ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ອົງການພຸດທະສາສະໜາສໍາພັນລາວ (ອພສ) ແຂວງເຊກອງ ນໍາພາໂດຍພະອາຈານໃຫຍ່ ບຸນໂຖ້ຍ ໄຊຍະບຸດ ກໍາມະການສູນກາງ ອພສ, ປະທານ ອພສ ແຂວງເຊກອງ

ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ອົງການພຸດທະສາສະໜາສໍາພັນລາວ (ອພສ) ແຂວງເຊກອງ ນໍາພາໂດຍພະອາຈານໃຫຍ່ ບຸນໂຖ້ຍ ໄຊຍະບຸດ ກໍາມະການສູນກາງ ອພສ, ປະທານ ອພສ ແຂວງເຊກອງ ໄດ້ເດີນທາງໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ດ້ານສາສະໜາ, ວັດທະນະທໍາ-ສັງຄົມ ຮ່ວມກັບຄະນະສົງ ແຂວງກວາງນາມ ສສ ຫວຽດນາມ ໃນລະຫວ່າງວັນທີ 11-13 ກໍລະກົດ 2024 ຜ່ານມາ ທີ່ສໍານັກງານຫ້ອງການຄະນະສົງ ແຂວງກວາງນາມ ໂດຍການຕ້ອນຮັບຂອງພະອາຈານໃຫຍ່ ເຟື່ອກ ມິນ ຫົວໜ້າຄະນະສົງ ແຂວງກວາງນາມ.
ໂອກາດດັ່ງກ່າວ, ຄະນະສົງ ແຂວງເຊກອງ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຫລາຍດ້ານ ລະຫວ່າງ ອົງການພຸດທະສາສະໜາສັມພັນລາວ ແຂວງເຊກອງ ສປປ ລາວ ກັບຄະນະສົງແຂວງກວາງນາມ ສສ ຫວຽດນາມ ໃນວັນທີ 12 ກໍລະກົດ 2024 ທີ່ສໍານັກງານຫ້ອງການຄະນະສົງ ແຂວງກວາງນາມ ໂດຍການເປັນປະທານຂອງພະອາຈານໃຫຍ່ ເຟື່ອກ ມິນ, ພ້ອມດ້ວຍຄະນະສົງແຂວງ, ເຂົ້າຮ່ວມມີທ່ານຫົວໜ້າພະແນກພົວພັນຕ່າງປະເທດແຂວງກວາງນາມ.
ພະອາຈານໃຫຍ່ ເຟື່ອກ ມິນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນຄັ້ງທີ 3 ທີ່ມີການພົບປະສົນທະນາແລກປ່ຽນເຊິ່ງກັນ ແລະ ກັນ. ນັບແຕ່ປີ 2022 ເປັນຕົ້ນມາ, ໃນອີກປະມານ 2 ເດືອນຂ້າງໜ້ານີ້, ຄະນະສົງແຂວງກວາງນາມ ມີແຜນຢ້ຽມຢາມຄະນະສົງແຂວງເຊກອງ ແລະ ຈະໄດ້ຮ່ວມກັນລົງນາມເຊັນບົດບັນທຶກຊ່ວຍຈໍາ ທັງນີ້, ກໍເພື່ອເຮັດໃຫ້ຄະນະສົົງ ສອງອົງການພຸດທະສາສະໜາ ເຊກອງ-ກວາງນາມ, ກວາງນາມ-ເຊກອງ ໃຫ້ນັບມື້ນັບເພີ່ມທະວີ ຮັດແໜ້ນສາຍສໍາພັນມິດຕະພາບ ການຮ່ວມມື ຮ່ວມກັນໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ, ໄປມາຫາສູ່ກັນ, ແລກປ່ຽນຮຽນຮູ້ທາງດ້ານສາສະໜາ, ວັດທະນະທໍາ-ສັງຄົມ ຢ່າງຕໍ່ເນື່ອງ ແລະ ສືບຕໍ່ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕາມເງື່ອນໄຂຕົວຈິງ ພ້ອມທັງເຮັດໃຫ້ການຮ່ວມມືມິດຕະພາບ ທັງສອງຝ່າຍກ້າວສູ່ລວງເລິກ ແລະ ຍາວນານຕະຫລອດໄປ.
ໂອກາດນີ້, ພະອາຈານໃຫຍ່ ບຸນໂຖ້ຍ ໄຊຍະບຸດ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ມາຍັງພະອາຈານໃຫຍ່ ຫົວໜ້າຄະນະສົງ ແຂວງກວາງນາມ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ຕ້ອນຮັບ ການມາຢ້ຽມຢາມຂອງຄະນະສົງ ແຂວງເຊກອງ ຢ່າງອົບອຸ່ນ, ເຕັມໄປດ້ວຍໄມຕີຈິດ, ມິດຕະພາບ ແລະ ຄວາມເປັນກັນເອງ. ພ້ອມທັງຍັງໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ອາລາດທະນານິມົນ ພະອາຈານໃຫຍ່ ເຟື່ອກ ມິນ ພ້ອມຄະນະ ໄປຢ້ຽມຢາມຄະນະສົງ ແຂວງເຊກອງ ຕາມວັນເວລາທີ່ກໍານົດ ຫລື ໃນໂອກາດທີ່ເໝາະສົມອີກດ້ວຍ.
ໃນມື້ດຽວກັນ, ຄະນະດັ່ງກ່າວ ຍັງໄດ້ໄປຢ້ຽມຢາມບັນດາວັດຕ່າງໆ ພາຍໃນແຂວງກວາງນາມ ແລະ ນະຄອນດານັງຕື່ມອີກ ເປັນຕົ້ນ ວັດໄທບິ່ງ, ວັດງອກເກີມໂຮ້ຍອານ, ວັດອານລ້າ, ວັດຟັບມິ່ງ ແລະ ວັດຕ໋າມບາວ.
ຂ່າວ-ພາບ: ຫ້ອງການ ອພສ ແຂວງເຊກອງ
KPL