະບຽບການ; ເອົາໃຈໃສ່ແຈ້ງເຕືອນ ຫລື ອອກຂ່າວເພື່ອໃຫ້ປະຊາຊົນໄດ້ຮັບຮູ້-ມີສະຕິ ແລະ ກະກຽມຮັບມືກັບເຫດໄພພິບັດທາງທຳມະຊາດຕ່າງໆ ທີ່ອາດຈະເກີດຂຶ້ນຢ່າງທັນການ.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ

KPL

ຂ່າວອື່ນໆ

    • ອົງການສານປະຊາຊົນສູງສຸດ ລາວ-ຫວຽດນາມ ລົງນາມແຜນຮ່ວມມືບົດ-ສາລະຄະດີ

      ອົງການສານປະຊາຊົນສູງສຸດ ລາວ-ຫວຽດນາມ ລົງນາມແຜນຮ່ວມມື

      7/17/2026 8:25:10 AM

      ພິທີລົງນາມແຜນການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມໃນໄລຍະປີ 2026-2028 ຈັດຂຶ້ນໃນວັນທີ 15 ກໍລະກົດ 2026,

    • ສະຫະພັນກະຊວງການຕ່າງປະເທດ ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວບົດ-ສາລະຄະດີ

      ສະຫະພັນກະຊວງການຕ່າງປະເທດ ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ

      7/17/2026 8:15:42 AM

      ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດພິທີສະເຫລີມສະຫລອງ ແລະ ງານເທສະການອາຫານເນ່ືອງໃນໂອກາດຂ່ໍານັບຮັບຕ້ອນວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ໃນວັນທີ 14 ກໍລະ ກົດ 2026 ຢູ່ກະຊວງການຕ່າງປະເທດ.

    • 6ເດືອນຕົ້ນປີ ມີຄົນເຂົ້າ-ອອກຜ່ານແດນສາກົນພູເກືອ 120.000 ກ່ວາຄົນບົດ-ສາລະຄະດີ

      6ເດືອນຕົ້ນປີ ມີຄົນເຂົ້າ-ອອກຜ່ານແດນສາກົນພູເກືອ 120.000 ກ່ວາຄົນ

      7/15/2026 10:23:10 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໄລຍະ 6 ເດືອນ ຕົ້ນປີ 2026 ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ມີຄົນເດີນທາງຜ່ານ ເຂົ້າ-ອອກທັງໝົດ 123.333 ຄົນ, ຍິງ 28.214 ຄົນ, ເດັກ 6.474 ຄົນ ໃນນັ້ນ, ຄົນແຈ້ງເຂົ້າເມືອງ 61.919 ຄົນ, ຍິງ 14.121 ຄົນ, ເດັກ 3.272 ຄົນ, ລວມມີ 44 ສັນຊາດ ແລະ ຄົນແຈ້ງອອກເມືອງ ມີ 61.414 ຄົນ, ຍິງ 14.093 ຄົນ, ເດັກ 3.202 ຄົນ, ລວມມີ 48 ສັນຊາດ.

    • ຄຳມ່ວນ ປ່ອຍປາ 20ພັນກວ່າໂຕ ລົງສູ່ວັງສະຫງວນເຂດແມ່ນ້ຳຂອງ ບົດ-ສາລະຄະດີ

      ຄຳມ່ວນ ປ່ອຍປາ 20ພັນກວ່າໂຕ ລົງສູ່ວັງສະຫງວນເຂດແມ່ນ້ຳຂອງ

      7/15/2026 10:17:37 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດພິທີປ່ອຍປາປາກ ແລະ ປາມະ ນີການ 20 ພັນກວ່າໂຕ ລົງສູ່ວັງ ສະຫງວນເຂດແມ່ນໍ້າຂອງ ຂຶ້ນໃນ ວັນທີ 13 ກໍລະກົດ 2026 ທີ່ບ້ານ ມ່ວງສຸມ ເມືອງທ່າແຂກ ເນື່ອງໃນ ໂອກາດວັນປ່ອຍ ແລະ ອະນຸລັກ ສັດນໍ້າແຫ່ງຊາດ ຄົບຮອບ 29 ປີ (13 ກໍລະກົດ 1997-13 ກໍລະກົດ 2026) ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານ ງານພັກແຂວງຄຳມ່ວນ ພ້ອມດ້ວຍ ຜູ້ຕາງໜ້າຈາກໃນ 10 ຕົວເມືອງ, ອົງການຈັດຕັ້ງມະຫາຊົນ, ພະແນກ ການອ້ອມຂ້າງແຂວງ ແລະ ນ້ອງ ນັກຮຽນເຂົ້າຮ່ວມ.

    • ປະກາດບ້ານວົງສຳພັນ ເມືອງພູວົງ ເປັນບ້ານປ້ອງກັນຄວາມສະຫງົບດີບົດ-ສາລະຄະດີ

      ປະກາດບ້ານວົງສຳພັນ ເມືອງພູວົງ ເປັນບ້ານປ້ອງກັນຄວາມສະຫງົບດີ

      7/15/2026 10:11:20 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີປະກາດຮັບ ຮອງບ້ານວົງສຳພັນ ເມືອງພູວົງ ແຂວງອັດຕະປື ເປັນບ້ານປ້ອງກັນ ຄວາມສະຫງົບດີ ຈັດຂຶ້ນໃນວັນທີ 10 ກໍລະກົດ 2026 ທີ່ບ້ານດັ່ງ ກ່າວ, ໂດຍມີ ທ່ານ ຄໍາກ້ອນ ດວງສົມປານ ປະທານຄະນະກຳມະການ ປົກຄອງເມືອງພູວົງ, ທ່ານ ພັທ ວົງ ສັກ ແກ້ວວົງພີມ ຮອງຫົວໜ້າກອງ ບັນຊາການ ປກສ ແຂວງ ພ້ອມ ດ້ວຍຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ads
ads

Top