“ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາ

26/08/2024 11:34
Email Print 1268
ຂປລ “ຜາຖີ່່” ຫລື Lima Site 85 ອາດີດເຣດ້າຕາທິບ ຂອງຖານທັບສະຫະລັດອາເມລິກາໃນລາວ, ປັດຈຸບັນ ກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ ແລະ ສຶກສາຮຽນຮູ້, ໂດຍ ພູຜາຖີ່ ( Phou Pha Thi ) ຕັ້ງຢູ່ ບ້ານ ຫ້ວຍມ້າ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ຫ່າງຈາກເທສະບານແຂວງ ຫົວພັນ 68 ກິ​ໂລ​ແມັດ.

     * “ຜາຖີ່່ລື Lima Site 85 ອາດີດເຣດ້າຕາທິບ ຂອງຖານທັບສະຫະລັດອາເມລິກາໃນລາວ, ປັດຈຸບັນ ກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ ແລະ ສຶກສາຮຽນຮູ້, ໂດຍ ພູຜາຖີ່ ( Phou Pha Thi ) ຕັ້ງຢູ່ ບ້ານ ຫ້ວຍມ້າ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ຫ່າງຈາກເທສະບານແຂວງ ຫົວພັນ 68 ກິໂລແມັດ.


        ໃນໄລຍະສົງຄາມຫວຽດນາມ ແລະ ສົງຄາມລັບ ໃນລາວ ຜາຖີ່ເປັນທີ່ຕັ້ງຖານທັບລັບຂອງ ສະຫະລັດອາເມລິກາ ເຊິ່ງຮູ້ຈັກກັນໃນຊື່ລະຫັດ ລີມາ 85 ລື LS-85 ( L = Lima = Laos; S=Site ), ຜາຖີ່ ມີຄວາມສູງປະມາ 1.786 ແມັດ ດ້ວຍຄວາມສູງຊັນ ຈຶ່ງຕ້ອງໃຊ້ຍົນເຮລີກັອບເຕີເທົ່ານັ້ນສໍາລັບລໍາລຽງອາວຸດຍຸດໂທປະກອນຕ່າງໆ ຂຶ້ນໄປຕິດຕັ້ງປະຈໍາການຢູ່ເທິງ ຜາຖີ່ ທີ່ມີລັກສະນະເປັນຜາສູງຊັນ, ມີກ້ອນຫີນຂະໜາດໃຫຍ່ປຽບດັ່ງປ້ອມປາການປ້ອງກັນທີ່ແຂງແກ່ນທີ່ມີຄວາມຍາວປະມານ 8 ກິໂລແມັດ, ນອນໃນເຂດປ່າສະຫງວນແຫ່ງຊາດ ນ້ຳແອດພູເລີຍ ດ້ານຕາເວັນຕົກ ເປັນໜ້າຜາສູງຊັນເກືອບ90 ອົງສາ

.

       ສ່ວນທິດຕາເວັນອອກເປັນທົ່ງພຽງ ແຕ່ກໍບໍ່ສາມາດຂຶ້ນໄປໄດ້, ເຣດ້າ ມີຄວາມສູງປະມານ 210 ແມັດ ( ເບິ່ງຈາກໜ້າຜາ ) Lima Site 85 ເປັນເຕັກໂນໂລຊີ ທີ່ທັນສະໄໝທີ່ສຸດໃນເວລານັ້ນ, ເນື່ອງຈາກສາມາດລະບຸພິກັດໄດ້ຢ່າງທ່ຽງຕົງໃນການບັນຊາການໂຈມຕີຝ່າຍກົງກັນຂ້າມທາງອາກາດ ເຄື່ອງມືນີ້ມີຊື່ເອີ້ນຢ່າງເປັນທາງການວ່າ TACAN (Tactical Air Control And Navigation) ແລະ ດ້ວຍຄວາມສຳຄັນທາງທີ່ຕັ້ງຍຸດທະສາດທາງການທະຫານທີ່ສຳຄັນສຸດຍອດນີ້ຈິ່ງເຮັດໃຫ້ ຜາຖີ່ ເປັນສະໝໍລະພູມສູ້ຮົບອັນດຸເດືອດທັງພາກພື້ນດນ ແລະ ທາງອາກາດ ລະຫວ່າງກອງກຳລັງທັງ 2 ຝ່າຍ.ໃນວັນທີ 10-11 ມີນາ 1968 ກໍາລັງປະຕິວັດລາວ ໄດ້ປີນຂື້ນຜາຖີ່ ທີ່ມີຄວາມສູງຊັນ 90 ອົງສາ ໄດ້ຢ່າງໜ້າອັດສະຈັນ ແລະ ໄດ້ຂຶ້ນໄປດັບສູນສັດຕູ, ທໍາລາຍຖານເຣດ້າ ແລະ ຄື້ນວິທະຍຸສື່ສານອັນສຳຄັນຂອງສັດຕູໄດ້ ແລະ ສາມາດຢຶດເອົາ ຜາຖີ່ ໄດ້ໃນທີ່ສຸດ ອັນເປັນໄຊຊະນະທີ່ອົງອາດກ້າຫານ, ຍິ່ງໃຫຍ່, ດຸເດືອດທີ່ສຸດ ແລະ ເປັນບັ້ນຮົບທີ່ປະເທດຊາດຕ້ອງຈາລຶກໄວ້ໃນປະຫວັດສາດຊາດລາວຕະຫອດໄປ.

        ຜາທີ່ ຖືກປົດປ່ອຍສົມບູນໃນວັນທີ 13 ມິຖຸນາ 1968 ແລະ ມາຮອດປີ 2018 ພັກ ແລະ ລັດຖະບານລາວ ໄດ້ຈັດພິທີສະເຫລີມສະຫອງ ວັນປົດປ່ອຍຜາຖີ່ ຄົບຮອບ 50 ປີ ແລະ ພັດທະນາພື້ນຖານໂຄ່ງລ່າງເຊັ່ນ: ສ້າງເສັ້ນທາງປູຢາງ, ສ້າງຂັ້ນໄດເຫລັກທີ່ມີຫາຍກວ່າ 1.000 ຂັ້ນຂຶ້ນສູ່ຍອດ ຜາຖີ່ ເພື່ອເຮັດໃຫ້ ຜາຖີ່ ກາຍເປັນແຫລາງທ່ອງທ່ຽວທາງປະຫວັດສາດ ທີ່ທຸກໆທ່ານສາມາດເດີນທາງມາສຳພັດ ແລະ ທ່ຽວຊົມໄດ້.

ພາບຈາກ: ພູນຊັບ ເທວົງສາ


KPL

ຂ່າວອື່ນໆ

    • ເມືອງມໍລະດົກໂລກຫລວງພະບາງແຫລ່ງທ່ອງທ່ຽວທີ່ໜ້າຄົ້ນຫາ ທ່ອງທ່ຽວ

      ເມືອງມໍລະດົກໂລກຫລວງພະບາງແຫລ່ງທ່ອງທ່ຽວທີ່ໜ້າຄົ້ນຫາ

      9/17/2024 12:40:16 AM

      ອີງຕາມພະແນກ ຖວທ ແຂວງຫລວງພະບາງລາຍງານວ່າພຽງແຕ່ 8 ເດືອນຂອງປີ 2024 ມີນັກທ່ອງ ທ່ຽວເຂົ້າທ່ຽວຫລວງພະບາງບໍ່ຕໍ່າ 7 ແສນຄົນແລ້ວ ແລະ ຄາດວ່າຫມົດປີ 2024 ນັກທ່ອງທ່ຽວຈະເພີ່ມຂຶ້ນເຖິງ 1 ລ້ານກວ່າຄົນ.

    •  ນ້ຳຕົກຕາດແດນພູສູງຄືຂຸມຊັບຂອງເມືອງສົບເບົາ ທ່ອງທ່ຽວ

      ນ້ຳຕົກຕາດແດນພູສູງຄືຂຸມຊັບຂອງເມືອງສົບເບົາ

      9/13/2024 7:22:16 AM

      ຫລາຍທ່ານອາດຮູ້ດີແຫລ່ງທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງໃນແຂວງຫົວພັນເຊັ່ນ: ປ່າຫີນຕັ້ງ, ຖໍ້າປະຫວັດສາດຂອງທ່ານຜູ້ນໍາ, ຈອມພູຜາຖີ່ສະມໍລະພູມຮົບນອງເລືອດ,ສວນດອກໄມ້ຊະກຸຣະ, ຕາດສະເຫລີຍ.

    • ຕື່ນເຕັ້ນກັບແຫລ່ງທ່ອງທ່ຽວຕາດຊາຍ ພູເຂົາຄວາຍ ທ່ອງທ່ຽວ

      ຕື່ນເຕັ້ນກັບແຫລ່ງທ່ອງທ່ຽວຕາດຊາຍ ພູເຂົາຄວາຍ

      9/11/2024 9:26:13 AM

      ເພີ່ນວ່າ “ຍິງປືນນັດດຽວໄດ້ນົກ2 ໂຕ” ກັບເດີນທາງໄປທ່ອງທ່ຽວ ແລະ ສໍາຜັດບັນຍາກາດທໍາມະຊາດດີໆຕາມສາຍພູເຂົາຄວາຍທີ່ເຕັມໄປດ້ວຍແຫລ່ງທ່ອງທ່ຽວທໍາມະຊາດ.

    • ຍົກລະດັບຄວາມຮູ້ໃຫ້ ພະນັກງານນໍາທ່ຽວລະດັບຊາດທ່ອງທ່ຽວ

      ຍົກລະດັບຄວາມຮູ້ໃຫ້ ພະນັກງານນໍາທ່ຽວລະດັບຊາດ

      9/9/2024 4:50:06 PM

      ຂປລ. ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຝຶກອົບຮົມຍົກລະດັບຄວາມ ຮູ້ໃຫ້ ພະນັກງານນໍາທ່ຽວລະດັບຊາດ ຄັ້ງທີ 31 ​ໃນວັນທີ 9 ກັນຍາ 2024 ເຊິ່ງຈະດໍາເນີນເປັນເວລາ 55 ວັນ ນັບແຕ່ວັນທີ 9 ກັນຍາ ຫາ 29 ພະຈິກ 2024 ໂດຍເນັ້ນໃສ່ 3 ດ້ານຄື: ຄວາມຮູ້ທົ່ວໄປ ມີ 5 ວິຊາ, ຄວາມຮູ້ພື້ນຖານ 7 ວິຊາ ແລະ ຄວາມຮູ້ສະເພາະອາຊີບ ມີ 10 ວິຊາ.

    • 5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່ທ່ອງທ່ຽວ

      5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່

      9/4/2024 4:34:51 PM

      ຂປລ. ກົງສຸນໃຫຍ່ ແຫ່ງ ຣາຊານະຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະ ບໍລິສັດພັດທະນາແຫ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດ ຈັດພິທີມອບ-ຮັບ ຕູ້ຟັກໄຂ່, ວັກຊິນ ແລະ ອຸປະກອນລ້ຽງໄກ່ນ້ອຍ ໃຫ້ 5 ເມືອງຂອງແຂວງສາລະວັນ ພາຍໃຕ້ໂຄງການຂະຫຍາຍ ຜົນຂອງສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ (ແຂວງສະຫວັນນະເຂດ).

ads
ads

Top