ໃຫ້ການສຶກສາ ໃຫ້ອະນາຄົດ

05/09/2024 12:09
Email Print 752
ຂປລ ເວົ້າເຖິງວຽກງານການສຶກສາ, ຍາມໃດລັດຖະບານ ກໍ່ໄດ້ຖືເປັນວຽກທີ່ສຳຄັນ, ເອົາ “ການສຶກສາໄປ ກ່ອນກ້າວໜຶ່ງ”, ເອົາ “ຄົນເປັນເປົ້າໝາຍ, ເປັນໃຈກາງ” ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

     *ເວົ້າເຖິງວຽກງານການສຶກສາ, ຍາມໃດລັດຖະບານ ກໍ່ໄດ້ຖືເປັນວຽກທີ່ສຳຄັນ, ເອົາ “ການສຶກສາໄປ ກ່ອນກ້າວໜຶ່ງ”, ເອົາ “ຄົນເປັນເປົ້າໝາຍ, ເປັນໃຈກາງ” ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.  ການສຶກສາແມ່ນພື້ນຖານໃນການພັດທະນາຊັບພະຍາກອນມະນຸດ,  ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ,  ຮັກການອອກແຮງງານ ເພື່ອກາຍເປັນກໍາລັງແຮງງານທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່.

     ສົກຮຽນຜ່ານມາ ຖືເປັນອີກປີໜຶ່ງທີ່ຂະແໜງການສຶກສາທິການ ແລະ ກິລາ ໄດ້ຜະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບບໍ່ໜ້ອຍກວ່າຂົງເຂດອື່ນໆ. ແຕ່ດ້ວຍການນໍາພາ ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ, ການປະກອບສ່ວນຢ່າງຫ້າວຫັນຂອງທຸກພາກສ່ວນໃນລະບົບການເມືອງ ແລະ ການຈັດຕ້ັງສັງຄົມກ່ໍຄືປະເທດເພ່ືອນມິດ,  ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ,  ບັນດາສະຫາຍໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ຂອງຕົນ  ດ້ວຍຄວາມຮັບຜິດຊອບສູງ, ສາມາດຍາດໄດ້ຜົນສໍາເລັດສໍາຄັນຫລາຍດ້ານ.

     ເຖິງຢ່າງໃດກໍ່ດີ ບັນຫາທີ່ຖືກຕັ້ງຂຶ້ນອັນໜຶ່ງແມ່ນການເຂົ້າຮຽນວິຊາຊີບ  ແລະ ມະຫາວິທະຍາໄລ ກ້າວເຂົ້າປີທີສອງນີ້ມີຄົນສົນໃຈເຂົ້າຮຽນບໍ່ຫລາຍຄືແຕ່ເກົ່າ ເຮົາຈະເຮັດແນວໃດ, ທັງທີ່ຄວາມຕ້ອງການແຮງງານພາຍໃນຂອງພວກເຮົາ ແລະ ຕາມແຜນຮ່ວມມືແຮງງານກັບບາງປະເທດແມ່ນຍັງມີ ແລະ ທ່າອ່ຽງນັບມື້ຫລາຍ. ບັນຫານີ້ຖືເປັນບັ້ງເລກທີ່ຮຽກຮ້ອງໃຫ້ທຸກພາກສ່ວນ ບໍ່ວ່າແຕ່ຂະແໜງການທີ່ກ່ຽວຂ້ອງ ຄວນທົບທວນໃຫ້ເລິກເຊິ່ງເພື່ອໃຫ້ເຫັນບັນຫາອັນແທ້ຈິງ, ຫລາຍຄົນກໍ່ວ່າເປັນຍ້ອນສະພາບເສດຖະກິດຫຍຸ້ງຍາກ, ບັນຫາການເງິນ ແລະ ຄ່າຄອງຊີບ, ອັນນັ້ນກໍ່ແມ່ນປັດໄຈສໍາຄັນໜຶ່ງທີ່ເປັນພື້ນຖານ ແລະ ມີສ່ວນຕັດສິນ. ແນວໃດກ່ໍດີກໍ່ມີຄໍາເຫັນຈໍານວນໜຶ່ງວ່າແຕ່ກ່ອນ ເຮົາມີຄວາມຫຍຸ້ງຍາກກວ່າດຽວນີ້, ແຕ່ຂະບວນການຮໍ່າຮຽນແມ່ນຟົດຟື້ນ ເພາະນອກຈາກແນວທາງນະໂຍບາຍອັນຖືກຕ້ອງແລ້ວ, ສັງຄົມເຫັນໄດ້ຄວາມສໍາຄັນການສຶກສາຮໍ່າຮຽນ, ເຖິງວ່າການສ້າງວຽກເຮັດງານທໍາໃນວິຊາອາຊີບເວລານັ້ນບໍ່ທັນຫລາຍ, ໂຮງຈັກໂຮງງານມີໜ້ອຍ, ທຸລະກິດເອກະຊົນກໍ່ຍັງບ່ໍທັນຂະຫຍາຍ, ແຕ່ທຸກຄອບຄົວຫົວເຮືອນລ້ວນແຕ່ເຫັນຄວາມສໍາຄັນຂອງການຮໍ່າຮຽນຂອງລູກໆຫລານໆ. ທັງນີ້ ກໍ່ຍ້ອນເຫດຜົນເພື່ອອະນາຄົດຍາວນານຂອງລູກຫລານ. ການສ້າງປະຖົມປັດໄຈ ດ້ານການສຶກສາໃຫ້ລູກຫລານເພື່ອຮຽນສູງຂຶ້ນໄປໃນລະດັບໃດໜຶ່ງຕາມເງ່ືອນໄຂແມ່ນສໍາຄັນ, ຄວາມຮູ້ທີ່ໄດ້ຮຽນຈະບໍ່ເສຍລ້າ, ທຸກການຮຽນ ສາມາດນໍາມາປະດິດສ້າງພັດທະນາອາຊີບຕ່າງໆໄດ້, ຢ່າງໜ້ອຍກໍ່ແມ່ນວິທີພື້ນຖານ, ການບໍລິຫານ ຈັດການ ແລະ ອື່ນໆ.

     ສົກຮຽນໃໝ່ໄດ້ເປີດຂຶ້ນແລ້ວ,  ມີຂ່າວວ່າໂຮງຮຽນສາຍສາມັນ ພາກລັດປີນີ້ຫລາຍບ່ອນມີນັກຮຽນເພີ່ມຂຶ້ນ, ສ່ວນໜຶ່ງຍ້ອນສະພາບ ເສດຖະກິດຍັງຫຍຸ້ງຍາກ, ພໍ່ແມ່ຜູ້ປົກຄອງຕັດສິນໃຈໃຫ້ລູກເຂົ້າຮຽນ ໂຮງຮຽນລັດທີ່ລາຍຈ່າຍມີລັກສະ ນະໝ້ັນທ່ຽງບ່ໍສູງປານໃດ ເມ່ືອທຽບໃສ່ໂຮງຮຽນພາກເອກະຊົນບາງບ່ອນ. ເວົ້າຄືນກ່ອນນີ້, ໂຮງຮຽນສາມັນຂອງລັດຈໍານວນໜຶ່ງຢູ່ໃນເມືອງ ໃຫຍ່ໂດຍສະເພາະນະຄອນຫລວງວຽງຈັນ ມີນັກຮຽນບໍ່ຫລາຍ, ແຕ່ຜູ້ບໍລິຫານການສຶກສາກໍ່ຄືຄູ ໄດ້ເອົາໃຈໃສ່ເບິ່ງຄືນບັນຫາ ແລະ ມີການປັບປຸງອັນທີ່ເຫັນວ່າຄວນ, ເຮັດໃຫ້ໂຮງຮຽນລັດຫລາຍບ່ອນ ມີໃບໜ້າໃໝ່ໄດ້ຮັບຄວາມສົນໃຈຈາກສັງຄົມ.

     ສະຫລຸບ ຝາກໄວ້ບັນດາຄໍາຄິດ ຄໍາເຫັນເພື່ອແລກປ່ຽນແມ່ນຫຍຸ້ງຍາກແນວໃດ ຄອບຄົວກໍ່ຄວນຕັດສິນໃນຜ່ານຜ່າ ຊອກຫາວິທີໃຫ້ລູກຫລານໄດ້ຮໍ່າຮຽນໃນລະດັບທີ່ແນ່ນອນໃດໜຶ່ງ ເພື່ອໃຫ້ເຂົາເຈົ້າໄດ້ມີອາຊີບທີ່ເປັນຫລັກແຫລ່ງໃນອະນາຄົດ.  ເບື້ອງລັດກໍ່ຖືໂອກາດທົບທວນດ້ານຕ່າງໆ ເພື່ອເຮັດແນວໃດໃຫ້ສັງຄົມເຫັນໄດ້ຄວາມສໍາຄັນຂອງການສຶກສາ ເພື່ອອະນາຄົດຂອງລູກຫລານ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top