ຄຳ ຫລາກ-ລາກ-ຫລາດ ແລະ ລາດ ໃນພາສາລາວ

13/03/2025 10:48
Email Print 1038
ຂປລ ຄໍາສັບທີ່ມີພະຍັນຊະນະແກນພື້ນສຽງໃກ້ຄຽງກັນ ເມື່ອປະກອບດ້ວຍສະຫລະ ແລະ ມີຕົວສະກົດຕາຍ, ທັງອັກສອນສູງ ແລະ ຕໍ່າ ຈໍາແນກສຽງຍາກ ໂດຍສະເພາະສໍານຽງສຽງເວົ້າຂອງຫລາຍທ້ອງຖ່ິນ.

   *ຄໍາສັບທີ່ມີພະຍັນຊະນະແກນພື້ນສຽງໃກ້ຄຽງກັນ ເມື່ອປະກອບດ້ວຍສະຫລະ ແລະ ມີຕົວສະກົດຕາຍ, ທັງອັກສອນສູງ ແລະ ຕໍ່າ ຈໍາແນກສຽງຍາກ ໂດຍສະເພາະສໍານຽງສຽງເວົ້າຂອງຫລາຍທ້ອງຖ່ິນ. ເຖິງຢ່າງໃດກໍ່ດີການຂຽນແມ່ນເອກະພາບກັນພາຍໃຕ້ຫລັກການປາກເວົ້າ ແລະ ຂີດຂຽນ ກໍ່ຄືຫລັກໄວຍາກອນປັດຈຸບັນ. ບົດນີ້ ຈຶ່ງນໍາເອົາບາງຄໍາມາທົບທວນກັນຕ່ືມອີກ. ຄໍາ “ຫລາກ” ຄໍາພະຍາງດຽວ ເປັນຄໍາຄຸນນາມໝາຍເຖິງຕ່າງ, ປະຫລາດ. ຄໍານີ້ໄປປະສົມເປັນຄໍາສອງພະຍາງກໍ່ມີ ແລະ ມີຄວາມໝາຍຕ່າງກັນໄປ ເຊັ່ນ ຫລາກຫລາຍ, ສະຫລາກ.

    ຄໍາ “ລາກ”ຄໍານີ້ອ່ານອອກສຽງຕ່າງກັນຈະແຈ້ງກັບຄໍາ“ຫລາກ” ແລະ ບໍ່ສາມາດໃຊ້ແທນກັນໄດ້. ລາກເປັນຄໍາກໍາມະ ຫລື ກິລິຍາໝາຍເຖິງດຶງ, ແກ່. ເປັນຄໍາຄຸນນາມໝາຍເຖິງລ່າມ, ຢ່ອນລົງເຖິງພ້ືນດັ່ງໜັງສືນິທານສຽວສະຫວາດ ມີບາງເນື້ອໃນວ່າ “ລາວກໍ່ຈ້ອນຜ້າຂຶ້ນປົກລ່າມປາຍຕີນ...”. ຄໍານີໄປປະສົມເປັນຄໍາສອງພະຍາງ ກໍ່ມີເຊັ່ນ ລາກແກ່. ຄໍາ “ຫລາດ” ເປັນຊື່ປາແນວໜຶ່ງ ຕົວຄ້າຍຄືປາຫລົດ ແຕ່ໂຕໃຫຍ່ກວ່າ, ພື້ນທ້ອງເປັນສີນໍ້າຕານແກ່, ບາງຕົວມີລາຍຂາວເປັນວົງກົມໆ, ບາງຕົວມີລາຍດໍາແກມເຫລືອງ ພາດແຕ່ສັນຫລັງລົງພື້ນທ້ອງ, ມີໜາມທີ່ຫລັງຍາວຕິດຕໍ່ກັນຈົນເຖິງຫາງ, ປາຫລາດມີປາກ ຫລື ສົບແຫລມ. ຮູບຂຽນ “ຫລາດ” ມີຄໍາສອງພະຍາງເຊັ່ນ ສະຫລາດ ໝາຍເຖິງບໍ່ໂງ່, ມີໄຫວພິບ...

   ສ່ວນຄໍາ “ລາດ” ເປັນຄໍານາມໝາຍເຖິງບ່ອນທີ່ເປັນຫີນແຜ່ນປູຕ່ໍາລົງເລື້ອຍໆຕາມທໍາມະຊາດ ເອີ້ນວ່າລາດ ຫລື ຫີນລາດ. ນອກນັ້ນ ຍັງໝາຍເຖິງຕະຫລາດ, ບ່ອນສໍາລັບຂາຍເຄື່ອງຂອງອຸປະໂພກບໍລິໂພກ. ລາດຍັງເປັນຊ່ືເງິນບູຮານ, ເງິນບູຮານ ມີເງິນລາດ, ເງິນອັດ, ເງິນເບ້ຍ. ຮູບຄໍາ “ລາດ” ມີຄໍາສອງ- ສາມພະຍາງທີ່ຄວາມໝາຍຕ່າງ ກັນໄປເຊັ່ນ ໄກ່ພື້ນເມືອງລາວທົ່ວໄປ ກໍ່ຄື  ໄກ່ລາດ(ຈະບໍ່ຂຽນເປັນໄກ່ ຫລາດ), ລາດຢາງ ກ່ໍຄື ປູດ້ວຍຢາງ ຄື ເສັ້ນທາງລາດຢາງໝາກຕອຍ... ລາດຕະເວນ ໝາຍເຖິງຖ່ຽວກວດເບິ່ງ. ລາດຟາດ ໝາຍເຖິງທີ່ລົ້ມໄປທາງດຽວກັນ, ລົ້ມລະເນລະນາດ ເຊັ່ນຕົ້ນໄມ້ລົ້ມລາດຟາດ.

ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top