ທ່ອງທ່ຽວຜົ້ງສາລີ ຊິມຊາ 400 ປີ

23/07/2024 10:28
Email Print 912
ຂປລ ດັ່ງທີ່ໄດ້ຟັງໄດ້ຍິນນໍາກັນວາລີທີ່ເປັນເລື່ອງໜ້າຕື່ນເຕັ້ນວ່າ “ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງວິມານດ່ານແດນພູດອຍ ເປັນດິນແດນວິລະຊົນຮັກຄອນພົງພັນ ເຊື້ອງາມເຫລືອຫລາຍພູຟ້າທະເລໝອກໃຫຍ່ ເຊີນຊີມຊາພູຟ້າ ດື່ມເຫລົ້າຂຽວເອ່ວສະຖານທີ່ເບິ່ງຮີດຄອງປະເພນີເອກະລັກຫລາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ” ແມ່ນຄໍາຂວັນຂອງ ແຂວງຜົ້ງສາລີ.

      *ດັ່ງທີ່ໄດ້ຟັງໄດ້ຍິນນໍາກັນວາລີທີ່ເປັນເລື່ອງໜ້າຕື່ນເຕັ້ນວ່າ “ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງວິມານດ່ານແດນພູດອຍ ເປັນດິນແດນວິລະຊົນຮັກຄອນພົງພັນ ເຊື້ອງາມເຫລືອຫລາຍພູຟ້າທະເລໝອກໃຫຍ່ ເຊີນຊີມຊາພູຟ້າ ດື່ມເຫລົ້າຂຽວເອ່ວສະຖານທີ່ເບິ່ງຮີດຄອງປະເພນີເອກະລັກຫລາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ” ແມ່ນຄໍາຂວັນຂອງ ແຂວງຜົ້ງສາລີ. ແຂວງດ່ັງກ່າວຕ້ັງຢູ່“ເໜືອສຸດ ໃນປະເທດລາວ” ມີຊາຍແດນຕິດ ກັບ ປະເທດຈີນ ແລະ ຫວຽດນາມ ເຮັດໃຫ້ກາຍເປັນພື້ນທີ່ຍຸດທະສາດ ປັດຈຸບັນເມືອງຜົ້ງສາລີ ເປັນເມືອງເອກຂອງແຂວງ ຕົວເມືອງຕັ້ງຢູ່ເທິງພູເຂົາສູງ 1.400 ແມັດ ໃນເຂດພູຟ້າເຮັດໃຫ້ອາກາດເຢັນ ສະບາຍຕະຫລອດປີ ແລະ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດອັນອຸດົມສົມບູນ ຊຶ່ງມີປ່າໄມ້ປົກຫຸ້ມກວມເຖິງ 41% ຂອງເນື້ອທີ່ທັງໝົດ, ມີພົນລະເມືອງທັງໝົດປະມານ 2 ແສນຄົນ  ແລະ ປະກອບມີຫລາຍຊົນເຜົ່າຄື: ລາວ, ລື້, ຫໍ້, ກໍ່, ຢ້າວ, ກໍາພູຊາງ, ຜູ່ນ້ອຍ, ມົ້ງລາຍ, ກຶມມຸ, ກໍມູຈີ, ກໍມູຊາງ, ຮາຍີ ແລະ ເຜົ່າອື່ນໆ. ແຂວງຜົ້ງສາລີ ມີ 7 ເມືອງຄື: ເມືອງ ຜົ້ງສາລີ, ເມືອງໃໝ່, ເມືອງຂວາ, ເມືອງສໍາພັນ, ເມືອງບຸນເໜືອ, ເມືອງ ບຸນໃຕ້ ແລະ ເມືອງຍອດອູ.  ນະດິນແດນອັນມີຕໍານານຊຶ່ງຖືກເລົ່າຂານ ເມືອງແຫ່ງທະເລໝອກ ແລະ ຮ່ອງຮອຍຂອງຍຸກອານານິຄົມ ແມ່ນເຕັມໄປດ້ວຍຮອຍຍິ້ມຂອງຊາວເມືອງ ທີ່ພ້ອມຈະຕ້ອນຮັບບັນດາທ່ານຜ່ານສຳນຽງລາວ “ພູນ້ອຍ” ທີ່ແສນອິ່ນອ້ອຍປະທັບ ໃຈ.

    ຖ້າທ່ານໄດ້ເດີນທາງໄປແຂວງ ຜົ້ງສາລີ ທ່ານຕ້ອງໄດ້ຊີມຊາພັນປີ ແລະ ເຫລົ້າຂຽວ ຊຶ່ງເປັນເອກະລັກສະເພາະທີ່ຂຶ້ນຊື່ຂອງແຂວງພ້ອມທັງຟັງຂັບລໍາອັນຫລາກຫລາຍ ເຊ່ັນ: ຂັບລື້, ຂັບພູຊາງ, ຂັບມົ້ງ ແລະ ຂັບເຕີມ. ນອກນີ້, ແຂວງຜົ້ງສາລີຍັງມີ ບຸນປະເພນີທີ່ສໍາຄັນ ແລະ ໜ້າສົນໃຈເປັນຕົ້ນແມ່ນບຸນປີໃໝ່ ແລະ ບຸນສະເຫລີມສະຫລອງໝາກຜົນທີ່ໄດ້ ຮັບຈາກການກະສິກໍາ ນັ້ນກໍຄືບຸນສະຫລອງການປູກເຂົ້າ ແລະ ບຸນກູ້ເຜືອກ-ມັນເປັນຕົ້ນ.ປະຊາຊົນແຂວງຜົ້ງສາລີ ແມ່ນມີມູນເຊ້ືອດຸໝ່ັນຂະຫຍັນພຽນໃນການອອກແຮງງານ ໂດຍສະເພາະແມ່ນການປູກ ແລະ ປຸງແຕ່ງຊາມາແຕ່ດົນນານແລ້ວຈົນມີຊ່ືສຽງຊາລື  ໂດຍສະເພາະແມ່ນຊາ 400  ປີ ຫລື ຊາລຸງຈິງຖືໄດ້ວ່າເປັນເອກະລັກສະເພາະຂອງແຂວງຜົ້ງສາລີ;  ຊາຊະນິດນີ້ ແມ່ນມີຫລາຍຢູ່ບ້ານລຸງຈິງ ເມືອງ ຜົ້ງສາລີ ຊຶ່ງມີເນື້ອທີ່ຊາ 400 ປ ທັງໝົດ 70 ເຮັກຕາ, ປີໜຶ່ງສາມາດເກັບກູ້ຊາໄດ້ ປະມານ 70 ໂຕນ.

    ໃນເມື່ອກ່ອນການປູກ ແລະ ຊົມໃຊ້ຊາ ຂອງປະຊາຊົນບ້ານດັ່ງກ່າວ ຍັງບໍ່ທັນກວ້າງຂວາງ, ປູກເພື່ອບໍລິໂພກໃນຄອບຄົວ ແລະ ໃຊ້ແລກປ່ຽນວັດຖຸສິ່ງຂອງກັບພີ່ນ້ອງເຜົ່າຫໍ້ ແລະ ເຜົ່າກໍ່ເທົ່ານັ້ນ ແລະ ຍັງບໍ່ທັນມີການຜະລິດເປັນສິນຄ້າ; ຕົກມາ ໃນປີ 2004 ຄວາມຕ້ອງການຊາ 400 ປີ ຂອງຕະຫລາດນັບມື້ສູງຂຶ້ນ ຈຶ່ງມີຜູ້ປະກອບການພາຍໃນ ແລະ ຕ່າງປະເທດມີຄວາມສົນໃຈ ແລະ ໄດ້ຊຸກຍູ້ສົ່ງເສີມຂະບວນການປູກ, ການປຸງແຕ່ງພ້ອມທັງເກັບຊ້ືຢ່າງເປັນຂະບວນ ແລະ ເພີ່ມຂຶ້ນທຸກປີເນື່ອງຈາກຊາ 400 ເປັນຊາທຳມະຊາດ, ປອດສານເຄມີຈຶ່ງເປັນທີ່ນິຍົມຢ່າງກວ້າງຂວາງຈົນມີຊື່ສຽງຢູ່ພາຍໃນ ແລະ ຕ່າງປະເທດ, ຫລາຍຄອບຄົວໄດ້ກາຍເປັນຕົວແບບໃນການຜະລິດຊາ ແລະ ສາມາດຢຸດຕິການຖາງປ່າເຮັດໄຮ່.ສວນຊາ 400 ປີ ບໍ່ພຽງເປັນສິນຄ້າສົ່ງອອກ ຫາກຍັງສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າທ່ຽວຊົມຫລາຍພັນຄົນຕໍ່ປີ ຊຶ່ງສວນຊາດັ່ງກ່າວຕັ້ງຢູ່ເຂດ ບ້ານກໍແມນເມືອງ ແລະ ແຂວງຜົ້ງສາລີ ຫ່າງຈາກເທສະບານແຂວງປະມານ 15 ກິໂລແມັດ ໄດ້ເປີດໃຫ້ນັກທ່ອງທ່ຽວ ແລະ ປະຊາຊົນທົ່ວໄປໄດ້ທ່ຽວຊົມ, ໄດ້ຊີມ, ໄດ້ສໍາພັດຕົວຈິງກັບຕົ້ນຊາ ແລະ ຜູ້ຜະລິດຊາຢູ່ທີ່ນັ້ນ.

    ນອກຈາກນັ້ນປະຊາຊົນບ້ານກແມນໄດ້ປະກອບອາຊີບປູກ ແລະ ຂາຍຊາເປັນອາຊີບຫລັກ ມາໄດ້ຫລາຍເຊັ່ນຄົນແລ້ວ ຊຶ່ງຊາຢູ່ທີ່ນ້ີມີຊື່ສຽງຫລາຍຍ້ອນມີລົດຊາດດີ ແລະ ມີສັບພະຄຸນທີ່ເປັນປະໂຫຍດຕໍ່ສຸຂະພາບຫລາຍກວ່າຊາທີ່ປູກຢູ່ ບ່ອນອື່ນໆ. ນອກຈາກນັ້ນແລ້ວ, ຕົ້ນຊາຢູ່ໃນສວນແຫ່ງນີ້ຍັງໄດ້ຖືກຮັບຮອງຈາກນັກວິໄຈວ່າເປັນຕົ້ນຊາ ທີ່ມີອາຍຸເກົ່າແກ່ທີ່ສຸດໃນປະເທດລາວ ຊຶ່ງມີອາຍຸຫລາຍກວ່າ 400 ປີ. ສະນັ້ນ ສວນຊາແຫ່ງນີ້ຈຶ່ງໄດ້ຂະໜານນາມວ່າສວນຊາ 400 ປີ, ມີເນື້ອທີ່ປະມານ 32,25 ເຮັກຕາ ແລະ ມີຕົ້ນຊາທັງໝົດ 48.373 ຕົ້ນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • 5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່ທ່ອງທ່ຽວ

      5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່

      9/4/2024 4:34:51 PM

      ຂປລ. ກົງສຸນໃຫຍ່ ແຫ່ງ ຣາຊານະຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະ ບໍລິສັດພັດທະນາແຫ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດ ຈັດພິທີມອບ-ຮັບ ຕູ້ຟັກໄຂ່, ວັກຊິນ ແລະ ອຸປະກອນລ້ຽງໄກ່ນ້ອຍ ໃຫ້ 5 ເມືອງຂອງແຂວງສາລະວັນ ພາຍໃຕ້ໂຄງການຂະຫຍາຍ ຜົນຂອງສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ (ແຂວງສະຫວັນນະເຂດ).

    • ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາທ່ອງທ່ຽວ

      ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາ

      9/4/2024 12:30:32 PM

      ຄວາມເປັນເມືອງມໍລະດົກໂລກຫລວງພະບາງ ບໍ່ໄດ້ເຊື່ອງຊ້ອນພຽງຄຸນຄ່າທ່ີເປັນເອກະລັກສະເພາະວັດວາອາຮາມ, ພະລາດຊະວັງ ແລະ ເຮືອນ-ອາຄານຮູບຊົງເກົ່າແກ່ດັ້ງເດີມເທົ່ານັ້ນ ແຕ່ຫາກຍັງຕິດພັນກັບວິຖີດໍາລົງຊີວິດແບບດັ້ງເດີມ ມາຫລາຍຍຸກຫລາຍສະໄໝ ເຖິງປັດຈຸບັນນີ້ ຈົນກາຍເປັນຈຸດຂາຍໃຫ້ນັກທ່ອງທ່ຽວຕ່າງປະເທດສົນໃຈແວ່ວຽນມາສໍາຜັດ ແລະ ສຶກສາຮຽນຮູ້ໃນເມືອງດັ່ງກ່າວ.

    • ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນທ່ອງທ່ຽວ

      ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນ

      9/2/2024 2:45:47 PM

      ຂປລ. ກົມແລກປ່ຽນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ຈັດກິດຈະກໍາທັດສະນະສຶກສາທີ່ປະເທດຈີນ ຂອງນັກທຸລະກິດການທ່ອງທ່ຽວອາຊີ ພາຍໃຕ້ຫົວຂໍ້ ສະບາຍດີ ປະເທດຈີນ ຂຶ້ນໃນລະຫວ່າງວັນທີ 20-29 ສິງຫາ ຜ່ານມາ, ນໍາພາຄະນະໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳ ສປປ ລາວ, ມີຜູ້ຕາງໜ້ານັກທຸລະກິດ ການທ່ອງທ່ຽວລາວ ຈາກ 3 ພາກສ່ວນເຂົ້າຮ່ວມກິດຈະກໍາ

    • ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາທ່ອງທ່ຽວ

      ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາ

      9/2/2024 10:40:17 AM

      ພາກອຸດສາຫະກໍາທ່ອງທ່ຽວລາວມີບັນຍາກາດຄຶກຄັກເປັນພິເສດ ພາຍຫລັງ ສປປ ລາວ ປະກາດຍົກເວັ້ນວີຊາທ່ອງທ່ຽວໃຫ້ຫລາຍປະເທດ ຂະນະທີ່ນັກທ່ອງທ່ຽວຈາກປະເທດໄທ, ສປ ຈີນ, ຫວຽດນາມ, ເອີຣົບ, ເກົາຫລີ ຕິດອັນດັບດັບຕົ້ນໆເຂົ້າມາທ່ອງ ທ່ຽວລາວ, ຄາດວ່າໝົດປີ 2024 ລາວຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ຢ່າງໜ້ອຍ 3-4 ຄົນ.

    • “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາທ່ອງທ່ຽວ

      “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາ

      8/26/2024 11:34:23 AM

      “ຜາຖີ່່” ຫລື Lima Site 85 ອາດີດເຣດ້າຕາທິບ ຂອງຖານທັບສະຫະລັດອາເມລິກາໃນລາວ, ປັດຈຸບັນ ກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ ແລະ ສຶກສາຮຽນຮູ້, ໂດຍ ພູຜາຖີ່ ( Phou Pha Thi ) ຕັ້ງຢູ່ ບ້ານ ຫ້ວຍມ້າ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ຫ່າງຈາກເທສະບານແຂວງ ຫົວພັນ 68 ກິ​ໂລ​ແມັດ.

ads
ads

Top