ວິທີຖະໜອມສາຍຕາ ເມື່ອຢູ່ຈໍຄອມພີວເຕີ

13/03/2025 10:34
Email Print 879
ຂປລ ໃນປັດຈຸບັນ ທຸກ​ມື້​ນີ້​ການ​ເຮັດ​ວຽກງານຕ່າງໆ, ການຮ່ຳຮຽນ ຫລື ​​ໃນເວລາ​ວ່າງກໍ​ຕາມບໍ່ວ່າ ຜູ້ໃຫຍ່, ໄວໜຸ່ມ, ເດັກນ້ອຍສ່ວນ​ຫລາຍ​ແມ່ນ​ຈະ​ນັ່ງ​ຈ່ອງ​ຢູ່​ກັບຈໍ​ຄອມ​ພິວ​ເຕີ,​​ ຈໍແທັບ​ເລັດ,​ ໂທລະສັບ​ຢູ່​ຕະຫລອດ...ເຊິ່ງ​ເປັນ​ສາ​ເຫດ​​ເຮັດ​ໃຫ້​ສາຍຕາ​ຂອງ​ຄົນ​ເຮົານັ້ນ ພົບ​ກັບ​ອາການ​ປວດຕາ, ຕາມົວ, ຕາ​ແຫ້ງ, ປວດ​ຫົວ, ປວດ​ຫລັງ ຫລື ບາງ​ຄົນ​ຈົນ​ເຖິງ​ຂັ້ນ​ສາຍຕາ​ສັ້ນ​ກໍ​ເປັນ​ໄດ້.

    *​​ໃນປັດຈຸບັນ ທຸກ​ມື້​ນີ້​ການ​ເຮັດ​ວຽກງານຕ່າງໆ, ການຮ່ຳຮຽນ ຫລື ​​ໃນເວລາ​ວ່າງກໍ​ຕາມບໍ່ວ່າ ຜູ້ໃຫຍ່, ໄວໜຸ່ມ, ເດັກນ້ອຍສ່ວນ​ຫລາຍ​ແມ່ນ​ຈະ​ນັ່ງ​ຈ່ອງ​ຢູ່​ກັບຈໍ​ຄອມ​ພິວ​ເຕີ,​​ ຈໍແທັບ​ເລັດ,​ ໂທລະສັບ​ຢູ່​ຕະຫລອດ...ເຊິ່ງ​ເປັນ​ສາ​ເຫດ​​ເຮັດ​ໃຫ້​ສາຍຕາ​ຂອງ​ຄົນ​ເຮົານັ້ນ ພົບ​ກັບ​ອາການ​ປວດ​ຕາ, ຕາມົວ, ຕາ​ແຫ້ງ, ປວດ​ຫົວ, ປວດ​ຫລັງ ຫລື ບາງ​ຄົນ​ຈົນ​ເຖິງ​ຂັ້ນ​ສາຍຕາ​ສັ້ນ​ກໍ​ເປັນ​ໄດ້. ດັ່ງນັ້ນ​ເພື່ອ​ຫລີກ​ລ່ຽງບັນຫາ​ດັ່ງ ມື້​ນີ້ຄໍ​ລຳ​ສຶກສາຫາຄວາມຮູ້ຂໍນຳສະເໜີວິທີຖະໜອມສາຍຕາມາແລກປ່ຽນກັບທ່ານຜູ້ອ່ານ ດັ່ງນີ້:



1.ພິບ​ຕາ​ໃຫ້​ຖ່ີ​ຂຶ້ນ: ອັດຕາ​ການ​ພິບ​ຕາ​ຂອງ​ຄົນ​ເຮົາ​ຈະ​ຫລຸດ​ລົງ ຈາກ 20-22 ​ເທ່ືອ​ຕໍ່​ນາທີ ຈະ​ເຫລືອ​ຢູ່ພຽງ​ແຕ່ 6-8 ​ເທື່ອ​ຕໍ່​ນາ​ທີ​ເທົ່າ​ນັ້ນ​ອັນເຮັດ​ໃຫ້​ຕາ​ແຫ້ງ​ ດັ່ງ​ນັ້ນ ​ຄວນ​ພິບ​ຕາ​ໃຫ້​ຫລາຍ​ຂຶ້ນ ຫລື ອາດ​ໃຊ້​ນຳ້​ຕາ​ທຽມ​ຍອດ​​ເພື່ອ​​ໃຫ້​ດວງ​ຕາຊຸ່ມ.

2.ຈັດ​ວາງຄອມ​ພິວ​ເຕີ​ໃຫ້​ເໝາະ​ສົມໃນລະດັບສາຍຕາ, ໃຫ້​ໜ້າ​ຈໍ​ກັບ​​ໂຕ​ເຮົາ​ຫ່າງກັນປະມານ 50-70 ຊັງ​ຕີ​ແມັດ,​​ ສາຍຕາຢູ່​ໃນ​ລະດັບ​ປະມານ 4-9 ນີ້ວ ບໍ່​ໃຫ້​ຢູ່​ສູງ​ ຫລື ຕ່ຳ​ຈົນ​ເກີນ​ໄປ.

3.ປັບຫ້ອງໃຫ້ມີແສງສະຫວ່າງ​ເພ​ື່ອຫລຸດ​ແສງ​ສະ​ທ້ອນ​ຈາກ​ໜ້າ​ຈໍ ​ແລະ ຫລີກ​ລ່ຽງການ​ໃຊ້​ເຟີ​ນິ​ເຈີ​ທີ່​ມີ​ສີສະ​ທ້ອນ ​ເຊັ່ນ ​ໂຕະ​ສີຂາວ, ຄວນວາງອຸປະກອນໃກ້ກັບປະຕູປ໋ອງຢຽມ ທີ່ມີຜ້າມ້ານຕິດນຳ.

­­­​4.​ປັບເລື່ອງຂະໜາດໂຕໜັງສືຂອງຈໍພາບ ໃຫ້ລາຍລະອຽດຂອງຈໍພາບ ແລະ ໂຕອັກສອນນັ້ນມີຄວາມກະທັດຫັດກັບຜູ້ໃຊ້.

5.​​​ເລືອກ​ໃຊ້​ແວ່ນຕາ​ທີ່​ເໝາະສົມ​ຄວນ​​​ເລື​ອກ​​ໃສ່ແວ່ນ​ ທີ່​ສາມາດ​ກັນ​ແສງຈາກ​ໜ້າ​ຈໍໄດ້. ແວ່ນກອງແສງສີຟ້າຈະຊ່ວຍຖະໜອມສາຍຕາຂອງຜູ້ໃຊ້ໃນຂະນະທີ່ເຮັດວຽກກັບຈໍຄອມ, ຈໍແທັບເລດ...

6. ພັກຜ່ອນສາ​ຍຕາ ໃນຂະນະທີ່ກຳລັງເຮັດວຽກກັບຈໍຄອມພິວເຕີເປັນເວລາດົນ, ຄວນມີການພັກສາຍຕາ ເພື່ອຄາຍອາການອ່ອນລ້າ ບໍລິເວນກ້າມເນື້ອດວງຕາເປັນບາງຄັ້ງຢ່າງສະໝ່ຳສະເໝີ ແລະ ທຸກໆ​ຊົ່ວ​ໂມງ​ ຄວນ​ລຸກຂຶ້ນຍືດ​ເສັ້ນຍືດສາຍ ປະ​ມານ​​ 10-20 ນາທີ ​​ກໍ​ໄດ້ ເພື່ອ​ຜ່ອນຄາຍ​ສາຍ​ຕາທີ່​ອ່ອນ​ຫລ້າ ​ຫລື​ ຈະ​ພັກສາ​ຍຕາ​ດ້ວຍ​ການ​ເລ່ືອນ​ໜ່ວຍ​ຕາຂຶ້ນ-ລົງ​ ​ເຮັດຊ້າໆປະມານ 6 ຄັ້ງ,​​ ເ​ລື່ອນ​ຊ້າຍ​ຫາ​ຂວາ​​ເຮັດ​ຊ້ຳກັນ​ປະມານ 2-3 ​ຄັ້ງ​ ​ແລະ ໝຸນ​ເປັນວົງມົນປະມານ 10 ຄັ້ງ​​ເຮັດ​​ແບບ​ນີ້ປະມານ 2-3 ຮອບ ກໍ່​ຊ່ວຍ​ຜ່ອນຄາຍ​ໄດ້​ຄື​ກັນ.

ຮຽບຮຽງ​ໂດຍ: ​ແສງ​ສະຫວັນ



KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top