ບຸກສວນໝາກເງາະ 200 ກວ່າລ້ານ

24/07/2024 10:30
Email Print 478
ຂປລ ແມ່ນຄວາມດຸໝັ່ນຂະຫຍັນພຽນ ແລະ ມັນກໍເປັນປັດໄຈທີ່ຄົນເຮົາຂາດບໍ່ໄດ້ ບໍ່ວ່າຄອບຄົວໃດຖ້າດຸໝັ່ນແລ້ວຄອບຄົວນັ້ນກໍມີຢູ່ມີກິນຮັ່ງມີຜາສຸກ.
     *ແມ່ນຄວາມດຸໝັ່ນຂະຫຍັນພຽນ ແລະ ມັນກໍເປັນປັດໄຈທີ່ຄົນເຮົາຂາດບໍ່ໄດ້ ບໍ່ວ່າຄອບຄົວໃດຖ້າດຸໝັ່ນແລ້ວຄອບຄົວນັ້ນກໍມີຢູ່ມີກິນຮັ່ງມີຜາສຸກ. ຂະນະດຽວກັນມີແຕ່ຄວາມດຸໝັ່ນກໍຍັງບໍ່ພຽງພໍຕ້ອງມີແນວທາງນະໂຍບາຍທີ່ສອດຄ່ອງ ຂອງພັກ-ລັດຕື່ມອີກ. ດັ່ງຄອບຄົວ ຂອງ ທ່ານ ຊົ່ງເຊ່ຍເຢັ້ງ ຢູ່ບ້ານຄອນວັດ ເມືອງລ້ອງຊານ ແຂວງໄຊສົມບູນ ທີ່ມີເງິນເປັນ 200 ກວ່າລ້ານກີບ ພາຍຫລັງມາເອົາດີໃນການປູກໝາກເງາະຂາຍເປັນສິນຄ້າ. 

    ທ່ານ ຊົ່ງເຊ່ຍເຢັ້ງ ເລົ່າສູ່ຟັງ ເມື່ອມໍ່ໆນີ້ວ່າ: ຂ້ອຍມີອາຊີບຫລັກຄ້າຂາຍເຄື່ອງໄຟຟ້າທົ່ວໄປ, ແອເຮືອນ, ເຄື່ອງຈັກການກະເສດຕິດພັນກັບການຊ້ອມແປງເຄື່ອງໄຟຟ້າໄປພ້ອມໆກັນ, ແຕ່ເສດຖະກິດຄອບຄົວຍັງບໍ່ຄ່ອຍດີພໍເທົ່າໃດຈຶ່ງຫາ ທາງອອກຊຶ່ງໃນທີ່ສຸດກໍມີແຕ່ການປູກຝັງນີ້ແຫລະຈຶ່ງຈະເຮັດໃຫ້ມີຊີວິດການເປັນຢູ່ດີຂຶ້ນ. ຈາກນັ້ນກໍໄດ້ລົງມືປູກໄມ້ໃຫ້ໝາກ ໂດຍສະເພາະແມ່ນໝາກເງາະຈຳນວນ 300 ເບ້ຍ, ລົງທຶນຊື້ 9 ລ້ານກີບຈາກປະເທດເພື່ອນບ້ານມາປູກແຕ່ 2013 ເປັນຕົ້ນມາ. ພ້ອມນີ້, ກໍໄດ້ຊື້ອຸປະກອນທໍ່ນ້ຳ, ສະປິ່ງເກີ່, ຈັກສູດນ້ຳ ແລະ ອື່ນໆລວມເກືອບ 20 ລ້ານກີບ. ຂະນະທີ່ບົດຮຽນໃນການປູກໄມ້ ໃຫ້ໝາກດັ່ງກ່າວແມ່ນໄດ້ຮຽນຮູ້ຈາກອິນເຕີເນັດ, ຜູ້ມີປະສົບການ ແລະ ພາກສ່ວນກ່ຽວຂ້ອງກໍໄດ້ໃຫ້ຄຳແນະນຳຢ່າງໃກ້ຊິດ.

   ເປັນເວລາບໍ່ພໍເທົ່າໃດປີ ໂດຍສະເພາະພາຍຫລັງຕົ້ນໝາກເງາະເລີ່ມເປັນໝາກ ແລະ ໄດ້ເກັບຂາຍເປັນສິນຄ້າ ກໍມີແມ່ຄ້າມາສັ່ງຊື້ຢູ່ຄາສວນ ແລະ ສົ່ງອອກຂາຍຢູ່ຕະຫລາດພາຍໃນເມືອງລ້ອງຊານ, ຕະຫລາດນະຄອນຫລວງວຽງຈັນ ໃນລາຄາສົ່ງກິໂລ 15.000 ກີບ (ລາຄາ 2-3 ປີຄືນຫລັງ). ຂະນະທີ່ປີທຳອິດຜົນຜະລິດກໍໄດ້ຜົນຜະລິດບໍ່ພໍເທົ່າໃດໂຕນ, ແຕ່ຕໍ່ມາຜົນຜະລິດກໍເລີ່ມເພີ່ມຂຶ້ນ ທັງສ້າງລາຍຮັບເຂົ້າຄອບຄົວຫລາຍສິບລ້ານກີບ. ຢ່າງໃດກໍດີສຳລັບປີນີ້, ໂດຍອີງໃສ່ຄ່າຄອງຊີບ, ເຄື່ອງອຸປະກອນໃນການຮັບໃຊ້ເຂົ້າໃນການບົວລະບັດຮັກສາຕົ້ນໝາກເງາະເພີ່ມຂຶ້ນ (ເງິນເຟີ້) ກໍໄດ້ມີການປັບລາຄາຂຶ້ນໃນລະດັບ 30.000 ກີບຕໍ່ກິໂລ ແລະ ກໍໄດ້ຕັ້ງເປົ້າໝາຍວ່າ ພາຍຫລັງເກັບກູ້ໝາກເງາະຂາຍອອກໝົດ (ປັດຈຸບັນຍັງກຳລັງເກັບກູ້) ຈະສ້າງລາຍຮັບເຂົ້າຄອບຄົວຫລາຍກວ່າ 200 ລ້ານກີບ ແລະ ເມື່ອຫັກຄ່າສິນເປືອງຕ່າງໆອອກໝົດກໍຈະໄດ້ເງິນເກັບປະມານ 200 ລ້ານກີບ. ເປັນອີກໜຶ່ງຄວາມພາກພູມໃຈຕໍ່ແນວທາງອັນສອດຄ່ອງຂອງ ພັກ-ລັດທີ່ໄດ້ຊຸກຍູ້ປະຊາຊົນທຳການຜະລິດໄປຕາມທິດສີຂຽວ ອັນເຮັດໃຫ້ຄອບຄົວມີລາຍຮັບທີ່ໝັ້ນຄົງເມື່ອທຽບໃສ່ຕອນຍັງບໍ່ທັນປູກຕົ້ນໄມ້ໃຫ້ໝາກຄອບຄົວບໍ່ມີລາຍຮັບພໍເທົ່າໃດ, ແຕ່ຫລັງໄດ້ຫັນມາປູກ ແລະ ເກັບຜົນຜະລິດຂາຍແລ້ວ, ຄອບ ຄົວກໍມີຮັບເພີ່ມຂຶ້ນ, ມີການພັດທະນາຫລາຍດ້ານເປັນຕົ້ນສາມາດ ຫລຸດພົ້ນອອກຈາກຄວາມທຸກຍາກໄດ້ໂດຍພື້ນຖານ, ມີເງິນໃຊ້ຈ່າຍໃນການດຳລົງຊີວິດປະຈຳວັນ ແລະ ມີທຶນສົ່ງເສີມລູກຫລານເຂົ້າໂຮງຮຽນ, ຊື້ພາຫະນະຮັບໃຊ້ຄອບຄົວ, ສ້າງເຮືອນຢູ່ຖາວອນ ແລະ ອື່ນໆ. ຊົ່ງເຊ່ຍເຢັ້ງກ່າວ.

    ຊົ່ງເຊ່ຍເຢັ້ງກ່າວຕື່ມວ່າ: ອາຊີບໃດກໍຕາມ ຖ້າດຸໝັ່ນຂະຫຍັນພຽນເຮັດໃຫ້ຫລາຍເຮັດໃຫ້ກາຍເປັນສິນຄ້າ ກໍຈະສ້າງລາຍຮັບໃຫ້ແກ່ຄອບຄົວໝັ້ນຄົງແທ້ ແລະ ຄອບຄົວກໍຫລຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງສິ້ນເຊິງ. ດີກດ້ານໜຶ່ງຍ້ອນພັກ-ລັດ ເພິ່ນມີແນວທາງນະໂຍບາຍຊຸກຍູ້ປະຊາຊົນຜະລິດເປັນສິນຄ້າ, ປະຊາຊົນເຮົາກໍຮ່ວມແຮງຮ່ວມໃຈກັນເຮັດສາມາດສ້າງລາຍຮັບ ແລະ ຄວາມທຸກຍາກກໍໄດ້ຮັບການແກ້ໄຂ. ຫລັງຈາກຂ້ອຍປູກໝາກເງາະເປັນສິນຄ້າໄດ້ດີ ແລະ ສ້າງລາຍຮັບເຂົ້າຄອບຄົວເປັນກອບເປັນກຳ, ຄອບຄົວມີການພັດທະນາດີຂຶ້ນຂ້ອຍພ້ອມທີ່ຈະຖ່າຍຖອດບົດຮຽນ, ປະສົບການທີ່ມີໃຫ້ແກ່ຄອບຄົວອື່ນໆ ທີ່ສົນໃຈໃນການປູກໝາກເງາະ ເພື່ອເປັນການຊ່ວຍສ້າງເສດຖະກິດຄອບຄົວຂອງເຂົາ ເຈົ້າໃຫ້ມີການພັດທະນາດີຂຶ້ນ ທັງກ້າວສູ່ການຫລຸດພົ້ນອອກຈາກຄວາມທຸກຍາກຄືກັບຄອບຄົວຂ້ອຍ. ທ່ານ ຊົ່ງ ເຊ່ຍເຢັ້ງ ກ່າວຢ້ຳທ້າຍ. 

ໂດຍ:ເຂົ້າຈານນໍ້າ
KPL

ຂ່າວອື່ນໆ

ads
ads

Top