ການ​ປະ​ຕິ​ຮູບ​ແມ່ນ​ເຮັດ​ເພື່ອ​ປະ​ຊາ​ຊົນ ແລະ ການ​ປະ​ຕິ​ຮູບ​ຕ້ອງ​ອາ​ໄສ​ປະ​ຊາ​ຊົນ

31/07/2024 12:43
Email Print 767
ຂປລ ວັນ​ທີ 15-18 ກໍ​ລະ​ກົດ​ນີ້, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ຈັດຂຶ້ນຢູ່ນະຄອນ ຫລວງປັກກິ່ງໂດຍ​ໄດ້​ວາງ​ແຜນ​ການ​ລວມ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ​ຕື່ມ​ອີກ​ທີ່​ໝູນ​ອ້ອມ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ.




ໂດຍດວງຈັນປາສູນອາຊີອາຣີກາວິທະຍຸໂທລະພາບສູນກາງຈີນ


ວັນທີ 15-18 ກໍລະກົດນີ້, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ໂດຍໄດ້ວາງແຜນການລວມກ່ຽວກັບ ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ທີ່ໝູນອ້ອມຄວາມທັນສະໄໝແບບຈີນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການ ສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ກ່າວວ່າ: “ເຮັດເພື່ອປະຊາຊົນ, ການປະຕິຮູບຈຶ່ງມີຄວາມໝາຍ; ອາໄສປະຊາຊົນ, ການປະຕິຮູບຈຶ່ງມີແຮງຂັບເຄື່ອນ.”

ຈາກ​ນີ້​ເຫັນວ່າ: ​ແກນກາງຂອງການລົງເລິການ​​ປະຕິຮູບຢ່າງຮອບດ້ານຂອງຈີນມີ​ 2 ເນື້ອໃນສຳຄັນຄື: ການປະຕິຮູບແມ່ນເຮັດເພື່ອປະຊາຊົນ ແລະ ການປະຕິຮູບຕ້ອງອາໄສປະຊາຊົນ. ຕໍ່ໄປ, ຂ້າພະເຈົ້າຈະນຳສະເໜີພຶດຕິກຳຕົວຈິງ ແລະ ຜົນງານດ້ານການປະຕິຮູບ​​ຂອງຈີນ ໃນຕະຫລອດໄລຍະ 10 ກວ່າປີມນີ້ ເພື່ອອະທິບາຍໃຫ້ຮູ້ວ່າ: ການປະຕິຮູບທີ່ຖືເອົາປະຊາຊົນເປັນໃຈກາງຂອງຈີນ ແມ່ນຫຍັງກັນແທ້?

ອັນທີໜຶ່ງ, ແມ່ນການປະຕິຮູບເພື່ອປະຊາຊົນ.​ ການດຳເນີນການປະຕິຮູບ ແລະ ຊຸກຍູ້ການພັດທະນາເສດຖະກິດສັງຄົມ, ຈຸດໝາຍສຸດທ້າຍກໍແມ່ນ ເພື່ອໃຫ້ປະຊາຊົນມີຊີວິດທີ່ດີຂຶ້ນກວ່າເກົ່າ. ດັ່ງນັ້ນ, ທ່ານ ສີຈິ້ນຜິງໄດ້ສະເໜີແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ”, ກາຍເປັນຄວາມຮຽຮ້ອງດ້ານຄຸນຄ່າ​​ສຳລັບພັກກອມມູນິດຈີນ ໃນການອອກແບບຈາກຂັ້ນເທິງສູງສຸດ ຕໍ່ສະພາບລວມ​​ແຫ່ງການພັດທະນາ ເສຖະກິດ-​ສັງຄົມ, ທັງເປັນຄ່ານິຍົມ​​ດ້ານການລົງເລິກ ການປະຕິຮູບຢ່າງຮອບດ້ານຂອງຈີນໃນຍຸກໃໝ່. ທ່ານ ສີຈິ້ນຜິງ ໄດ້​​ຊີ້ແຈງແນວຄິດດັ່ງກ່າວ ດ້ວຍຄຳເວົ້າທີ່ເຂົ້າໃຈງ່າຍວ່າ: “ຄວາມປາດຖະໜາຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ ທີ່ດີງາມກໍຄືເປົ້າໝາຍສູ້ຊົນຂອງພວກເຮົາ.” “ການລົງເລິກການປະຕິຮູບຢ່າງຮອບດ້ານ ຕ້ອງຖືເອົາການສົ່ງເສີມຄວາມຍຸຕິທຳ ແລະ ຄວາມເປັນທຳຂອງສັງຄົມ, ເພີ່ມຄວາມສຸກໃຫ້​​ກັບປະຊາຊົນ ເປັນຈຸດເລີ່ມຕົ້ນ ແລະ ຈຸດ​​ໝາຍ.”

ຈາກຈຸດເລີ່ມຕົ້ນດັ່ງກ່າວ, ຈີນໄດ້​​ດຳເນີນການປະຕິຮູບຢ່າງເລິກເຊິ່ງແລະຮອບດ້ານໃນຂົງເຂດຊີວິດການເປັນຢູ່ ຂອງປະຊາຊົນຕ່າງໆ ຄື: ລົງເລິກການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກ: ຍົກ​ສູງ​ລະ​ດັບ​ການ​ປະ​ກັນ​ສຸ​ຂະ​ພາບ​ຂັ້ນ​ພື້ນ​ຖານ​ ແລະ​ ການ​ປະ​ກັນ​ໄພ​ດ້ານ​ພະ​ຍາດ​ຮ້າຍ​ແຮງ ​ຢ່າງ​ຕໍ່​ເນື່ອງ, ຈັດ​ເອົາ​ຢາ​ປິ່ນ​ປົວ​ທີ່​ປະ​ຊາ​ຊົນ​ ຕ້ອງ​ການ​ຢ່າງ​ຮີບ​ດ່ວນ​ເຂົ້າ​ ໃນ​ຂອບ​ເຂດ​​ການຊຳ​ລະ​ດ້ວຍ​ລະ​ບົບ​ປະ​ກັນ​ສຸ​ຂະ​ພາບ ​ໃຫ້​ຫລາຍ​ຂຶ້ນກວ່າ​ເກົ່າ, ການຊຳລະຄ່າກວດ​ພະ​ຍາດ ແລະ ຄ່ານອນ​ປິ່ນ​ປົວ​ຢູ່ໂຮງໝໍແບບຂ້າມແຂວງ​ໂດຍ​ກົງ ແລະ​ ອື່ນໆ. ນັບ​ມາ​ຮອດ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ຈີນ​ໄດ້ຈັດ​ເອົາ​ຢາ 374 ປະ​ເພດ​ເຂົ້າ​ໃນ​ຂອບ​ເຂດ​​ການຊຳ​ລະ​ ດ້ວຍ​ລະ​ບົບ​ປະ​ກັນ​ສຸ​ຂະ​ພາບ​, ໃນ​ນັ້ນມີ​ສ່ວນ​ໃຫຍ່​ແມ່ນ​ຢາ​ປິ່ນ​ປົວ ​ພະ​ຍາດຊ້ຳ​ເຮື້ອ​ທົ່ວ​ໄປ​ທີ່​ພົບ​ເຫັນ​ເລື້ອຍໆ. ດັ່ງ​ນັ້ນ, ໃນຫລາຍ​ປີ​ມາ​ນີ້, ປະ​ຊາ​ຊົນ​ທັງຫລາຍ​ໄດ້​ຍ້ອງວ່າ: ລາ​ຄາ​ຂອງຢາ​ປິນ​ປົວຫລຸດ​ລົງ​ແລ້ວ, ​ຄ່າ​ໃຊ້​ຈ່າຍ​ທີ່​​ສາ​ມາດຊຳ​ລະ​ ດ້ວຍ​ລະ​ບົບ​ປະ​ກັນ​ສຸ​ຂະ​ພາບ ໄດ້​ກວມ​ເອົາຫລາຍ​ເປີ​ເຊັນ​ຂຶ້ນ, ການ​ໄປ​ປິ່ນ​ປົວ​ພະ​ຍາດ​ ມີ​ຄວາມ​ສະ​ດວກຫລາຍ​ຂຶ້ນ, ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​​ໄດ້​ຮັບ​ການ​ຮັບ​ປະ​ກັນຫລາຍກວ່າ​ເກົ່າ​ແລ້ວ.

ການລົງເລິກການປະຕິຮູບໂຄງປະກອບ ແລະ ກົນໄກການສຶກສາ: ຊຸກຍູ້ກາສຶກສາພາກບັງຄັບຂອງຕົວເມືອງ ແລະ ຊົນນະບົດໃຫ້ພັດທະນາແບບເຊື່ອມໂຍງ ເຂົ້າເປັນອັນໜຶ່ງອັນດຽວກັນ, ປັບປຸງລະບົບອາຊີວະສຶກສາ ແລະ ການ​​ອົບຮົບວິຊາຊີບ, ລົງເລິກການເຊື່ອມໂຍງອຸດສາຫະກຳ ແລະ ກາສຶກສາ, ການຮ່ວມມືລະຫວ່າງໂຮງຮຽນກັບວິສາຫະກິດ, ສົ່ງເສີມຄວາມຍຸຕິທຳດ້ານການສຶກສາ ແລະ ການຍົກສູງຄຸນນະພາບການສຶກສາຕື່ມອີກ.ປັດຈຸບັນ, ອັດຕາປັບປຸງການສຶກສາພາກບັງຄັບຂອງຈີນມີເຖິງ 95,7%, ໄດ້ສ້າງເປັນສະພາບການໃໝ່ ທີ່ການສຶກສາພາກບັງຄັບຢູ່ໃນຕົວເມືອງ ແລະ ຊົນນະບົດມີຄວາມດຸນດ່ຽງກັນ ແລະ ພັດທະນາຢ່າງເປັນເອກະພາບກັນ.

ການລົງເລິກການປະຕິຮູບລະບຽບການສຳມະໂນຄົວ: ສ້າງຕັ້ງລະບຽບການຈົດທະບຽນສຳມະໂນຄົວຕົວເມືອງ ແລະ ຊົນນະບົດໃຫ້ເປັນເອກະພາບກັນຢ່າງຮອບດ້ານ, ຍົກເລີກ ຫລື ຜ່ອນຄາຍຂໍ້ຈຳກັດ ດ້ານນະໂຍບາຍຍົກຍ້າຍສຳມະໂນຄົວ, ເຊິ່ງໄດ້ທັບມ້າງອຸປະສັກດ້ານສຳມະໂນຄົວ ລະຫວ່າງຕົວເມືອງກັບຊົນນະບົດ, ຊ່ວຍຊຸກຍູ້ຂະບວນການຫັນເປັນຕົວເມືອງແບບໃໝ່. ສາ​ມາດ​ເວົ້າ​ໄດ້​ວ່າ​: ໃນໄລຍະ10 ກວ່າປີຜ່ານມານີ້, ແຜນການປະຕິຮູບຈຳນວນ 2.000 ກວ່າສະບັບ ໄດ້ກວມເຖິງຂອດຕ່າງໆເຊັ່ນ: ການນຸ່ງຫົ່ມ, ການກິນ, ການຢູ່ ແລະ ການເດີນທາງເປັນຕົ້ນ, ເຊິ່ງໄດ້ປົກຄຸມຂົງເຂດຕ່າງໆເຊັ່ນ: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມນິເວດ ແລະ ອື່ນໆ, ທັງໝົດນີ້ ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງຄ່ານິຍົມທີ່ຖືປະຊາຊົນເປັນໃຈກາງ.

ອັນ​ທີ​ສອງ​ແມ່ນ​ຊຸກ​ຍູ້​ຂະ​ບວນ​ການ​ປະ​ຕິ​ຮູບ​ໂດຍ​ອາ​ໄສ​ປະ​ຊາ​ຊົນ. ພາຍຫລັງເຂົ້າສູ່ຍຸກໃໝ່ແລ້ວ, ​ຂໍ້ຂັດແຍ້ງຕົ້ນຕໍຂອງສັງຄົມຈີນໄດ້ມີການປ່ຽນແປງ, ຄວາມຕ້ອງການຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມໃນຍຸກໃໝ່ຍິ່ງກວ້າງຂວາງກວ່າເກົ່າ ແລະ ມີຄວາມຮຽກຮ້ອງສູງກວ່າເກົ່າເຊິ່ງບໍ່ພຽງແຕ່ຕ້ອງການມີຊີວິດດ້ານວັດຖຸແລະວັດທະນະທຳທີ່ມີລະດັບສູງກວ່າເກົ່າເທົ່ານັ້ນ, ​ຍັງຕ້ອງການໃຫ້ປະຊາທິປະໄຕ, ການປົກຄອງຕາມກົດໝາຍ, ຄວາມຍຸຕິທຳ, ຄວາມເປັນທຳ, ຄວາມປອດໄພ​, ສິ່ງແວດລ້ອມ ແລະ ດ້ານອື່ນໆ ໄດ້ຮັບການປັບປຸງໃຫ້ມີລະດັບສູງຂຶ້ນແລະສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ.

ປະຊາຊົນມີຄວາມຮຽກຮ້ອງ, ການປະຕິຮູບຂອງລັດຖະບານກໍຕ້ອງມີການຕອບຮັບ. ເພື່ອໃຫ້ການກຳນົດນະໂຍບາຍ ດ້ານການປະຕິຮູບໄປຕາມຫລັກວິທະຍາສາດ, ສິ່ງທີ່ສຳຄັນຢ່າງໜຶ່ງກໍຄື: ຕ້ອງຮັບຟັງຄວາມເຫັນ ແລະ ຂໍ້ສະເໜີຂອງປະຊາຊົນຢ່າງກວ້າງຂວາງ. ໃນຫລາຍປີມານີ້, ທ່ານ ສີຈິ້ນຜິງ ເພິ່ນໄດ້ລົງໄປສຳ ຫລວດຄົ້ນຄວ້າ ຢູ່ທ່ອງຖິ່ນຕ່າງໆຫລາຍຄັ້ງ ເຊັ່ນ: ຕົວເມືອງ, ຊົນນະບົດ, ໂຮງຮຽນ, ວິສາຫະກິດ, ອົງການຄົ້ນຄວ້າວິທະຍາສາດແລະ ເຂດອະນຸລັກສິ່ງແວດລ້ອມນິເວດ ເປັນຕົ້ນ ເພື່ອຮັບຟັງສຽງໃນໃຈ ຂອງປະຊາຊົນກ່ອນກຳນົດນະໂຍບາຍ ແລະ ວາງແຜນການ.

ຕົວຢ່າງວ່າ:  ເພື່ອຮ່າງ​​ຂໍ້ສະເໜີວ່າດ້ວຍການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ​ປີຄັ້ງທີ 14, ລະຫວ່າງເດືອນກໍລະກົດຫາເດືອນກັນຍາປີ 2020, ທ່ານ ສີຈິ້ນຜິງ ໄດ້ໂອ້ລົມສົນທະນາກັບເລຂາໜ່ວຍພັກບ້ານ, ຄູສອນເຂດຊົນນະບົດ, ພະນັກງານຫລຸດຜ່ອນຄວາມທຸກຍາກ, ແຮງງານຊົນນະບົດເຄື່ອນຍ້າຍ, ຄອບຄົວຜູ້ປູກພືດ ພັນທັນຍາຫານຢ່າງຫຼວງຫຼາຍ, ຜູ້ຂັບລົດບັນທຸກສິນຄ້າ, ອ້າຍບ່າວສົ່ງເຄື່ອງດ່ວນ, ເຈົ້າຂອງຮ້ານອາຫານ, ຜູ້ເຮັດວຽກກົດໝາຍ ແລະ ອື່ນໆ, ເພິ່ນຍັງໄດ້ເປັນປະທານກອງປະຊຸມ ສົນທະນາກັບຜູ້ແທນຂັ້ນຮາກຖານ7ຄັ້ງ.

ອີກຕົວຢ່າງໜຶ່ງຄື: ລະຫວ່າງເດືອນເມສາຫາເດືອນພຶດສະພາປີ 2022, ພັກກອມມູນິດຈີນ ໄດ້ຈັດກິດຈະກຳຂໍຄຳຄິດຄຳເຫັນຜ່ານທາງອິນເຕີເນັດ ກ່ຽວກັບວຽກງານກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ, ນີ້ເປັນເທື່ອທຳອິດໃນປະຫວັດສາດ ຂອງພັກກອມມູນິດຈີນ ທີ່ຂໍຄຳຄິດຄຳ ເຫັນຢ່າງເປີດເຜີຍຕໍ່ທົ່ວພັກ ແລະ ທົ່ວສັງຄົມກ່ຽວກັບກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຂອງພັກ. ໃນກິດຈະກຳຄັ້ງນີ້, ຍອດຈຳນວນການເຂົ້າອ່ານໜ້າເພຈ ຂໍຄວາມເຫັນຜ່ານເວທີຕ່າງໆໄດ້ບັນລຸເຖິງ 660 ລ້ານເທື່ອ ໂດຍໄດ້ເກັບກຳຄຳຄິດຄຳເຫັນ ແລະ ຄຳສະເໜີປະເພດຕ່າງໆຫລາຍກວ່າ 8.542.000 ຂໍ້, ໃນນີ້, ຜູ້ ຄອມເມັ້ນທີ່ໃຊ້ຊື່ແທ້ກວມຫລາຍກວ່າ 97%.

ໃນ 10 ກວ່າປີມານີ້, ພາຍໃຕ້ການນຳພາຂອງ ທ່ານປະທານ ສີຈິ້ນຜິງ, ​ຈີນໄດ້ດຳເນີນການປະຕິຮູບ ໃນຂົງເຂດຕາງໆຢ່າງຕໍ່ເນື່ອງ ເຊິ່ງລວມທັງການປິ່ນປົວພະຍາດ, ການສຶກສາ, ການອະນຸລັກສິ່ງແວດລ້ອມ, ການປະກັນສັງຄົມ ແລະ ອື່ນໆ ເຊິ່ງຈຸດສຸມທີ່ປະຊາຊົນ ໃຫ້ຄວາມສົນໃຈຫລາຍທີ່ສຸດທັງເປັນຂອດຍາກທີ່ສຸດໃນການປະຕິຮູບເປັນໄລຍາຍາວນານໄດ້ປັບປຸງໃຫ້ດີຂຶ້ນ.

ປັດຈຸບັນ, ການປະຕິຮູບໄດ້ມາສູ່ປະຫວັດສາດສຳຄັນອີກຄັ້ງໃໝ່. ກອງປະຊຸມຄົບຄະນ ະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX  ທີ່ຫາກໍສິ້ນສຸດລົງໃນເມື່ອບໍ່ດົນມານີ້ ໄດ້ສະເໜີໃຫ້ຍຶດໝັ້ນ ລົງ​ເລິກ​ການ​ປະ​ຕິ​ຮູບ​ ຢ່າງ​ຮອບ​ດ້ານ​ຕື່ມ​ອີກ ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຮັກສາທາດແທ້ ແລະ ປະດິດສ້າງ​, ຍຶໝັ້ນຖືເອົາການ​ກໍ່ສ້າງ​​ ດ້ານລະບຽບການເປັນຫລັກ, ຍຶດໝັ້ນການປົກຄອງປະເທດ ຕາມກົດໝາຍຢ່າງຮອບດ້ານ ແລະ ຍຶໝັ້ນແນວຄິດຄວາມເປັນລະບົບ ເຊິ່ງໄດ້ເຕົ້າໂຮມສະຕິປັນຍາ ແລະ ບົດຮຽນອັນລ້ຳຄ່າຂອງຈີນ ແລະ ຈະເພີ່ມແຮງຂັບເຄື່ອນໃໝ່ ໃຫ້ແກ່ການປະຕິຮູບຂອງຈີນ, ການປະຕິຮູບທີ່ຖືເອົາປະຊາຊົນເປັນໃຈກາງ ແລະ ອາໄສປະຊາຊົນຢ່າງແໜ້ນແຟ້ນ ກໍຈະບຸກເບີກອະນາຍົດທີ່ກວ້າງຂວາງ ໃຫ້ແກ່ຄວາມທັນສະໄໝແບບຈີນ.


KPL

ຂ່າວອື່ນໆ

    • ຄຳ ຫລາກ-ລາກ-ຫລາດ ແລະ ລາດ ໃນພາສາລາວບົດ-ສາລະຄະດີ

      ຄຳ ຫລາກ-ລາກ-ຫລາດ ແລະ ລາດ ໃນພາສາລາວ

      3/13/2025 10:48:01 AM

      ຄໍາສັບທີ່ມີພະຍັນຊະນະແກນພື້ນສຽງໃກ້ຄຽງກັນ ເມື່ອປະກອບດ້ວຍສະຫລະ ແລະ ມີຕົວສະກົດຕາຍ, ທັງອັກສອນສູງ ແລະ ຕໍ່າ ຈໍາແນກສຽງຍາກ ໂດຍສະເພາະສໍານຽງສຽງເວົ້າຂອງຫລາຍທ້ອງຖ່ິນ.

    • ເມືອງໂພນທອງ ສຸມໃສ່ສ້າງພື້ນຖານໂຄງລ່າງ ຕິດພັນກັບການປະກອບສ່ວນຂອງປະຊາຊົນບົດ-ສາລະຄະດີ

      ເມືອງໂພນທອງ ສຸມໃສ່ສ້າງພື້ນຖານໂຄງລ່າງ ຕິດພັນກັບການປະກອບສ່ວນຂອງປະຊາຊົນ

      3/13/2025 10:41:57 AM

      ໄລຍະຜ່ານມາເມືອງໂພນທອງ ໄດ້ສຸມໃສ່ຕໍ່ການພັດທະນາພື້ນຖານໂຄງລ່າງຕິດພັນກັບການປະກອບສ່ວນຂອງປະຊາຊົນ ໄດ້ດຳເນີນການຈັດຕັ້ງປະຕິບັດເປັນຢ່າງດີ.

    • ວິທີຖະໜອມສາຍຕາ ເມື່ອຢູ່ຈໍຄອມພີວເຕີບົດ-ສາລະຄະດີ

      ວິທີຖະໜອມສາຍຕາ ເມື່ອຢູ່ຈໍຄອມພີວເຕີ

      3/13/2025 10:34:48 AM

      ໃນປັດຈຸບັນ ທຸກ​ມື້​ນີ້​ການ​ເຮັດ​ວຽກງານຕ່າງໆ, ການຮ່ຳຮຽນ ຫລື ​​ໃນເວລາ​ວ່າງກໍ​ຕາມບໍ່ວ່າ ຜູ້ໃຫຍ່, ໄວໜຸ່ມ, ເດັກນ້ອຍສ່ວນ​ຫລາຍ​ແມ່ນ​ຈະ​ນັ່ງ​ຈ່ອງ​ຢູ່​ກັບຈໍ​ຄອມ​ພິວ​ເຕີ,​​ ຈໍແທັບ​ເລັດ,​ ໂທລະສັບ​ຢູ່​ຕະຫລອດ...ເຊິ່ງ​ເປັນ​ສາ​ເຫດ​​ເຮັດ​ໃຫ້​ສາຍຕາ​ຂອງ​ຄົນ​ເຮົານັ້ນ ພົບ​ກັບ​ອາການ​ປວດຕາ, ຕາມົວ, ຕາ​ແຫ້ງ, ປວດ​ຫົວ, ປວດ​ຫລັງ ຫລື ບາງ​ຄົນ​ຈົນ​ເຖິງ​ຂັ້ນ​ສາຍຕາ​ສັ້ນ​ກໍ​ເປັນ​ໄດ້.

    • ຫາດສອງຄອນ ບັນຍາກາດດີ ທີວທັດງາມ ອາຫານແຊບບົດ-ສາລະຄະດີ

      ຫາດສອງຄອນ ບັນຍາກາດດີ ທີວທັດງາມ ອາຫານແຊບ

      3/13/2025 10:26:34 AM

      ມື້​ນີ້ ຄໍ​ລໍາ​ສົ່ງ​ເສີມ​ທຸລະ​ກິດ ຂໍ​ປ່ຽນບັນ​ຍາ​ກາດຈາກ​ຮ້ານ​ອາຫານ​ໃນນະຄອນ​ຫລວງ​ວຽງຈັນ ມາ​ຢ້ຽມ​ຢາມຮ້ານ​ອາຫານ ​ທາງ​ພາກ​ເໜືອຂອງ​ປະ​ເທດ​ລາວ ນັ້ນ​ກໍ​ຄື​ແຂວງ​ອຸດົມ​ໄຊ ​ເຊິ່ງມື້​ນີ້ຮ້ານ​ອາຫານທີ່​ເຮົາ​ນໍາ​ມາສະ​ເໜີ ​ມີ​ຊື່ວ່າ​ຫາດ​​ສອງ​ຄອນ ​ເຊິ່ງ​ເປັນໜຶ່ງ​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ ຂອງ​ເມືອງ​ປາກ​ແບ​ງ ​ແຂວງອຸດົມ​ໄຊ.

    • ການກຳຈັດສັດຕູພືດແບບງ່າຍໆ ທີ່ເຮັດໄດ້ເອງບົດ-ສາລະຄະດີ

      ການກຳຈັດສັດຕູພືດແບບງ່າຍໆ ທີ່ເຮັດໄດ້ເອງ

      3/12/2025 9:56:51 AM

      ກະສິກອນຫລາຍທ່ານທີ່ປູກໝາກໄມ້ກິນໝາກ ມັກມີບັນຫາກ່ຽວກັບສະຕູພືດມາລົບກວນຜົນຜະລິດ ໂດຍສະເພາະແມ່ນໃນລະດູທີ່ໝາກໄມ້ເລີ່ມສຸກ ຈະມີແມງໄມ້ມາລົບກວນຫລາຍທີ່ສຸດ ເປັນຕົ້ນແມ່ນແມງວັນທອງ.

ads
ads

Top