ສປຈີນ ຈັດສັນງົບປະມານໃຫ້ ອາຟຣິກາ ດ້ວຍມູນຄ່າ 360.000 ລ້ານຢວນ

06/09/2024 18:55
Email Print 439
ຂປລ ທ່ານ ສີຈິ້ນຜິງ ປະທານ ປະເທດ ສປຈີນ ໄດ້ໃຫ້ຄຳໝັ້ນສັນຍາ ໃນເວລາ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຄວາມຮ່ວມມື ສປຈີນ-ອາຟຣິກາ ປະຈຳປີນີ້ ທີ່ ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິງ ໂດຍມີ ຜູ້ນໍາ ແລະ ຕົວແທນ ລະດັບສູງ ມາຈາກ ຫລາຍກວ່າ 50 ປະເທດ ໃນອາຟຣິກາ ເຂົ້າຮ່ວມ

ຂປລ. ສຳນັກ​ຂ່າວ​ຕ່າງ ປະ​ເທດ ລາຍ​ງານ ​ຈາກ​ນະຄອນຫລວງ ປັກ​ກິ່ງ ປະ​ເທດ ສ​ປຈີນ ​ເມື່ອ​ວັນ​ທີ 5 ກັນຍາ​ວ່າ:  ທ່ານ ສີ​ຈິ້ນ​ຜິ​ງ ປະທານ ​ປະ​ເທດ ສປຈີນ ໄດ້ໃຫ້ຄຳໝັ້ນສັນຍາ ໃນເວລາ ເຂົ້າຮ່ວມ​ ກອງ​ປະຊຸມ ສຸດ​ຍອດ​ ຄວາມ​ຮ່ວມ​ມື ສປຈີນ-ອາ​ຟຣິກາ ປະຈຳ​ປີ​ນີ້ ທີ່ ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິງ ໂດຍມີ​ ຜູ້​ນໍາ ​ແລະ ຕົວ​ແທນ ລະດັບ​ສູງ ມາຈາກ​ ຫລາຍ​ກວ່າ 50 ປະ​ເທດ ​ໃນ​ອາ​ຟຣິກາ ​ເຂົ້າ​ຮ່ວມ, ໂດຍລະບຸວ່າ ຈີນ ຈະຈັດສັນ ບ້ວງເງິນປະມານ  360.000 ລ້ານ​ຢວນ ໃຫ້ແກ່ ອາ​ຟຣິກາ ໃນໄລຍະ ເວລາ 3 ປີ  ເພື່ອ​ພັດທະນາ ເສດຖະກິດ ໃນພາກພື້ນນີ້ ແລະ ຄາດວ່າ ຈະ​ຊ່ວຍ​ສ້າງ​ ວຽກ​ເຮັດ​ ງານ​ທຳ ຫລາຍ​ກວ່າ 1 ລ້ານ​ຕຳ​ແໜ່​ງ.  ຂະນະ​ດຽວ​ກັນ ຜູ້ນຳ​ ສປຈີນ ຍັງກ່າວ​​ເຖິງ ​ໂຄງການ ພັດທະນາ ພະລັງງານ​ສະອາດ ຫລາຍ​ກວ່າ 30 ​ໂຄງການ ​ໃນ​ອາ​ຟຣິກາ ​ເພື່ອສະໜັບສະໜູນ ​ເປົ້າ​ໝາຍ ​ຂອງ ພາກ​ພື້ນ​​ນີ້ ໃນ​ການ​ ນໍາໃຊ້ ພະລັງງານ ​ນີວ​ເຄລຍ ​ເພື່ອ​ບັນ​ເທົາ​ ວິ​ກິດ ຂາດ​ແຄນ​ ພະລັງງານ​ ໃນ​ທະວີບ ອາ​ຟຣິກາ ຊຶ່ງ​ເປັນ ​ອຸປະສັກ​ ສຳຄັນ ຂອງ​ ການພັດທະນາ ອຸດສາຫະກຳ ໃນ ພາກ​ພື້ນ. /

 

KPL

ຂ່າວອື່ນໆ

ads
ads

Top