ໄຂ​ເວ​ທີ​ສົນ​ທະ​ນາ​ລະ​ຫວ່າງ​ ລາວ-​ຈີນ ​ພາຍ​ໃຕ້​ຫົວ​ຂໍ້ “ການ​ລົງ​ເລິກ​ປະ​ຕິ​ຮູບ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ກັບ​ໂອ​ກາດ​ຂອງ​ໂລກ”

25/07/2024 09:54
Email Print 387
ຂປລ ວັນ​ທີ 24 ກໍ​ລະ​ກົດ​ນີ້ ເວ​ທີ​ສົນ​ທະ​ນາ​ພາຍ​ໃຕ້​ຫົວ​ຂໍ້ “ການ​ລົງ​ເລິກ​ປະ​ຕິ​ຮູບ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ກັບ​ໂອ​ກາດ​ຂອງ​ໂລກ” ທີ່​ມີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ (CMG) ແລະ​ ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນປະຕິວັດລາວ (ສຊປລ) ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ ເຊິ່ງ​ທ່ານ​ເຊິ້ນ​ຫາຍ​ຊົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະທານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ​ໄດ້​ປະ​ກອບ​ຄຳ​ເຫັນ​ໂດຍ​ຜ່ານ​ວິ​ດີ​ໂອ.



 


ວັນ​ທີ 24 ກໍ​ລະ​ກົດ​ນີ້ ເວ​ທີ​ສົນ​ທະ​ນາ​ພາຍ​ໃຕ້​ຫົວ​ຂໍ້ “ການ​ລົງ​ເລິກ​ປະ​ຕິ​ຮູບ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ກັບ​ໂອ​ກາດ​ຂອງ​ໂລກ” ທີ່​ມີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ (CMG) ແລະ​ ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນປະຕິວັດລາວ (ສຊປລ) ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ ເຊິ່ງ​ທ່ານ​ເຊິ້ນ​ຫາຍ​ຊົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະທານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ​ໄດ້​ປະ​ກອບ​ຄຳ​ເຫັນ​ໂດຍ​ຜ່ານ​ວິ​ດີ​ໂອ. ທ່ານ ​ທອງ​ຈັນ ພູ​ມີ​ພັນ ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ ສ​ຊ​ປ​ລ ໄດ້​ເປັນ​ກຽດ​ເຂົ້າ​ຮ່ວມ​ເວ​ທີ​ສົນ​ທະ​ນາ ແລະ​ ກ່າວ​ຄຳ​ເຫັນ​ໃນ​ໂອ​ກາດ​ດັ່ກ​ງ່າວ. ບັນ​ດາ​ເຈົ້າ​ໜ້າ​ທີນັກ​ວິ​ຊາ​ການ​ ຈາກ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ ແລະ ການ​ຄ້າ, ກະ​ຊວງ​ກະ​ສິ​ກຳ ​ແລະ​ ປະ​ໄມ້, ສະ​ຖາ​ບັນ​ການ​ເມືອງ ​​ແລະ ການ​ປົກ​ຄອງ​ແຫ່ງ​ຊາດ, ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ເສດ​ຖະ​ກິດ​ ແລະ​ ສັງ​ຄົມ​ແຫ່ງ​ຊາດ​ລາວ ກໍ່​ຄືຜູ້​ຕາງ​ໜ້າ​ຈາກ​ບໍ​ລິ​ສັດ​ລົດ​ໄຟ​ລາວ​ຈີນ ແລະ​ໂຮງ​ຮຽນ​ໜອງ​ປີງ​ ທີ່​ເປັນ​ໂຄງ​ການ​ຕົວແບບ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ລາວ​ຈີນພ້ອມ​ກັບ​ນັກ​ຂ່າວ​ຈາກ​ສື່​ຕ່າງໆ​ຂອງ​ລາວລວມ​ທັງ​ໝົດ​ຫລາຍກວ່າ 100 ທ່ານ​ ໄດ້​ມີ​ການ ລົງ​ເລິກ​ແລກ​ປ່ຽນ​ຄຳ​ເຫັນ ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະນະກຳມະການສູນກາງພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ XX ທີ່​ຫາ​ກໍ່​ສຳ​ເລັດ​ລົງ​ຢ່າງ​ໄດ້​ຮັບ​ຜົນ​ເຕັມ​ເມັດ​ເຕັມ​ໜ່ວຍ, ຄວາມ​ທັນ​ສະ​ໄໝ​ແບບ​ຈີນ​ກັບ​ໂອ​ກາດ​ຂອງ​ລາວ​ກໍ່​ຄື​ຂອງ​ໄວ​ໜຸ່ມ​ລາວ.


(ທ່ານ ​ເຊີ້ນ​ຫາຍ​ຊົງ ກ່າວ​ຄຳ​ເຫັນ​ຜ່ານ​ທາງວິ​ດີ​ໂອ)

ໃນ​ເວ​ລາ​ກ່າວ​ຄຳ​ເຫັນ​ຜ່ານ​ໂທາງວິ​ດີ​ໂອ, ທ່ານ ​ເຊີ້ນ​ຫາ​ຍ​ຊົງ​ ກ່າວ​ວ່າ: ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງພັກ ກອມມູນິດຈີນສະໄໝທີ XX ທີ່ໄດ້ຮັບຄວາມສົນໃຈ​ຢ່າງກວ້າງ​ຂວາງຈາກທົ່ວໂລກຫາກໍສຳເລັດລົງຢ່າງມີໄຊຢູ່ນະຄອນຫລວງປັກກິ່ງເຊິ່ງກາຍເປັນຂີດໝາຍປະຫວັດສາດ​ ຂອງ​ຈີນ​ໃນ​ຍຸກ​ໃໝ່. ​ການລົງເລິກການປະຕິຮູບ ຢ່າງຮອບດ້ານຂອງຈີນໃນຍຸກໃໝ່ ແມ່ນວິທີການທີ່ເປັນຂໍກຸນແຈສຳຄັນ ໃນການຊຸກຍູ້ການຟື້ນຟູ ຄວາມຈະເລີນຮຸ່ງເຮືອງ ຂອງປະຊາຊາດ ແລະ ພາລະກິດອັນຍິ່ງໃຫຍ່ ແຫ່ງການສ້າງສາປະເທດໃຫ້ເຂັ້ມແຂງຢ່າງຮອບດ້ານ ດ້ວຍຄວາມທັນສະໄໝແບບຈີນ ເຊິ່ງຈະປະກອບສ່ວນອັນໃໝ່ ໃຫ້ແກ່ມວນມະນຸດເພື່ອຄົ້ນ​​ຫາເສັ້ນທາງ ການຫັນເປັນທັນສະໄໝ ແລະ ລະບອບສັງຄົມທີ່ດີກວ່າເກົ່າ, ​ສ້າງໂອກາດໃໝ່ ແລະເພີ່ມແຮງຂັບເຄື່ອນໃໝ່ ໃຫ້ແກ່ການພັທະນາຂອງປະເທດຕ່າງໆຢູ່ໃນໂລກ.



(ທ່ານ ​ທອງ​ຈັນ ພູ​ມີ​ພັນປະ​ກອບ​ຄຳ​ເຫັນ)

ທ່ານ ​ທອງ​ຈັນ ພູ​ມີ​ພັນ ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ ສ​ຊ​ປ​ລ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ຜົນສໍາເລັດ ການດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 3 ຄະນະກໍາມະການສູນກາງ ພັກກອມມູນິດຈີນສະໄໝ ທີ່ XX, ແລະ ​ກ່າວ​ວ່າ,ບັນດາຜູ້ແທນເວທີ ສົນທະ ນາສອງປະເທດ ຖືເອົາເວທີສົນທະນານີ້ ແບ່ງປັນຄວາມຮູ້, ປະສົບການຜ່ານຂົງເຂດວຽກງານຕ່າງໆ, ຈັດເວທີສົນທະນາຊາວໜຸ່ມ ຜ່ານຫົວຂໍ້ຕ່າງໆ ເພື່ອສ້າງແຮງບັນດານໃຈ, ເປັນກໍາລັງແຮງອັນສໍາຄັນທີ່ດີ ແລະ ນໍາເອົາບົດຮຽນຜົນປະໂຫຍດ ມາໃຫ້ແກ່ສອງ ພັກ, ສອງລັດພວກເຮົາ.   ເຊື່ອໝັ້ນວ່າ ບັນດາບົດຮຽນ ແລະ ເນື້ອໃນຜ່ານຫົວຂໍ້ຕ່າງໆ ໃນກອງປະຊຸມຄົບຄະນະຄັ້ງທີ 3 ຄະນະກໍາມະການສູນກາງພັກ ກອມມູນິດຈີນສະໄໝ ທີ XX ຈະເປັນບົດຮຽນອັນລໍ້າຄ່າ, ສ້າງເງື່ອນໄຂ ແລະ ສະພາບແວດລ້ອມໃຫ້ ແກ່ຊາວໜຸ່ມລາວ ມີອຸດົມການໜັກແໜ້ນມີຄ່ານີຍົມທີ່ຖືກຕ້ອງ, ມີຄວາມຮູ້ຄວາມສາມາດ ຄຽງຄູ່ກັບຍຸກສະໄໝ ກາຍເປັນຜູ້ສືບທອດທີ່ດີຂອງພັກ ແລະ ຖືເອົາມະຕິກອງປະຊຸມໃຫຍ່ ຂອງການນໍາພາຂອງພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ ນໍາມາຜັນຂະຫຍາຍ ແລະ ນໍາໃຊ້ເຂົ້າໃນວຽກງານ ໃຫ້ມີປະສິດທິພາບ ປະສິດທິຜົນສູງ.



(ທ່ານ ອາໂນສັກ ແພງທິມມະວົງ ປະກອບຄຳເຫັນ)

ທ່ານ ອາໂນສັກ ແພງທິມມະວົງ​ ຮອງຫົວໜ້າກົມພັດທະນາຊົນນະບົດ ກະ​ຊ​ວງ​ກະ​ສິ​ກຳ ແລະ​ ປ່າ​ໄມ້ ໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອຂອງຈີນ ນອກຈາກຈະໃຫ້ປະຊາຊົນ ພົ້ນຈາກຄວາມທຸກຍາກ, ທ່ານ​ແນະ​ນຳ​ວ່າ, ພວກຂ້າພະເຈົ້າເຫັນວ່າ, ການຊ່ວຍເຫລືອ​ຈາກ​ຈີນ ເຮັດໃຫ້ວຽກງານພັດທະນາຊົນນະບົດ ໃນລາວຫລຸດພົ້ນອອກ ຈາກຄວາມທຸກຍາກເທື່ອລະກ້າວ ແລະ ທິດທາງໃນຕໍ່ໜ້າແມ່ນຈະສືບຕໍ່ຮ່ວມມືກັບ ສປ ຈີນ ໂດຍສະເພາະການຈັດຕັ້ງທິດນໍາ ກັບສອງພັກສອງລັດຂອງພວກ ເຮົາໂດຍພັກປະຊາຊົນປະຕິວັດລາວ ໄດ້ຖືເອົາວຽກງານພັດທະນາຊົນນະບົດ ເປັນບູລິມະສິດສໍາຄັນ ມັນເປັນຄວາມຮຽກຮ້ອງຕ້ອງການ ຂອງພໍ່ແມ່ປະຊາຊົນຂອງປະເທດມິດສະຫາຍ ທີ່ຮ່ວມຊາຕາກໍາພວກເຮົາມີຄວາມໝາຍຕໍ່ ການສ້າງສາພັດທະນາປະເທດ ຊາດ ຂອງພວກເຮົາ.

ເພື່ອໃຫ້ວຽກງານໄດ້ຮັບການຈັດຕັ້ງເປັນຮູບປະທໍາພັກໄດ້ອອກຄໍາສັ່ງ 097 ໃນການພັດທະນາຊົນນະບົດແກ້ໄຂຊົນນະບົດ 6 ທິດນໍາ 12 ໜ້າທີ່ ເປັນບ່ອນອີງລວມທັງທິດທາງ ການຮ່ວມມືກັບປະເທດໂດຍສະເພາະ ສປ ຈີນ ໃນຕໍ່ໜ້າຈະມີການສືບຕໍ່ ແກ້ໄຂຄວາມທຸກຍາກລາວຈີນ ໄລຍະສອງຢູ່ນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ ສ້າງບ້ານກາຍເປັນບ້ານພົ້ນທຸກ ແລະ ບ້ານພັດທະນາເທື່ອລະກ້າວ ໃນ 2024 ສ້າງຄອບຄົວພົ້ນທຸກໃຫ້ໄດ້ 3.500​ ກວ່າຄອບຄົວ. ມີ ສປ ຈີນ ຊ່ວຍເຫລືອ ເຊື່ອໝັ້ນວ່າການປະຕິຮູບ ຮອບດ້ານຂອງ ສປ ຈີນ ນີ້ ພວກເຮົາຈະສາມາດສືບຕໍ່ຮ່ວມມືກັນ ເພື່ອແກ້ໄຂຄວາມທຸກຍາກ ໃຫ້ກັບປະຊາຊົນລາວ ກໍຄືປະເທດອ້ອມຂ້າງທັງສ້າງ ໃຫ້ປະຊາຊົນລາວກໍຄືປະຊາຊົນ ໃນທົ່ວໂລກປະກອບສ່ວນສໍາຄັນ ໃນສະຫັດສະ ວັດ ກໍຄືເອັສຊີຈີນການພັດທະນາທີ່ຍືນຍົງນັ້ນ.


(ທ່ານນາງ ດາວອນບຸດທະນຸວົງ ປະກອບຄຳເຫັນ)

ທ່ານນາງ ດາວອນ ບຸດທະນຸວົງ ຄະນະລັດທິສັງຄົມນິຍົມ ສະຖາບັນການເມືອງການປົກຄອງແຫ່ງຊາດ ປະກອບຄຳເຫັນໃນເວທີສົນທະນາຄັ້ງນີ້ວ່າ:    ຈາກການສະເໜີອອກ “​ການລົງເລິກດຳເນີນ ການປະຕິຮູບຢ່າງຮອບດ້ານ”​ ໃນກອງປະຊຸມໃຫຍ່ຄັ້ງ ທີ 18 ຂອພັກກອມມູນິຈີນສູ່ການ “​ສ້າງຄວາມທັນສະໄໝແບບຈີນ​” ໃນກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ ເມື່ອປີ 2022 ມາຮອດກອງປະຊຸມຄົບຄະນະຄັ້ງທີ 3 ຂອງພັກກອມມູນິດຈີນ ຊຸດທີ XX ທີ່ສະເໜີອອກມາວ່າຈະລົງເລິກ ການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ, ພວກເຮົາໄດ້ເຫັນວ່າ, ທ່ານ ສີຈິ້ີ້ນຜິງ ແມ່ນໄດ້ສະເໜີອອກແນວທາງການລົງເລິກ ປະຕິຮູບການເປີດປະຕູສູ່ໂລກພາຍນອກ ເຊິ່ງເດີນຕາມຢ່າງຖືກຕ້ອງ ຕະຫລອດມາຍັງຍຶດໝັ້ນການ ເດີນຕາມເສັ້ນທາງສັງຄົມນິຍົມ ຕາມສີສັນຂອງຈີນ ສ້າງເສດຖະກິດສັງຄົມ ແລະ ລະບົບນິເວດຢ່າງຮອບດ້ານ ເປັນຈຸດທີ່ເນື້ອໃນໜຶ່ງທີ່ລວມໄປທັງການປະຕິຮູບ ການເປີດປະຕູສູ່ພາຍນອກ ແລະ ທັງປົດປ່ອຍການບັນລຸຄວາມຮັ່ງມີ ຕໍ່ປະຊາຊົນຢ່າງຮອບດ້ານ ແລະ ເດີນຕາມສີສັນສັງຄົມນິຍົມຂອງຈີນ ແລະ ມີຄວາມພາກພູມໃຈທີ່ສຸດເຮັດແນວໃດ ເພື່ອເຮັດໃຫ້ປະຊາຊົນ ມີການພັດທະນາ ຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ ບໍ່ໄດ້ມີການລອກລຽນ ແບບຈາກປະເທດອື່ນໆ ແລະ ເປັນອັນພິເສດທີ່ສຸດສໍາລັບປະເທດຈີນ ການພັດທະນາທີ່ມີຄຸນນນະພາບສູງ ເຊິ່ງຖືປະຊາຊົນເປັນໃຈກາງ ເພີ່ມຄວາມຜາສຸກໃຫ້ແກ່ປະຊາຊົນ ສ້າງຄວາມທັນສະໄໝ ໃຫ້ແກ່ສັງຄົມ ແລະ ປະຊາຊົນຈີນ ແລະ ເປັນບົດຮຽນໃຫ້ແກ່ພວກເຮົາ. ທັງໝົດນີ້ບໍ່ແມ່ນແຕ່ໃຫ້ປະຊາຊົນຈີນ ແມ່ນທົ່ວປວງ ຊົນທັງຊາດຂອງໂລກໃຈເຖິງເພີ່ງໄດ້ ເປັນແບບຢ່າງຄວາມສາມັກຄີນໍ້າໃຈຮັກຊາດ ຄວາມເປັນແບບຢ່າງໃນການນໍາພາ ຂອງພັກນັບມື້ນັບສູງຂື້ນຂອງພັກ. ການປະຕິຮູບຮອບດ້ານຂອງຈີນ ກາຍເປັນບົດຮຽນທີ່ດີທີ່ສຸດໃຫ້ແກ່ ສປປ ລາວ


(ທ່ານ ບຸນຍົງ ເພັດວິໄຊ ປະກອບຄຳເຫັນ)

ໃນເວລາປະກອບຄຳເຫັນໃນເວທີສົນທະນາຄັ້ງນີ້, ທ່ານ ບຸນຍົງ ເພັດວິໄຊ ກໍາມະການຄະນະບໍລິຫານງານ ສຊປລ, ຮອງຫົວໜ້າກົມສື່ມວນຊົນໜຸ່ມລາວ ໄດ້ມີຄຳເຫັນຕໍ່ການປະຕິຮູບເພື່ອປະ​ຊາ​ຊົນ, ທ່ານ​ກ່າວ​ວ່າ, ໃນກອງປະຊຸມຄົບຄະນະ ຄັ້ງ ທີ 3 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການ ສູນກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ກ່າວວ່າ “ເຮັດເພື່ອປະຊາຊົນ ການປະຕິຮູບຈຶ່ງມີຄວາມໝາຍ, ອາໃສປະຊາຊົນ ການປະຕິຮູບ ຈຶ່ງມີແຮງຂັບເຄື່ອນ”.

ຈາກມູນເຊື້ອການພົວພັນຮ່ວມມືທີ່ດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ-ລາວ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າ ແລະ ຍາວນານ ສປປ ລາວ ຈະໄດ້ຮັບການຊຸກຍູ້ຊ່ວຍເຫລືອ ດ້ານ ຕ່າງໆຈາກ ສປ ຈີນ ຢ່າງເປັນຮູບປະທໍາຫລາຍຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ-ລາວ ໃຫ້ນັບມື້ຈະເລີນງອກງາມຂຶ້ນໄປເລື່ອຍໆ.



(ທ່ານ ວິລະວົງ ສຸດທະນິລະໄຊກ່າວ​ຄຳ​ເຫັນ)

ໃນ​ຫລາຍ​ປີມໍ່ໆ​ມານີ້, ນະ​ໂຍ​ບາຍ​ປະ​ຕິ​ຮູບ​ ແລະ ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ ໄດ້​ເຮັດ​ໃຫ້​ຈີນ​ມີ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຈີນ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ​ນັ້ນ ກໍ່​ເປັນ​ໂອ​ກາດ​ທີ່​ດີ​ສຳ​ລັບ​ປະ​ເທດ​ຕ່າງໆ ​ທີ່​ຢາກ​ພັດທະນາປະເທດຕົນເອງ​, ສະເພາະລາວແລ້ວກໍ່ເຊັ່ນກັນ, ທ່ານ ວິລະວົງ ສຸດທະນິລະໄຊ ຫົວໜ້າພະແນກອຳນວຍຄວາມສະດວກ ທາງດ້ານການຄ້າ, ກົມການຄ້າຕ່າງປະເທດ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ​ການ​ຄ້າແນະ​ນຳ​ໃຫ້​ຮູ້​ວ່າ: ສປປ ລາວ ແລະ ສປ ຈີນ ມີການພົວພັນເສດຖະກິດ-ການຄ້າ ມາ ແຕ່ດົນນານແລ້ວ, ສປຈີນແມ່ນຄູ່ຄ້າຕົ້ນຕໍຂອງ ສປປ ລາວ ໂດຍສະເພາະການສົ່ງອອກສິນຄ້າ ຂອງ ສປປ ລາວ ໄປສປຈີນນັບມື້ນັບຫລາຍຂຶ້ນ ຍ້ອນນະໂຍບາຍພິເສດຕ່າງໆທີ່ ສປ ຈີນ ມອບໃຫ້ ສປປ ລາວ.

ການສ້າງສຳເລັດແລະນຳໃຊ້ລົດໄຟລາວ-ຈີນເຮັດໃຫ້ປະລິມານການຄ້າ, ການຂົນສົ່ງສິນຄ້າ ຫລາຍຂຶ້ນ. ການທີ່ ສປປ ລາວ ເຮົາມີລົດໄຟ ລາວ-ຈີນ ໄດ້ເຊື່ອມຈອດກັບຫລາຍປະເທດ ໃນພາກພື້ນອາຊຽນ ແລະ ທັງເຊື່ອມຈອດໄປຮອດເອີໂຣບ ແລະ ຫລາຍປະເທດໃນທົ່ວໂລກ ເຊິ່ງເຮັດໃຫ້ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງ ສປປ ລາວ ມີບາດກ້າວຂະຫຍາຍຕົວ.




(ທ່ານ ອາກຸ່ຍ ລໍວັນໄຊ ກ່າວຄຳເຫັນ)

ໃນ​ເວ​ລາ​ຕີ​ລາ​ຄາ​ຕໍ່​ຄຳ​ເຫັນ​ຂອງ​ການ​ນຳ​ຈີນ​ກ່ຽວ​ກັບ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ, ທ່ານ ອາກຸ່ຍ ລໍວັນໄຊ ຮອງຫົວໜ້າຫ້ອງການສະຖາບັນ ວິທະຍາສາດເສດຖະກິດ ແລະ ສັງຄົມ​ກ່າວ​ວ່າ,ການສ້າງຄູ່ຮ່ວມຊາຕາກໍາ ຂອງມະນຸດຊາດ ຂອງ ສປ ຈີນ ແມ່ນເປັນແຜນວາດກໍ່ສ້າງໂລກທີ່ສວຍງາມ, ທຸກໆຍຸດທະສາດແມ່ນ ເພື່ອຜົນປະໂຫຍດລວມຂອງໂລກມະນຸດ. ໃນປີ 2013 ປະທານ ສີຈິ້ນຜິງ ໄດ້ສະເໜີການສ້າງສາຄູ່ ຮ່ວມຊາຕາກໍາຂອງມວນມະນຸດ ແບບລັກຊະນະສ້າງສັນ ແລະ ໄດ້ເຂົ້າໃຈນໍາກັນ ແລ້ວວ່າ: ການສ້າງຄູ່ຮ່ວມຊາຕາກໍາຂອງມວນມະນຸດຊາດ ບໍ່ແມ່ນການແທນທີ່ລະບົບໜຶ່ງດ້ວຍລະບົບອື່ນ ແລະ ບໍ່ແມ່ນການແທນທີ່ອະລິຍະທໍາ ໜຶ່ງດ້ວຍອະລິຍະທໍາອື່ນ. ແມ່ນການແບ່ງປັນສິດຜົນປະໂຫຍດ ແລະ ຄວາມຮັບຜິດຊອບແບບມີສ່ວນຮ່ວມ ທີ່ຍິ່ງໃຫຍ່ທີ່ສຸດ, ເພື່ອການຢູ່ຮ່ວມກັນແບບ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕົວຢ່າງໂຄງການໜຶ່ງແລວ ໜຶ່ງເສັ້ນທາງກໍ່ແມ່ນການປະຕິບັດການສ້າງຄູ່ ຮ່ວມຊາຕາກໍາມວນມະນຸດຊາດ, ເຮົາເຫັນໄດ້ໃນໄລຍະ 10 ປີຈີນ ໄດ້ລົງນາມເຊັນເອກະສານຮ່ວມມືກັບ 151 ປະເທດແລະ 32 ອົງການຈັດຕັ້ງສາກົນຈໍານວນ 200 ກວ່າສະບັບ. ມີໂຄງການຮ່ວມມື 3.000 ກວ່າໂຄງການ, ງົບປະມານການລົງທຶນ 1.000 ຕື້ໂດລາ, ສ້າງວຽກເຮັດງານທໍາໃຫ້ທ້ອງຖິ່ນ 421.000 ຄົນ.ສະນັ້ນ, ເງື່ອນໄຂໂລກາພິວັດ ເປັນສິ່ງຈໍາເປັນ ຈະຕ້ອງມີການຮ່ວມມືແບບຫລາຍຝ່າຍ, ໂລກາພິວັດໄດ້ເຮັດໃຫ້ມວນມະນຸດຊາດຢູ່ໃນຊາຕາກໍາລວມ.




(ທ່ານ ທອງດົມ ອິນທະພົນ ປະກອບຄຳເຫັນ)

ທ່ານ ທອງດົມ ອິນທະພົນ, ຫົວໜ້າພະແນກຈີນ, ກົມອາຊີປາ​ຊີຟິກ ແລະ ອາຟິລິກາ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ກໍ່​ໄດ້​ສະ​ແດງ​ຄຳ​ເຫັນ​ຂອງ​ຕົນ​ເອງ​ ຕໍ່​ຄວາມ​ໝາຍ​ເລິກ ​ເຊິ່ງ​ຂອງ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ, ໂດຍ​ທ່ານກ່າວ​ວ່າ, ປະຊາຄົມຮ່ວມຊາຄາກຳຂອງມວນມະນຸດ ເປັນໝາກຜົນຂອງ ການພັດທະນາຂອງຈີນ, ການລົງເລິກການປະຕິຮູບຢ່າງຮອບດ້ານ ທີ່ພັກກອມມູນິດຈີນ ໄດ້ສະເໜີອອກໃນກອງປະຊຸມຄົບ ຄະນະຄັ້ງທີ 3 ສະໄໝທີ xx ຍິ່ງເປັນການສ້າງ ເງື່ອນໄຂອັນສຳຄັນ ໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ, ສ້າງກາລະໂອກາດອັນສຳຄັນ ໃຫ້ແກ່ບັນດາປະເທດໃນທົ່ວໂລກ ໃຫ້ມີສະຖຽນລະພາບ ທາງດ້ານການເມືອງ-ຄວາມໝັ້ນຄົງ, ມີການພັດທະນາທີ່ຕ່າງຝ່າຍຕ່າງ ມີຜົນປະໂຫຍດ ແລະ ເອື້ອເຟື້ອເພື່ອແຜ່ກັນ, ມີການເຊື່ອມໂຍງທາງດ້ານອາລິຍະທຳ ທີ່ທຸກຊາດສາມາດຢູ່ຮ່ວມກັນຢ່າງກົມກຽວ, ປອງດອງ ແລະ ໂອບອ້ອມອາລີເຊິ່ງກັນ ແລະ ກັນ; ເປັນການສ້າງໂລກທີ່ໜ້າຢູ່ຍິ່ງຂຶ້ນ, ມີສັນຕິພາບ ແລະ ຄວາມສວຍສົດງົດງາມ.

          ສປປ ລາວຍາມ ໃດກໍຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍຕໍ່ທັດສະນະຂອງຕົນຕໍ່ ສປ ຈີນ, ມີຄວາມຕັ້ງໜ້າໃນການປະກອບສ່ວນ ໃນການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ ທີ່ຈີນສະເໜີອອກ ແລະ ພ້ອມໃຫ້ການສະໜັບສະໜູນ ຢ່າງ ຕັ້ໜ້າຕໍ່ບັນດາແນວຄິດ ແລະ ຂໍ້ລິເລີ່ມຕ່າງໆ ບໍ່ວ່າຈະເປັນ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”,  ຂໍ້ລິເລີ່ມວ່າດ້ວຍ ຄວາມໝັ້ນຄົງ, ການພັດທະນາ ແລະ ອາລິຍະທຳ ທົ່ວໂລກ ທີ່ເປັນ 3 ເສົາຄ້ຳສຳຄັນຂອງການສ້າງປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ ກໍຄື ບັນດາຂໍ້ລິເລີ່ມໃນດ້ານອື່ນໆ ທີ່ຈີນໄດ້ສະເໜີອອກ.


(ທ່ານນາງ ວົງທອງ ກ່າວຄຳເຫັນ)

ໃນ​ຫລາຍ​ປີ​ມານີ້ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ເນື້ອ​ໃນ​ຈິດ​ໃຈ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງການນຳສອງປະເທດລາວຈີນ, ປະທເທດລາວກັບປະເທດຈີນແມ່ນໄດ້ຮ່ວມມືກັນສ້າງຫລາຍໆໂຄງການທີ່ສົ່ງຜົນສະທ້ອນທີ່ດີມາຍັງການພັດທະນາຂອງທັງສອງປະເທດ ເຊັ່ນ: ໂຄງການລົດໄຟລາວຈີນແລະໂຮງຮຽນໜອງປິງ.

ນາງວົງທອງ ເປັນຕົວແທນຂອງບໍລິສັດລົດໄຟລາວຈີນ, ​ນາງກໍ່ເປັນໜຶ່ງໃນບັນດາໄວໜຸ່ມລາວທີ່ໄດ້ມີສ່ວນປະກອບເຂົ້າໃນພາລະກິດອັນຍິ່ງໃຫຍ່ແຫ່ງການຮ່ວມມືລະຫວ່າງລາວຈີນ, ນາງໄດ້ເລົ່າຄວາມຮູ້ສຶກຂອງຕົນວ່າ: ໃນປັດຈຸບັນ ໂຄງການ ຮ່ວມມືລະຫວ່າງສອງປະເທດລາວ-ຈີນ ທີ່ນັບມື້ນັບຫລາຍຂື້ນມີສ່ວນຊຸກຍູ້ ການພັດທະນາໃນຫລາຍດ້ານ ບໍ່ວ່າຈະເປັນທາງດ້ານເສດຖະກິດ-ການທ່ອງທ່ຽວ-ດ້ານຄວາມຮູ້ວັດທະນະທຳ ແລະ ອື່ນໆ ໃນນາມຂ້າພະເຈົ້າເປັນໄວຫນຸ່ມ ທີ່ບັນຈຸໃນໜ່ວຍງານ ຂອງທາງລົດໄຟ ລາວ-ຈີນ ໃນໂຄງການນີ້ກໍ່ເປັນອີກໂຄງການໜຶ່ງ ທີ່ສຳຄັນຫລາຍໄດ້ຊ່ວຍພັດທະນາ ດ້ານການປະກອບອາຊີບໃຫ້ແກ່ໄວຫນຸ່ມລາວເຮົາ - ສ້າງສັງຄົມທີ່ດີໃຫ້ໄວໜຸ່ມ ເປັນຈຳນວນຫລາຍ ສ້າງຄວາມຮູ້ຄວາມສາມາດ ໃນການປະກອບອາຊີບ. ຂ້າ ພະເຈົ້າຫວັງວ່າທຸກໂຄງການ ທີ່ໄດ້ຮ່ວມມືກັນລະຫວ່າງລາວຈີນ ຈະມີບົດບາດອັນສຳຄັນສະເພາະຕົນ ເຊັ່ນ ກັນນີ້ທີ່ຊ່ວຍຊຸກຍູ້ຂັບເຄື່ອນເສດຖະກິດ ຂອງທັງສອງປະເທດ ລາວ-ຈີນ ໃຫ້ນັບມື້ນັບດີຂື້ນໃນອະນາຄົດອັນຍາວໄກ.





(ອາຈານ ພັນທອງ ຄຳທອງມີ ປະກອບຄໍຳເຫັນ)



ອາຈານພັນທອງ ຄໍາທອງມີ ແມ່ນຜູ້ອໍານວຍການໂຮງຮຽນໜອງປີງ ເຊິ່ງເປັນໂຮງຮຽນແຫ່ງໜຶ່ງ ທີ່ສ້າງຕັ້ງຂຶ້ນພາຍໃຕ້ການຊ່ວຍເຫລືອຂອງຈີນ. ອາຈານພັນທອງບອກວ່າ, ການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ ແມ່ນຊ່ວຍໃຫ້ໂຮງຮຽນໄດ້ຮັບການ ພັດທະນາຂຶ້ນຫລາຍດ້ານ, ປັດຈຸບັນ ຈຳນວນນັກຮຽນເພີ່ມຂຶ້ນຫລາຍ, ນັກຮຽນໄດ້ຮຽນຮູ້ພາສາຈີນ, ຄູອາຈານ ແລະ ນ້ອງນັກຮຽນ ໄດ້ແລກປ່ຽນວັດທະນະທໍາເຊິ່ງກັນ ແລະ ກັນ.

ຈາກໂຄງການໂຮງຮຽນໜອງປິງ, ເຮັດໃຫ້ພວກເຮົາເຫັນໄດ້ຄວາມສໍາຄັນຂອງປະຊາຊົນຊາວຈີນທີ່ມີຕໍ່ລູກຫລານທາງດ້ານພື້ນຖານໂຄງລ່າງຖາວອນ ແລະ ສະດວກສະບາຍໃນການມາຮໍ່າຮຽນ.



KPL

ຂ່າວອື່ນໆ

ads
ads

Top