ຂປລ
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກິດຈະກໍາຍ່າງເພື່ອສຸຂະພາບສ້າງຂະບວນການສະເຫລີມສະຫລອງວັນອາຫານໂລກ, ວັນສາ ກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈຳປີ 2026 ແລະ ລະດົມທຶນສະໜັບສະໜູນການເຂົ້າຮ່ວມງານວາງສະແດງພືດສວນສາກົນທີ່ລາຊະອານາຈັກໄທ ແລະ ປະເທດຍີ່ປຸ່ນ ໃນວັນທີ 7 ພະຈິກ 2026.
ຂປລ. ໂດຍມີທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະສິກຳ ແລະ ສິ່ງແວດລ້ອມ, ມີລັດຖະມົນຕີ, ທູຕານຸທູດ, ຕາງໜ້າອົງການສະຫະປະຊາຊາດປະຈຳລາວ ແລະ ບັນດາຄູ່ຮ່ວມພັດທະນາ ແລະ ມວນຊົນເຂົ້າຮ່ວມ. ທ່ານ ລິນຄຳ ດວງສະຫວັນ ໄດ້ກ່າວວ່າ: ການມາຮວມກັນຂອງພວກເຮົາໃນມື້ນີ້ ເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະ ພະລັງແຫ່ງການຮ່ວມມື ເພື່ອສະເຫລີມສະຫລອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈຳປີ 2026 ຊຶ່ງເປັນການສະແດງໃຫ້ເຫັນເຖິງການຮ່ວມມືກັນ ເພື່ອ “ການກ້າວໄປຂ້າງໜ້າຮ່ວມກັນ” ເພື່ອສ້າງຄຸນນະພາບຊີວິດທີ່ດີໃຫ້ແກ່ປະຊາຊົນລາວທັງຊາດ. ການສະເຫລີມສະຫລອງວັນອາຫານໂລກໃນປີນີ້ ແມ່ນພາຍໃຕ້ຄຳຂວັນ “ພັດທະນາໃນມື້ນີ້ ເພື່ອຄວາມອຸດົມສົມບູນໃນອະນາຄົດ” ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກພາຍໃຕ້ຄໍາຂວັນ “ຮ່ວມໃຈເພື່ອສັນຕິພາບ ແລະ ສິດທິມະນຸດ: ໃຫ້ທຸກຄົນມີທີ່ຢູ່ອາໄສທີ່ປອດໄພ” ຊຶ່ງມີຄວາມເຊື່ອມໂຍງກັນຢ່າງເລິກເຊິ່ງ ເພາະຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການລຶບລ້າງຄວາມທຸກຍາກ ບໍ່ສາມາດແຍກອອກຈາກກັນໄດ້. ທ່ານ ລິນຄຳ ດວງສະຫວັນ ຍັງໄດ້ກ່າວອີກວ່າ: ຄຳຂວັນດັ່ງກ່າວໄດ້ເນັ້ນໃຫ້ເຫັນວ່າ ຄວາມໝັ້ນຄົງໃນອະນາຄົດ ຕ້ອງເລີ່ມຕົ້ນຈາກການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ພູມປັນຍາທ້ອງຖິ່ນ ເພື່ອປັບປຸງການຜະລິດ, ນຳໃຊ້ດິນ-ນ້ຳຢ່າງຍືນຍົງ, ຫລຸດຜ່ອນການສູນເສຍ, ສົ່ງເສີມການແປຮູບ ແລະ ເຊື່ອມໂຍງຜົນຜະລິດສູ່ຕະຫລາດ ເພື່ອໃຫ້ຜູ້ຜະລິດມີລາຍຮັບທີ່ດີຂຶ້ນ ແລະ ປະຊາຊົນມີອາຫານອຸດົມສົມບູນ, ມີຄຸນຄ່າທາງໂພຊະນາການ. ພ້ອມນັ້ນ, ການແກ້ໄຂຄວາມທຸກຍາກຕ້ອງໄດ້ອາໄສມາດຕະການທີ່ຮອບດ້ານ ມີທັງການສ້າງອາຊີບ, ການສຶກສາ, ການເບິ່ງແຍງສຸຂະພາບ ແລະ ອື່ນໆ.
ສໍາລັບງານມະຫະກຳພືດສວນໂລກ 2026 ທີ່ອຸດອນທານີ ລາຊະອານາຈັກໄທ ແລະ ງານສະແດງພືດສວນວິທະຍາສາດສາກົນ ປີ 2027 ທີ່ໂຢໂກຮາມາ ປະເທດຍີ່ປຸ່ນ ຊຶ່ງເປັນໂອກາດດີໃນການນຳສະເໜີຜົນງານ ແລະ ຜະລິດຕະພັນກະສິກຳຂອງປະເທດເຮົາສູ່ເວທີສາກົນ, ພ້ອມທັງເປັນການແລກປ່ຽນເຕັກນິກ-ວິຊາການໃນການປູກພືດ ແລະ ຜະລິດກະສິກຳທັງເຊື່ອມໂຍງຜູ້ຜະລິດກັບຜູ້ຊ້ື, ນັກລົງທຶນ ແລະ ຄູ່ຮ່ວມມືສາກົນ.
ຂ່າວ: ວີລະວັນ; ພາບ: ເກດສະໜາ
KPL