ປະກອບສ່ວນພັດທະນາປະເທດຊາດ ໂດຍການສະໜອງຂໍ້ມູນທີ່ຖືກຕ້ອງໃນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ

24/07/2024 09:40
Email Print 432
ຂປລ ວຽກສຳຫລວດພົນລະເມືອງ ແລະ ທີ່ພັກອາໄສ ໄດ້ຈັດຕັ້ງປະຕິບັດໃນທຸກໆ 10 ປີ ເພື່ອເກັບກຳສະຖິຕິພົນລະເມືອງລາວ ແລະ ຕ່າງປະເທດດຳລົງຊີວິດຢູ່ລາວ.

     *ວຽກສຳຫລວດພົນລະເມືອງ ແລະ ທີ່ພັກອາໄສ ໄດ້ຈັດຕັ້ງປະຕິບັດໃນທຸກໆ 10 ປີ ເພື່ອເກັບກຳສະຖິຕິພົນລະເມືອງລາວ ແລະ ຕ່າງປະເທດດຳລົງຊີວິດຢູ່ລາວ, ທັງເກັບກໍາສະພາບການຂະຫຍາຍຕົວຂອງພົນລະເມືອງ, ເກັບກຳສະພາບການທີ່ຢູ່ອາໄສຂອງພົນລະເມືອງ, ເກັບກໍາຂໍ້ມູນພື້ນຖານຂອງພົນລະເມືອງລາວກ່ຽວກັບການສຶກສາ, ສາທາລະນະສຸກ, ຄຸນລັກສະນະທີ່ຢູ່ອາໄສ, ການດຳລົງຊີວິດ ແລະ ສະພາບການຍົກຍ້າຍຂອງພົນລະເມືອງ, ເກັບກໍາສະພາບກຳລັງແຮງງານ ແລະ ສະພາບ ການມີວຽກເຮັດງານທຳ, ສ້າງ ຖານຂໍ້ມູນໃຫ້ແກ່ການຄາດຄະເນ ພົນລະເມືອງໃນການຂຶ້ນສຳມະໂນ ຄົວ ແລະ ຂຶ້ນທະບຽນພົນລະເມືອງ, ສ້າງ ແລະ ປັບປຸງລະບົບຂໍ້ມູນຂ່າວ ສານສະຖິຕິດ້ານຕ່າງໆ ໃຫ້ມີຄວາມ ຄົບຖ້ວນສົມບູນຍິ່ງຂຶ້ນໃຫ້ທຽບທັນກັບພາກພ້ືນ ແລະ ສາກົນ, ສໍາຫລວດຂໍ້ມູນທາງດ້ານເສດຖະກິດ ແລະ ສະພາບທ່າອ່ຽງໃນດ້ານອື່ນໆ.

    ປັດຈຸບັນ, ສະພາບການຂອງໂລກ ແລະ ພາກພື້ນໄດ້ມີການຜັນແປໄປຢ່າງສັບສົນ ຊຶ່ງຄາດຄະເນໄດ້ຍາກຕິດພັນກັບສະພາບການທົດຖອຍຂອງເສດຖະກິດໂລກ ຊຶ່ງເປັນສິ່ງທ້າທາຍ ແລະ ສົ່ງຜົນກະທົບຕໍ່ກັບສະພາບເສດຖະກິດ-ສັງຄົມ ຂອງປະເທດ ໂດຍສະເພາະແມ່ນການທີ່ຈະບັນລຸຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ສອງວາລະແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) 2030, ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຈະເປັນແຫລ່ງຂໍ້ມູນທີ່ສໍາຄັນ ເພື່ອຢັ້ງຢືນຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາຄາດໝາຍດັ່ງກ່າວ. ໃນນີ້, ຈະສາມາດຮູ້ໄດ້ຂະໜາດຂອງພົນລະເມືອງ ໃນປີ 2025 ມີຈຳນວນເທົ່າໃດ (ປັດຈຸບັນອີງຕາມການຄາດຄະເນ ປີ 2023 ແມ່ນ 7,5 ລ້ານຄົນ), ສະພາບການເຄື່ອນຍ້າຍຂອງພົນລະເມືອງ, ອັດຕາການຂະຫຍາຍຕົວຂອງພົນລະເມືອງຕໍ່ປີ, ການປ່ຽນແປງທາງໂຄງປະກອບທາງເພດ ແລະ ອາຍຸ, ກໍາລັງແຮງງານຕາມເກນອາຍຸ, ການເກີດ, ການເສຍຊີວິດ, ຄວາມພິການ ແລະ ຂໍ້ມູນທີ່ສໍາຄັນອື່ນໆຊຶ່ງຂໍ້ມູນເຫລົ່ານີ້ມີປະໂຫຍດຫລວງຫລາຍສາມາດນຳໃຊ້ເຂົ້າໃນການກຳນົດນະໂຍບາຍ, ວາງແຜນ ແລະ ຄຸ້ມຄອງດ້ານພົນລະເມືອງ, ດ້ານເສດຖະກິດ-ສັງຄົມລວມທັງດ້ານຄວາມໝັ້ນຄົງຂອງປະເທດ, ເປັນຂໍ້ມູນພື້ນຖານໃນການຄາດຄະເນປະຊາກອນໃນຊຸມປີຕໍ່ໜ້າ, ການສໍາຫລວດຄັ້ງນີ້ ຈະໄດ້ນໍາໃຊ້ເຄື່ອງມືທັນສະໄໝ ໂດຍສະເພາະແມ່ນພາບຖ່າຍທາງດາວທຽມ ເພື່ອສ້າງແຜນທີ່ເຂດສໍາຫລວດ, ມີຖານຂ້ໍມູນກ່ຽວກັບຈຸດທີ່ຕັ້ງຂອງໂຄງສ້າງທີ່ພັກອາໄສ, ຄົວເຮືອນ ແລະ ສາມາດເຜີຍແຜ່ຂໍ້ມູນດ້ວຍຮູບແບບແຜນ ແລະ ເຕັກນິກເຕັກໂນໂລຊີອື່ນໆ.

    ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນຕ້ອງນຳໃຊ້ງົບປະມານຢ່າງມະຫາສານໃນຫລາຍກິດຈະກຳເປັນຕ້ົນ: ການກະກຽມການສຳຫລວດ, ການເກັບກຳຂໍ້ມູນ ພາກສະໜາມ, ການກວດແກ້ ແລະ ປຸງແຕ່ງຂໍ້ມູນ ແລະ ການເຜີຍແຜ່ການສຳຫລວດເຊິ່ງຄາດວ່າຕ້ອງນຳໃຊ້ງົບປະມານທັງໝົດ 22,2 ລ້ານໂດລາສະຫະລັດ. ມາຮອດປັດຈຸບັນ, ເຖິງວ່າພວກເຮົາສາມາດກະກຽມທາງດ້ານການຈັດຕັ້ງ ແລະ ດ້ານວິຊາການມີຄວາມຄືບໜ້າດີສົມຄວນ, ແຕ່ກໍຍັງມີສິ່ງທ້າທາຍທາງດ້ານງົບປະມານເຊິ່ງເຫັນວ່າຍັງບໍ່ທັນພຽງພໍກັບຄວາມຕ້ອງການປະມານ 10,8 ລ້ານໂດລາສະຫະລັດ ຫລື ປະມານ 49% ເຊິ່ງຕ້ອງໄດ້ສືບຕໍ່ຄົ້ນຄວ້າລະດົມແຫລ່ງທຶນຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເພື່ອປະກອບສ່ວນເຂົ້າໃນການສຳຫລວດ.

    ສຳລັບບຸກຄະລາກອນໃນການເດີນສຳຫລວດພາກສະໜາມ ທີ່ມີປະສົບການຕ້ອງການທັງໝົດປະມານ 18.000 ກວ່າຄົນ ເຊິ່ງຈະໄດ້ສືບຕໍ່ກະກຽມໃນການປະສານສົບທົບກັບບັນດາຄະນະຊີ້ນຳຂັ້ນແຂວງ ແລະ ຫ້ອງການສຳຫລວດຂັ້ນແຂວງ ໃນການຈັດຫາບຸກຄະລະກອນໃຫ້ຖືກຕາມມາດຖານຂອງການສຳຫລວດ. ເພື່ອເຮັດໃຫ້ບັ້ນການສຳຫລວດພົນລະເມືອງ ແລະ ທ່ີຢູ່ອາໄສ ຄັ້ງທີ V ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້ນັ້ນຂໍຮຽກຮ້ອງເຖິງທຸກພາກສ່ວນໃນສັງຄົມຈົ່ງຊ່ວຍໃຫ້ການສະໜັບສະໜູນດ້ວຍຮູບແບບຕ່າງໆຕາມທ່າແຮງ ແລະ ເງື່ອນໄຂທີ່ເໝາະສົມການປະກອບສ່ວນຂອງທ່ານຈະເປັນປະໂຫຍດອັນມະຫາສານ ໃຫ້ແກ່ການສ້າງສາພັດທະນາປະເທດຊາດ ຕາມເປົ້າໝາຍທີ່ພັກ ແລະ ລັດຖະບານວາງອອກ.

ໂດຍ: ສຸວັນນະ

KPL

ຂ່າວອື່ນໆ

ads
ads

Top