ສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງສະຫວັນນະເຂດ

30/07/2024 10:49
Email Print 2166
ຂປລ ໃນໂອກາດລາຍງານສະພາບການບໍລິຫານ ແລະ ສິ່ງທ້າທາຍຫລາຍດ້ານຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງສະຫວັນນະເຂດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງ ຊຸດທີ II ຈັດຂຶ້ນຢູ່ຫໍວັດທະນະທຳ ໄກສອນ ພົມວິຫານ ເມື່ອບໍ່ດົນມານີ້.

*ໃນໂອກາດລາຍງານສະພາບການບໍລິຫານ ແລະ ສິ່ງທ້າທາຍຫລາຍດ້ານຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງສະຫວັນນະເຂດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງ ຊຸດທີ II ຈັດຂຶ້ນຢູ່ຫໍວັດທະນະທຳ ໄກສອນ ພົມວິຫານ ເມື່ອບໍ່ດົນມານີ້ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 6 ເດືອນຕົ້ນປີ 2024 ເຖິງວ່າການພັດທະນາເສດຖະກິດ-ສັງຄົມຂອງແຂວງໄດ້ຮັບຜົນສໍາເລັດຫລາຍດ້ານແຕ່ຍັງມີຫລາຍຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ຕ້ອງສືບຕໍ່ແກ້ໄຂໃຫ້ດີຂຶ້ນເປັນຕົ້ນ ແມ່ນຄວາມເປັນເຈົ້າການຂອງບັນດາພະແນກການ, ບັນດາເມືອງໃນການສຸມໃສ່ຈັດຕັ້ງປະຕິບັດບັນດາມະຕິສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ II ແລະ ແກ້ໄຂບັນຫາເສດຖະກິດຕາມ ວາລະແຫ່ງຊາດຍັງຊັກຊ້າ ແລະ ບໍ່ທັນເປັນເຈົ້າການ ເປັນຕົ້ນ: ບັນຫາກະຕຸ້ນເສດຖະກິດພາຍໃນ, ຄວາມເປັນແບບຢ່າງໃນການຫັນສັງຄົມບໍລິໂພກໄປສູ່ສັງຄົມການຜະລິດບໍ່ທັນສູງ ໂດຍສະເພາະແມ່ນສົ່ງເສີມຜະລິດຕະພັນພາຍໃນ ຊຸກຍູ້ໃຫ້ປະຊາຊົນຊົມໃຊ້ ສິນຄ້າພາຍໃນ, ເພາະສ່ວນຫລາຍແມ່ນຍັງນິຍົມໃຊ້ສິນຄ້າຈາກພາຍນອກ, ແຕ່ລະເມືອງຍັງບໍ່ທັນມີສິນຄ້າຂອງຕົນເອງທີ່ເປັນລາຍຮັບຖາວອນ ເພື່ອເປັນທ່າແຮງສາມາດສ້າງເປັນເມືອງກຸ້ມຕົນເອງ ແລະ ການຂຸດຄົ້ນແຫລ່ງລາຍຮັບບົ່ມຊ້ອນບໍ່ທັນແຂງແຮງ ເກີດ ມີຊ່ອງວ່າງ.

ຄຽງຄູ່ກັນນີ້ ການປະຕິບັດວິໄນແຜນການ-ການເງິນ ບໍ່ທັນເຄັ່ງຄັດເທົ່າທີ່ຄວນ, ການລົງຕິດຕາມຊຸກຍູ້ກຸ່ມການຜະລິດຍັງບໍ່ທັນເລິກເຊິ່ງ, ການລົງເລິກດ້ານວິຊາການ(ການປູກ, ການລ້ຽງ) ແລະ ການເຂົ້າເຖິງຕະຫລາດຍັງຈຳກັດ ແລະ ຍັງປະປ່ອຍໃຫ້ ປະຊາຊົນເຮັດຕາມຄວາມເຄີຍຊິນ, ການນໍາພາຈັດຕັ້ງການຜະລິດ ໃນຫລາຍຮູບແບບບໍ່ທັນເປັນລະບົບ, ປະຊາຊົນຜະລິດເອງຕາມຄ່ານິຍົມ, ການແກ້ໄຂສະພາບປະກົດການຫຍໍ້ທໍ້ລຽບຕາມຊາຍແດນ ຍັງບໍ່ທັນໄດ້ດີ, ການແກ້ໄຂປະກົດການຫຍໍ້ທໍ້ໃນກົມກອງກໍ່ຄື ໃນສັງຄົມມີບາງບັນຫາບໍ່ທັນເປັນເອກະພາບ, ການແກ້ໄຂຊັກຊ້າແກ່ຍາວ ເຮັດໃຫ້ປະກົດການຫຍໍ້ທໍ້ບາງດ້ານ ຍັງບໍ່ໄດ້ຮັບການແກ້ໄຂ ໂດຍສະເພາະແມ່ນບັນຫາຂີ້ລັກງັດແງະ, ບັນຫາການມົ້ວສຸມສິ່ງເສບຕິດ ແລະ ບັນຫາອຸບັດເຫດ.

ນອກຈາກນີ້, ການຈັດຕັ້ງປະຕິບັດງົບປະມານຂອງລັດ ສໍາລັບໂຄງການລົງທຶນຂອງ ແຂວງສະໜອງໃສ່ໃນການພັດທະນາໂຄງລ່າງມີຈຳກັດ, ໜີ້ສິນຄຸມເຄືອແກ່ຍາວ, ບາງໂຄງການ ຄ້າງຊຳລະມາເກືອບ 20 ປີ, ບາງໂຄງການເຊັນສັນຍາແລ້ວ ແຕ່ 10 ປີ ຄືນຫລັງ ແຕ່ບໍ່ລົງມືເຮັດ ແລະ ໃນເມື່ອກ່ອນແມ່ນປະຕິບັດໂດຍອີງຕາມກົດໝາຍການລົງທຶນສະບັບເກົ່າ ເຊິ່ງແຂວງສາມາດພິຈາລະນາໂຄງການມູນຄ່າ 5 ຕື້ກີບລົງມາ ຈຶ່ງເຮັດໃຫ້ການສະເໜີເຂົ້າແຜນແມ່ນບໍ່ໝົດຕາມສັນຍາ, ສ່ວນສູງກວ່ານັ້ນ ແມ່ນສູນກາງ ເປັນຜູ້ຄຸ້ມຄອງ ໃນປັດຈຸບັນ ການຈັດຕັ້ງປະຕິບັດແມ່ນຍັງບໍ່ສໍາເລັດ, ໄລຍະຜ່ານມາ ແຂວງມີຫລາຍບໍລິສັດເຂົ້າມາສໍາປະທານເນື້ອທີ່ດິນ, ເຊົ່າທີ່ດິນລັດ, ແຮ່ທາດຕ່າງໆ ແຕ່ບໍ່ມີການພັດທະນາ, ເປັນການຈັບຈອງດິນມາຫລາຍສິບປີ ເຊິ່ງເປັນສິ່ງທ່ວງດຶງໃນການ ພັດທະນາແຂວງ ແລະ ອື່ນໆ.

ແຫລ່ງຂໍ້ມູນຈາກ: ແຂວງສະຫວັນນະເຂດ.

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top