ຂປລ
ເນື່ອງໃນໂອກາດ ໄປຢ້ຽມຢາມ ທາງລັດຖະກິດຢູ່ ອິນເດຍ ຂອງທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ແຕ່ວັນທີ 30 /7–1/8 ຕາມຄຳເຊື້ອເຊີນຂອງ ທ່ານ ນາເຣັນທຣາ ໂທດີ, ນາຍົກລັດຖະມົນຕີ ອິນເດຍ ວັນທີ 1 ສິງຫານີ້ ຜູ້ນຳທັງສອງປະເທດ ໄດ້ອອກຖະແຫລງການຮ່ວມ ກ່ຽວກັບ ການເພີ່ມທະວີ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ລະຫວ່າງ ສສ ຫວຽດນາມ ແລະ ອິນເດຍ ໃນທຸກຂົງເຂດ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເນື່ອງໃນໂອກາດ ໄປຢ້ຽມຢາມ ທາງລັດຖະກິດຢູ່ ອິນເດຍ ຂອງທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ແຕ່ວັນທີ 30 /7–1/8 ຕາມຄຳເຊື້ອເຊີນຂອງ ທ່ານ ນາເຣັນທຣາ ໂທດີ, ນາຍົກລັດຖະມົນຕີ ອິນເດຍ ວັນທີ 1 ສິງຫານີ້ ຜູ້ນຳທັງສອງປະເທດ ໄດ້ອອກຖະແຫລງ ການຮ່ວມ ກ່ຽວກັບ ການເພີ່ມທະວີ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ລະຫວ່າງ ສສ ຫວຽດນາມ ແລະ ອິນເດຍ ໃນທຸກຂົງເຂດ. ສຳລັບ ການຮ່ວມມື ເສດຖະກິດ, ການຄ້າ ແລະ ການລົງທຶນ, ທັງສອງຝ່າຍ ໄດ້ເຫັນດີຮ່ວມມື ໃນຮົ້ວກີດຂວາງ ດ້ານການຄ້າ ເພື່ອແນໃສ່ ສ້າງຄວາມສະດວກ ແລະ ຊຸກຍູ້ ດ້ານການຄ້າສອງຝ່າຍ ເພີ່ມທະວີ ການເຕີບໂຕສູງກວ່າ ດ້ວຍລະດັບ 15 ຕື້ໂດລາສະຫະລັດ ປະຈຸບັນ, ສືບຕໍ່ ມານະພະຍາຍາມ ຊຸກຍູ້ບັນດາກະແສ ລົງທຶນສອງຝ່າຍ. ອິນເດຍ ຊົມເຊີຍ ສສ ຫວຽດນາມ ທີ່ໄດ້ຕົກລົງເຂົ້າຮ່ວມ ສະຫະພັນ ພື້ນຖານໂຄງລ່າງ ຮັບມືກັບ ໄພທຳມະຊາດ ແລະ ສຳເລັດ ລະບຽບການ ພາຍໃນ ເພື່ອເຂົ້າຮ່ວມ ພັນທະມິດ ພະລັງງານ ແສງຕາເວັນ ສາກົນ ໂດຍໄວ. ການນຳສອງຝ່າຍ ຢັ້ງຢືນຄືນໃໝ່ ການຮ່ວມມື ຕ່າງຝ່າຍ ຕ່າງມີຜົນປະໂຫຍດ ໃນຂົງເຂດ ອາຍແກັສ. ກ່ຽວກັບ ການຮ່ວມມື ດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ການນຳສອງຝ່າຍເຫັນດີ ເພີ່ມທະວີ ກວ່າອີກ ໃນການຮ່ວມມື ດ້ານປ້ອງກັນຊາດ ໂດຍອີງໃສ່ ການໃຫ້ບຸລິມະສິດ ແລະ ຄວາມສົນໃຈລວມ, ປະກອບສ່ວນ ເຂົ້າໃນສະຖຽນ ລະພາບ ຢູ່ພາກພື້ນ ມະຫາສະມຸດ ອິນເດຍ-ປາຊີຟິກ. ກ່ຽວກັບ ການຮ່ວມມື ນະວັດຕະກຳ, ວິທະຍາສາດ ເຕັກໂນໂລຊີ, ການນຳ ສອງທ່ານ ໄດ້ສົ່ງເສີມ ສ້າງຕັ້ງຂອບເຂດ ເພື່ອຊຸກຍູ້ ການຮ່ວມມື ສອງຝ່າຍ ໃນຂົງເຂດ ປ່ຽນໃໝ່ ການເງິນ ແລະ ການຊຳລະ ດິຈີຕອນ ລະຫວ່າງ ສສ ຫວຽດນາມ ແລະ ອິນເດຍ. ການນຳສອງຝ່າຍ ເຫັນດີ ຮ່ວມມື ດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ການພົວພັນ ແລກປ່ຽນ ປະຊາຊົນ.ກ່ຽວກັບ ການຮ່ວມມືພາກພື້ນ ແລະ ສາກົນ, ພ້ອມທັງ ຢັ້ງຢືນລະດັບ ຄວາມສຳຄັນ ຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມເສລີ ໃນການເດີນເຮືອ, ການບິນຢູ່ ທະເລຈີນໃຕ້, ແກ້ໄຂການຂັດແຍ້ງ ໂດຍສັນຕິວິທີ ຕາມກົດໝາຍສາກົນ. ທັງສອງຝ່າຍ ກໍ່ກ່າວປະນາມ ລັດທິ ກໍ່ການຮ້າຍ ພາຍໃຕ້ ທຸກຮູບການ ແລະ ປະກົດການ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL