ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາ

04/09/2024 12:30
Email Print 2251
ຂປລ ຄວາມເປັນເມືອງມໍລະດົກໂລກຫລວງພະບາງ ບໍ່ໄດ້ເຊື່ອງຊ້ອນພຽງຄຸນຄ່າທ່ີເປັນເອກະລັກສະເພາະວັດວາອາຮາມ, ພະລາດຊະວັງ ແລະ ເຮືອນ-ອາຄານຮູບຊົງເກົ່າແກ່ດັ້ງເດີມເທົ່ານັ້ນ ແຕ່ຫາກຍັງຕິດພັນກັບວິຖີດໍາລົງຊີວິດແບບດັ້ງເດີມ ມາຫລາຍຍຸກຫລາຍສະໄໝ ເຖິງປັດຈຸບັນນີ້ ຈົນກາຍເປັນຈຸດຂາຍໃຫ້ນັກທ່ອງທ່ຽວຕ່າງປະເທດສົນໃຈແວ່ວຽນມາສໍາຜັດ ແລະ ສຶກສາຮຽນຮູ້ໃນເມືອງດັ່ງກ່າວ.

      *ຄວາມເປັນເມືອງມໍລະດົກໂລກຫລວງພະບາງ ບໍ່ໄດ້ເຊື່ອງຊ້ອນພຽງຄຸນຄ່າທ່ີເປັນເອກະລັກສະເພາະວັດວາອາຮາມ, ພະລາດຊະວັງ ແລະ ເຮືອນ-ອາຄານຮູບຊົງເກົ່າແກ່ດັ້ງເດີມເທົ່ານັ້ນ ແຕ່ຫາກຍັງຕິດພັນກັບວິຖີດໍາລົງຊີວິດແບບດັ້ງເດີມ ມາຫລາຍຍຸກຫລາຍສະໄໝ ເຖິງປັດຈຸບັນນີ້ ຈົນກາຍເປັນຈຸດຂາຍໃຫ້ນັກທ່ອງທ່ຽວຕ່າງປະເທດສົນໃຈແວ່ວຽນມາສໍາຜັດ ແລະ ສຶກສາຮຽນຮູ້ໃນເມືອງດັ່ງກ່າວ.

    ຜ່ານມາ, ຫລາຍທ່ານອາດເຂົ້າໃຈວ່າ: ຄວາມໜ້າສົນໃຈດ້ານການທ່ອງທ່ຽວໃນເມືອງມໍລະດົກໂລກ ຫລວງພະບາງ ອາດເປັນພຽງຖ້ໍາຕິ່ງ, ຕາດກວງຊີ, ເລາະຕົວເມືອງ,  ເລາະກິນອາຫານພື້ນບ້ານ, ເຂົ້າໄປຊົມພະລາດຊະວັງ, ຕັກບາດຍາມ ເຊົ້າ, ຂຶ້ນຈອມພູສີເບິ່ງຕາເວັນຕົກດິນ, ເຂົ້າກາບໄຫວ້ວັດວາອາຮາມ,  ບຸນປີໃໝ່ລາວ ແລະ ອື່ນໆ ແຕ່ແນວໃດກໍດີ ມື້ນີ້ຜູ້ຂຽນຈະນໍາເອົາເລື່ອງ ທີ່ເປັນຕໍານານມີປະຫວັດຄວາມມາສືບທອດກັນມາຈົນເຖິງປັດຈຸບັນນີ້ມາເລົ່າສູ່ຟັງນັ້ນຄື: “ບຸນເດືອນ  9 ຫໍ່ເຂົ້າປະດັບດິນ ຫລື ບຸນຊ່ວງເຮືອຫລວງພະບາງ” ເຊິ່ງບຸນດັ່ງກ່າວນີ້ໄດ້ກາຍເປັນຈຸດຂາຍຂອງການທ່ອງທ່ຽວສໍາລັບເມືອງມໍລະດົກໂລກຫລວງພະບາງໄປແລ້ວ  ແລະ ເປັນກິດຈະກໍາໜ່ຶງທ່ີຮັກສາໄດ້ຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າໄດ້ຍາວນານທີ່ສຸດ.

    ໃນທຸກໆປີເມື່ອຮອດເດືອນ 9 ເພັງ, ເມືອງມໍລະດົກໂລກຫລວງພະບາງ ໄດ້ຈັດກິດຈະກໍາສະຫລອງບຸນເດືອນ 9 ຫໍ່ເຂົ້າປະດັບດິນ ຫລື  ບຸນຊ່ວງເຮືອຫລວງພະບາງ ແລະ  ໂລະລາດທີ່ມີສະເໜ່, ໜ້າຕື່ນເຕັ້ນສຸດໆ ເພາະຈະມີຄົນມາໂລະລາດ ຢ່າງຄຶກຄື້ນມ່ວນຊື່ນ ໂດຍສະເພາະບັນດາເຖົ້າແກ່ອາວຸໂສ ແລະ ໄວໜຸ່ມເຍົາວະຊົນເຂົ້າຮ່ວມເຮັດກິດຈະກໍາທາງສາສະໜາຕ່າງໆ ທີ່ຕິດພັນກັບການປະຕິບັດແບບດັ້ງເດີມ ທີ່ມີຄວາມຕື່ນເຕັ້ນໃຈຈົດໃຈຈໍ່ ເຊ່ິງຈະພາກັນໄປລົງໂລະລາດຈັບຈ່າຍຊ້ື ສ່ິງຂອງເປັນຂອງຝາກຂອງຕ້ອນ  ແລະ ຊີມອາຫານເປັນເອກະລັກທ່ີແຊບຊ້ອຍ.   ນັບແຕ່ອະດີດນັ້ນ ການຈັດບຸນເດືອນ 9 ຫລື ບຸນຊ່ວງເຮືອນະຄອນຫລວງພະບາງ ຖືເປັນບຸນໜຶ່ງທີ່ສໍາຄັນຂອງຊາດເຊິ່ງເຈົ້າມະຫາຊີວິດຕ້ອງໄດ້ເປັນແມ່ແບບ ໃນການນໍາໜ້າພາທາງປະຕິບັດ ເພື່ອນໍາຄວາມຢູ່ເຢັນເປັນສຸກຂອງບ້ານເມືອງ ແລະ ປະຊາລາຊະດອນ ດັ່ງປາກົດອອກໃນຄອງ 14 ຂອງພະລາຊາວ່າ: “ເປັນທ້າວພະຍາ ຄັນຮອດເດືອນ 9 ດັບໃຫ້ປ່າວເຕືອນລາຊະດອນບ້ານເມືອງຂອງຕົນ ທານຫ່ໍເຂົ້າປະດັບດິນໄປຫາປູ່, ຍ່າ, ຕາ,  ຍາຍ, ລູກເຕົ້າ ແລະ ຫລານເຫລັນ ອັນເຖິງແກ່ອະນິຈະກໍາໄປສູ່ປະລະໂລກທົ່ວທຸກຫົນແຫ່ງແລ້ວ ໃຫ້ເຈ້ົານາຍເສນາຂ້າລາຊະການຫົວບ້ານ  ຫົວເມືອງ ສິບຮ້ອຍ ນ້ອຍໃຫຍ່ ລົງມາຖືນ້ຳພະພິພັດ ຖວາຍສັດສານຸສັດອີກເທື່ອໜຶ່ງ ແລ້ວໃຫ້ຊ່ວງເຮືອສະຫລອງອຸສຸພະຍານາກປາກດົງ ແລະ ປາກຄານ, ພະຍານາກ 15 ຕະກຸນ ຜູ້ເຊິ່ງປົກປັກຮັກສາ ບ້ານເມືອງ ຈຶ່ງຈະຢູ່ເຢັນເປັນສຸກ ເຂົ້າໄຮ່ນາບໍລິບູນ” ດັ່ງນັ້ນ ນອກຈາກບຸນເຂົ້າປະດັບດິນແລ້ວ ຢູ່ຫລວງພະບາງຍັງມີການຈັດບຸນຊ່ວງເຮືອຂ້ຶນ ອັນເປັນການສືບທອດຮີດຄອງມາແຕ່ສະໄໝ ອານາຈັກລາວລ້ານຊ້າງ.

    ພະແນກຖະແຫລ່ງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫລວງພະບາງໄດ້ລາຍງານວ່າ: ງານບຸນຫໍ່ເຂົ້າປະດັບດິນບຸນຊ່ວງເຮືອເດືອນ 9 ທີ່ນະຄອນຫລວງພະບາງ ເປັນປາງບຸນໃຫຍ່ຂອງຊາວຫລວງພະບາງ ທີ່ນອນຢູ່ໃນຮີດສິບສອງຂອງ ລາວເຮົາ ແລະ ສືບທອດກັນມາຫລາຍເຊັ່ນຄົນ ເຊິ່ງສາມາດດຶງດູດເອົາການທ່ອງທ່ຽວ ແລະ ກະຕຸ້ນເສດຖະກິດໃຫ້ພ່ໍແມ່ປະຊາຊົນເປັນຈຳນວນຫລວງຫລາຍ, ເຊິ່ງການຈັດແຕ່ລະປີຈະເນ້ັນເຖິງຄວາມເປັນວັດທະນະທຳອັນດີງາມທີ່ມີມາແຕ່ບູຮານນະການ.

   ແຕ່ເຖິງແນວໃດກໍດີ ບຸນຫໍ່ເຂ້ົາປະດັບດິນ ຫລື ບຸນຊ່ວງເດືອນ 9 ນ້ັນແມ່ນໜ່ຶງໃນກິດຈະກໍາສໍາຄັນ ທີ່ນະຄອນຫລວງພະບາງຕ້ອງໄດ້ຈັດໃນທຸກໆປີເພື່ອສົ່ງເສີມການທ່ອງທ່ຽວ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ມີບັນຍາ ກາດຄຶກຄັກກວ່າເກົ່າ. ສໍາລັບປີ  2024 ນີ້ກໍເປັນປີທ່ອງທ່ຽວຄາດວ່າຫລວງພະບາງສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 8 ແສນຄົນ  ແຕ່ຄວາມຈິງອາດຫລາຍກວ່ານ້ັນເພາະວ່າເມືອງມໍລະດົກໂລກຫລວງພະບາງມີຈຸດຂາຍດີຢູ່ແລ້ວບວກກັບມີທີ່ຕັ້ງຄູ່ຂະໜານກັບເສັ້ນທາງລົດໄຟລາວ-ຈີນຍິ່ງເຮັດໃຫ້ການເດີນທາງຂອງນັກທ່ອງທ່ຽວມີຄວາມສະດວກສະບາຍ, ມີຄວາມປອດໄພ, ໄວວ່ອງທັນໃຈ, ປະຢັດເວລາ ແລະ ປະຢັດເງິນອີກດ້ວຍ.

   ນອກຈາກນັ້ນເສັ້ນທາງລົດໄຟດັ່ງກ່າວ ຍັງສາມາດເຊື່ອມໂຍງເຊື່ອມຈອດ ແລະ ມີການເປີດໃຫ້ບໍລິການແລ່ນຂ້າມຊາຍແດນ ລະຫວ່າງປະເທດລາວ-ຈີນ, ໄທ ແລະ ເພ່ືອນສາກົນອື່ນໆຈະຊ່ວຍເຮັດໃຫ ສປປ ລາວ ໄດ້ຜົນປະໂຫຍດທາງກົງ ແລະ ທາງອອ້ມຢ່າງແນ່ນອນ.

ຂ່າວ: ເກີດຂວັນໃຈຂ່າວ: ເກີດຂວັນໃຈ

KPL

ຂ່າວອື່ນໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

    • ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟທ່ອງທ່ຽວ

      ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟ

      7/7/2025 12:19:25 PM

      ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.

    • 6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບທ່ອງທ່ຽວ

      6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບ

      6/30/2025 1:22:05 PM

      ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ads
ads

Top