5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່

04/09/2024 16:34
Email Print 607
ຂປລ ຂປລ. ກົງສຸນໃຫຍ່ ແຫ່ງ ຣາຊານະຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະ ບໍລິສັດພັດທະນາແຫ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດ ຈັດພິທີມອບ-ຮັບ ຕູ້ຟັກໄຂ່, ວັກຊິນ ແລະ ອຸປະກອນລ້ຽງໄກ່ນ້ອຍ ໃຫ້ 5 ເມືອງຂອງແຂວງສາລະວັນ ພາຍໃຕ້ໂຄງການຂະຫຍາຍ ຜົນຂອງສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ (ແຂວງສະຫວັນນະເຂດ).



ຂປລ. ກົງສຸນໃຫຍ່ ແຫ່ງ ຣາຊານະຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະ ບໍລິສັດພັດທະນາແຫ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຫລັກ
40 ເມືອງປາກຊ່ອງຈໍາກັດ ຈັດພິທີມອບ-ຮັບ ຕູ້ຟັກໄຂ່, ວັກຊິນ ແລະ ອຸປະກອນລ້ຽງໄກ່ນ້ອຍ ໃຫ້ 5 ເມືອງຂອງແຂວງສາລະວັນ ພາຍໃຕ້ໂຄງການຂະຫຍາຍ ຜົນຂອງສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ (ແຂວງສະຫວັນນະເຂດ). ພ້ອມທັງ ຈັດກອງປະຊຸມຊຸກຍູ້ສົ່ງເສີມ ກຸ່ມຜູ້ປະກອບການລ້ຽງໄກ່ ໃນວັນທີ 4 ກັນຍາ 2024 ຢູ່ເມືອງຄົງເຊໂດນ ແຂວງສາລະວັນ ເຊິ່ງມອບໂດຍ ທ່ານ ປັດ ປັດທະມະຈິດ ກົງສູນໃຫຍ່ ແຫ່ງ ຣາຊານະຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະ ຕາງໜ້າຮັບໂດຍ ທ່ານ ສະໄໝ ໂພທິສານ ເຈົ້າເມືອງຄົງເຊໂດນ, ມີ ທ່ານ ບຸນທົງ ຄໍາມະນີວົງ ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານເສດຖະ ກິດ ແຂວງສາລະວັນ, ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ, ທ່ານ ຕໍ່ພົງ ປະເສີດສັງ ສັດຕະວະແພດ ສູນພັດທະນາ ແລະ ການບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ, ມີເຈົ້າເມືອງ, ຮອງເຈົ້າເມືອງ ແລະ ຜູ້ປະກອບການລ້ຽງໄກ່ ເຂົ້າຮ່ວມ.

ທ່ານ ປັດ ປັດທະມະຈິດ ໄດ້ມີຄໍາເຫັນໃນພິທີວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ມີຕູ້ຟັກໄຂ່ ຈໍານວນ 5 ຕູ້ ແລະ ອຸປະກອນລ້ຽງໄກ່ນ້ອຍ ລວມມູນຄ່າທັງໝົດ 125.900 ບາດ ໂດຍມອບໃຫ້ 5 ເມືອງຄື: ເມືອງຄົງເຊໂດນ, ເມືອງລະຄອນເພັງ, ເມືອງຕຸ້ມລານ, ເມືອງວາປີ ແລະ ເມືອງເລົ່າງາມ ເມືອງລະ 1 ຕູ້ເພື່ອໃຫ້ຜູ້ປະກອບການ ກໍຄື ສູນເພາະແນວພັນໄກ່ ໃຫ້ປະຊາຊົນລ້ຽງໄກ່ນໍາໄປໃຊ້ໃນການເພາະ ພັນແນວພັນໄກ່, ທີ່ລ້ຽງໄກ່ລາດພື້ນເມືອງເປັນສິນຄ້າ ໃຫ້ໄດ້ລົງມືປະຕິບັດຢ່າງເປັນຮູບປະທໍາ ເພື່ອຕອບສະໜອງຄວາມຕ້ອງການວັດຖຸດິບ (ໄກ່ລາດພື້ນເມືອງ) ໃຫ້ຮ້ານປິ້ງໄກ່ນາປົ່ງ ເຊິ່ງເປັນຜະລິດຕະພັນເປັນເອກະລັກ ແລະ ມີຊື່ສຽງຂອງແຂວງສາລະວັນ.




ໂອກາດນີ້
, ທ່ານ ສະໄໝ ໂພທິສານ ໄດ້ໃຫ້ຮູ້ວ່າ: ເມືອງຄົງເຊໂດນ ມີທ່າແຮງຂອງການລົງທຶນ ໃນຫລາຍຂະແໜງການ ເປັນຕົ້ນ ອຸດສາຫະກໍາການທ່ອງທ່ຽວ ແລະ ບໍລິການ, ອຸດສາຫະກໍາການຜະ ລິດ ຈາກກະສິກໍາ ແລະ ເຄື່ອງຈັກສານ, ກິດຈະການທີ່ກ່ຽວຂ້ອງອື່ນໆ. ປັດຈຸບັນ, ຄະນະກໍາມະການ ການລົງທຶນ ໄດ້ກໍານົດເອົາບັນຊີການລົງທຶນໃນຫລາຍໂຄງການ ໂດຍຖືເອົາຂົງເຂດປູກຝັງ-ລ້ຽງສັດ, ພັດ ທະນາຂົງເຂດການຄ້າ, ການລົງທຶນ, ບໍລິການທາງຜ່ານ ແລະ ການທ່ອງທ່ຽວທໍາມະຊາດ-ວັດທະນະທໍາ. ສໍາລັບ ຕູ້ຟັກໄຂ່ ແລະ ອຸປະກອນການລ້ຽງໄກ່ນ້ອຍ ທີ່ໄດ້ຮັບໃນຄັ້ງນີ້, ແມ່ນມີຄວາມສໍາຄັນຫລາຍ ໃນການເພາະພັນໄກ່ນ້ອຍ ຂອງຜູ້ປະກອບການລ້ຽງໄກ່ເປັນສິນຄ້າ ເພື່ອສະໜອງໃຫ້ພໍ່ແມ່ປະຊາຊົນ ໃຫ້ບັນດາເມືອງເພື່ອລ້ຽງໄກ່ລາດພື້ນເມືອງ ສະໜອງໃຫ້ຮ້ານປີ້ງໄກ່ນາປົ່ງ. ທັງນີ້, ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຮ່ວມມືຂອງສອງ ປະເທດລາວ-ໄທ  ໂດຍສະເພາະ ລະຫວ່າງ ເມືອງຄົງເຊໂດນ ແຂວງສາລະວັນ ກັບແຂວງມຸກດາຫານ ຣາຊະອານາຈັກໄທ ໃຫ້ດີຂຶ້ນເປັນກ້າວໆ ແລະ ຫວັງຢ່າງຍິ່ງວ່າ ຈະມີການສືບຕໍ່ຮ່ວມອັນໃໝ່ ໃນຕໍ່ໜ້າ.

ຂ່າວ: ວີລະວັນ

ພາບ: ຄັດທະນາມ

KPL

ຂ່າວອື່ນໆ

    • ເມືອງມໍລະດົກໂລກຫລວງພະບາງແຫລ່ງທ່ອງທ່ຽວທີ່ໜ້າຄົ້ນຫາ ທ່ອງທ່ຽວ

      ເມືອງມໍລະດົກໂລກຫລວງພະບາງແຫລ່ງທ່ອງທ່ຽວທີ່ໜ້າຄົ້ນຫາ

      9/17/2024 12:40:16 AM

      ອີງຕາມພະແນກ ຖວທ ແຂວງຫລວງພະບາງລາຍງານວ່າພຽງແຕ່ 8 ເດືອນຂອງປີ 2024 ມີນັກທ່ອງ ທ່ຽວເຂົ້າທ່ຽວຫລວງພະບາງບໍ່ຕໍ່າ 7 ແສນຄົນແລ້ວ ແລະ ຄາດວ່າຫມົດປີ 2024 ນັກທ່ອງທ່ຽວຈະເພີ່ມຂຶ້ນເຖິງ 1 ລ້ານກວ່າຄົນ.

    •  ນ້ຳຕົກຕາດແດນພູສູງຄືຂຸມຊັບຂອງເມືອງສົບເບົາ ທ່ອງທ່ຽວ

      ນ້ຳຕົກຕາດແດນພູສູງຄືຂຸມຊັບຂອງເມືອງສົບເບົາ

      9/13/2024 7:22:16 AM

      ຫລາຍທ່ານອາດຮູ້ດີແຫລ່ງທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງໃນແຂວງຫົວພັນເຊັ່ນ: ປ່າຫີນຕັ້ງ, ຖໍ້າປະຫວັດສາດຂອງທ່ານຜູ້ນໍາ, ຈອມພູຜາຖີ່ສະມໍລະພູມຮົບນອງເລືອດ,ສວນດອກໄມ້ຊະກຸຣະ, ຕາດສະເຫລີຍ.

    • ຕື່ນເຕັ້ນກັບແຫລ່ງທ່ອງທ່ຽວຕາດຊາຍ ພູເຂົາຄວາຍ ທ່ອງທ່ຽວ

      ຕື່ນເຕັ້ນກັບແຫລ່ງທ່ອງທ່ຽວຕາດຊາຍ ພູເຂົາຄວາຍ

      9/11/2024 9:26:13 AM

      ເພີ່ນວ່າ “ຍິງປືນນັດດຽວໄດ້ນົກ2 ໂຕ” ກັບເດີນທາງໄປທ່ອງທ່ຽວ ແລະ ສໍາຜັດບັນຍາກາດທໍາມະຊາດດີໆຕາມສາຍພູເຂົາຄວາຍທີ່ເຕັມໄປດ້ວຍແຫລ່ງທ່ອງທ່ຽວທໍາມະຊາດ.

    • ຍົກລະດັບຄວາມຮູ້ໃຫ້ ພະນັກງານນໍາທ່ຽວລະດັບຊາດທ່ອງທ່ຽວ

      ຍົກລະດັບຄວາມຮູ້ໃຫ້ ພະນັກງານນໍາທ່ຽວລະດັບຊາດ

      9/9/2024 4:50:06 PM

      ຂປລ. ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຝຶກອົບຮົມຍົກລະດັບຄວາມ ຮູ້ໃຫ້ ພະນັກງານນໍາທ່ຽວລະດັບຊາດ ຄັ້ງທີ 31 ​ໃນວັນທີ 9 ກັນຍາ 2024 ເຊິ່ງຈະດໍາເນີນເປັນເວລາ 55 ວັນ ນັບແຕ່ວັນທີ 9 ກັນຍາ ຫາ 29 ພະຈິກ 2024 ໂດຍເນັ້ນໃສ່ 3 ດ້ານຄື: ຄວາມຮູ້ທົ່ວໄປ ມີ 5 ວິຊາ, ຄວາມຮູ້ພື້ນຖານ 7 ວິຊາ ແລະ ຄວາມຮູ້ສະເພາະອາຊີບ ມີ 10 ວິຊາ.

    • ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາທ່ອງທ່ຽວ

      ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາ

      9/4/2024 12:30:32 PM

      ຄວາມເປັນເມືອງມໍລະດົກໂລກຫລວງພະບາງ ບໍ່ໄດ້ເຊື່ອງຊ້ອນພຽງຄຸນຄ່າທ່ີເປັນເອກະລັກສະເພາະວັດວາອາຮາມ, ພະລາດຊະວັງ ແລະ ເຮືອນ-ອາຄານຮູບຊົງເກົ່າແກ່ດັ້ງເດີມເທົ່ານັ້ນ ແຕ່ຫາກຍັງຕິດພັນກັບວິຖີດໍາລົງຊີວິດແບບດັ້ງເດີມ ມາຫລາຍຍຸກຫລາຍສະໄໝ ເຖິງປັດຈຸບັນນີ້ ຈົນກາຍເປັນຈຸດຂາຍໃຫ້ນັກທ່ອງທ່ຽວຕ່າງປະເທດສົນໃຈແວ່ວຽນມາສໍາຜັດ ແລະ ສຶກສາຮຽນຮູ້ໃນເມືອງດັ່ງກ່າວ.

ads
ads

Top