ພ້ອມກັນຮັກສາມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມໃຫ້ຍືນຍົງຕະຫລອດໄປ

05/09/2024 12:02
Email Print 490
ຂປລ ເມື່ອຫວນຄືນໄລຍະປະຫວັດສາດ 62 ປີຜ່ານມາ, ສອງປະເທດ ລາວ-ຫວຽດນາມ ໄດ້ມີຄວາມເອກອ້າງທະນົງໃຈ ເມ່ືອເຫັນວ່າສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແບບພິເສດນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາຢ່າງກວ້າງ ຂວາງເລິກເຊິ່ງໃນທຸກຂົງເຂດ ກາຍເປັນແບບຢ່າງຄວາມສາມັກຄີທີ່ມີໜຶ່ງດຽວໃນໂລກ.

      *ເມື່ອຫວນຄືນໄລຍະປະຫວັດສາດ 62 ປີຜ່ານມາ, ສອງປະເທດ ລາວ-ຫວຽດນາມ ໄດ້ມີຄວາມເອກອ້າງທະນົງໃຈ ເມ່ືອເຫັນວ່າສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແບບພິເສດນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາຢ່າງກວ້າງ ຂວາງເລິກເຊິ່ງໃນທຸກຂົງເຂດ ກາຍເປັນແບບຢ່າງຄວາມສາມັກຄີທີ່ມີໜຶ່ງດຽວໃນໂລກ. ສອງປະເທດໄດ້ຄຽງບ່າຮຽງໄຫລ່, ເສຍສະລະເລືອດເນື້ອໃຫ້ກັນ ແລະ ກັນ ໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນກ່ໍສືບຕໍ່ສະໜັບສະໜູນຊ່ວຍເຫລືອກັນຢ່າງໜັກແໜ້ນໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ບັນດາໝາກຜົນການຮ່ວມມືອັນໃຫຍ່ຫລວງທ່ີບັນລຸນັ້ນ ແມ່ນຊັບສົມບັດອັນລ້ຳຄ່າຂອງທັງສອງຊາດ, ຍາມໃດກ່ໍໄດ້ຮັບຄວາມເອົາໃຈໃສ່ຮັກສາ, ເພີ່ມພູມຄູນສ້າງ, ປັບປຸງ ແລະ ພັດທະນາຈາກການນຳຮຸ່ນຕ່າງໆ ກໍຄືປະຊາຊົນສອງຊາດ ຊຶ່ງຕ້ອງພ້ອມກັນປົກຮັກສາ ແລະ ພັດທະນາຢ່າງບ່ໍຢຸດຢັ້ງໃນສະພາບການໃໝ່.

     ສິ່ງທີ່ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງທ່ີສຸດໃນສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດລາວ-ຫວຽດນາມ ແມ່ນການນຳທັງສອງປະເທດ ໄດ້ແລກປ່ຽນການຢ້ຽມຢາມພົບປະເຊິ່ງກັນ ແລະ ກັນເປັນປະຈຳ ເຖິງວ່າຈະມີສະພາບການຫຍຸ້ງຍາກກໍຕາມ, ໃນສະພາບຫຍຸ້ງຍາກຄວາມສາມັກຄີພິເສດຂອງສອງປະເທດຍິ່ງສະແດງອອກຢ່າງຈະແຈ້ງ.

     ດັ່ງທີ່ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ກ່າວໃນໂອກາດ ທີ່ສະຫາຍ ໂຕ ເລິມ ປະທານປະເທດ  ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ເມື່ອບໍ່ດົນນີ້ວ່າ: ຕະຫລອດໄລຍະຜ່ານມາການຮ່ວມມື ລາວ-ຫວຽດນາມ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ ແລະ ນັບມື້ມີຄວາມໃກ້ຊິດສະໜິດສະໜົມ ສ້າງໄດ້ຄວາມເຊ່ືອໝ້ັນຊ່ຶງກັນ ແລະ ກັນ ໃນລະດັບສູງ,  ມີການໄປມາ ແລະ ພົບປະລະຫວ່າງການນໍາຂ້ັນສູງ ແລະ ທຸກລະດັບເປັນປົກກະຕິ,  ການຮ່ວມມືດ້ານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິພາບດ້ວຍຫລາຍຮູບການ ແລະ ວິທີການຕ່າງໆທີ່ແໜ້ນແຟ້ນ,  ມີຄວາມໃກ້ຊິດເພື່ອຮັບມືກັບສະພາບການໃໝ່ທີ່ນັບມື້ນັບຜັນແປຢ່າງສະຫລັບສັບຊ້ອນ ແລະ ຮັກສາໄດ້ ຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງສັນຕິພາບ ແລະ  ພັດທະນາແບບຍືນຍົງ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ, ການທ່ອງທ່ຽວ ແລະ ອື່ນໆ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ເປັນຢ່າງດີ, ການພົວພັນຮ່ວມມື ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ລວມເຖິງອົງການຈັດຕັ້ງມະຫາຊົນ ແລະ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ກໍນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດຜົນ.

    ຜົນສຳເລັດດັ່ງກ່າວ ສາມາດເວົ້າໄດ້ວ່າຕະຫລອດໄລຍະ 62 ປີ  ແຫ່ງການສ້າງສາຍພົວພັນການທູດ ລະຫວ່າງສອງປະເທດ ລາວ- ຫວຽດນາມ ແມ່ນໄລຍະເວລາແຫ່ງການທົດສອບຄວາມໝັ້ນແກ່ນແໜ້ນໜຽວ. ເຖິງແມ່ນວ່າສະພາບ ແວດລ້ອມຂອງໂລກກໍຄືສາກົນໄດ້ຜັນແປໄປຢ່າງໄວວາສັບສົນ ທ່ີມີທັງກາລະໂອກາດ ແລະ ສິ່ງທ້າທາຍນາໆປະການກໍ່ຕາມ,  ແຕ່ພັກ-ລັດ  ແລະ ປະຊາຊົນລາວບັນດາເຜົ່າກໍ່ໄດ້ເອົາໃຈໃສ່ເພີ່ມທະວີ ສ້າງໃຫ້ການພົວພັນຮ່ວມມືຂອງສອງຊາດ ຍິ່ງເພີ່ມພູນຄູນສ້າງໃຫ້ອຸດົມສົມບູນ ແລະ ໄດ້ຮັບການປັບປຸງຍົກລະດັບທັງທາງດ້ານປະລິມານ ແລະ ຄຸນນະພາບໃຫ້ສູງຂຶ້ນເລື້ອຍໆ. ເນື້ອໃນຂອງການຮ່ວມມືນັບມື້ນັບເຂົ້າສູ່ລວງເລິກແທດຕົວຈິງ; ກົນໄກ ແລະ ວິທີການຕ່າງໆແມ່ນນັບມື້ຄ່ອງ ຕົວຍິ່ງຂຶ້ນ; ການພົວພັນຮ່ວມມື ລະຫວ່າງທ້ອງຖິ່ນ, ຂະແໜງການ ມີປະສິດທິຜົນຫລາຍຂຶ້ນ ແລະ ຂົງເຂດຕ່າງໆນັບມື້ເປີດກວ້າງອອກ ເຊິ່ງນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ. ອັນນ້ີແມ່ນສະແດງອອກໃຫ້ເຫັນ ລັກສະນະພິເສດຂອງການພົວພັນຮ່ວມມື ລາວ-ຫວຽດນາມ ທ່ີໄດ້ກາຍເປັນປັດໄຈຊ່ວຍໜູນທີ່ສຳຄັນ ໃຫ້ແກ່ການພັດທະນາປະເທດຊາດຂອງພວກເຮົາ.

ໂດຍ: ພິດສະໄໝ ສຸວັນນະລາດໂດຍ: ພິດສະໄໝ ສຸວັນນະລາດ

KPL

ຂ່າວອື່ນໆ

ads
ads

Top