ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາ

02/09/2024 10:40
Email Print 929
ຂປລ ພາກອຸດສາຫະກໍາທ່ອງທ່ຽວລາວມີບັນຍາກາດຄຶກຄັກເປັນພິເສດ ພາຍຫລັງ ສປປ ລາວ ປະກາດຍົກເວັ້ນວີຊາທ່ອງທ່ຽວໃຫ້ຫລາຍປະເທດ ຂະນະທີ່ນັກທ່ອງທ່ຽວຈາກປະເທດໄທ, ສປ ຈີນ, ຫວຽດນາມ, ເອີຣົບ, ເກົາຫລີ ຕິດອັນດັບດັບຕົ້ນໆເຂົ້າມາທ່ອງ ທ່ຽວລາວ, ຄາດວ່າໝົດປີ 2024 ລາວຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ຢ່າງໜ້ອຍ 3-4 ຄົນ.

      *ພາກອຸດສາຫະກໍາທ່ອງທ່ຽວລາວມີບັນຍາກາດຄຶກຄັກເປັນພິເສດ ພາຍຫລັງ ສປປ ລາວ ປະກາດຍົກເວັ້ນວີຊາທ່ອງທ່ຽວໃຫ້ຫລາຍປະເທດ ຂະນະທີ່ນັກທ່ອງທ່ຽວຈາກປະເທດໄທ, ສປ ຈີນ, ຫວຽດນາມ,  ເອີຣົບ, ເກົາຫລີ ຕິດອັນດັບດັບຕົ້ນໆເຂົ້າມາທ່ອງທ່ຽວລາວ, ຄາດວ່າໝົດປີ 2024 ລາວຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ຢ່າງໜ້ອຍ 3-4 ຄົນ.

    ຫລ້າສຸດເວັບໄຊ (Travel - Daily News)ໄດ້ລາຍງານອີງຕາມການສໍາຫລວດຕົວຈິງຂອງຕົວເລກນັກທ່ອງທ່ຽວເຂົ້າມາລາວວ່າ:  ປະເທດລາວຍັງເປັນຈຸດໝາຍປາຍທາງການທ່ອງທ່ຽວຍອດນິຍົມ ຍ້ອນວ່າມີນັກທ່ອງທ່ຽວຈໍານວນຫລວງຫລາຍເຄີຍເດີນທາງເຂ້ົາລາວແລ້ວໄລຍະຜ່ານມາ ແລະ ມີການເດີນທາງເຂົ້າມາທ່ອງທ່ຽວ ສປປ ລາວ ອີກຊໍ້າກັນຫລາຍເທ່ືອ ໃນນັ້ນ ແມ່ນນັກທ່ອງທ່ຽວໄທ,  ຈີນ, ຍີ່ປຸ່ນ, ຫວຽດນາມ ແລະ ຊາດ ອື່ນໆ  ເຊິ່ງສັນຍານດັ່ງກ່າວສະແດງໃຫ້ເຫັນ
ວ່າ: ແຫລ່ງທ່ອງທ່ຽວໃນປະເທດຍັງເປັນບ່ອນທີ່ສົນໃຈ  ແລະ ໃຫ້ຄວາມນິຍົມບໍ່ໜ້ອຍກວ່າຊາດອື່ນ.  

    ໂດຍສະຖິຕິຈາກຜົນສໍາຫລວດນັ້ນໄດ້ອ້າງອີງວ່າ: ກຸ່ມນັກທ່ອງທ່ຽວຕອບສ່ວນໃຫຍ່ທີ່ສຸດຢາກກັບມາທ່ຽວລາວຄື:  32% ເພື່ອການຜະຈົນໄພເປັນຈຸດປະສົງຫລັກສໍາລັບການເດີນທາງ, 23% ແມ່ນເດີນທາງເພື່ອໄປຊິມອາຫານ, 20% ມັກດ້ານສິລະປະ, ວັດທະນະທໍາ, ວິຖີຊີວິດຂອງຄົນລາວ. ລົດໄຟລາວ-ຈີນ; ພາກໃຕ້ລາວເຊັ່ນ:  ຫລີຜີຄອນພະເພັງ, ຕາດຟານ,  ຕາດມຶດ, ຕາດເຍືອງ, ສວນກາເຟໃນເມືອງປາກຊ່ອງ ແຂວງຈໍາປາສັກ;  ເມືອງວັງວຽງ, ເມືອງເຟືອງແຂວງ ວຽງຈັນ ແລະ ນະຄອນຫລວງວຽງຈັນ. ຫວ່າງບໍ່ດົນມານີ້, ລັດຖະບານລາວໄດ້ປະກາດຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຈາກຫລາຍປະເທດ ເພື່ອສົ່ງເສີມການທ່ອງທ່ຽວລາວ ພ້ອມທັງຍົກລະດັບການຮ່ວມມືກັບປະເທດເພື່ອນມິດໄກ້ຄຽງ ແລະ ວົງ ຄະນະຍາດສາກົນໃຫ້ມີໃບໜ້າໃໝ່ອີກດ້ວຍ ໃນນັ້ນມີ ສປ ຈີນ, ບັນດາ 10 ປະເທດສະມາຊິກອາຊຽນ ແລະ ບາງປະເທດເພື່ອນມິດສາກົນ.

     ອີງຕາມທະນາຄານໂລກ ແລະ ທະນາຄານພັດທະນາອາຊີໄດ້ລາຍງານ ເມື່ອບໍ່ດົນມານີ້ວ່າພາກອຸດສາຫະກໍາທ່ອງທ່ຽວຈະຊ່ວຍເຮັດ ໃຫ້ເສດຖະກິດໂລກຄ່ອຍໆຟື້ນຕົວຂຶ້ນຕາມລໍາດັບໜຶ່ງໃນນັ້ນ ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ທີ່ບໍ່ມີຊາຍແດນດ້ານໃດຕິດຈອດກັບທະເລ ແຕ່ມີເສ້ັນທາງລົດໄຟລາວ-ຈີນ ນ້ັນຄືໂອກາດສໍາຄັນຈະປ່ຽນໃບໜ້າ ແລະ ສະຖານະຂອງລາວເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ- ສາກົນ ແລະ ປະເທດອື່ນໆໃນໂລກ ເຊິ່ງນັ້ນໝາຍວ່າຜ່ານມາລາວໄດ້ພົບພໍ້ ແລະ ຜະເຊີນໜ້າກັບການແພ່ລະບາດພະຍາດໂຄວິດ-19 ອັນໄດ້ ເຮັດໃຫ້ກະທົບຕໍ່ສະພາບລວມຂອງປະເທດຫຍຸ້ງຍາກ ມາຮອດປີ 2022  ພະຍາດດັ່ງກ່າວໄດ້ຈາງຫາຍໄປ  ແລະ ເປີດປະເທດຢ່າງທາງການຈະຊ່ວຍເຮັດໃຫ້ ສປປ ລາວ ໄດ້ຮັບໂອກາດໃໝ່ໆ ແລະ ມີສ່ິງທ້າທາຍແຕກຕ່າງກັນດີຂຶ້ນເປັນກ້າວໆ ໂດຍສະເພາະການບໍລິການທ່ອງທ່ຽວ ຕິດພັນກັບເສັ້ນທາງລົດໄຟລາວ-ຈີນຈະເຮັດໃຫ້ເສດຖະກິດຂອງລາວ ຄ່ອຍໆດີຂຶ້ນຢ່າງ ໜ້າສົນໃຈ.

    ດັ່ງທ່ີ ຮູ້ນໍາກັນ, ເສັ້ນທາງລົດໄຟລາວ- ຈີນ ເປັນສ່ວນໜຶ່ງຂອງເສັ້ນທາງສາກົນ ແລະ ເປັນປະຕູອາຊຽນທີ່ມີປະຊາກອນລວມກັນທັງໝົດ 600 ລ້ານຄົນ ເຊິ່ງຈະກາຍເປັນໂອກາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ, ການແກ້ໄຂຄວາມທຸກຍາກ, ການສ້າງວຽກເຮັດງານທໍາ, ການຍົກລະດັບຊີວິດການເປັນຢູ່ດີຂຶ້ນລະຫວ່າງອາຊຽນ,  ສປ ຈີນ ແລະ ບັນດາຂົງເຂດອື່ນໆ.  ຫລ້າສຸດໃນວັນທີ 26 ມິຖຸນານີ້,  ກະຊວງ ຖວທ ແຫ່ງ ສປປລາວ ໄດ້ເຊັນເອກະສານເລກທີ 29 ກ່ຽວກັບ  “ລາຍລະອຽດໃນການປະຕິບັດນະໂຍບາຍວີຊາຕໍ່ນັກທ່ອງທ່ຽວຈີນ ສະເພາະໃນປີທ່ອງທ່ຽວລາວ 2024 ”ໂດຍລະບຸວ່າ: ນັກທ່ອງທ່ຽວຈີນ ຜູ້ຖືພາສປອດທຳມະດາສາມາດເຂົ້າໄປທ່ຽວປະເທດລາວ 15 ວັນ ແບບຍົກເວັ້ນວີຊາ ໂດຍຜ່ານການຈັດຕັ້ງຂອງບໍລິສັດທ່ອງທ່ຽວ ເຊ່ິງຈະປະຕິບັດແຕ່ວັນທີ 1 ກໍລະກົດ ຫາວັນທີ 31 ທັນວາ ປີ 2024. ການປະກາດຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຈີນ ຄັ້ງນີ້ບໍ່ພຽງເອື້ອອໍານວຍຄວາມສະດວກສະບາຍໃຫ້ນັກທ່ອງທ່ຽວເທົ່ານັ້ນ ຫາກຍັງເປັນການຊຸກຍູ້ສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ, ການສ້າງວຽກເຮັດງານທໍາ, ດຶງດູດເງິນຕາຕ່າງປະເທດ, ການສ້າງຄວາມເຊື່ອໝັ້ນຢ່າງໜັກແໜ້ນລະຫວ່າງສອງປະເທດ.

    ໃນປີ 2018- 2019 ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມລາວ ເກືອບ 5 ລ້ານຄົນ ໃນນັ້ນມີນັກທ່ອງທ່ຽວຈີນ ເຖິງ 1 ລ້ານຄົນ, ສ້າງໄດ້ຮັບລວມເກືອບ 700 ລ້ານໂດລາ. ສະເພາະປີ 2024 ນີ້ ສປປ ລາວ ໄດ້ເປີດປີທ່ອງທ່ຽວຄາດວ່າຈະມີນັກ ທ່ອງທ່ຽວເຂົ້າມາຢ້ຽມຢາມ ລາວ ຢ່າງໜ້ອຍ 3 ລ້ານຄົນ ແລະ ສ້າງລາຍຮັບເຂົ້າປະເທດປະມານ 3-4 ລ້ານໂດລາ.

ໂດຍ:ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ເມືອງມໍລະດົກໂລກຫລວງພະບາງແຫລ່ງທ່ອງທ່ຽວທີ່ໜ້າຄົ້ນຫາ ທ່ອງທ່ຽວ

      ເມືອງມໍລະດົກໂລກຫລວງພະບາງແຫລ່ງທ່ອງທ່ຽວທີ່ໜ້າຄົ້ນຫາ

      9/17/2024 12:40:16 AM

      ອີງຕາມພະແນກ ຖວທ ແຂວງຫລວງພະບາງລາຍງານວ່າພຽງແຕ່ 8 ເດືອນຂອງປີ 2024 ມີນັກທ່ອງ ທ່ຽວເຂົ້າທ່ຽວຫລວງພະບາງບໍ່ຕໍ່າ 7 ແສນຄົນແລ້ວ ແລະ ຄາດວ່າຫມົດປີ 2024 ນັກທ່ອງທ່ຽວຈະເພີ່ມຂຶ້ນເຖິງ 1 ລ້ານກວ່າຄົນ.

    •  ນ້ຳຕົກຕາດແດນພູສູງຄືຂຸມຊັບຂອງເມືອງສົບເບົາ ທ່ອງທ່ຽວ

      ນ້ຳຕົກຕາດແດນພູສູງຄືຂຸມຊັບຂອງເມືອງສົບເບົາ

      9/13/2024 7:22:16 AM

      ຫລາຍທ່ານອາດຮູ້ດີແຫລ່ງທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງໃນແຂວງຫົວພັນເຊັ່ນ: ປ່າຫີນຕັ້ງ, ຖໍ້າປະຫວັດສາດຂອງທ່ານຜູ້ນໍາ, ຈອມພູຜາຖີ່ສະມໍລະພູມຮົບນອງເລືອດ,ສວນດອກໄມ້ຊະກຸຣະ, ຕາດສະເຫລີຍ.

    • ຕື່ນເຕັ້ນກັບແຫລ່ງທ່ອງທ່ຽວຕາດຊາຍ ພູເຂົາຄວາຍ ທ່ອງທ່ຽວ

      ຕື່ນເຕັ້ນກັບແຫລ່ງທ່ອງທ່ຽວຕາດຊາຍ ພູເຂົາຄວາຍ

      9/11/2024 9:26:13 AM

      ເພີ່ນວ່າ “ຍິງປືນນັດດຽວໄດ້ນົກ2 ໂຕ” ກັບເດີນທາງໄປທ່ອງທ່ຽວ ແລະ ສໍາຜັດບັນຍາກາດທໍາມະຊາດດີໆຕາມສາຍພູເຂົາຄວາຍທີ່ເຕັມໄປດ້ວຍແຫລ່ງທ່ອງທ່ຽວທໍາມະຊາດ.

    • ຍົກລະດັບຄວາມຮູ້ໃຫ້ ພະນັກງານນໍາທ່ຽວລະດັບຊາດທ່ອງທ່ຽວ

      ຍົກລະດັບຄວາມຮູ້ໃຫ້ ພະນັກງານນໍາທ່ຽວລະດັບຊາດ

      9/9/2024 4:50:06 PM

      ຂປລ. ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຝຶກອົບຮົມຍົກລະດັບຄວາມ ຮູ້ໃຫ້ ພະນັກງານນໍາທ່ຽວລະດັບຊາດ ຄັ້ງທີ 31 ​ໃນວັນທີ 9 ກັນຍາ 2024 ເຊິ່ງຈະດໍາເນີນເປັນເວລາ 55 ວັນ ນັບແຕ່ວັນທີ 9 ກັນຍາ ຫາ 29 ພະຈິກ 2024 ໂດຍເນັ້ນໃສ່ 3 ດ້ານຄື: ຄວາມຮູ້ທົ່ວໄປ ມີ 5 ວິຊາ, ຄວາມຮູ້ພື້ນຖານ 7 ວິຊາ ແລະ ຄວາມຮູ້ສະເພາະອາຊີບ ມີ 10 ວິຊາ.

    • 5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່ທ່ອງທ່ຽວ

      5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່

      9/4/2024 4:34:51 PM

      ຂປລ. ກົງສຸນໃຫຍ່ ແຫ່ງ ຣາຊານະຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະ ບໍລິສັດພັດທະນາແຫ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດ ຈັດພິທີມອບ-ຮັບ ຕູ້ຟັກໄຂ່, ວັກຊິນ ແລະ ອຸປະກອນລ້ຽງໄກ່ນ້ອຍ ໃຫ້ 5 ເມືອງຂອງແຂວງສາລະວັນ ພາຍໃຕ້ໂຄງການຂະຫຍາຍ ຜົນຂອງສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ (ແຂວງສະຫວັນນະເຂດ).

ads
ads

Top