ອິນໂດເນເຊຍ ຕັ້ງເປົ້າສຳຮອງເຂົ້າ 2 ລ້ານໂຕນ ໃນທ້າຍປີນີ້

06/09/2024 18:55
Email Print 405
ຂປລ ອິນໂດເນເຊຍ ໄດ້ຕັ້ງເປົ້າ ໃຫ້ມີເຂົ້າສຳຮອງ 2 ລ້ານໂຕນ ໃນທ້າຍເດືອນທັນວານີ້ ເພື່ອກຽມ ຮັບມືກັບ ການຜະລິດ ພາຍໃນປະເທດ ທີ່ມີ ທ່າອຽງຫລຸດລົງ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 6 ເດືອນກັນຍາ, ອິນໂດເນເຊຍ ໄດ້ຕັ້ງເປົ້າ ໃຫ້ມີເຂົ້າສຳຮອງ 2 ລ້ານໂຕນ ໃນທ້າຍເດືອນທັນວານີ້ ເພື່ອກຽມ ຮັບມືກັບ ການຜະລິດ ພາຍໃນປະເທດ ທີ່ມີ ທ່າອຽງຫລຸດລົງ , ໂດຍຄາດວ່າ ຈະຫລຸດລົງ ໃນທ້າຍປີນີ້ ຈົນເຖິງ ຕົ້ນປີ 2025. ເປົ້າໝາຍດັ່ງກ່າວ ຍັງຖືກ ກຳນົດໄວ້ ເພື່ອຮັບມືກັບ ຄວາມຕ້ອງການເຂົ້າ ທີ່ ຄາດວ່າ ຈະເພີ່ມຂຶ້ນ ເນື່ອງຈາກ ການເລືອກຕັ້ງ ລະດັບ ພາກພື້ນ ຈະຈັດຂຶ້ນ ໃນເດືອນພະຈິກນີ້.

ທ່ານ ອາຣີຟ ປຣາເຊດໂຢ ອາດີ ຫົວໜ້າ ສຳນັກງານ ອາຫານແຫ່ງຊາດ ອິນໂດເນເຊຍ ກ່າວວ່າ: ອີິນໂດເນເຊຍ ຈຳເປັນຕ້ອງ ສຳຮອງເຂົ້າ ໃຫ້ພຽງພໍ ໃນໄລຍະ ເວລາພິເສດ ໃນລະຫວ່າງ ເດືອນພະຈິກ-ເດືອນທັນວາ ແລະ ເດືອນມັງກອນປີໜ້າ. ປັດຈຸບັນນີ້ ປະລິມານເຂົ້າ ສຳຮອງ ຂອງ ປະເທດ ອິນໂດເນເຊຍ ລວມມີ 1,39 ລ້ານໂຕນ.ສ່ວນບໍລິສັດ ອາຫານ ແລະ ໂລຈິສະຕິກ ລະດັບຊາດ ຂອງ ອິນໂດເນເຊຍ ໄດ້ປະກາດ ແຜນການນໍາເຂົ້າ ເຂົ້າໃຫ້ຫລາຍເຖິງ 3,6 ລ້ານໂຕນ ໃນທ້າຍປີນີ້. ນອກນັ້ນ, ອິນໂດເນເຊຍ ຍັງໄດ້ນໍາເຂົ້າ ເຂົ້າແລ້ວ 2,4 ລ້ານໂຕນ, ສ່ວນເຂົ້າອີກ 1,2 ລ້ານໂຕນ ທີ່ ເຫລືອ, ຄາດວ່າ ຈະມາເຖິງ ກ່ອນເດືອນທັນວານີ້. /

KPL

ຂ່າວອື່ນໆ

ads
ads

Top