ສະຫະພັນແມ່ຍິງ ຮສສ ມີຜົນງານພົ້ນເດັ່ນ

23/07/2024 10:49
Email Print 578
ຂປລ ເນື່ອງໃນໂອກາດວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 69 ປີ (20 ກໍ ລະກົດ 1955-20 ກໍລະກົດ 2024) ຫລາຍອົງການຈັດຕັ້ງແມ່ຍິງລາວ ຕ່າງກໍໄດ້ສະແດງຄວາມຮູ້ສຶກຕໍ່ວັນສຳຄັນດັ່ງກ່າວ ເຊິ່ງມື້ນີ້ຂໍພາທ່ານຜູ້ອ່ານໄປຮູ້ເຖິງຄວາມໝາຍຄວາມສຳຄັນວັນສ້າງຕັ້ງແມ່ຍິງລາວໄດ້ໝູນວຽນມາຮອດອີກເທື່ອໜຶ່ງຈາກ ທ່ານ ນາງ ມອນທອງ ອິນທະວົງ ປະທານສະຫະພັນແມ່ຍິງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

      *ເນື່ອງໃນໂອກາດວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 69 ປີ (20 ກໍ ລະກົດ 1955-20 ກໍລະກົດ 2024) ຫລາຍອົງການຈັດຕັ້ງແມ່ຍິງລາວ ຕ່າງກໍໄດ້ສະແດງຄວາມຮູ້ສຶກຕໍ່ວັນສຳຄັນດັ່ງກ່າວ ເຊິ່ງມື້ນີ້ຂໍພາທ່ານຜູ້ອ່ານໄປຮູ້ເຖິງຄວາມໝາຍຄວາມສຳຄັນວັນສ້າງຕັ້ງແມ່ຍິງລາວໄດ້ໝູນວຽນມາຮອດອີກເທື່ອໜຶ່ງຈາກ ທ່ານ ນາງ ມອນທອງ ອິນທະວົງ ປະທານສະຫະພັນແມ່ຍິງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

    ທ່ານ ນາງ ມອນທອງ ອິນທະວົງ ໃຫ້ຮູ້ວ່າ: ອົງການຈັດຕັ້ງແມ່ຍິງ ຊຶ່ງເປັນພື້ນຖານໃຫ້ແກ່ການສ້າງຕັ້ງເປັນອົງການຈັດຕັ້ງສະຫະພັນແມ່ຍິງລາວ ໂດຍເລີ່ມມາຈາກບັນດາໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບໄດ້ກຳເນີດຂຶ້ນ ແຕ່ໄລຍະຕົ້ນສະໄໝຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງເປັນຕົ້ນມາ. ໃນວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບໂດຍກົງຕໍ່ພາລະກິດປະຫວັດສາດຂອງການປະຕິວັດລາວ, ນັບແຕ່ຫົວທີ ທີ່ພັກປະຊາຊົນລາວໄດ້ຮັບການສ້າງຕັ້ງ, ພັກກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກ່ໍສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະ ຖືແມ່ຍິງ ເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ; ພັກເຫັນວ່າການຈັດຕັ້ງແມ່ຍິງ (ໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ) ໄດ້ຂະຫຍາຍຕົວຢ່າງກວ້າງຂວາງຢູ່ຕາມບ້ານ, ຢາຍທົ່ວທຸກແຫ່ງໃນເຂດພ້ືນຖານຂອງການປະຕິວັດ. ດັ່ງນັ້ນ, ສົມຄວນຕ້ອງມີການຈັດຕັ້ງ ຢູູ່ຂັ້ນສູນກາງເພື່ອຄຸ້ມຄອງນຳພາ ຫລື ບໍລິຫານວຽກງານລວມ ແລະ ທັງໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງ ໃນໂລກທີ່ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມເທື່ອລະກ້າວ.  ດັ່ງນັ້ນ, ມາຮອດ ວັນທີ 20 ກໍລະກົດ ປີ 1955 ພັກ ໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ  ຊຶ່ງເປັນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວປັດຈຸບັນ ແລະ ນັບຕັ້ງແຕ່ມື້ສ້າງຕັ້ງເປັນຕົ້ນມາ (20 ກໍລະ ກົດ 1955-20 ກໍລະກົດ 2024) ຄົບຮອບ 69 ປີ, ອົງການຈັດຕັ້ງແມ່ຍິງກໍໄດ້ເຄື່ອນໄຫວຕາມພາລະບົດບາດທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງແມ່ຍິງລາວ ໂດຍມີແຜນດຳເນີນງານຂອງຕົນ ແລະ ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕາມໜ້າທີ່ການ ເມືອງຂອງພັກໃນແຕ່ລະໄລຍະ.

 

   ທ່ານ ນາງ ມອນທອງ ອິນທະວົງ ກ່າວອີກວ່າ: ໃນໄລຍະ 1 ປີຜ່ານມາ ສະຫະພັນແມ່ຍິງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຄ່ື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ທີ່ໄດ້ກຳນົດໄວ້ໃນກົດໝາຍ, ກົດລະບຽບຂອງແມ່ຍິງ ລາວກໍຄືແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2024 ໂດຍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ເອື້ອຍນ້ອງແມ່ຍິງທົ່ວກະຊວງ ຮສສ ເປັນກົກ, ນຳພາເອື້ອຍນ້ອງແມ່ຍິງເຄື່ອນໄຫວກິດຈະກໍາຕ່າງໆ ຕາມແຈ້ງການຂອງສູນກາງສະຫະພັນແມ່ຍິງລາວ ກໍຄືຄະນະພັກ ຄະນະນຳກະຊວງວາງອອກ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ເຊັ່ນ:  ໄດ້ເຂົ້າຮ່ວມງານສະເຫລີມສະຫລອງແມ່ຍິງສາກົນ ທີ 8 ມີນາ ຄົບຮອບ 114 ປີ; ໄດ້ຕ້ອນຮັບທີມງານຄະນະປະທານ ສສຍລ ທີ່ໄດ້ລົງມາຕິດຕາມຊູກຍູ້ວຽກງານສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ ແລະ ການກະກຽມກອງປະຊຸມໃຫ່ຍສະຫະພັນແມ່ຍິງລາວຕິດພັນກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເຂົ້າຮ່ວມກອງປະຊຸມທົບທວນ ແລະ ປັບປຸງເນື້ອໃນຂໍ້ ແຂ່ງຂັນ 3 ດີ, ການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ແລະ ວຽກກຸ່ມທ້ອນເງິນ/ກອງທຶນ; ເຂົ້າຮ່ວມພິທີສະເຫລີມສະຫລອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ, ວັນຢຸດຕິສູບຢາສາກົນ ແລະ ວັນສິ່ງແວດລ້ອມໂລກ, ເຂົ້າຮ່ວມກອງປະຊຸມປຶກສາຫາລື ຫົວຂໍ້ “ການໃຫ້ຄຸນຄ່າວຽກງານການເບິ່ງແຍງດູແລທີ່ບໍ່ໄດ້ຮັບຄ່າຈ້າງ ແລະ ແຮງງານທີ່ເຮັດວຽກໃນຄົວເຮືອນ ແລະ ການລົງທຶນໃສ່ວຽກງານເສດຖະກິດການເບິ່ງແຍງດູແລ ໃນ ສປປ ລາວ; ນອກນັ້ນ ສະຫະພັນແມ່ຍິງກະຊວງ ຮສສ ຍັງໄດ້ຮັບກຽດຕ້ອນຮັບ ທ່ານ ປ້ານາລີ ສີສຸລິດ ພ້ອມດ້ວຍຄະນະທີ່ໄດ້ໃຫ້ກຽດມາຢ້ຽມຢາມສາງມ້ຽນເຄື່ອງອຸປະໂພກບໍລິໂພກ ແລະ ສູນຊ່ວຍເຫລືອເດັກທີ່ຖືກປ່ອຍປະລະເລີຍ, ເດັກຜູ້ຖືກເຄາະຮ້າຍຕ່າງໆຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອສ້າງຂະບວນການຕ້ອນຮັບວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງ ລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024) ທັງເປັນການຢ້ຽມຢາມຖາມຂ່າວ ແລະ ໃຫ້ກໍາລັງໃຈແກ່ພະນັກງານທີ່ເຮັດໜ້າທີ່ຊ່ວຍເຫລືອດ້ານມະນຸດສະທຳ, ເດັກຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ເດັກທີ່ຖືກປ່ອຍປະລະເລີຍ.

   ພ້ອມດຽວ ກັນນັ້ນກໍໄດ້ຜັນຂະຫຍາຍເນື້ອໃນບົດບັນທຶກຮ່ວມ ກັນ ລະຫວ່າງ ສະຫະພັນແມ່ຍິງກະຊວງ ຮສສ ແລະ ສະຫະພັນແມ່ຍິງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍໄດ້ຮ່ວມກັນຈັດງານສະເຫລີມສະຫລອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ຂຶ້ນ ໃນ ວັນທີ 12 ກໍລະກົດ 2024 ທີ່ກະ ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ອື່ນໆ.

ໂດຍ:ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top