ທ່ານ ຫງວຽນ ຟູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງແກ່ມໍລະນະກຳ

20/07/2024 10:51
Email Print 1020
ຂປລ ຕາມຂ່າວຈາກ ສະພາ ວິຊາການ ຮັກສາ ສຸຂະພາບ ພະນັກງານ ສູນກາງ, ທ່ານ ຫງວຽນຟຸຈ້ອງ, ເລຂາ ທິ ການໃຫຍ່ ຄະນະ ບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ເຖິງແກ່ ມໍລະນະກຳ ໃນເວລາ 13:38 ນາທີ ຂອງວັນທີ 19 ກໍລະກົດ 2024 ທີ່ໂຮງໝໍ ສູນກາງ ກອງທັບ 108 ລວມອາຍຸໄດ້ 80 ປີ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,​ ຕາມຂ່າວຈາກ ສະພາ ວິຊາການ ຮັກສາ ສຸຂະພາບ ພະນັກງານ ສູນກາງ, ທ່ານ ຫງວຽນຟຸຈ້ອງ, ເລຂາທິການໃຫຍ່ ຄະນະ ບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ເຖິງແກ່ ມໍລະນະກຳ ໃນເວລາ 13:38 ນາທີ ຂອງວັນທີ 19 ກໍລະກົດ 2024 ທີ່ໂຮງໝໍສູນກາງ ກອງທັບ 108 ລວມອາຍຸໄດ້ 80 ປີ.  ພາຍຫລັງ ຕິດພະຍາດ ມາເປັນໄລຍະໜຶ່ງ, ເຖິງວ່າ ໄດ້ຮັບການປິ່ນປົວ ຢ່າງສຸດໃຈ ຈາກພັກ-ລັດ, ໝູ່ຄະນະ ສາດສະດາຈານ, ແພດໝໍ ແລະ ໄດ້ຮັບການເບິ່ງແຍງ ຢ່າງສຸດໃຈ ຈາກຄອບຄົວ ກໍຕາມ, ແຕ່ຍ້ອນ ອາຍຸສູງ, ອາການ ເຈັບໜັກ ຈຶ່ງຮັດໃຫ້ເກີດ ການສູນເສຍ ຄັ້ງຍິ່ງໃຫຍ່ ລະດັບ ການນຳຂັ້ນສູງ ໃນເທື່ອນີ້. ດັ່ງນັ້ນ  ຄະນະ ບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ສະພາ ແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ປະທານ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄະນະກຳມະການ ສູນກາງ ແນວໂຮມ ປະເທດຊາດ ຫວຽດນາມ ຈະອອກ ແຈ້ງການ ພິເສດ ກ່ຽວກັບ ການຈັດຕັ້ງ ງານສົບລະດັບຊາດ ສຳລັບ ທ່ານເລຂາ ທິການໃຫຍ່ ຫງວຽນຟູ໋ຈ້ອງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top