ຫາດສອງຄອນ ບັນຍາກາດດີ ທີວທັດງາມ ອາຫານແຊບ

13/03/2025 10:26
Email Print 823
ຂປລ ມື້​ນີ້ ຄໍ​ລໍາ​ສົ່ງ​ເສີມ​ທຸລະ​ກິດ ຂໍ​ປ່ຽນບັນ​ຍາ​ກາດຈາກ​ຮ້ານ​ອາຫານ​ໃນນະຄອນ​ຫລວງ​ວຽງຈັນ ມາ​ຢ້ຽມ​ຢາມຮ້ານ​ອາຫານ ​ທາງ​ພາກ​ເໜືອຂອງ​ປະ​ເທດ​ລາວ ນັ້ນ​ກໍ​ຄື​ແຂວງ​ອຸດົມ​ໄຊ ​ເຊິ່ງມື້​ນີ້ຮ້ານ​ອາຫານທີ່​ເຮົາ​ນໍາ​ມາສະ​ເໜີ ​ມີ​ຊື່ວ່າ​ຫາດ​​ສອງ​ຄອນ ​ເຊິ່ງ​ເປັນໜຶ່ງ​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ ຂອງ​ເມືອງ​ປາກ​ແບ​ງ ​ແຂວງອຸດົມ​ໄຊ.

         *ມື້​ນີ້ ຄໍ​ລໍາ​ສົ່ງ​ເສີມ​ທຸລະ​ກິດ  ຂໍ​ປ່ຽນບັນ​ຍາ​ກາດຈາກ​ຮ້ານ​ອາຫານ​ໃນນະຄອນ​ຫລວງ​ວຽງຈັນ ມາ​ຢ້ຽມ​ຢາມຮ້ານ​ອາຫານ ​ທາງ​ພາກ​ເໜືອຂອງ​ປະ​ເທດ​ລາວ ນັ້ນ​ກໍ​ຄື​ແຂວງ​ອຸດົມ​ໄຊ ​ເຊິ່ງມື້​ນີ້ຮ້ານ​ອາຫານທີ່​ເຮົາ​ນໍາ​ມາສະ​ເໜີ ​ມີ​ຊື່ວ່າ​ຫາດ​​ສອງ​ຄອນ ​ເຊິ່ງ​ເປັນໜຶ່ງ​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ ຂອງ​ເມືອງ​ປາກ​ແບ​ງ ​ແຂວງອຸດົມ​ໄຊ ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ  ​ແລະ ຕ່າງປະ​ເທດ​ໄດ້​ ເນື່ອງ​ຈາກ​ວ່າ ສະຖານ​ທີ​່ຕັ້ງ​ແມ່ນຢູ່ກ້ອງເຂື່ອນນໍ້າ​ແບ​ງ ຈຶ່ງ​ເຮັດ​ໃຫ້​ບັນຍາກາດ​ດີທີ່​ອ້ອມ​ຮອບ​ໄປ​ດ້ວຍ​ພູຜາ​ປ່າ​ໄມ້ບວກ​ກັບຕູບ​ແຄມ​ນໍ້າ ໄວ້​ຄອຍ​ບໍລິ​ກາ​ນລູກ​ຄ້າ​ ​ໂດຍ​ສະ​ເພາະ​ແມ່ນບຸນ​ປີ​​ໃໝ່ລາວທີ່​ໃກ້​ຈະ​ມາ​ເຖິງ​ນີ້.

ທ່ານ ນາງ ສີອຳພອນ ມະຫາວົງສະໜັ່ນ ນັກທຸລະກິດການບໍລິການຫາດສອງຄອນ ເວົ້າວ່າ:​ ຈຸດ​ເລີ່​ມຕົ້ນ​ທີ່​ໄດ້​ມາ​ເຮັດ​ບໍລິການຫາດ​ສອງ​ຄອນ​ແຫ່ງ​ນີ້  ຍ້ອນ​ເລັງ​ເຫັນ​ເຖິງທ່າ​ແຮງ​ດ້ານ​ການທ່ອງທ່ຽວຢູ່​ກ້ອງ​ເຂື່ອນ​ນໍ້າ​​ແບ​ງ ​ເພື່ອ​ໃຫ້​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ ​​​ຜັກ​ຜ່ອ​ນຂອງ​ນັກ​ທ່ອງ​ທ່ຽວ ​ເນື່ອງ​ຈາກ​ວ່າເມືອງປາກແບງ ແຂວງອຸດົມໄຊ ແມ່ນເມືອງໜຶ່ງທີ່ຖືເອົາວຽກງານການບໍລິການ-ການທ່ອງທ່ຽວ ເປັນວຽກງານສຳຄັນ ໃນການຈັດເກັບລາຍຮັບເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ. ເມື່ອເວົ້າເຖິງ ການຕອບສະໜອງການບໍລິການ-ການທ່ອງທ່ຽວ ໃຫ້ມີຄວາມເຂັ້ມແຂງຢູ່ເມືອງປາກແບງ ສະຖານທີ່ບໍລິການ-ການທ່ອງທ່ຽວຫາດສອງຄອນ ກໍ່ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດອີກແຫ່ງໜຶ່ງຂອງເມືອງປາກແບງຕັ້ງຢູ່ຫ່າງຈາກເທສະບານເມືອງ ປະມານ 2 ກິໂລແມັດ, ສະຖານທີ່ແຫ່ງນີ້ ຕັ້ງຢູ່ແຄມທາງມີ: ຮ້ານອາຫານ, ຕູບ, ເຕັ້ນ, ໂຕະ, ຕັ່ງ ຕັ້ງລຽບຕາມຝັ່ງນ້ຳແບງຈຶ່ງ​ໄດ້ບັນຍາກາດທີ່ຄັກ ແລະ ທີ່​ສວຍ​ງາມ ​ໂດຍ​ສະ​ເພາະ​ແມ່ນ​ຍາມ​ແລງຈະມີ​ນັກ​ທ່ອງ​ທ່ຽວ​ທະ​ຍອຍ​ກັນ​ມານັ່ງຜ່ອນຄາຍແບບແຄັມປິ້ງຢູ່ແຄມນ້ຳເຢັນໆ ​ແນ​ມ​ເຫັນ​ທໍາ​ມະ​ຊາດ​ອ້ອມ​ຂ້າງຍິ່ງ​ເຮັດ​ໃຫ້​ລົດ​ຊາດ​ອາຫານ​ແຊບ​ຂຶ້ນ​ຕື່ມ.

ສໍາລັບທຸລະກິດ ການບໍລິການຫາດສອງຄອນ ເລີ່ມເປີດບໍລິການມາແຕ່ປີ 2021 ລົງທຶນເບື້ອງຕົ້ນ 50 ລ້ານກວ່າກີບ ເມື່ອສັງເກດເຫັນແຂກຄົນເຂົ້າມາໃຊ້ບໍລິການຫລາຍຂຶ້ນ ຈຶ່ງເລີ່ມຂະຫຍາຍອອກຕາມຄວາມອາດສາມາດ ມາເຖິງປັດຈຸບັນສາມາດສ້າງລາຍຮັບຫລັງຫັກຄ່າໃຊ້ຈ່າຍໄດ້ເຖິງ 100 ລ້ານກີບຕໍ່ປີ. ສໍາລັບຈຸດ​ເດັ່ນ​ຂອງ​ຫາດ​ສອງ​ຄອນ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວແມ່ນອາກາດດີ, ທິວທັດທຳມະຊາດທີ່ສວຍງາມ, ມີການບໍລິການອາຫານຕາມສັ່ງຫລາຍປະເພດ ເປັນຕົ້ນແມ່ນປານ້ຳຂອງ ເຊິ່ງມີຫລາກຫລາຍລາຍການ ເຊັ່ນ: ລາບ, ກ້ອຍ, ລວກ ແລະ ປາລາດພິກ, ມີອາຫານທະເລທີ່ສົດໃໝ່, ອາຫານພື້ນເມືອງຫລາກຫລາຍປະເພດ ເປັນຕົ້ນແມ່ນຕົ້ມໄກ່ລາດ ທີ່ເປັນສູດດັ່ງເດີມສະເພາະຂອງຮ້ານ ແລະ ຍັງມີປະເພດຕຳແຊບ, ຕຳຕ່ອນ, ຕຳລວມທະເລ, ຕຳໝາກຮຸ່ງ ແລະ ອີກຫລາຍກວ່າ 20 ລາຍການອາຫານ ພ້ອມດ້ວຍເຄື່ອງດື່ມອີກຫລາກຫລາຍປະເພດ ໄວ້ຄອຍບໍລິການທ່ານ. ​ເອົາ​ເປັນ​ວ່າ​ທ່ານ​​ໃດ​ທີ່​ໄດ້​ໄປ​ຢຽມຢາມ​ແຂວງ​ອຸດົມ​ໄຊ ​ບໍ່​ຮູ້​ຈະ​ໄປ​ຫລີ້ນ​ໃສ​ກໍ​ຢ້ຽມຍາມ​ກິນ​ອາຫານ​ແຊບໆ ຢູ່​ຫາດ​ສອງ​ຄອນ ​ຮັບຮອງ​ວ່າ​ບໍ່​ຜິດ​ຫວັງ​ແນ່ນອນ ສໍາລັບ​ທ່ານ​ໃດ​ໄປ​ແລ້ວ​ບໍ່​ຮູ້​ບ່ອນ ກໍ​ສາມາດຕິດຕໍ່ສອບ​ຖາມ​​ໄດ້​ທີ່​ເບີໂທ 020 5680 8333.

ທ່ານ ນາງ ສີອຳພອນ ​ເວົ້າ​ຕື່ມ​ວ່າ: ສໍາລັບບຸນປີ​ໃໝ່ລາວ​ທີ່​ມາ​ເຖິງ​ນີ້ ຫາດ​ສອຄອນ​ກໍ​ກຽມພ້ອມ​ດ້ານ​ເຄື່ອງສຽງ ​ແລະ ບໍລິການ​ອື່ນໆ ພິ​ເສດ​ປີ​ນີ້ ​ແມ່ນ​ຈ້າງລິ​ເກ​ມາ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ມວນ​ຊົນ​ທີ່​ມາ​ທ່ຽ​ວຫາດ​ສອງ​ຄອນ.

ໂດຍ: ລູກສາວຫລ້າ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top