ໂລກ້າ ເປີດໃຫ້ບໍລິການແບບໃໝ່

05/09/2024 12:26
Email Print 684
ຂປລ ບໍລິສັດ ໂລກ້າ ຈຳກັດ ຖືເປັນບໍລິສັດອັນດັບໜຶ່ງ ໃນການໃຫບໍລິການຕັກຊີອອນລາຍຜ່ານແອັບພລິເຄຊັນ ແລະ ໄດ້ນໍາສະເໜີບໍລິການໃໝ່ຊ່ືວ່າ ໂລກ້າ ມິນິ (Loca Mini) ຢ່າງເປັນທາງການໃນທ້າຍອາທິດຜ່ານມາ.

     *ບໍລິສັດ ໂລກ້າ ຈຳກັດ ຖືເປັນບໍລິສັດອັນດັບໜຶ່ງ ໃນການໃຫບໍລິການຕັກຊີອອນລາຍຜ່ານແອັບພລິເຄຊັນ ແລະ ໄດ້ນໍາສະເໜີບໍລິການໃໝ່ຊ່ືວ່າ ໂລກ້າ ມິນິ (Loca Mini) ຢ່າງເປັນທາງການໃນທ້າຍອາທິດຜ່ານມາ  ດ້ວຍຄວາມມຸ່ງໝັ້ນທ່ີຈະຄົ້ນຄວ້າພັດທະນາຜະລິດຕະພັນ ແລະ  ການບໍລິການໃໝ່ຢ່າງຕໍ່ເນື່ອງ ເພື່ອໃຫ້ທຸກຄົນສາມາດເດີນທາງໄປກັບໂລກ້າຢ່າງສະດວກສະບາຍ, ວ່ອງໄວ ແລະ ປອດໄພ.

     ເນື່ອງຈາກວ່າລົດ ໂລກ້າ ມິນິ  ມາພ້ອມການບໍລິການທ່ີແປກໃໝ່  ແລະ ທັນສະໄໝໃຫ້ທຸກຄົນໄດ້ສຳຜັດແລ້ວມື້ນີ້ໃນນະຄອນຫລວງວຽງຈັນ ດ້ວຍຂະໜາດຂອງລົດທ່ີມີຄວາມກະທັດຮັດສາມາດຮັບຜູ້ໂດຍສານໄດ້ສູງສຸດເຖິງ 2-3 ຄົນ, ມີ ແອເຢັນສະບາຍ ແລະ ໝົດບັນຫາ ກ່ຽວກັບສະພາບອາກາດຝົນຕົກ  ຫລື ມົນລະພິດຈາກຄວັນລົດ, ບໍລິການໂລກ້າ ມິນິ ສ້າງຂຶ້ນມາເພື່ອຕອບໂຈດຫລາຍບັນຫາ ບ່ວ່າຈະເປັນການນັ່ງລົດທີ່ມີແອເຢັນສະບາຍໃນລາຄາປະຢັດ, ບໍ່ຕ້ອງຢ້ານປຽກຝົນ, ແດດຮ້ອນ ແລະ ຝຸ່ນຄວັນ.  ນອກຈາກນັ້ນຍັງມີສາຍຮັດ ເພື່ອຄວາມປອດໄພ ແລະ ຖົງລົມນີລະໄພ ເພື່ອຄວາມປອດໄພຂອງຜູ້ໂດຍສານທຸກຄົນອີກດ້ວຍ.

    ລົດໂລກ້າມິນິແມ່ນລົດພະລັງງານໄຟຟ້າ 100  ເປີເຊັນ  ໂຕລົດມີຄວາມກະທັດຮັດ ແລະ ແຂງແຮງ,  ມີລະບົບຂັບເຄື່ອນທີ່ທັນສະໄໝ ເຊັ່ນ: ລະບົບເລກ ABS, ກ້ອງຫລັງ  ແລະ ມາພ້ອມກັບລະບົບເຊັນເຊີຊ່ວຍເຕືອນຕ່າງໆ ເຊິ່ງມັນໄດ້ເພີ່ມຄວາມເຊື່ອໝັ້ນ ແລະ ເພີ່ມປະສິດທິພາບຂອງການເດີນທາງຄຽງຄູ່ກັບຄວາມທັນສະໄໝທີ່ພາໃຫ້ການເດີນທາງພາຍໃນຕົວເມືອງມີຄວາມສະດວກສະບາຍ, ປອດໄພ ແລະ ວ່ອງໄວ ທັນໃຈຍິ່ງຂຶ້ນ ດ້ວຍປະກັນໄພເດີນທາງພາຍໃນຖ້ຽວທີ່ຄຸ້ມຄອງສູງສຸດເຖິງ 500 ລ້ານກີບ. ມີຄ່າບໍລິການທ່ີປະຢັດກວ່າ ແລະ ຍັງຊ່ວຍຫລຸດຜ່ອນມົນລະພິດທາງອາກາດເປັນການສົ່ງເສີມການນໍາໃຊ້ພະລັງງານສີຂຽວທີ່ຜະລິດພາຍໃນປະເທດອີກດ້ວຍ.

    ການນໍາໃຊ້ບໍລິການໂລກ້າ ມິນິ ແມ່ນຕ້ອງຜ່ານແອັບຂອງ ໂລກ້າ  ເທ່ົານ້ັນເຊ່ິງສາມາດດາວໂຫລດ ໄດ້ຈາກ Apple AppStore ຫລື  Android Play Store ດ້ວຍການຄົ້ນຫາ LOCA LAOS. ສໍາລັບຄ່າໂດຍສານຂອງບໍລິການໂລກ້າ ມິນິ ແມ່ນໄລ່ເປັນຖ້ຽວ,  ເຊິ່ງລາຄາຢູ່ທີ່ 29.500 ກີບໃນ ລັດສະໝີເດີນທາງບໍ່ເກີນ 3 ກິໂລແມັດ. ຫລັງຈາກ 3 ກິໂລແມັດ ຂຶ້ນໄປແມ່ນຈະໄລ່ 7000 ກີບຕໍ່1 ກິໂລ ແມັດ. ແອັບພລິເຄຊັນ ໂລກ້າ ກໍເປັນອີກບໍລິການໜຶ່ງທີ່ໄດ້ຮັບຄວາມສົນໃຈ, ຄວາມເຊື່ອໃຈຈາກການໃຊ້ ບໍລິການຂອງຄົນຕ່າງປະເທດ ແລະ  ພາຍໃນປະເທດເປັນຢ່າງສູງ.

    ບໍລິການໃໝ່ນີ້ຖືວ່າເປັນອີກບາດ ກ້າວໜຶ່ງທີ່ສຳຄັນໃນການສົ່ງເສີມພະລັງງານສະອາດ ແລະ ບໍລິການ ໃໝ່ນີ້ຈະຊ່ວຍຕອບໂຈດທຸກຄວາມຕ້ອງການຂອງຜູ້ໃຊ້ບໍລິການໃນການການເດີນພາຍໃນຕົວເມືອງຫລາຍຂຶ້ນ.

ໂດຍ: ມາລິດາໂດຍ: ມາລິດາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top