5955

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 06.09.2024 ປີທີ 23 ສະບັບທີ 6.011 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີັຸີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf 7totxt9eltrkcsj '-kf ry 9k]tok[a oskle7a o0v'-kf sq ;|h k vvxl g0Q kIj ;,g;mu xb dlksk]n glf4tdy frkd8kg;a ovvd ]k; g0Q kIj ;, ltstra ovksko .o3I'IPo z6h [a o-kdkomtskol6 'l5 fvk-Po 8q d]q ' s]kp[a oskle7a o okpq d]a f4t,q o8u g-u ox;'-q o]k; ,u lj ;oIj ;, gxa og9Q krk[ c]t xtmkovk-Po 0v' lxx ]k; ]k; gruj ,mt;u dkog-nj v,8+ da [ l gdq ks]u zj kodkoxa [x5 'lt|k,[y olkdq os];'rt[k' ຂປລ. ພິທີລົງນາມ ສປປ ລາວ ເຂົ້າຮ່ວມເປັນສະມາຊິກ ຂອງ ສະຫະ ພັນອາຫານໃນໂຮງຮຽນ (School Meals Coalition) ຈັດຂຶ້ນໃນວັນທີ 4 ກັນຍາ 2024 ທີ່ນະຄອນຫລວງ ວຽງຈັນ ເຊິ່່ງການເຂົ້າຮ່ວມສະຫະພັນ ດັ່ງກ່າວ, ແມ່ນແນໃສ່ເສີມສ້າງຄວາມ ເຂັ້ມແຂງດ້ານໂພຊະນາການ, ການ ສຶກສາ ແລະ ສະຫວັດດີການຂອງເດັກ ໂດຍຜ່ານແຜນງານອາຫານໃນ ໂຮງ ຮຽນແບບຄົບວົງຈອນ ເຊິ່ງເປັນບາດ ກ້າວສຳຄັນ ທີ່ສະທ້ອນໃຫ້ເຫັນຄວາມ ມຸ່ງໝັ້ນຂອງ ລັດຖະບານລາວ ຢ່າງຕໍ່ ເນື່ອງ ໃນການປັບປຸງດ້ານສຸຂະພາບ ແລະ ການສຶກສາຂອງເດັກນ້ອຍໃນ ຂອບເຂດທົ່ວປະເທດ. ການເຂົ້າຮ່ວມເປັນສະມາຊິກສະຫະ ພັນອາຫານໃນໂຮງຮຽນຂອງ ສປປ ຂປລ. ກອງປະຊຸມຄະນະປະຈໍາ ສະພາແຫ່ງຊາດ ປະຈໍາເດືອນສິງຫາ 2024 ຈັດຂຶ້ນໃນວັນທີ 3-4 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານ ຄະນະປະຈໍາສະພາແຫ່ງຊາດ, ມີບັນດາ ຮອງປະທານ ແລະ ກຳມະການຄະນະ ປະຈໍາສະພາ ແຫ່ງຊາດ, ບັນດາລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມ ໄດ້ພິຈາລະນາບັນຫາ ສໍາຄັນພື້ນຖານຂອງປະເທດຊາດ ຕາມ ຂອບເຂດສິດ ແລະ ໜ້າທີ່ ຂອງຄະນະ ປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ ໃນລັດຖະທໍາມະນູນແລະກົດໝາຍເປັນ ຕົ້ນໜັງສືສະເໜີຂອງລັດຖະບານ ກ່ຽວ ກັບການດັດແກ້ສັນຍາສຳປະທານ sq ;|h k7tot9a f8A 'l6 odk'ra d g7nj vows;;Pd'ko 16j c0;'lk]t;a o ຂປລ. ໃນໂອກາດເຄື່ອນໄຫວຊຸກຍູ້ ວຽກງານຢູ່ ແຂວງສາລະວັນ ໃນວັນ ທີ 3 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການ ເມືອງສູນກາງພັກ, ເລຂາທິການສູນ ກາງພັກ, ຫົວໜ້າຄະນະຈັດຕັ້ງສູນ ກາງພັກ ໄດ້ເນັ້ນໃຫ້ຄະນະພັກ-ຄະນະ ນໍາແຂວງ ເພີ່ມທະວີຄວາມຮັບຜິດຊອບ ໃນການກະກຽມດໍາເນີນກອງປະຊຸມ ໃຫຍ່3ຂັ້ນ ເພື່ອຮັບປະກັນດ້ານເນື້ອໃນ, ດ້ານໂຄງປະກອບບຸກຄະລາກອນ ແລະ ດ້ານເວລາໃຫ້ມີຄວາມຖືກຕ້ອງ, ສອດ ຄ່ອງກັບບັນດານິຕິກໍາ ກໍຄື ຄໍາແນະນໍາ ເພື່ອເລືອກເຟັ້ນພະນັກງານທີ່ມີມາດ ຖານເງື່ອນໄຂຄົບຖ້ວນ, ສ້າງພະນັກ ງານຮຸ່ນໜຸ່ມໃຫ້ໜັກແໜ້ນ, ເຂັ້ມແຂງ ຂປລ. ກອງປະຊຸມຜູ້ບັນຊາການ ທະຫານສູງສຸດອາຊຽນ ຄັ້ງທີ 21 ທີ່ຈັດຂຶ້ນໃນລະຫວ່າງວັນທີ 4-7 ກັນ ຍາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ, ໄດ້ປິດລົງດ້ວຍຜົນສຳເລັດ ຢ່າງຈົບງາມ ພາຍໃຕ້ຄໍາຂວັນ “ຮ່ວມ ມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍມີຜູ້ບັນຊາການທະຫານສູງສຸດ 10 ປະເທດອາຊຽນ ພ້ອມຄະນະຜູ້ ແທນ ແລະ ຕີມໍແລັດສະເຕ ໃນນາມ ເປັນປະເທດສັງເກດການເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບປະຊາ ຂປລ. ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ)ແຫ່ງສປປລາວ ເຄື່ອນໄຫວ I6 [g'q k o;ocl' dP,g0Q klkp .o3I'I6 [g'q k ເຮັດວຽກທາງການ ຢູ່ ສະຫະພັນລັດ ເຊຍ ແລະ ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າ ຊົນລາວ ໃນນາມປະທານກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ21 ໄດ້ຖະແຫລງຂ່າວຜົນສໍາເລັດ ຂອງກອງປະຊຸມດັ່ງກ່າວວ່າ: ໃນກອງ ປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານ ກ່ຽວກັບຜົນສໍາເລັດຂອງກອງ ປະຊຸມ ຫົວໜ້າສືບຂ່າວທະຫານ ອາຊຽນ ຄັ້ງ ທີ 21 ແລະ ກອງປະຊຸມຫົວໜ້າສູ້ຮົບ ອາຊຽນ ຄັ້ງທີ 14. ພ້ອມນັ້ນ, ບັນດາ F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 dP,rh v,gxu ffj kolkdq o xkd8krko ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນ ເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງ ໜ້າກັບດ່ານຊາຍແດນຖາວອນປາກ ແຊງ ອໍາເພີນາຕານ ແຂວງອຸບົນຣາຊະ ທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນກ່ຽວຂ້ອງ ກໍຄື ເມືອງລະ ຄອນເພັງ ແຂວງສາລະວັນ ແມ່ນໄດ້ ກຽມຄວາມພ້ອມຮອບດ້ານເພື່ອເປີດ ດ່ານດັ່ງກ່າວ ເປັນດ່ານສາກົນ. ທ່ານ ທອງດີ ຈັນທະວົງ ເຈົ້າ ເມືອງລະຄອນເພັງ ໃຫ້ສໍາພາດຕໍ່ນັກ ຂ່າວໃນວັນທີ 4 ກັນຍາ 2024 ວ່າ: ກະ ກຽມຄວາມພ້ອມໃນການເປີດ ດ່ານສາ ກົນ ປາກຕະພານ ຕາມດໍາລັດ 558/ ລບ ແມ່ນໄດ້ຍົກຍ້າຍສິ່ງກີດຂວາງໃນ ບໍລິເວນດ່ານ ໃຫ້ມີຄວາມສວຍງາມ, ຕິດປ້າຍອໍານວຍຄວາມສະດວກ, ເທເບ ຕົງທາງຍ່າງແຕ່ອາຄານເຂົ້າ-ອອກ ດ່ານ ຫາທາງລົງນໍ້າຂອງ, ປັບປຸງອາ ຄານສະຖານທີ່ບ່ອນຄ່ຽນຖ່າຍສິນຄ້າ. ພ້ອມນີ້, ຍັງໄດ້ນໍາພາອົງການປົກ ຄອງບ້ານ, ພ້ອມດ້ວຍພໍ່ແມ່ປະຊາຊົນ ໂດຍສະເພາະບ້ານລຽບຕາມເສັ້ນທາງ ເລກ 13 ໃຕ້ ສ້າງຂະບວນການອອກ ງານອານາໄມຕາມເສັ້ນທາງໄປຫາ ຈຸດກໍ່ສ້າງຂົວມິດຕະພາບລາວ-ໄທ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 5 ກັນຍາ 2024 ນີ້, ທ່ານ ສອນໄຊ ສີພັນດອນນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວບົດ ຄຳເຫັນ ເພື່ອເຊີນປວງຊົນລາວບັນດາ ເຜົ່າມີສ່ວນຮ່ວມ ໃນການເປັນເຈົ້າພາບ ແລະ ປະທານອາຊຽນຂອງສປປລາວ ປີ 2024. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ປີ 2024 ແມ່ນ ມີຄວາມໝາຍຄວາມສຳຄັນ ສຳລັບ ສປປລາວ, ເປັນປີທ່ອງທ່ຽວລາວແລະ ເປັນປີ ທີ່ ສປປ ລາວ ເປັນປະທານອາ ຊຽນ. ນັບແຕ່ ສປປ ລາວ ໄດ້ເຂົ້າເປັນ ສະມາຊິກອາຊຽນໃນວັນທີ 23 ກໍລະ ກົດ 1997 ເປັນຕົ້ນມາ, ສປປ ລາວ ໄດ້ປະກອບສ່ວນ ເຂົ້າໃນວຽກງານອາ ຊຽນ ຢ່າງຫ້າວຫັນ ແລະ ໄດ້ເປັນປະ ທານອາຊຽນ 3 ຄັ້ງ ຄື: ຄັ້ງທີ 1 ໃນປີ 2004-2005, ຄັ້ງທີ 2 ໃນປີ 2016 ແລະ ຄັ້ງທີ 3 ໃນປີ 2024 ໂດຍເລີ່ມ ແຕ່ວັນທີ 1 ມັງກອນ ຫາ ວັນທີ 31 ເດືອນທັນວາ 2024. ການເຂົ້າເປັນສະມາຊິກອາຊຽນ ແລະ ການເຄື່ອນໄຫວວຽກງານອາ ຊຽນ ກໍຄື ການເປັນປະທານອາຊຽນ ຂອງ ສປປ ລາວ ໄດ້ປະກອບສ່ວນສຳ ຄັນ ເຂົ້າໃນການຍົກສູງຖານະບົດບາດ ຂອງສປປລາວໃຫ້ສູງເດັ່ນຂຶ້ນໃນເວທີ ພາກພື້ນ ແລະ ສາກົນ ແລະ ເປັນການ ໂຄສະນາເຜີຍແຜ່ຮີດຄອງປະເພນີອັນ ດີງາມຂອງຊາດລາວ ໃຫ້ຕ່າງປະເທດ ໄດ້ຮັບຮູ້ພ້ອມທັງເປັນການດຶງດູດການ ເພື່ອຮັບປະກັນການສ້າງພະນັກງານ ສືບທອດປ່ຽນແທນ ໃຫ້ມີຄຸນນະພາບ ແລະ ກຽມດຳເນີນກອງປະຊຸມໃຫຍ່ F ອ່ານຕໍ່ໜ້າ 2

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 06/09/2024 xtgmf]k; ຄະນະປະຈຳສະພາ... ທ່ານ ຊອຍ ຍອນ ຊຸງ ທີ່ປຶກສາ ອາວຸໂສ, ອະດີດເອກອັກຄະລັດຖະທູດ ສ ເກົາຫລີ ປະຈຳປະເທດ ອູຣູກວາຍ ໄດ້ມີຄໍາເຫັນໂດຍເນັ້ນໜັກເຖິງຄວາມ ສຳຄັນແລະຜົນປະໂຫຍດທີ່ໄດ້ຮັບຈາກ ໂຄງການ ໂດຍສະເພາະການປັບປຸງ ສະໜາມບິນສາກົນຫລວງພະບາງ ເພື່ອໃຫ້ໄດ້ມາດຕະຖານ ແລະ ສາມາດ ເປີດເສັ້ນທາງການບິນ ໂດຍກົງ ໄປ ສ ເກົາຫລີ ໄດ້. ໂຄງການ KSP ຄັ້ງນີ້, ຄາດວ່າຈະສາມາດຍົກລະດັບສະໜາມ ບິນ ໃຫ້ໄດ້ມາດຕະຖານອົງການການ ບິນພົນລະເຮືອນສາກົນ (ICAO), ປັບປຸງຂັ້ນຕອນການບິນ ແລະ ສ້າງສະ ພາບແວດລ້ອມໃນການດໍາເນີນງານ ໃຫ້ມີຄວາມປອດໄພຫລາຍຂຶ້ນ ເຊິ່ງ ການປັບປຸງສິ່ງດັ່ງກ່າວ ຈະດຶງດູດ ສາຍການບິນຂອງ ສ ເກົາຫລີ ໃຫ້ເປີດ ເສັ້ນທາງບິນໂດຍກົງ ຈາກສະໜາມ ບິນສາກົນອິນຊອນຫາຫລວງ ພະບາງ ເຊິ່ງເປັນຂີດໝາຍສຳຄັນໃນການພັດ ທະນາການບິນ ແລະ ການເຊື່ອມຕໍ່ສາ ກົນຂອງລາວ. ຄວາມຄືບໜ້າຄັ້ງນີ້, ຖື ວ່າເປັນພື້ນຖານອັນສຳຄັນໃນການສະ ໜັບສະໜູນການພັດທະນາການທ່ອງ ທ່ຽວແບບຍືນຍົງຂອງ ສປປ ລາວ. ທ່ານ ໄຊສົງຄາມ ມະໂນທຳ ຮອງ ລັດຖະມົນຕີກະຊວງໂຍທາທິການແລະ ຂົນສົ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ ການສະໜັບສະໜູນຂອງລັດຖະບານ ສ ເກົາຫລີ ໃນການປັບປຸງສິ່ງອຳນວຍ ຄວາມສະດວກ ແລະ ລະບຽບການ ຂອງສະໜາມບິນ ໃຫ້ທັນສະໄໝຕາມ ມາດຖານສາກົນ. ພ້ອມນີ້, ທ່ານຍັງໄດ້ ຍົກໃຫ້ເຫັນຄວາມຈຳເປັນ ແລະ ຄວາມ ສຳຄັນໃນການຝຶກອົບຮົມພະນັກງານ ການບິນ ໂດຍທ່ານສະເໜີໃຫ້ສືບຕໍ່ໃຫ້ ການສະໜັບສະໜູນດ້ານນີ້ຕື່ມອີກ. ໂອກາດນີ້, ບໍລິສັດ Moon Engineering Co., Ltd ແລະ ບໍລິສັດ Korean Airport Corporation ຈາກ ສ ເກົາຫລີ ໄດ້ນຳສະເໜີສິ່ງທ້າ ທາຍທີ່ໄດ້ພົບພໍ້ ແລະ ແນວທາງໃນ ການພັດທະນາ ເຊິ່ງລວມມີ ການປັບ ຮູບແບບພື້ນທີ່ຄວບຄຸມ Terminal (TMA), ການປັບປຸງການອອກແບບ ພື້ນທີ່ນ່ານຟ້າ ແລະ ການປບປຸງວົງ ຈອນບິນ ຂອງສະໜາມບິນສາກົນ ຫລວງພະບາງ ໃນຂົງເຂດ TMA. ນອກນັ້ນ, ທັງສອງບໍລິສັດ ຍັງໄດ້ຍົກ ໃຫ້ເຫັນແນວຄວາມຄິດການອອກແບບ ໃໝ່ ສໍາລັບສະໜາມບິນສາກົນ ຫລວງ ໂຄງການເຂື່ອນໄຟຟ້າດອນສະໂຮງ; ໜັງສືສະເໜີຂອງລັດຖະບານ ກ່ຽວກັບ ການຍົກເວັ້ນການຄິດໄລ່ອາກອນລາຍ ໄດ້ສຳລັບການເພີ່ມເງິນອຸດໜູນຄ່າ ຄອງຊີບໃຫ້ແກ່ພະນັກງານ-ລັດຖະ ກອນ, ທະຫານ, ຕຳຫລວດ, ພະນັກ ງານບຳນານ ແລະ ຜູ້ເສຍອົງຄະ; ຮ່າງ ແຜນຈັດສັນງົບປະມານການລົງທຶນ ຂອງລັດ ປະຈຳປີ 2025; ໜັງສືສະເໜີ ຂອງຄະນະປະຈໍາ ສະພາປະຊາຊົນ ນະຄອນຫລວງວຽງຈັນ ກ່ຽວກັບການ ຂໍໃຫ້ປຶກສາຫາລືຮ່ວມກັບລັດຖະບານ ໃນການພິຈາລະນາທົບທວນການອະ ນຸມັດສຳຫລວດ, ຊອກຄົ້ນ ແລະ ຂຸດຄົ້ນ ແຮ່ເກືອແຮ່ໂປຕາສ ຢູ່ນະຄອນຫລວງ ວຽງຈັນ. ນອກຈາກນີ້, ຍັງໄດ້ຮັບຟັງການ ລາຍງານຜົນການຮຽບຮຽງ ເນື້ອໃນ ກົດໝາຍຂົງເຂດສະພາແຫ່ງຊາດ 3 ສະບັບຄື: ກົດໝາຍວ່າດ້ວຍສະພາແຫ່ງ ຊາດ, ກົດໝາຍວ່າດ້ວຍສະພາປະຊາ ຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ລາຍງານຄືນຜົນການປັບປຸງເນື້ອໃນ ຮ່າງກົດໝາຍວ່າດ້ວຍການສົ່ງເສີມ ການລົງທຶນ; ລາຍງານຄວາມຄືບໜ້າ ດ້ານຕ່າງໆໃນການກະກຽມເປັນເຈົ້າ ພາບຈັດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ແລະ ກອງປະຊຸມພົບປະລະຫວ່າງຜູ້ນຳອາ ຊຽນ ແລະ ຜູ້ນຳໄອປາ, ພ້ອມທັງທິດ ທາງແຜນການວຽກງານໃນຕໍ່ໜ້າ; ພິ ຈາລະນາຄຳຮ້ອງຂໍຄວາມເປັນທຳ 3 ເລື່ອງ. ຂ່າວ: ສພຊ 3 ຂັ້ນ ໃຫ້ບັນລຸຜົນສຳເລັດຕາມລະ ດັບຄາດໝາຍ. ຄຽງຄູ່ກັນນັ້ນ, ກໍໃຫ້ ເອົາໃຈໃສ່ ເພີ່ມທະວີຈັດຕັ້ງປະຕິບັດໜ້າ ທີ່ການເມືອງຢ່າງແຂງແຮງ ເພື່ອສ້າງ ຂະບວນການໃຫ້ຟົດຟື້ນ ໂດຍສະເພາະ ວຽກງານວິຊາສະເພາະ ໃນແຕ່ລະຂົງ ເຂດວຽກງານ, ປະຕິບັດໃຫ້ ບັນລຸຕາມ ແຜນການທີ່ວາງ ໄວ້ຕິດພັນກັບການ ຄົ້ນຄວ້າຢ່າງເລິກ ເຊິ່ງຕໍ່ກັບແຜນພັດ ທະນາຂອງຂະແໜງການ ດ້ວຍເປັນ ເຈົ້າການ ແລະ ຄວາມຮັບຜິດຊອບສູງ. ໂອກາດນີ້, ສະຫາຍ ດາວວົງ ພອນ ແກ້ວ ກໍາມະການສູນກາງພັກ, ເລຂາ ພັກແຂວງ, ເຈົ້າແຂວງສາລະວັນ ກໍໄດ້ ລາຍງານໂດຍສັງເຂບໃນການນໍາພາ- ຊີ້ນໍາ ວຽກງານທີ່ພົ້ນເດັ່ນຂອງ ແຂວງ ໃນການຈັດຕັ້ງປະຕິບັດວຽກງານຮອບ ດ້ານ ເປັນຕົ້ນ ການພັດທະນາເສດຖະ ກິດ ມີການຂະຫຍາຍຕົວໃນທ່ວງທ່າດີ ຂຶ້ນ, ການສຸມໃສ່ປະຕິບັດວຽກງານໃນ ຈຸດສຸມຕ່າງໆ ທີ່ເງື່ອນໄຂດ້ານທ່າແຮງ ບົ່ມຊ້ອນໃນການພັດທະນາເສດຖະ ກິດ-ສັງຄົມ ໂດຍສະເພາະແມ່ນການ ຊຸກຍູ້ສົ່ງເສີມການຜະລິດເຂົ້າ ເຊິ່ງຈຳ ນວນໜຶ່ງໄດ້ສົ່ງອອກເປັນສິນຄ້າໄປ ສປ ຈີນ, ການປູກພືດອຸດສາຫະກຳ, ພືດສະບຽງອາຫານ ແລະ ການສົ່ງເສີມ ການລ້ຽງສັດເປັນຟາມ ແລະ ແບບ ຄອບຄົວ ມີທ່າອ່ຽງເພີ່ມຂຶ້ນຫລາຍ ກວ່າເກົ່າ, ສຸມໃສ່ການກະກຽມເປັນ ເຈົ້າພາບງານມະຫະກໍາ ກິລານັກຮຽນ ມັດທະຍົມທົ່ວປະເທດ ຄັ້ງທີ VII ແລະ ວຽກງານອື່ນໆ. ໃນໂອກາດລົງເຄື່ອນໄຫວເຮັດວຽກ ຢູ່ແຂວງສາລະວັນ ສະຫາຍ ນາງ ສີໃສ ລືເດດມູນສອນ ຍັງໄດ້ພົບປະໂອ້ ລົມພະນັກງານຫລັກແຫລ່ງ ພະແນກ ອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງ ໂດຍໄດ້ເນັ້ນໃຫ້ເອົາ ໃຈໃສ່ຄຸ້ມ ຄອງລາຄາສິນຄ້າທີ່ມີຜົນກະທົບໄວຕໍ່ ຊີວິດການເປັນຢູ່ຂອງປະຊາຊົນ, ໃຫ້ ຄົ້ນຄວ້າ ແລະ ຊອກເງື່ອນໄຂຢ່າງເລິກ ເຊິ່ງຕໍ່ການນຳເຂົ້າປະເພດສິນຄ້າຕ່າງໆ, ສິ່ງໃດຄວນຫລີກເວັ້ນ ແລະ ສິ່ງໃດຄວນ ຊຸກຍູ້ສົ່ງເສີມ ເພື່ອໃຫ້ປະຊາຊົນມີວຽກ ເຮັດງານທຳ ໂດຍສະເພາະແມ່ນການ ປູກພືດເປັນສິນຄ້າ, ການລ້ຽງສັດປະ ເພດຕ່າງໆ ເພື່ອເຮັດໃຫ້ຊິວິດການເປັນ ຢູ່ທີ່ດີຂຶ້ນ; ເອົາໃຈໃສ່ຄົ້ນຄວ້າ ເພື່ອສືບ ຕໍ່ຜັນຂະຫຍາຍ ມະຕິ 04 ຂອງກົມການ ເມືອງສູນກາງພັກ ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ ທີ່ຈະເປັນທິດທາງຕົ້ນຕໍໃນການແກ້ໄຂ ບັນຫາສະພາບການຕ່າງໆໃນປັດຈຸບັນ. ພ້ອມນີ້, ຍັງເນັ້ນໃຫ້ຂຸ້ນຂ້ຽວເອົາ ໃຈໃສ່ໃນການກະກຽມດຳເນີນກອງ ປະຊຸມໃຫຍ່ຂອງຄະນະພັກຮາກຖານ ໃຫ້ຮັບປະກັນໄດ້ດ້ານເນື້ອໃນ, ບຸກຄະ ລາກອນ, ແຜນພັດທະນາຂະແໜງ ການເປັນຫລັກ ເພື່ອລົງເລິກໃສ່ວຽກ ງານວິຊາສະເພາະ, ກໍານົດທິດທາງ ຢ່າງລະອຽດ, ພາວະວິໄສ ແລະ ມີວິທະ ຍາສາດ, ສົມຄູ່ກັບວຽກງານຕົວຈິງ ໃນທ້ອງຖິ່ນ, ສິ່ງສຳຄັນດ້ານບຸກຄະລາ ກອນ ກໍຕ້ອງມີມາດຖານ, ເງື່ອນໄຂ ຄົບຖ້ວນ, ເລືອກເຟັ້ນເອົາບຸກຄົນ ທີ່ຈະ ນໍາພາພັດທະນາຂະແໜງການຂອງ ຕົນ, ມີວິໄສທັດ, ມີຄວາມຈົງຮັກພັກດີ, ຄຸນສົມບັດສິນທໍາປະຕິວັດທີ່ໜັກແໜ້ນ, ເຂັ້ມແຂງ ແລະເປັນຜູ້ທີ່ເຮັດແທ້ທໍາຈິງ ເພື່ອນໍາພາເປັນເສນາທິການໃຫ້ແກ່ອົງ ການປົກຄອງແຂວງ, ກະຊວງອຸດສາ ຫະກຳ ແລະ ການຄ້າ, ທັງຮັບໃຊ້ໜ້າທີ່ ການເມືອງ ດ້ວຍຄວາມເປັນເຈົ້າການ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ຫົວໜ້າຄະນະ... ຫົວໜ້າ ອອປສ... ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າ ຮ່ວມກອງປະຊຸມເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການ ສູງສຸດ ແຫ່ງ ສ ລັດເຊຍ ທີ່ນະຄອນ ວາລາດີວອສຕ໊ອກ ໂດຍມີບັນດາຄະ ນະຜູ້ແທນ ແລະ ສະມາຊິກ ຈາກ 62 ປະເທດ ເຂົ້າຮ່ວມ ແນໃສ່ພັດທະນາ ເສດຖະກິດຕາເວັນອອກ ແລະ ເປີດ ກວ້າງການຮ່ວມມືສາກົນ ໃນພາກພື້ນ ອາຊີ-ປາຊີຟິກ ເພື່ອສົ່ງເສີມການລົງ ທຶນຕ່າງປະເທດ ຢູ່ພາກຕາເວັນອອກ ຂອງລັດເຊຍ ແລະ ສ້າງຄວາມສະດວກ ໃນການປຶກສາຫາລືກ່ຽວກັບການພັດ ທະນາເສດຖະກິດໃນພາກພື້ນ. ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໃນຫົວຂໍ້: ການປົກປ້ອງສິດຂອງຜູ້ປະ ກອບການ ແລະ ນັກລົງທຶນ ໂດຍເນັ້ນ ເຖິງຄວາມສໍາຄັນຂອງການຕິດຕາມ ກວດກາການປະຕິບັດກົດໝາຍ, ປົກ ປ້ອງສິດຂອງຜູ້ປະກອບການ ແລະ ນັກ ລົງທຶນ ໂດຍຮັບປະກັນການຈັດຕັ້ງປະ ຕິບັດກົດໝາຍການລົງທຶນຢ່າງເຂັ້ມ ງວດ, ຕິດຕາມກວດກາການສືບສວນສອບສວນແລະ ການດຳເນີນຄະດີ, ສົ່ງ ເສີມການຈັດຕັ້ງປະຕິບັດໃຫ້ມີຄວາມ ເປັນທຳ ເພື່ອປ້ອງກັນການສໍ້ໂກງ, ການສໍ້ລາດບັງຫລວງ ແລະ ການຢຶດ ຊັບ, ການແກ້ໄຂຂໍ້ຂັດແຍ້ງ, ສົ່ງເສີມ ຄວາມໂປ່ງໃສໃນການປະຕິບັດທຸລະ ກິດແລະ ລະບຽບການຕ່າງໆ ເພື່ອສ້າງ ສະພາບແວດລ້ອມທີ່ປອດໄພ ແລະ ສະ ເໝີພາບໃຫ້ແກ່ນັກລົງທຶນ ແລະ ຜູ້ປະ ກອບການທັງໝົດ. ລັດຖະບານລາວ ຍັງໄດ້ສົ່ງເສີມ ການລົງທຶນພາຍໃນປະເທດ ດ້ວຍການ ຊຸກຍູ້ດ້ານພາສີ, ປັບປຸງການເຂົ້າເຖິງ ສິນເຊື່ອ, ການພັດທະນາພື້ນຖານໂຄງ ລ່າງ ແລະ ການປະຕິຮູບລະບຽບ ການ; ໄດ້ຮັບຮອງເອົານະໂຍບາຍເປີດ ປະຕູ, ສ້າງຕັ້ງເຂດເສດຖະກິດພິເສດ, ລົງນາມໃນສັນຍາການຄ້າ, ຊຸກຍູ້ການ ພົວພັນຄູ່ຮ່ວມມືພາກລັດ-ເອກະຊົນ ແລະ ການປະຕິບັດກົດໝາຍລົງທຶນທີ່ ເປັນມິດ. ພ້ອມກັນນັ້ນ, ລັດຖະບານຍັງ ໄດ້ປົກປ້ອງສິດຂອງນັກລົງທຶນ ໂດຍ ຜ່ານກົດໝາຍທີ່ຮັດກຸມ ຊຶ່ງລວມທັງ ກົດໝາຍວ່າດ້ວຍການສົ່ງເສີມການ ລົງທຶນ, ສິ່ງຈູງໃຈທາງພາສີແລະ ການ ຮັບປະກັນການປະຕິບັດທີ່ຍຸຕິທຳ. ນອກ ນີ້, ຍັງມີບັນດາກົນໄກການແກ້ໄຂຂໍ້ຂັດ ແຍ່ງ ເຊັ່ນ: ເຂົ້າຮ່ວມເປັນສະມະຊິກສົນ ທິສັນຍາການລົງທຶນສອງຝ່າຍກັບບັນ ດາປະເທດຕ່າງໆ, ໃຫ້ຄຳໝັ້ນສັນຍາ ດຳເນີນທຸລະກິດຢ່າງໂປ່ງໃສ ແລະ ຍຸຕິ ທຳ ເພື່ອສ້າງສະພາບແວດລ້ອມທີ່ໝັ້ນ ຄົງໃຫ້ບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ. ພ້ອມນີ້,ທ່ານໄຊຊະນະໂຄດພູທອນ ຍັງໄດ້ສະແດງຄວາມເຊື່ອໝັ້ນ ຕໍ່ຜົນ ຂອງກອງປະຊຸມເວທີປຶກສາຫາລື ເສດ ຖະກິດພາກຕາເວັນອອກ (EEF) 2024 ໃນຄັ້ງນີ້, ຈະປະກອບສ່ວນສໍາ ຄັນເຂົ້າໃນການຊຸກຍູ້ການຮ່ວມມືລະ ດັບພາກພື້ນ ແລະ ສາກົນ ຍິ່ງຂຶ້ນ. ຂ່າວ-ພາບ: ອອປສ ແຫ່ງ ທີ 6 , ສ້ອມແປງດອກໄຟເຍືອງ ທາງ, ປະດັບປະດາຕິດທຸງຊາດ, ທຸງ ພັກ, ທຸງທິວ, ມີການຝຶກຊ້ອມສິລະປະ- ວັນນະຄະດີ, ຟ້ອນສາລະວັນຂອງນັກ ຮຽນ, ກະກຽມສິນຄ້າຫັດຖະກໍາ-ກະສິ ກໍາມາວາງສະແດງ ແລະ ຈໍາໜ່າຍເປັນ ຕົ້ນສິນຄ້າໂອດັອບ, ຫັດຖະກໍາ ຈັກສານ ຫວາຍ, ແຜນແພໜອງແສງ, ສາດເຕີຍ, ຟອຍທັກ, ປີ້ງໄຂ່, ປີ້ງໄກ່ ແລະ ອື່ນໆ. ພ້ອມທັງໄດ້ຈັດວາງກໍາລັງປກຊ- ປກສ, ກອງຫລອນບ້ານຕະຫລອດກອງຮ້ອຍ ຊາຍແດນ ເພື່ອກຽມພ້ອມຮັບໃຊ້ໃນ ງານຄັ້ງນີ້. ດ່ານທ້ອງຖິ່ນປາກຕາພານ ໄດ້ນໍາ ໃຊ້ເປັນດ່ານປະເພນີມາແຕ່ປີ 1988 ເປັນຕົ້າມາ ແລະ ໄດ້ຮັບການປັບປຸງ ທາງດ້ານພື້ນຖານໂຄງລ່າງ, ດ້ານບຸກ ຄະລາກອນປະຈໍາດ່ານຕະຫລອດມາ. ດ່ານປາກຕາພານມີເນື້ອທີ່ມທັງໝົດ ບໍ່ນັບເນື້ອທີ່ບໍລິການ ແລະ ເຂດທຸລະ ກິດມີ5 ເຮັກຕາ, ສະເພາະບໍລິເວນດ່ານ ກວດກາຄົນ ແລະ ສິນຄ້າມີເນື້ອ ທີ່ 1,5 ເຮັກຕາ, ເນື້ອທີ່ສາງຄ່ຽນ ຖ່າຍສິນຄ້າ ມີ 3,5 ເຮັກຕາ. ຂ່າວ-ພາບ: ຄັດທະນາມ ກຽມພ້ອມ... ຜູ້ບັນຊາການທະຫານ... ຜູ້ບັນຊາການທະຫານສູງສຸດກອງທັບ ປະເທດອາຊຽນ ຍັງໄດ້ພ້ອມກັນແລກ ປ່ຽນກ່ຽວກັບສະພາບທີ່ພົ້ນເດັ່ນໃນ ພາກພື້ນ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືວຽກງານປ້ອງກັນຊາດ ເພື່ອເສີມສ້າງຂີດຄວາມສາມາດ, ຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ກອງທັບ ຂອງບັນດາປະເທດສະມາຊິກ ອາຊຽນ ໃນການຮັບມືກັບສິ່ງທ້າທາຍ ຕໍ່ຄວາມໝັ້ນຄົງ ໃນປັດຈຸບັນ ແລະ ໃນອະນາຄົດ, ທັງເປັນການປະກອບ ສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງ ຂອງພາກພື້ນ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບ ຮອງເອົາແຜນການ 2 ປີຂອງທະຫານ ອາຊຽນ 2024-2026, ເຊິ່ງລວມ ມີບັນດາກອງປະຊຸມ ແລະ ກິດຈະກໍາ ຕ່າງໆ ພາຍໃຕ້ແຜນງານ ຂອງກອງ ປະຊຸມ ລັດຖະມົນຕີປ້ອງກັນປະເທດ ອາຊຽນ, ອາຊຽນ-ບວກ, ກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ພິຈາລະ ນາ, ຮັບຮອງ ແລະ ລົງນາມຖະແຫລງ ການຮ່ວມກອງປະຊຸມ ຜູ້ບັນຊາການ ທະຫານສູງສຸດອາຊຽນ ຄັ້ງທີ 21 ເຊິ່ງ ເປັນພື້ນຖານສໍາຄັນ ໃຫ້ແກ່ການສືບ ຕໍ່ຈັດຕັ້ງປະຕິບັດທິດທາງການຮ່ວມ ມືຂອງທະຫານອາຊຽນ. ພ້ອມນີ້, ກອງທັບປະຊາຊົນລາວ ຍັງໄດ້ມອບ ໂອນການເປັນປະທານ ກອງປະຊຸມຜູ້ ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 22, ກອງປະຊຸມຫົວໜ້າສືບຂ່າວ ທະຫານອາຊຽນຄັ້ງທີ 22 ແລະ ກອງ ປະຊຸມຫົວໜ້າສູ້ຮົບອາຊຽນຄັ້ງທີ 15 ໃຫ້ແກ່ມາເລເຊຍ ສືບຕໍ່ເປັນປະທານ ກອງປະຊຸມ ໃນປີ 2025. ໂອກາດນີ້, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຍັງໄດ້ຕາງໜ້າໃຫ້ນາຍ ແລະ ພົນທະຫານ ຂອງກອງທັບປະ ຊາຊົນລາວ, ສະແດງຄວາມຂອບໃຈ ມາຍັງກອງທັບບັນດາປະເທດສະມາ ຊິກອາຊຽນ ແລະ ຕີມໍແລັດສະເຕ ທີ່ໄດ້ ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນ ກອງປະຊຸມຄັ້ງນີ້, ພ້ອມທັງສະແດງ ຄວາມຂອບໃຈ ແລະ ຊົມເຊີຍ ມາຍັງ ກອງເລຂາອາຊຽນ ຂອງກະຊວງ ປ້ອງກັນປະເທດ, ບັນດາອານຸກໍາມະ ການ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ປະກອບສ່ວນເຂົ້າໃນການຫ້າງ ຫາກະກຽມ ແລະ ຈັດຕັ້ງກອງປະຊຸມ ຄັ້ງນີ້ ດ້ວຍຜົນສໍາເລັດອັນຈົບງາມ. ລາວ ເພີ່ມທະວີ... ລາວ ຖືເປັນຂີດໝາຍສຳຄັນຂອງ ປະເທດ ໃນການປັບປຸງການບັນລຸເປົ້າ ໝາຍດ້ານການສຶກສາ ໂດຍຜ່ານຜົນ ການຮຽນທີ່ເພີ່ມຂຶ້ນ, ພ້ອມດຽວກັບ ການຫລຸດຜ່ອນຄວາມສ່ຽງຕໍ່ກັບການ ຂາດສານອາຫານຂອງເດັກນ້ອຍ, ຫລາຍກວ່າ 33% ຂອງເດັກນ້ອຍໃນ ສປປ ລາວ ຍັງປະສົບກັບບັນຫາການ ຂາດສານອາຫານແບບຊໍາເຮື້ອ ສົ່ງ ຜົນກະທົບຕໍ່ການພັດທະນາທາງດ້ານ ສະຕິປັນຍາ ແລະ ຜົນການຮຽນຂອງ ເຂົາເຈົ້າ. ປັດຈຸບັນ ແຜນງານສົ່ງເສີມ ອາຫານທ່ຽງໃນໂຮງຮຽນ ກວມເອົາ ປະມານ 25% ຂອງໂຮງຮຽນປະຖົມ ທັງໝົດໃນທົ່ວປະເທດ. ໃນນັ້ນ, ມີເດັກ ນ້ອຍປະມານ 250.000 ຄົນ ໄດ້ຮັບ ຜົນປະໂຫຍດຈາກວຽກງານດັ່ງກ່າວ. ໃນຖານະທີ່ເປັນສະມາຊິກໃໝ່ຂອງ ສະຫະພັນອາຫານໃນໂຮງຮຽນ, ສປປ ລາວ ຈະສຸມໃສ່ການສົ່ງເສີມ ແລະ ການຂະຫຍາຍແຜນງານສົ່ງເສີມອາ ຫານທ່ຽງໃນໂຮງຮຽນ ດ້ວຍການຮ່ວມ ມືກັບບັນດາຄູ່ຮ່ວມພັດທະນາທັງພາຍ ໃນ ແລະ ຕ່າງປະເທດ ເພື່ອປັບປຸງ ແລະ ພັດທະນາແຜນງານ ໃຫ້ມີຄວາມຍືນ ຍົງ ແລະ ຕອບສະໜອງຄວາມຕ້ອງ ການດ້ານສານອາຫານຂອງນັກຮຽນ, ພ້ອມກັນນັ້ນ, ກໍຈະສົ່ງເສີມການສະ ໜັບສະໜູນການຜະລິດກະສິກຳ ແລະ ສະມາຊິກຂອງສະຫະພັນດັ່ງກ່າວ, ຍັງ ໄດ້ສ້າງໂອກາດໃຫ້ສປປລາວໃນການ ເຂົ້າຮ່ວມການສົນທະນາໃນລະດັບສາ ກົນ, ແລກປ່ຽນປະສົບການ ແລະ ຮຽນ ຮູ້ຈາກຜົນສຳເລັດຂອງບັນດາ ປະເທດ ທີ່ເປັນສະມາຊິກ ໂດຍລວມແລ້ວ, ຈະ ຊ່ວຍໃຫ້ ສປປ ລາວ ສາມາດບັນລຸບັນ ດາເປົ້າໝາຍການພັດທະນາໃນລະດັບ ຊາດ ແລະ ສາກົນ ຕາມກຳນົດເວລາທີ່ ເໝາະສົມ ແລະ ປະກອບສ່ວນເຂົ້າໃນ ການພັດທະນາສັງຄົມ ໃຫ້ມີຄວາມ ເຂັ້ມແຂງ, ມີການສຶກສາ ແລະ ມີ ຄວາມຈະເລີນຮຸ່ງເຮືອງຫລາຍຂຶ້ນ. ໂອກາດດຽວກັນ, ທ່ານ ນາງ ຊີວແລັງ ຊູອອກ ເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ສປປ ລາວ ກໍໄດ້ເນັ້ນວ່າ: ລັດຖະບານຝຣັ່ງ ມີຄວາມດີໃຈຢ່າງ ຍິ່ງທີ່ ສປປ ລາວ ເຂົ້າເປັນສະມາຊິກ ສະຫະພັນອາຫານໃນໂຮງຮຽນເພາະ ວ່າລັດຖະບານຝຣັ່ງ ໄດ້ມີສ່ວນຮ່ວມ ໃນການສະໜັບສະໜູນ ເຂົ້າເປັນສະມາ ຊິກ. ສປປ ລາວ ແມ່ນໜຶ່ງໃນບັນດາປະ ເທດບຸລິມະສິດ ຂອງລັດຖະບານຝຣັ່ງ ໃນການປັບປຸງວຽກງານດ້ານໂພຊະ ນາການ ເນື່ອງຈາກລັດຖະບານລາວ ໄດ້ຖືເອົາວຽກອາຫານທ່ຽງໃນໂຮງ ຮຽນເປັນວຽກບຸລິມະສິດອັນໜຶ່ງ ເພື່ອ ສ້າງເງື່ອນໄຂໃຫ້ແກ່ການພັດທະນາ ປະເທດ ແລະ ປະຊາຊົນ. ດັ່ງນັ້ນ, ລັດ ຖະບານ ຝຣັ່ງ ຈຶ່ງໄດ້ໃຫ້ການສະໜັບ ສະໜູນການປັບປຸງຕໍ່ກັບບັນຫາຄວາມ ບໍ່ໝັ້ນຄົງດ້ານສະບຽງອາຫານ ແລະ ການຂາດສານອາຫານ ໃນ ສປປ ລາວ ໂດຍຜ່ານອົງການອາຫານໂລກນັບ ແຕ່ປີ 2019 ເປັນຕົ້ນມາ, ດ້ວຍການ ປະກອບສ່ວນເປັນງົບ ປະມານ 3,3 ລ້ານເອີໂຣ. ຂ່າວ: ກິດຕາ ລາວ ເຂົ້າຮ່ວມ... ພະ ບາງ ລວມທັງນຳສະເໜີລາຍລະ ອຽດຕ່າງໆ ຂອງແຜນການໃນປີຕໍ່ໄປ ເຊິ່ງລວມມີ ວຽກງານການອອກແບບ ເພີ່ມຕື່ມ ແລະ ການຈັດຝຶກອົບຮົມໃຫ້ຜູ້ ຄຸ້ມຄອງການບິນຂອງລາວ. ພ້ອມກັນນີ້, ທ່ານ ຈອງ ຢອງຊູ (Jung Yung Soo) ເອກອັກຄະລັດ ຖະທູດ ສ ເກົາຫລີ ປະຈຳລາວ ໄດ້ສະ ແດງຄວາມເຊື່ອໝັ້ນວ່າ: ການຮ່ວມ ມືຄັ້ງນີ້, ຈະເພີ່ມທະວີຄວາມປອດໄພ ດ້ານການຂົນສົ່ງທາງອາກາດ ຢູ່ລາວ ແລະ ເພີ່ມທະວີການພົວພັນດ້ານເສດ ຖະກິດ ລະຫວ່າງສອງປະເທດ ໂດຍສະ ເພາແມ່ນໃນຂົງເຂດການທ່ອງທ່ຽວ. ທ່ານ ພາກ ຈອງຄິວ ຜູ້ອຳນວຍ ການໃຫຍ່ ອົງການສົ່ງເສີມການຄ້າການລົງທຶນ ສ ເກົາຫລີ (KOTRA) ວຽງຈັນ ໄດ້ກ່າວວ່າ: ການປັບປຸງການ ຄຸ້ມຄອງນ່ານຟ້າຜ່ານໂຄງການ KSP ສາມາດໃຫ້ສົມບູນຂຶ້ນໄດ້ ໂດຍການ ຍົກລະດັບການປະຕິບັດງານຂອງສະ ໜາມບິນ, ປັບປຸງແສງສະຫວ່າງໃນອາ ຄານຜູ້ໂດຍສານ ແລະ ບັນດາໂຄງລ່າງ ພື້ນຖານທີ່ສໍາຄັນອື່ນໆ. ການປັບປຸງ ດັ່ງກ່າວ ສາມາດບັນລຸໄດ້ໂດຍການ ຮ່ວມມືພາກລັດ-ເອກະຊົນ(PPP), ການພັດທະນາດັ່ງກ່າວ ບໍ່ພຽງແຕ່ ຈະ ປັບປຸງຄວາມປອດໄພ ແລະ ປະສິດທິ ພາບການຂົນສົ່ງທາງອາກາດເທົ່າ ນັ້ນ, ຫາກຍັງຊ່ວຍຊຸກຍູ້ການພັດທະນາ ເສດຖະກິດ ແລະ ຮັດແໜ້ນສາຍພົວພັນ ທາງເສດຖະກິດລະຫວ່າງ ສ ເກົາຫລີ ແລະ ລາວ. ເສດຖະກິດທ້ອງຖິ່ນ ອີກດ້ວຍ. ທ່ານ ພຸດ ສິມມາລາວົງ ລັດຖະມົນ ຕີ ກະຊວງສຶກສາ ແລະ ກິລາ ໄດ້ມີຄໍາ ເຫັນວ່າ: ການເຂົ້າຮ່ວມເປັນສະມາຊິກ ຂອງສະຫະພັນອາຫານໃນໂຮງຮຽນ ແມ່ນບາດກ້າວສຳຄັນ ຕໍ່ກັບຍຸດທະ ສາດແຫ່ງຊາດ ຂອງປະເທດ ໃນການ ປັບປຸງສຸຂະພາບ ແລະ ການສຶກສາ ຂອງເດັກ; ການໃຫ້ອາຫານທີ່ມີໂພຊະ ນາການໃນໂຮງຮຽນແມ່ນມີຄວາມຈໍາ ເປັນບໍ່ພຽງແຕ່ເຮັດໃຫ້ນັກຮຽນມີສຂະ ພາບແຂງແຮງເທົ່ານັ້ນ, ແຕ່ຍັງເຮັດ ໃຫ້ເຂົາເຈົ້າບັນລຸຜົນສໍາເລັດ ດ້ານການ ຮຽນຮູ້ ແລະ ກາຍເປັນຊັບພະຍາກອນ ມະນຸດ ທີ່ມີຄຸນນະພາບ, ປະກອບສ່ວນ ເຂົ້າໃນການພັດທະນາປະເທດຊາດ. ສປປ ລາວ ມີແຜນພັດທະນາແຫ່ງຊາດ ດ້ານໂພຊະນາການໃນໂຮງຮຽນນັບ ຕັ້ງແຕ່ປີ 2000 ຮ່ວມກັບຄູ່ຮ່ວມງານ ເຊັ່ນ: ອົງການອາຫານໂລກ (WFP), ອົງການບັນເທົາທຸກກາໂຕລິກ(CRS) ແລະ ທະນາຄານໂລກ ເຊິ່ງໄດ້ຮັບການ ສະໜັບສະໜູນຈາກຜູ້ໃຫ້ທຶນຫລາຍ ປະເທດດ້ວຍກັນ. ແຜນງານສົ່ງເສີມ ວຽກງານອາຫານທ່ຽງໃນໂຮງຮຽນ ໄດ້ດຳເນີນການຈັດຕັ້ງປະຕິບັດ ຢ່າງ ເປັນທາງການໃນປີ 2010 ໃນເຂດ ພື້ນ ທີ່ບູລິມະສິດຂອງລັດຖະບານ ໂດຍ ສະເພາະໃນຂົງເຂດທີ່ມີຄວາມສ່ຽງຕໍ່ ດ້ານສະບຽງອາຫານ ແລະ ການຂາດ ສານອາຫານສູງ. ການເຂົ້າຮ່ວມເປັນ ຂປລ. ອົງການສົ່ງເສີມການຄ້າການລົງທຶນ ສ ເກົາຫລີ (KOTRA) ວຽງຈັນ ຈັດສຳມະນາວ່າດ້ວຍບົດລາຍ ງານເທື່ອສຸດທ້າຍຂອງໂຄງການແບ່ງ ປັນຄວາມຮູ້ (KSP) ພາຍໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນ ບິນຂອງສະໜາມບິນສາກົນຫລວງພະ ບາງ” ໃນວັນທີ 3 ກັນຍາ 2024 ຜ່ານ ມາ ຢູ່ນະຄອນຫລວງວຽງຈັນ ໂດຍ ການສະໜັບສະໜູນຈາກ ກະຊວງ ເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນ ຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດ ຂອງລາວ. ຮູບເງົາ ນວນແສງ... ນັກສຶກສາຍິງຄົນໜຶ່ງ ທີ່ຫາກໍ່ຮຽນຈົບ ສາຍຄູປະຖົມ ຢູ່ທີ່ວິທະຍາໄລຄູດົງ ຄຳຊ້າງ ຊື່ນວນແສງ ເຊິ່ງນາງເປັນຄົນ ມີຈິດໃຈທີ່ດີງາມ, ມັກສຶກສາຮໍ່າຮຽນ, ມັກເດັກນ້ອຍແລະທີ່ສຳຄັນແມ່ນນວນ ແສງ ສົນໃຈກ່ຽວກັບປະຫວັດສາດ ລາວ ໂດຍສະເພາະ ກ່ຽວກັບລະເບີດ ບໍ່ທັນແຕກຢູ່ລາວ. ຫລັງຈາກຈົບການ ສຶກແລ້ວ ກໍໄດ້ຖືກສັບຊ້ອນໃຫ້ໄປເປັນ ຄູສອນຢູ່ແຂວງຊຽງຂວາງ ໃນເຂດ ຫ່າງໄກທຸລະການດານ, ເວລາຜ່ານໄປ ເຮັດໃຫ້ ນວນແສງ ໄດ້ຮຽນຮູ້ສະພາບ ການການຂອງບ້ານເມືອງ ແລະ ຄວາມ ທຸກຍາກຂາດເຂີນຂອງປະຊາຊົນ ພາຍ ໃນບ້ານ, ລາວໄດ້ຊອກວິທີທາງເພື່ອຈະ ຊ່ວຍເຫລືອ ແລະ ສົ່ງຄວາມຮູ້ໃຫ້ນັກ ຮຽນໄດ້ໃຫ້ຫລາຍທີ່ສຸດ, ນວນແສງ ໄດ້ຍາດເວລາເພື່ອຊອກຂໍ້ມູນກ່ຽວລະ ເບີດບໍ່ທັນແຕກແລະຜົນກະທົບຂອງມັນ ມາສອນໃຫ້ນັກຮຽນໄດ້ຮັບຮູ້ແລະ ເຂົ້າ ໃຈກ່ຽວກັບຜົນຮ້າຍຂອງລະເບີດຍັງ ບໍ່ທັນແຕກ ຢ່າງກວ້າງຂວາງ. ໂອກາດນີ້, ທ່ານຫົວໜ້າກົມຮູບເງົາ ໄດ້ເຊີນຊວນໃຫ້ ພະນັກງານ, ທະຫານ, ຕໍາຫລວດ, ນັກຮຽນ-ນັກສຶກສາ, ພໍ່ແມ່ ປະຊາຊົນພາຍໃນນະຄອນຫລວງ ແລະ ຕ່າງແຂວງມາຊົມຮູບເງົາຂອງຄົນລາວ, ຊ່ວຍສົ່ງເສີມຜະລິດຕະພັນລາວ, ທັງ ເປັນບົດຮຽນ ແລະ ເປັນຄະຕິເຕືອນໃຈ ໃຫ້ທຸກຄົນພາຍໃນຊາດ ໄດ້ຮັບຮູ້ເຖິງ ຜົນກະທົບ ຈາກສິ່ງເສດເຫລືອປາງສົງ ຄາມທີ່ຍັງຄົງຫລົງເຫລືອຢູ່ພາຍໃນປະ ເທດ ຂອງພວກເຮົາ ເຊິ່ງບໍ່ຮູ້ໄດ້ວ່າເມື່ອ ໃດມັນຈະໝົດໄປຈາກບ້ານເມືອງ, ມັນ ໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນ ຂອງພໍ່ແມ່ປະຊາຊົນ ແລະ ເປັນສິ່ງທ້າ ທາຍຕໍ່ການພັດທະນາເສດຖະກິດຂອງ ປະເທດເຮົາ ແລະ ຫວັງຢ່າງຍິ່ງ ວ່າຮູບ ເງົາເລື່ອງນີ້ ຈະເປັນສ່ວນໜຶ່ງໃນການ ເຜີຍແຜ່ໃຫ້ຮູ້ເຖິງຜົນກະທົບຂອງລະ ເບີດ ທີ່ຍັງບໍ່ທັນແຕກຕົກຄ້າງຢູ່ໃນລາວ, ສະທ້ອນໃຫ້ເຫັນນ້ຳໃຈເສຍສະລະ ຂອງພະນັກງານ,ຄູ,ອາຈານ,ທະຫານ, ຕຳຫລວດ ຍາມໃດກໍຕ້ອງ ໄດ້ຖືເອົາ ຄວາມຢູ່ເປັເປັນສຸກຂອງປະຊາຊົນມາ ກ່ອນ, ຮູ້ຈັກເສຍສະລະຄວາມສຸກ ສ່ວນຕົວ ເພື່ອໃຫ້ເດັກນ້ອຍຊົນນະບົດ ໄດ້ມີໂອກາດຮ່ຳຮຽນໜັງສື ແລະ ມີໂອ ກາດ ທີ່ຈະພັດທະນາໂຕເອງ ເພື່ອພ້ອມ ກັນສ້າງສາພັດທະນາປະເທດຊາດ ໃຫ້ ຈະເລີນຮຸ່ງເຮືອງ. ຂ່າວ-ພາບ: ກິດຕາ ຂປລ. ຮູບເງົາເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າຊິນີເພັກວຽງຈັນເຊັນເຕີ, ໂຮງ ຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບ ເງົາຊີຕີ້ເພັກດົງໂດກ. ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າ ກົມຮູບເງົາ, ທັງເປັນຜູ້ອຳນວຍການ ສ້າງຮູບເງົາ ນວນແສງ ໄດ້ຖະແຫລງ ຂ່າວ ໃນວັນທີ 5 ກັນຍາ 2024 ນີ້ວ່າ: ຮູບເງົາ ນວນແສງ ຖືກສ້າງ ແລະ ຜະ ລິດໂດຍທີມງານກົມຮູບເງົາ ກະຊວງ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ອງທ່ຽວ ເຊິ່ງເນື້ອໃນຂອງຮູບ ເງົາດັ່ງກ່າວ ແມ່ນພັນລະນາກ່ຽວ ກັບ

RkJQdWJsaXNoZXIy MTc3MTYxMQ==