ຄຳວ່າ: ໄກ່ເກ່ຍ-ເກ້ຍກ່ອມ ຍ່ອມເຍົາ ໃນພາສາລາວ

25/07/2024 09:52
Email Print 375
ຂປລ ຄໍາວ່າ: ໄກ່ເກ່ຍ ແລະ ເກ້ຍກ່ອມ ເປັນຄໍາທ່ີລາວຮັບມາຈາກພາສາອ່ືນ ມາໃຊ້ປະມານສີ່ທົດສະວັດຜ່ານມາ.

    *ຄໍາວ່າ: ໄກ່ເກ່ຍ ແລະ ເກ້ຍກ່ອມ ເປັນຄໍາທ່ີລາວຮັບມາຈາກພາສາອ່ືນ ມາໃຊ້ປະມານສີ່ທົດສະວັດຜ່ານມາ. ຄໍາວ່າ “ເກ້ຍກ່ອມ” ໃນພາສາລາວມີ ຄວາມໝາຍແຈ້ງພຽງຄໍາວ່າ: ກ່ອມເຊິ່ງເປັນຄໍາເດີມ; ສ່ວນຄໍາວ່າ ເກ້ຍ ແລະ ໄກ່ ເປັນສ່ວນຂະຫຍາຍຄໍາກິລິຍາ. ໃນນີ້ເຖິງວ່າ “ໄກ່” ມີຄວາມໝາຍສະເພາະທີ່ໝາຍເຖິງໂຕໄກ່ ແຕ່ໃນກໍລະນີນີ້ ຄໍາວ່າ ໄກ່ແມ່ນບໍ່ມີຄວາມໝາຍ, ພຽງແຕ່ເປັນຄໍາຊ່ວຍກິລິຍາ ເຮັດໜ້າທີ່ຂະຫຍາຍ ເຊິ່ງວາງໄວ້ດ້ານໜ້າຂອງຄໍາ ເມ່ືອປະກອບຄໍາວ່າ: ກ່ອມ ເປັນເກ້ຍກ່ອມ ແລະ ປະກອບຄໍາວ່າ ໄກ່ ເປັນໄກ່ເກ່ຍ ແຕ່ລະຄໍາມີຄວາມໝາຍ ແລະ ໃຊ້ໃນກໍລະນີຕ່າງໆຄື: ໄກ່ເກ່ຍ ໝາຍເຖິງເຮັດໃຫ້ລະຫວ່າງບຸກຄົນ ຫລື ແຕ່ລະຝ່າຍສາມາດຕົກລົງກັນໄດ້ ຫລື ໃຫ້ເກີດຄວາມປອງດອງກັນໃນ ເລື່ອງທີ່ມີການຂັດແຍ້ງ. ຄໍານີ້ ໃຊ້ໃນກໍລະນີເຮັດໃຫ້ສອງຝ່າຍມີຄວາມຂັດແຍ້ງກັນ ມັກໄດ້ແກ່ການຍາດຊີງຜົນປະໂຫຍດ ຈົນບຸກຄົນທີສາມໄດ້ເຂົ້າໄປເວົ້າວ່າໃຊ້ວິທີເພື່ອໃຫ້ຝ່າຍທີ່ຂັດແຍ້ງກັນສາມາດຕົກລົງກັນໄດ້ ຫລື ເກີດຄວາມຖືກຕ້ອງກັນ. ຕົວຢ່າງ: ອໍານາດການປົກຄອງບ້ານ...ໄດ້ໄກ່ເກ່ຍໃຫ້ສອງຜົວເມຍທີ່ມັກຜິດຖຽງກັນໃຫ້ຖືກຕ້ອງກັນ.

    ເກ້ຍກ່ອມ ໝາຍເຖິງໃຊ້ຄໍາເວົ້າເພື່ອຊັກຈູງບຸກຄົນໃດໜຶ່ງປ່ຽນໃຈ ຫລື ຕົກລົງໃຈຕໍ່ສິ່ງໃດໜຶ່ງເຊິ່ງເຄີຍຂັດ ຫລື ຕ້ານຢັນ ຫລື ບໍ່ທັນໄດ້ຄິດຫຍັງມາກ່ອນ. ຄໍານີ້ ໃຊ້ກັບສອງກໍລະນີຄື: ກໍລະນີທີ່ໜຶ່ງໝາຍເຖິງການຂັດແຍ້ງ ລະຫວ່າງ  ບຸກຄົນ ຫລື ລະຫວ່າງຝ່າຍທ່ີຕົກລົງດ້ານຜົນປະໂຫຍດນໍາກັນບໍໄດ້ ຫລື ການຂັດແຍ້ງທີ່ບຸກຄົນໃດໜຶ່ງຮຽກເອົາຄ່າທີ່ຕ້ອງໄຊ້ແທນຈາກໃຜຜູ້ໜຶ່ງຫລາຍເກີນ ໄປຈົນຝ່າຍໜຶ່ງຮັບບໍ່ໄດ້ແລ້ວມີບຸກຄົນທີ່ສາມໄດ້ເຂົ້າໄປໃຊ້ຄໍາເວົ້າຊັກຊວນ ຫ້ລະຫວ່າງບຸກຄົນ, ລະຫວ່າງ ຝ່າຍຕົກລົງກັນ. ກໍລະນີນີ້ປະກອບມີສາມຝ່າຍ ຄືສອງຝ່າຍຄູ່ຂັດແຍ້ງ ແລະ ຝ່າຍເຮັດການເກ້ຍກ່ອມ. ກໍລະນີທີ່ສອງໝາຍເຖິງ ຜູ້ໜຶ່ງມີຄວາມຕ້ອງການສິ່ງໃດໜ່ຶງ ເຊິ່ງສ່ິງນ້ັນແມ່ນກ່ຽວຂ້ອງ ຫລື ຢູ່ກັບບຸກຄົນໃດໜຶ່ງອີກ, ຜູ້ທີ່ຕ້ອງການໄດ້ພະຍາຍາມເຂົ້າເຖິງບຸກຄົນນັ້ນແລ້ວ ໃຊ້ຄໍາເວົ້າຊັກຊວນອວນໃຈໃຫ້ຜູ້ນັ້ນຕົກລົງ, ຍິນຍອມຕົກລົງໃຫ້. ກໍລະນີມີພຽງສອງຝ່າຍຄືຜູ້ເກ້ຍກ່ອມ ແລະ ຜູ້ຖືກເກ້ຍກ່ອມ. ຕົວຢ່າງ: ລຸງສີໄດ້ ເກ້ຍກ່ອມກັບນາງ ສອນ ເພື່ອໃຫ້ຕົກລົງຂາຍດິນນາຕອນນັ້ນໃຫ້ຕົນ...ກໍລະນີນີ້ ມັກໃຊ້ໃນກະໂຕບຸກຄົນເປັນສໍາຄັນ, ແຕ່ກໍ່ໃຊ້ໃນກໍລະນີທີ່ເປັນວຽກງານຂອງສັງຄົມໄດ້.

    ຍ່ອມເຍົາ ເປັນຄໍາຄຸນນາມໝາຍເຖິງ ບໍ່ໂພດ, ບໍ່ເກີນ ຫລື ອ່າວບໍ່ແພງ, ອ່າວຖືກເບົາບາງ. ຄໍານີ້ມັກໃຊ້ກັບການ ຄ້າຂາຍ, ໃຊ້ກັບລາຄາວ່າ: ລາຄາຍ່ອມເຍົາ. ຄໍານີ້ ໄດ້ປາກົດໃຊ້ໃນພາສາລາວຊົ່ວໄລຍະກ່ອນປີ 2000 ເປັນຕົ້ນມາ, ມີການໃຊ້ຢ່າງກວ້າງຂວາງໃນການໂຄສະນາສິນຄ້າ ເຊິ່ງພາສາໄທໃຊ້ຄໍານີ້ມາດົນແລ້ວ.

    ຄໍາວ່າ “ຍ່ອມ” ໃນພາສາລາວ ມີຄວາມໝາຍວ່າບ່ອນເລັກໆນ້ອຍໆ, ເປັນວົງເລັກວົງນ້ອຍຫລາຍວົງ ຫລື ເລັກໆໜ້ອຍໆ, ມັກໃຊ້ເອີ້ນໃຫ້ຝົນທີ່ຕົກບ່ອນລະເລັກລະໜ້ອຍໃນຊົ່ວເວລາດຽວກັນວ່າ ຝົນຕົກເປັນຍ່ອມໆ; ໃຊ້ເອີ້ນໃຫ້ຫຍ້າ, ຜົມ ຫລື ສິ່ງທີ່ເປັນເສັ້ນໆປົ່ງອອກເປັນບ່ອນໆລະເລັກລະໜ້ອຍເຊັ່ນ ຫຍ້າປົ່ງເປັນຍ່ອມໆ, ຜົມປົ່ງເປັນຍ່ອມໆ...

    ຄໍາວ່າ ເຍົາ ຄົງເປັນຄໍາທີ່ຮັບມາຈາກພາສາຈີນເດີມ ແປວ່າອ່ອນ, ນ້ອຍ. ຄໍາທັງສອງ ເຄີຍໃຊ້ປະກອບກັນວ່າ ຍ່ອມເຍົາ ໝາຍເຖິງເບົາບາງ, ບໍ່ໜັກໜາ. ຂໍ້ມູນອ້າງອີງຈາກວັດຈະນານຸກົມຄໍາພ້ອງໃຄວາມໝາຍ ແລະ ສໍານວນລາວ ຈັດພິມໂດຍ ສະຖານບັ້ນຄົ້ນຄວ້າວິະຍາສາດສັງຄົມແຫ່ງຊາດ, ຈັດທໍາໂດຍ ທ່ານ ສົມແສງ ໄຊຍະວົງ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. 

ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

ads
ads

Top