ບໍ່ແກ້ວ ເລັ່ງພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດໃໝ່

23/07/2024 17:46
Email Print 988
ຂປລ ຂປລ. ແຂວງບໍ່ແກ້ວ ເລັ່ງພັດທະນາການທ່ອງທ່ຽວ ໃຫ້ເປັນຂະແໜງເສດຖະກິດໃໝ່ ໂດຍຈະສຸມໃສ່ການພັດທະນາ ແຫລ່ງທ່ອງທ່ຽວທຳມະຊາດ, ວັດທະນະທໍາ-ປະຫວັດສາດ ຄຽງຄູ່ກັບຍູ້ແຮງພັດ ທະນາຜະລິດຕະພັນ ສິນຄ້າພື້ນບ້ານທີ່ເປັນເອກະລັກ ແລະ ຜະລິດຕະພັນດ້ານການບໍລິການ ທີ່ຫລາກຫລາຍຮັບໃຊ້ການທ່ອງທ່ຽວ.



ຂປລ. ແຂວງບໍ່ແກ້ວ ເລັ່ງພັດທະນາການທ່ອງທ່ຽວ ໃຫ້ເປັນຂະແໜງເສດຖະກິດໃໝ່ ໂດຍຈະສຸມໃສ່ການພັດທະນາ ແຫລ່ງທ່ອງທ່ຽວທຳມະຊາດ
, ວັດທະນະທໍາ-ປະຫວັດສາດ ຄຽງຄູ່ກັບຍູ້ແຮງພັດ ທະນາຜະລິດຕະພັນ ສິນຄ້າພື້ນບ້ານທີ່ເປັນເອກະລັກ ແລະ ຜະລິດຕະພັນດ້ານການບໍລິການ ທີ່ຫລາກຫລາຍຮັບໃຊ້ການທ່ອງທ່ຽວ.

ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໃນປີທ່ອງທ່ຽວລາວ ປີ 2024 ແຂວງບໍ່ແກ້ວ ຈະນໍາໃຊ້ບັນດາທ່າແຮງຕ່າງໆຂອງແຂວງ ເຊິ່ງຈະສຸມໃສ່ການສົ່ງເສີມ, ພັດທະ ນາ, ຍົກລະດັບການທ່ອງທ່ຽວພາຍໃນແຂວງ ເຊິ່ງໄລຍະຜ່ານມາ ໄດ້ການຂຸດຄົ້ນ ແລະ ເກັບກູ້ຊັບສົມ ບັດວັດທະນະທໍາ (ພະພຸດທະຮູບຢູ່ເມືອງຕົ້ນເຜິ້ງ). ປັດຈຸບັນ, ໄດ້ເອົາເຕົ້າໂຮມຢູ່ວັດທອງທິບເມືອງຕົ້ນເຜິ້ງ ເປັນບ່ອນທີ່ເຄົາລົບບູຊາ ຂອງປະຊາຊົນບັນດາເຜົ່າ ເຊິ່ງມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະ ເທດ ເຂົ້າມາທ່ຽວຊົມ ແລະ ບູຊາຢູ່ວັດທອງ ເປັນຈຳນວນຫລວງຫລາຍ ສະເລ່ຍມື້ໜຶ່ງຕໍ່າສຸດ 200 ກວ່າຄົນ, ສູງສຸດ 1.000 ກວ່າຄົນ ເຊິ່ງໄດ້ກາຍເປັນທ່າແຮງໜຶ່ງ ທີ່ດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມຢ່າງເປັນປົກກະຕິ, ທັງເປັນການປະກອບສ່ວນສ້າງລາຍຮັບໃຫ້ແກ່ເມືອງ ແລະ ແຂວງ ເປັນຢ່າງດີ. ພ້ອມກັນນີ້, ແຂວງຈະສຸມໃສ່ພັດທະນາສະຖານທີ່ດັ່ງກ່າວ ເພື່ອປົກປັກຮັກສາພະເຈົ້າໃຫຍ່ໄວ້ ໃຫ້ເປັນພື້ນຖານທີ່ແໜ້ນໜາ ແລະ ກາຍເປັນສະຖານທີ່ສັກກາລະບູຊາ ແລະ ທ່ອງທ່ຽວທີ່ສວຍງາມໃນອະນາຄົດ.

ທ່ານ ທອງຈັນ ມະນີໄຊ ໄດ້ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ວຽກງານທ່ອງທ່ຽວ ໄດ້ຮັບການປັບປຸງຍົກລະດັບໃຫ້ມີປະສິດພາບສູງກວ່າເກົ່າ ແນໃສ່ດຶງດູດນັກທ່ອງທ່ຽວ ເຂົ້າມາແຂວງໃຫ້ຫລາຍຂຶ້ນນັ້ນ, ແຂວງບໍ່ແກ້ວ ຈະໄດ້ສືບຕໍ່ສົ່ງເສີມ, ພັດທະນາ ແລະ ຍົກລະດັບກ່ຽວກັບການໂຄສະນາ ວຽກງານ ທ່ອງທ່ຽວໃຫ້ກວ້າງຂວາງ ແລະ ໃຫ້ມີຫລາກຫລາຍສີສັນ ໂດຍນໍາໃຊ້ ພາຫະນະສື່ມວນຊົນ ທາງດ້ານເອເລັກໂຕຣ ນິກເຊັ່ນ: ອິນເຕີເນັດ, ເວັບໄຊ້ໍ, ຢູທູບ, ວິທະຍຸ, ໂທລະພາບ ແລະ ອື່ນໆ ແລະ ມີຂໍ້ມູນການທ່ອງທ່ຽວ ທີ່ຊັດເຈນສາມາດເຊື່ອມໂຍງ ກັບບັນດາແຂວງອ້ອມຂ້າງ ແລະ ປະເທດໃກ້ຄຽງ, ປັບປຸງພັດທະນາສະ ຖານທີ່ທ່ອງທ່ຽວ ໃຫ້ເປັນຜະລິດຕະພັນການທ່ອງທ່ຽວ ທີ່ໄດ້ມາດຕະຖານທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອຮອງຮັບ ແລະ ຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການ ຂອງນັກທ່ອງທ່ຽວໃນຕໍ່ໜ້າ, ປັບປຸງຜະລິດຕະພັນການທ່ອງທ່ຽວ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວ ເປັນຕົ້ນ ທຸລະກິດທ່ອງທ່ຽວ, ທຸລະກິດທີ່ພັກໂຮງແຮມ, ຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ, ຫ້ອງນໍ້າສາທາລະນະ ແລະ ອື່ນໆ ເຊິ່ງເປັນປັດໃຈທີ່ສໍາຄັນ ຕໍ່ກັບການດຶງດູດນັກທ່ອງທ່ຽວ; ປັບປຸງລະບົບເສັ້ນທາງ ຄົມມະນາຄົມຂົນສົ່ງ, ລະບົບໂທລະຄົມມະນາຄົມ, ໄຟຟ້າ, ນໍ້າປະປາ ເພື່ອໃຫ້ເຂົ້າເຖິງແຫລ່ງທ່ອງທ່ຽວ, ພ້ອມທັງຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນ ໃນຂະແໜງ ການທ່ອງທ່ຽວນັບທັງພາກລັດ ແລະ ເອກະຊົນ ເປັນຕົ້ນ ແມ່ນດ້ານການສື່ສານ, ດ້ານປະສົບການ, ຄວາມຊຳນານງານໃຫ້ໄດ້ມາດຕະຖານ ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງວຽກງານການທ່ອງທ່ຽວ ໃຫ້ແທດເໝາະໃນໄລຍະໃໝ່.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • 5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່ທ່ອງທ່ຽວ

      5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່

      9/4/2024 4:34:51 PM

      ຂປລ. ກົງສຸນໃຫຍ່ ແຫ່ງ ຣາຊານະຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະ ບໍລິສັດພັດທະນາແຫ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດ ຈັດພິທີມອບ-ຮັບ ຕູ້ຟັກໄຂ່, ວັກຊິນ ແລະ ອຸປະກອນລ້ຽງໄກ່ນ້ອຍ ໃຫ້ 5 ເມືອງຂອງແຂວງສາລະວັນ ພາຍໃຕ້ໂຄງການຂະຫຍາຍ ຜົນຂອງສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ (ແຂວງສະຫວັນນະເຂດ).

    • ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາທ່ອງທ່ຽວ

      ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາ

      9/4/2024 12:30:32 PM

      ຄວາມເປັນເມືອງມໍລະດົກໂລກຫລວງພະບາງ ບໍ່ໄດ້ເຊື່ອງຊ້ອນພຽງຄຸນຄ່າທ່ີເປັນເອກະລັກສະເພາະວັດວາອາຮາມ, ພະລາດຊະວັງ ແລະ ເຮືອນ-ອາຄານຮູບຊົງເກົ່າແກ່ດັ້ງເດີມເທົ່ານັ້ນ ແຕ່ຫາກຍັງຕິດພັນກັບວິຖີດໍາລົງຊີວິດແບບດັ້ງເດີມ ມາຫລາຍຍຸກຫລາຍສະໄໝ ເຖິງປັດຈຸບັນນີ້ ຈົນກາຍເປັນຈຸດຂາຍໃຫ້ນັກທ່ອງທ່ຽວຕ່າງປະເທດສົນໃຈແວ່ວຽນມາສໍາຜັດ ແລະ ສຶກສາຮຽນຮູ້ໃນເມືອງດັ່ງກ່າວ.

    • ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນທ່ອງທ່ຽວ

      ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນ

      9/2/2024 2:45:47 PM

      ຂປລ. ກົມແລກປ່ຽນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ຈັດກິດຈະກໍາທັດສະນະສຶກສາທີ່ປະເທດຈີນ ຂອງນັກທຸລະກິດການທ່ອງທ່ຽວອາຊີ ພາຍໃຕ້ຫົວຂໍ້ ສະບາຍດີ ປະເທດຈີນ ຂຶ້ນໃນລະຫວ່າງວັນທີ 20-29 ສິງຫາ ຜ່ານມາ, ນໍາພາຄະນະໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳ ສປປ ລາວ, ມີຜູ້ຕາງໜ້ານັກທຸລະກິດ ການທ່ອງທ່ຽວລາວ ຈາກ 3 ພາກສ່ວນເຂົ້າຮ່ວມກິດຈະກໍາ

    • ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາທ່ອງທ່ຽວ

      ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາ

      9/2/2024 10:40:17 AM

      ພາກອຸດສາຫະກໍາທ່ອງທ່ຽວລາວມີບັນຍາກາດຄຶກຄັກເປັນພິເສດ ພາຍຫລັງ ສປປ ລາວ ປະກາດຍົກເວັ້ນວີຊາທ່ອງທ່ຽວໃຫ້ຫລາຍປະເທດ ຂະນະທີ່ນັກທ່ອງທ່ຽວຈາກປະເທດໄທ, ສປ ຈີນ, ຫວຽດນາມ, ເອີຣົບ, ເກົາຫລີ ຕິດອັນດັບດັບຕົ້ນໆເຂົ້າມາທ່ອງ ທ່ຽວລາວ, ຄາດວ່າໝົດປີ 2024 ລາວຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ຢ່າງໜ້ອຍ 3-4 ຄົນ.

    • “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາທ່ອງທ່ຽວ

      “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາ

      8/26/2024 11:34:23 AM

      “ຜາຖີ່່” ຫລື Lima Site 85 ອາດີດເຣດ້າຕາທິບ ຂອງຖານທັບສະຫະລັດອາເມລິກາໃນລາວ, ປັດຈຸບັນ ກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ ແລະ ສຶກສາຮຽນຮູ້, ໂດຍ ພູຜາຖີ່ ( Phou Pha Thi ) ຕັ້ງຢູ່ ບ້ານ ຫ້ວຍມ້າ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ຫ່າງຈາກເທສະບານແຂວງ ຫົວພັນ 68 ກິ​ໂລ​ແມັດ.

ads
ads

Top