ຈຳປາສັກ ຕັ້ງເປົ້າດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 5-6 ແສນຄົນປີນີ້

17/07/2024 10:27
Email Print 1275
ຂປລ ນະຄອນຈໍາປາສັກ ຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 5-6 ແສນຄົນພາຍປີ 2024 ນີ້ ໂດຍເຊື່ອວ່າແຫລ່ງທ່ອງທ່ຽວເຂດເມືອງປາກຊ່ອງ, ເມືອງໂຂງ, ເມືອງຈໍາປາສັກ ຈະເປັນຈຸດເດັ່ນສ້າງຄວາມຄຶກຄື້ນໃຫ້ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ.

    *ນະຄອນຈໍາປາສັກ ຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 5-6 ແສນຄົນພາຍປີ 2024 ນີ້ ໂດຍເຊື່ອວ່າແຫລ່ງທ່ອງທ່ຽວເຂດເມືອງປາກຊ່ອງ, ເມືອງໂຂງ, ເມືອງຈໍາປາສັກ ຈະເປັນຈຸດເດັ່ນສ້າງຄວາມຄຶກຄື້ນໃຫ້ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ. ມ້ືນ້ີພວກເຮົາມາຮູ້ຈັກ 7 ແຫລ່ງທ່ອງທ່ຽວຍອດນິຍົມພາຍໃນນະຄອນຈໍາປາສັກຄື: ມໍລະດົກໂລກຜາສາດຫີນວັດພູ, ດິນແດນພູໄຟເກົ່າ (ເມືອງປາກຊ່ອງ), ຫລີ່ຜີ ຄອນພະເພງ, ຫົວລົດໄຟເກົ່າສະໄໝຝຣັ່ງ (ບ້ານຄອນ-ດອນເດດ), ຕາດຂະມືດ, ດ່ານສິນໄຊ ດົງຫລວງ, ຕາດຟານ ຕາດເຍືອງ ແລະ ອ່ືນໆ ເຊ່ິງໄດ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງຮອງຈາກເມືອງມໍລະດົກໂລກຫລວງພະບາງ.

    ຫລ້າສຸດ ໃນວັນທີ 2 ກໍລະກົດ 2024 ນີ້ ນະຄອນຈໍາປະສັກ ໄດ້ຈັດກິດຈະກໍາຂີ່ລົດຖີບເພື່ອສົ່ງເສີມການທ່ອງທ່ຽວໂດຍເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມຄະນະນໍາຂອງແຂວງ, ມີ ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງໆໂຂງ, ມີຂະແໜງການຂອງແຂວງ, ຫ້ອງການຂອງເມືອງ ແລະ ມວນຊົນເຂົ້າຮ່ວມ.

   ກິດຈະກຳຂີ່ລົດຖີບເພື່ອສົ່ງເສີມການທ່ອງທ່ຽວເລີ່ມຕົ້ນຈາກດອນເດດ ຂີ່ອ້ອມຮອບໄປຫາດອນຄອນ. ຈາກນັ້ນທ່ານ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍຄະນະນໍາຂອງແຂວງ, ຄະນະນໍາຂອງເມືອງໂຂງ ໄດ້ສືບຕໍ່ຂີ່ລົດໄຟຟ້າທ່ຽວຊົມຈຸດທ່ອງທ່ຽວອ້ອມຮອບດອນເດດ ແລະ ດອນຄອນ, ໂດຍໃນໄລຍະໄດ້ທ່ຽວຊົມ, ຖ່າຍຮູບເປັນທ່ີລະນຶກຕາມສະຖານທີ່ທ່ອງທ່ຽວ ເຊັ່ນ: ທ່າກໍາປັ່ນ, ຫົວລົດໄຟ້ເກົ່າ, ຊົມທິວທັດທໍາມະຊາດອ້ອມດອນ, ຊົມນໍ້າຕົກຕາດ ສົມພະມິດ ໂດຍຢູ່ທີ່ນໍ້າຕົກຕາດສົມພະມິດ ມີບໍລິການຂີ່ສະລິງ, ຍ່າງຂົວອູ່ຜ່ານ ໜ້າຜານໍ້າຕົກຕາດທີ່ມີຄວາມສູງ. ໃນໂອກາດມາສະຖານທີ່ແຫລ່ງ ທ່ອງທ່ຽວນໍ້າຕົກຕາດສົມພະມິດ ທ່ານ ເຈົ້າແຂວງຈໍາປາສັກ, ໄດ້ນໍາ ພາການນໍາຂອງແຂວງ ເຂ້ົາຮ່ວມ ກິດຈະກຳຍ່າງຜ່ານຂົວອູ່ ຈໍານວນ 5 ເສັ້ນ, ທ່ີມີຄວາມທາທ້າຍດ້ານຄວາມສູງຂອງໜ້າຜາ, ແຕ່ມີຄວາມຮັບປະກັນເລື່ອງຄວາມປອດໄພ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • 5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່ທ່ອງທ່ຽວ

      5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່

      9/4/2024 4:34:51 PM

      ຂປລ. ກົງສຸນໃຫຍ່ ແຫ່ງ ຣາຊານະຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະ ບໍລິສັດພັດທະນາແຫ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດ ຈັດພິທີມອບ-ຮັບ ຕູ້ຟັກໄຂ່, ວັກຊິນ ແລະ ອຸປະກອນລ້ຽງໄກ່ນ້ອຍ ໃຫ້ 5 ເມືອງຂອງແຂວງສາລະວັນ ພາຍໃຕ້ໂຄງການຂະຫຍາຍ ຜົນຂອງສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ (ແຂວງສະຫວັນນະເຂດ).

    • ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາທ່ອງທ່ຽວ

      ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາ

      9/4/2024 12:30:32 PM

      ຄວາມເປັນເມືອງມໍລະດົກໂລກຫລວງພະບາງ ບໍ່ໄດ້ເຊື່ອງຊ້ອນພຽງຄຸນຄ່າທ່ີເປັນເອກະລັກສະເພາະວັດວາອາຮາມ, ພະລາດຊະວັງ ແລະ ເຮືອນ-ອາຄານຮູບຊົງເກົ່າແກ່ດັ້ງເດີມເທົ່ານັ້ນ ແຕ່ຫາກຍັງຕິດພັນກັບວິຖີດໍາລົງຊີວິດແບບດັ້ງເດີມ ມາຫລາຍຍຸກຫລາຍສະໄໝ ເຖິງປັດຈຸບັນນີ້ ຈົນກາຍເປັນຈຸດຂາຍໃຫ້ນັກທ່ອງທ່ຽວຕ່າງປະເທດສົນໃຈແວ່ວຽນມາສໍາຜັດ ແລະ ສຶກສາຮຽນຮູ້ໃນເມືອງດັ່ງກ່າວ.

    • ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນທ່ອງທ່ຽວ

      ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນ

      9/2/2024 2:45:47 PM

      ຂປລ. ກົມແລກປ່ຽນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ຈັດກິດຈະກໍາທັດສະນະສຶກສາທີ່ປະເທດຈີນ ຂອງນັກທຸລະກິດການທ່ອງທ່ຽວອາຊີ ພາຍໃຕ້ຫົວຂໍ້ ສະບາຍດີ ປະເທດຈີນ ຂຶ້ນໃນລະຫວ່າງວັນທີ 20-29 ສິງຫາ ຜ່ານມາ, ນໍາພາຄະນະໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳ ສປປ ລາວ, ມີຜູ້ຕາງໜ້ານັກທຸລະກິດ ການທ່ອງທ່ຽວລາວ ຈາກ 3 ພາກສ່ວນເຂົ້າຮ່ວມກິດຈະກໍາ

    • ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາທ່ອງທ່ຽວ

      ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາ

      9/2/2024 10:40:17 AM

      ພາກອຸດສາຫະກໍາທ່ອງທ່ຽວລາວມີບັນຍາກາດຄຶກຄັກເປັນພິເສດ ພາຍຫລັງ ສປປ ລາວ ປະກາດຍົກເວັ້ນວີຊາທ່ອງທ່ຽວໃຫ້ຫລາຍປະເທດ ຂະນະທີ່ນັກທ່ອງທ່ຽວຈາກປະເທດໄທ, ສປ ຈີນ, ຫວຽດນາມ, ເອີຣົບ, ເກົາຫລີ ຕິດອັນດັບດັບຕົ້ນໆເຂົ້າມາທ່ອງ ທ່ຽວລາວ, ຄາດວ່າໝົດປີ 2024 ລາວຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ຢ່າງໜ້ອຍ 3-4 ຄົນ.

    • “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາທ່ອງທ່ຽວ

      “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາ

      8/26/2024 11:34:23 AM

      “ຜາຖີ່່” ຫລື Lima Site 85 ອາດີດເຣດ້າຕາທິບ ຂອງຖານທັບສະຫະລັດອາເມລິກາໃນລາວ, ປັດຈຸບັນ ກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ ແລະ ສຶກສາຮຽນຮູ້, ໂດຍ ພູຜາຖີ່ ( Phou Pha Thi ) ຕັ້ງຢູ່ ບ້ານ ຫ້ວຍມ້າ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ຫ່າງຈາກເທສະບານແຂວງ ຫົວພັນ 68 ກິ​ໂລ​ແມັດ.

ads
ads

Top