ຫວຽດເຈັດ ຂະຫຍາຍການພົວພັນຄູ່ຮ່ວມ ໃນງານວາງສະແດງການບິນສາກົນ 2024

29/07/2024 16:34
Email Print 2192
ຂປລ ພາຍຫລັງສັ່ງຊື້ເຮືອບິນA330neo ຈຳນວນ 20 ລຳທີ່ງານວາງສະແດງການບິນສາກົນ 2024 (Farnborough International Airshow 2024) ແລ້ວ ສາຍການບິນຫວຽດເຈັດ (VietJet) ໄດ້ລົງນາມໃນຂໍ້ຕົກລົງສຳຄັນກັບRolls-Royce ແລະ Lufthansa Technik ຊຶ່ງຜູ້ນຳລະດັບໂລກໃນດ້ານການບິນ ແລະ ວິສະວະກຳ. ຈຸດໝາຍສຳຄັນນີ້ໄດ້ສ້າງຄວາມມຸ່ງໝັ້ນຂອງສາຍການບິນໃຫ້ມີຍືນຍົງ ລວມເຖິງຄວາມເປັນເລີດໃນການປະຕິບັດງານຜ່ານການພົວພັນຄູ່ຮ່ວມມືທາງຍຸດທະສາດແລະແຜນການຂະຫຍາຍສາຍການບິນ.

        ພາຍຫລັງສັ່ງຊື້ເຮືອບິນA330neo ຈຳນວນ 20 ລຳທີ່ງານວາງສະແດງການບິນສາກົນ 2024 (Farnborough International Airshow 2024) ແລ້ວ ສາຍການບິນຫວຽດເຈັດ (VietJet) ໄດ້ລົງນາມໃນຂໍ້ຕົກລົງສຳຄັນກັບRolls-Royce ແລະ Lufthansa Technik ຊຶ່ງຜູ້ນຳລະດັບໂລກໃນດ້ານການບິນ ແລະ ວິສະວະກຳ. ຈຸດໝາຍສຳຄັນນີ້ໄດ້ສ້າງຄວາມມຸ່ງໝັ້ນຂອງສາຍການບິນໃຫ້ມີຍືນຍົງ ລວມເຖິງຄວາມເປັນເລີດໃນການປະຕິບັດງານຜ່ານການພົວພັນຄູ່ຮ່ວມມືທາງຍຸດທະສາດແລະແຜນການຂະຫຍາຍສາຍການບິນ.

ໃນ​ນີ້ VietJet​ ໄດ້​ລົງ​ນາມ​ຂໍ້​ຕົກລົງ​ສຳຄັນກັບ Rolls-Royce​ ບໍລິສັດອຸດສາຫະກຳການບິນ​ອະວະກາດ​ຂອງອັງກິດ ​ເພື່ອ​ສັ່ງຊື້​ເຄື່ອງ​ຈັກ Trent 7.000 ຈໍານວນ 40 ເຄື່ອງ ພ້ອມກັບ​ການ​ບໍລິການບຳລຸງຮັກສາ​ເຄື່ອງ​ຈັກ Total Care ສຳລັບເຮືອບິນ A330neo ຈໍານວນ 20 ລໍາ ທີ່​ສັ່ງ​ຊື້​ມາໃໝ່ນີ້. ເຄື່ອງ​ຈັກ Trent 7000 ຂອງ Rolls-Royceເປັນເຄື່ອງຈັກທີ່ທັນສະໄໝ ທີ່ມາພ້ອມກັບຄຸນສົມບັດໃນການປົກປັກຮັກສາສິ່ງແວດລ້ອມແລະ ສະໜັບສະໜູນຄວາມຍືນຍົງດ້ວຍການຈະຊ່ວຍຫລຸດການໃຊ້ນ້ຳມັນເຊື້ອໄຟ 14% ຕໍ່ 1 ທີ່ນັ່ງ. ການຫລຸດຜ່ອນການປ່ອຍອາຍມົນລະພິດນີ້ຈະຊ່ວຍໃຫ້ສາຍການບິນສາມາດຫລີກລ່ຽງການປ່ອຍອາຍກາກບອນ (CO2) ໄດ້ຫລາຍກວ່າໜຶ່ງແສນໂຕນ ຕະຫລອດອາຍຸການໃຊ້ງານຂອງເຮືອບິນແຕ່ລະລຳ. ພາຍໃຕ້ການບໍລິການTotal Careໄດ້ຜ່ານຂັ້ນຕອນການກວດສະພາບເຄື່ອງຈັກຈາກລະບົບຕິດຕາມທີ່ທັນສະໄໝຂອງ Rolls-Royce. VietJet ມຸ່ງເນັ້ນທີ່ຈະເພີ່ມປະສິດທິພາບໃນການປະຕິບັດງານ,ຄວາມໜ້າເຊື່ອຖື ແລະ ຄວາມພ້ອມໃນການໃຊ້ງານຂອງເຄື່ອງຈັກ Trent 7.000 ໃນເຮຶອບິນ A330neo.

ທ່ານ Dinh Viet Phuong ຫົວໜ້າຝ່າຍບໍລິຫານ VietJet ໄດ້ກ່າວວ່າ: ການລວມກັນຂອງເຄື່ອງຈັກ Trent 7.000 ທີ່ທັນສະໄໝໃສ່ເຮືອບິນ Airbus A330neo ລຸ້ນໃໝ່ຫລ້າສຸດ ພ້ອມກັບການສະໜັບສະໜູນຈາກການບໍລິການລະດັບພຣິມຽມ Total Care ຈະຊ່ວຍໃຫ້ VietJet Air ກ້າວເຂົ້າສູ່ລະດັບເຕັກໂນໂລຊີໃໝ່ໆຍົກລະດັບຄຸນນະພາບຂອງສາຍການບິນຢ່າງຫລວງຫລາຍ, ເພີ່ມຄວາມໜ້າເຊື່ອຖື ແລະ ມີປະສິດທິພາບຂອງການດໍາເນີນງານ. ໂດຍສະເພາະຢ່າງຍິ່ງແມ່ນການເພີ່ມເຄື່ອງຈັກ Rolls-Royce ລຸ້ນໃໝ່ຫລ້າສຸດ ທີ່ມີປະສິດທິພາບສູງໃຫ້ສອດຄ່ອງກັບຍຸດທະສາດການພັດທະນາແບບຍືນຍົງຂອງ VietJet ດ້ວຍເປົ້າໝາຍ ESG ເພື່ອບັນລຸການປ່ອຍອາຍພິດໃຫ້ເປັນສູນພາຍໃນປີ 2050.

VietJet ຍັງ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບເພື່ອນງານລະດັບ​ໂລກ​ໃນ​ງານ Farnborough International Airshow 2024 ​ໂດຍ​ການ​ບັນລຸຂໍໍ້ຕົກລົງ Total Component Support (TCS) ​ແຕ່​ຜູ້​ດຽວ​ກັບບໍລິສັດ Lufthansa Technik ຊຶ່ງເປັນຜູ້​ໃຫ້​ບໍລິການ MRO ອັນດັບຕົ້ນຂອງ​ໂລກ ຂໍ້​ຕົກລົງ​ສະບັບ​ນີ້​ມີ​ຜົນ​ສັກສິດ​ນັບ ​ແຕ່​ເດືອນ​ຕຸລາ​ປີ 2024 ​ເປັນ​ຕົ້ນໄປ ໂດຍການ​ກຳນົດ​ມາດ​ຕະການ​ໃໝ່​ໃນ​ການ​ຮ່ວມ​ມື​ໄລຍະຍາວລະຫວ່າງ​ສອງ​ບໍລິສັດ. ພາຍໃຕ້ຂໍ້ຕົກລົງTCSບໍລິສັດ Lufthansa Technik ຈະຈັດຫາບໍລິການອາໄຫລ່ສ່ວນປະກອບສໍາລັບເຮືອບິນຂອງ VietJet ເພື່ອຮັບປະກັນການປະຕິບັດງານຂອງສາຍການບິນທີ່ດີເລີດ ແລະ ມາດຕະຖານການບຳລຸງຮັກສາສູງສຸດ. ຂໍ້ຕົກລົງນີ້ສະແດງເຖິງສັນຍາ TCS ທີ່ໃຫຍ່ທີ່ສຸດຂອງບໍລິສັດ Lufthansa Technik ທີ່ໄດ້ຮັບປະກັນໃນພາກພື້ນອາຊີຕາເວັນອອກສຽງໃຕ້. ໃນຂະນະທີ່ Rolls-Royce ເປັນບໍລິສັດການບິນອະວະກາດ ທີ່ມີຊື່ສຽງຂອງອັງກິດເຊີ່ງມີປະຫວັດອັນຍາວນານຕັ້ງແຕ່ປີ 1904 ເຊັ່ນດຽວກັນກັບບໍລິສັດ Lufthansa Technik ເປັນຜູ້ນໍາລະດັບໂລກໃນການບໍລິການດ້ານເຕັກນິກເຮືອບິນ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກສາຍການບິນຕ່າງໆ ທີ່ກຳລັງຊອກຫາ MRO ຊັ້ນນໍາ.

 

VietJet ສືບຕໍ່ລົງທຶນໃນການຈັດການ ແລະ ການບໍລິການດ້ານເຕັກໂນໂລຊີການບິນຂັ້ນສູງຮ່ວມມືກັບ Rolls-Royce ກຸ່ມບໍລິສັດLufthansa Technik ແລະ ບັນດາຄູ່ຮ່ວມມືດ້ານການບິນຊັ້ນນໍາຂອງໂລກເພື່ອຍົກລະດັບມາດຕະຖານຄວາມປອດໄພ ແລະ ຄຸນນະພາບສູງສຸດສາຍ​ການ​ບິນ​ໄດ້ມຸ່ງໝັ້ນ​ຂະ​ຫຍາຍ​ເຮືອ​ບິນ​ຢ່າງ​ສະໝ່ຳສະ​ເໝີ​​ດ້ວຍ​ເຮືອ​ບິນທີ່ມີປະສິດທິພາບປະຢັດ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່ມີ​ອັດ​ຕາ​ຄວາມ​ໜ້າ​ເຊື່ອ​ຖື​ດ້ານ​ເຕັກນິກ 99,6% ສົ່ງຜົນໃຫ້ VietJetເປັນ​ສາຍ​ການ​ບິນ​ແນວໜ້າ​​ໃນ​ພາກ​ພື້ນ ແລະ​ ທົ່ວ​ໂລກ VietJet ໄດ້​ຮັບ​ລາງວັນ​ຄວາມ​ປອດ​ໄພ​ລະດັບ 7/7 ດາວ​ຈາກAirline Ratings ແລະ​ ໄດ້​ຮັບ​ການຍົກຍ້ອງໃຫ້​ເປັນ​ໜຶ່ງ​ໃນ​ສາຍ​ການ​ບິນ​ລາຄາ​ປະຢັດ​​ທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ນັບ​ແຕ່​ປີ 2018 ເປັນຕົ້ນມາ.

ສິ່ງດັ່ງກ່າວສ້າງຄວາມໝັ້ນໃຈ ແລະ ຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວລາວ ທີ່ມີແຜນທີ່ຈະເດີນທາງໄປຈຸດໝາຍປາຍທາງທີ່ສຳຄັນອື່ນໆເຊັ່ນ: ອາຊີຕາເວັນອອກສຽງໃຕ້ ແລະ ຕາເວັນອອກສຽງເໜືອ, ອົດສະຕຣາລີ, ອິນເດຍແລະ ອື່ນໆໂດຍຜ່ານເສັ້ນທາງໃໝ່ຂອງຖ້ຽວບິນ VietJet ໃນຕົ້ນປີນີ້ ທີ່ເຊື່ອມຕໍ່ລະຫວ່າງນະຄອນຫລວງວຽງຈັນຫານະຄອນໂຮ່ຈີ່ມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໂດຍໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ.

 

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top