ອົດສະຕຣາລີ ຜະລິດພະລັງງານຖ່ານຫີນຫລຸດລົງ ເກືອບ 50% ເປັນຄັ້ງທຳອິດ

06/09/2024 18:55
Email Print 485
ຂປລ ໂອເພນ-ເອັນອີເອັມ ຊຶ່ງເປັນ ອົງການ ກວດກາ ຕະຫລາດ ຖ່ານຫີນ ໃຫ້ຮູ້ວ່າ ອັດຕາສ່ວນ ການຜະລິດ ພະລັງງານ ຖ່ານຫີນ ຂອງ ອົດສະຕຣາລີ ຫລຸດລົງ ເຫລືອພຽງ 49,1% ເມື່ອທ້າຍເດືອນສິງຫາ ທີ່ຜ່ານມາ, ເປັນຕົວເລກ ຕໍ່າສຸດ ເປັນປະຫວັດສາດ ສ່ວນ ອັດຕາສ່ວນ ພະລັງງານ ໝູນວຽນ ກວມເອົາ 48,7%

ຂປລ. ສຳນັກຂ່າວເອເອຟພີ ລາຍງານ ຈາກນະຄອນ ຊິດນີ ປະເທດ ອົດສະຕຣາລີເມື່ອວັນທີ 5 ກັນຍາວ່າ: ໂອເພນ-ເອັນອີເອັມ ຊຶ່ງເປັນ ອົງການ ກວດກາ ຕະຫລາດ ຖ່ານຫີນ ໃຫ້ຮູ້ວ່າ ອັດຕາສ່ວນ ການຜະລິດ ພະລັງງານຖ່ານຫີນ ຂອງ ອົດສະຕຣາລີ ຫລຸດລົງ ເຫລືອພຽງ 49,1% ​ເມື່ອທ້າຍເດືອນສິງຫາ ທີ່ຜ່ານມາ, ເປັນຕົວເລກ ຕໍ່າສຸດເປັນປະຫວັດສາດ ສ່ວນ ອັດຕາສ່ວນ ພະລັງງານ ໝູນວຽນ ກວມເອົາ 48,7% ເນື່ອງຈາກພາຍຸ ໄດ້ຊ່ວຍໃຫ້ກຳລັງການຜະລິດພະລັງງານລົມ ເພີ່ມຂຶ້ນ.  ຕາມການລາຍງານຂອງໂອເພນ-​ເອັນອີເອັມ ຊຶ່ງເປັນອົງການກວດກາ ຕະຫລາດຖ່ານຫີນ ຜະລິດ​ໄຟຟ້າ ກວມ​ເອົສາ​ອັດຕາ​ສ່ວນ 49,1%  ຂອງ​ພະລັງງານ​ທົ່ວ​ປະ​ເທດ ອົດ​ສະຕຣາລີ , ດ້ານ​ພະລັງງານ ​ໝູນວຽນ​ກວມ​ເອົາ 48,7% ​ເນື່ອງ​ຈາກ​ພາຍຸ ຊ່ວຍ​ເຮັດ​ໃຫ້ ​ເລັ່ງ​ການ​ຜະລິດ ພະລັງງານ​ລົມ ​ເພີ່ມ​ຂຶ້ນ.

ປັດຈຸບັນ ອົດ​ສະຕຣາລີ ​ເປັນ​ໜຶ່ງ​ ໃນ​ຜູ້​ສົ່ງ​ອອກ ​ຖ່ານ​ຫິນ ​ແລະ ​ແກັສລາຍໃຫຍ່ ທີ່​ສຸດ​ ຂອງ ​ໂລກ ​ແລະ ​ເພິ່​ງພາ​ ພະລັງງານ​ ຈາກ ​ເຊື້ອ​ໄຟ ຟອດຊີ​ລ ຢ່າງ​ຫລວງຫລາຍ. ໃນຂະນະ​ທີ່ ການ​ເພີ່ມ​ຂຶ້ນ​ ຂອງ​ ພະລັງງານ ໝູນວຽນ ​ເມື່ອ​ເດືອນ​ກໍລະກົດ ​ຜ່ານ​ມາ ​ແມ່ນເກີດ​ຈາກ​ ສະພາບ​ ອາກາດ ປ່ຽນ​ແປງ ຊຶ່ງ​ເປັນ ການຊ່ວຍ​ໃຫ້ ​ຄວາມ​ຕ້ອງການ​ ຂອງ ​ໄຟຟ້າ ຫລຸດ​ລົງ 20% ຫລັງ​ຈາກ​ ທີ່​ ຄວາມ​ໄວ​ຂອງກະແສລົມ​ ເກີນ 150 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ, ​ໄດ້​ເພີ່ມ​ ກຳລັງ​ ການ​ຜະລິດ​ໄຟຟ້າ ພະລັງງານ​ລົມ ໄດ້ເພີ່ມ​ຂຶ້ນ ​ເກືອບ 2 ​ເທົ່າ​ເທື່ອ ເມື່ອທຽບໃສ່ໄລຍະຜ່ານມາ. /.

KPL

ຂ່າວອື່ນໆ

ads
ads

Top