ຂປລ
ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນນະໂຍບາຍພື້ນຖານແຫ່ງຊາດຂອງພັກຄອມມູນິດຈີນໃນການບໍລິຫານປະເທດ. ນະໂຍບາຍນີ້ແມ່ນເລີ່ມສະເໜີໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງສູນກາງພັກຄອມມູນິດຈີນສະໄໝທີ XI ພາຍໃຕ້ການເປັນປະທານຂອງສະຫາຍ ເຕີ້ງສ້ຽວຜິງ ເມື່ອປີ 1978.
ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນນະໂຍບາຍພື້ນຖານແຫ່ງຊາດຂອງພັກຄອມມູນິດຈີນໃນການບໍລິຫານປະເທດ. ນະໂຍບາຍນີ້ແມ່ນເລີ່ມສະເໜີໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງສູນກາງພັກຄອມມູນິດຈີນສະໄໝທີ XI ພາຍໃຕ້ການເປັນປະທານຂອງສະຫາຍ ເຕີ້ງສ້ຽວຜິງ ເມື່ອປີ 1978 ແລະ ໄດ້ຮັບການລົງເລິກຢ່າງຮອບດ້ານ ຈາກກອງປະຊຸມຄົບຄະນະຄັ້ງທີ 3 ຂອງສູນກາງພັກກອມມູນິດຈີນ ສະໄໝທີ XVIII ພາຍໃຕ້ການເປັນປະທານຂອງ ສະຫາຍ ສີຈິ້ນຜິງ ເມື່ອປີ 2013.
ໃນໂອກາດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ຈະຈັດຂຶ້ນລະຫວ່າງວັນທີ 15 ຫາ 18 ກໍລະກົດ 2024 ຢູ່ນະຄອນຫລວງ ປັກກິ່ງ ປະເທດຈີນ, ພວກ ເຮົາໄດ້ເຜີຍແຜ່ບົດຮຽນຕ່າງໆ ເພື່ອຍົກໃຫ້ເຫັນໂຍບາຍການປະຕິຮູບ ຂອງຈີນໃນຍຸກໃໝ່ ເພື່ອເປັນການຖອດຖອນບົດຮຽນ ໃນການສ້າງສາພັດທະນາປະເທດຊາດ.
ສະຫາຍ ເຕີ້ງສ້ຽວຜິງ ຜູ້ນຳພາການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນ ເມື່ອປີ 1979 ໄດ້ນໍາພາສ້າງນະຄອນເຊີ່ນເຈີ້ນ ແຂວງກວາງຕຸ່ງ ຊຶ່ງເວລານັ້ນເປັນຕົວເມືອງນ້ອຍແຄມທະເລ ມີປະຊາກອນພຽງ 30.000 ຄົນ ເປັນເຂດເສດຖະກິດພິເສດແຫ່ງທຳອິດ ຂອງຈີນ, ໃນເວລາ 30 ປີ ເມືອງແຫ່ງນີ້ໄດ້ຖືກພັດທະນາ ໃຫ້ກາຍເປັນມະຫານະຄອນ ທີ່ທັນສະໄໝອັນດັບຕົ້ນຂອງໂລກ ທີ່ມີປະຊາກອນເກືອບ 18.000.000 ຄົນ. ອັດຕາການເຕີບໂຕຂອງລວມ ຍອດຜະລິດຕະພັນພາຍໃນ ຫລື GDP ສະເລ່ຍແລ້ວບັນລຸເຖິງ 24,8% ຕໍ່ປີ ຖືວ່າໄດ້ສ້າງສິ່ງມະຫັດສະຈັນ ທີ່ເຮັດໃຫ້ຊາວໂລກອັດສະຈັນໃຈຖືໄດ້ວ່າ ເຊີ່ນເຈີ້ນ ໄດ້ກາຍເປັນຕົວແບບຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນ.
ຢູ່ເທິງພູສູງຂອງນະຄອນເຊີ່ນເຈີ້ນ ມີຕົ້ນພູໄຮ ສອງ ຕົ້ນ ທີ່ມີຄວາມໝາຍສຳຄັນ ຊຶ່ງຕົ້ນໜຶ່ງປູກໂດຍສະຫາຍ ເຕີ້ງສ້ຽວຜິງ ປູກພາຍຫລັງະຄອນເຊີ່ນເຈີ້ນ ໄດ້ຮັບການພັດທະນາຢ່າງຮອບດ້ານ ໃນປີ 1992 ໃນ ໂອກາດໄປຢ້ຽມຢາມເມືອງດັ່ງກ່າວ ເພື່ອເປັນສັນຍະລັກຜົນສໍາເລັດ ແຫ່ງການສ້າງສາພັດທະນາມະຫານະຄອນແຫ່ງນີ້, ອີກຕົ້ນໜຶ່ງແມ່ນສະຫາຍ ສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນ ປູກໃນເວລາທີ່ເພິ່ນລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງກວາງຕຸ້ງ ເມື່ອວັນທີ 8 ທັນວາ 2012 ຊຶ່ງເປັນມື້ທີ 24 ຫລັງຈາກເພິ່ນໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ເປັນຄັ້ງທຳອິດ. ມື້ນັ້ນ, ສະຫາຍ ສີຈິ້ນຜິງ ໄດ້ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນທອງຂອງສະຫາຍ ເຕີ້ງສ້ຽວຜິງ ແລ້ວໄດ້ກົ້ມຫົວໄວ້ອາໄລ ດ້ວຍຄວາມເຄົາລົບນັບຖືເປັນຢ່າງສູງ ພ້ອມທັງໄດ້ຈ້ອງເບິ່ງພາບຂອງທົ່ວນະຄອນເຊີ່ນເຈີ້ງ ຢູ່ເທິງຈອມພູ.
ໃນການຢ້ຽມຢາມເຊີ່ນເຈີ້ນຄັ້ງນັ້ນ, ສະຫາຍ ສີຈິ້ນຜິງ ໄດ້ເວົ້າວ່າ: “ມາກວາງຕຸ້ງເທື່ອນີ້ ຈຸດປະສົງກໍ ເພື່ອທົບທວນຄືນຂະບວນວິວັດ ປະຫວັດການປະຕິຮູບເສດຖະກິດ ແລະ ເປີດປະຕູສູ່ພາຍນອກຂອງຈີນ ຢູ່ກັບບ່ອນທີ່ນຳໜ້າດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກກ່ອນໝູ່ ໃນທົ່ວປະເທດຈີນ ເພື່ອສືບຕໍ່ຊຸກຍູ້ພາລະກິດນີ້ສູ່ພາຍນອກ ໃຫ້ຂະຫຍາຍຕົວໄປຂ້າງໜ້າ.” ນີ້ແມ່ນການເຄື່ອນໄຫວຢ້ຽມຢາມ ຂອງສະຫາບ ສີຈິ້ນ ຜິງ ເພື່ອຕາມຫາຮອຍບາດກ້າວເດີນຂອງຜູ້ຮຸ່ນກ່ອນ, ສະຫາຍ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ “ການປະຕິຮູບເສດຖະກິດ ແລະ ເປີດປະຕູສູ່ພາຍນອກ ເປັນມາດຕະການທີ່ເປັນຂໍກຸນແຈສຳຄັນ ທີ່ຕັດສິນຊາຕາກຳຂອງຈີນໃນຍຸກປັດຈຸບັນ”, ເພິ່ນໄດ້ອອກຄຳສັ່ງ ເພື່ອປຸກລະດົມຂົນຂວາຍທົ່ວພັກ ແລະ ປະຊາຊົນທົ່ວປະເທດ ໃຫ້ປະຕິບັດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງໃນຍຸກໃໝ່.
ຈີນມີຄຳສຸພາສິດວ່າ: “ຢັ່ງຫີນຂ້າມນ້ຳ” ເປັນຄຳເວົ້າທີ່ສ່ອງແສງໃຫ້ເຫັນເຖິງສະຕິປັນຍາ ຂອງປະຊາຊົນຈີນ, ໝາຍຄວາມວ່າ: ເວລາຂ້າມນ້ຳ, ຢັ່ງກ້ອນຫີນເພື່ອຢຽບໃຫ້ໝັ້ນກ່ອນ ແລ້ວຈຶ່ງຢ່ວງບາດກ້າວຕໍ່ໄປ. ນີ້ແມ່ນວິທີສຳຄັນທີ່ໃຊ້ໃນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກທີ່ນຳພາໂດຍ ທ່ານ ເຕີ້ງສ້ຽວຜິງ. ຕໍ່ກັບການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ທີ່ເປັນພາລະກິດໃໝ່ໆ ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ, “ປັດຈຸບັນຍັງຢູ່ໃນໄລຍະການທາບທາມ, ນ້ຳເລິກ ຫລືຕື້ນຍັງບໍ່ຮູ້ແຈ້ງເທື່ອ, ຕ້ອງຄ່ອຍຍ່າງໄປເບິ່ງໄປແຕ່ລະກ້າວ, ຂາສອງເບື້ອງຕ້ອງຍ່າງໄປຢ່າງໝັ້ນທ່ຽງ ຫາກໄປຜິດແລ້ວຕ້ອງຖອຍຄືນຫລັງ ແລ້ວຍ່າງໄປໃໝ່, ຢ່າລົ້ມລົງນ້ຳໄປ.”
ອັນນີ້ກໍແມ່ນຄຳອະທິບາຍຢ່າງມີຊີວິດຊີວາກ່ຽວກັບວິທີການແບບ “ຢັ່ງຫີນຂ້າມນ້ຳ” ຊຶ່ງໄດ້ລະບຸໄວ້ໃນເອກະສານທາງການ ຕອນທີ່ຈີນຫາກໍ່ປະຕິບັດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ເມື່ອຕົ້ນຊຸມປີ 1980, ຄຳອະທິບາຍດັ່ງກ່າວໄດ້ຊີ້ແຈງຢ່າງຖືກຕ້ອງລະອຽດວ່າ ພາຍໃຕ້ກໍລະນີທີ່ບໍ່ມີປະສົບການພຽງພໍ ແມ່ນຄວນກ້າວເດີນໄປຂ້າງໜ້າ ແບບທາບທາມຄືແນວໃດ.
ຜູ້ທີ່ຮູ້ດີກ່ຽວກັບພັກຄອມມູນິດຈີນ ບໍລິຫານປະເທດຄືແນວໃດອາດຈະຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກກອມມູນິດຈີນ ແມ່ນທຸກໆ 5 ປີຈັດຂຶ້ນຄັ້ງໜຶ່ງເພື່ອປຶກສາຫາລື ແລະ ຕົກລົງບັນຫາສຳຄັນຂອງພັກ, ຕາມປົກກະຕິແລ້ວ, ລະຫວ່າງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຈີນສອງຄັ້ງ, ຈະຈັດກອງປະຊຸມຄົບຄະນະ ຂອງຄະນະກຳມະການສູນກາງພັກກອມມູນິດຈີນ 7 ເທື່ອ, ຈະວາງແຜນການກ່ຽວ ບຸກຄະລາກອນ, ສັງຄົມ, ເສດຖະກິດ, ການກໍ່ສ້າງພັກ ແລະ ຂົງເຂດອື່ນໆ, ແຕ່ສິ່ງທີ່ທ່ານອາດຈະບໍ່ຮູ້ນັ້ນກໍຄື: ເດືອນທັນວາປີ 1978, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XI ທີ່ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ເຕີ້ງສຽວຜິງ ໄດ້ເປີດໄລຍະທີ່ “ປະຕິຮູບຢູ່ພາຍໃນ ແລະ ເປີດປະຕູສູ່ພາຍນອກ” ແບບໄຂສັງກາດໃໝ່, ຊຸກຍູ້ໃຫ້ເສດຖະກິດສັງຄົມຈີນ ພັດທະນາຢ່າງຕໍ່ເນື່ອງ ແລະ ວ່ອງໄວ. ຫລັງຈາກນັ້ນ, ຫົວຂໍ້ປຶກສາຫາລື ຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແຕ່ລະສະໄໝ ລ້ວນແຕ່ໄດ້ສຸມໃສ່ການລົງເລິກ ແລະ ຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຄືແນວໃດ.
ຕົວຢ່າງວ່າ ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XII ທີ່ຈັດຂຶ້ນໃນປີ 1984 ໄດ້ວາງແຜນນະໂຍບາຍການປະຕິຮູບ ໂຄງປະກອບເສດຖະກິດ ທີ່ຖືເອົາຕົວເມືອງເປັນຈຸດສຸມ; ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການ ສູນກາງພັກກອມມູນິດຈີນ ສະໄໝທີ XIV ທີ່ຈັດຂຶ້ນໃນປີ 1993, ໄດ້ຊຸກຍູ້ການປະຕິຮູບໂຄງ ປະກອບເສດຖະກິດຕະຫລາດສັງຄົມນິຍົມ. ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ຈຶ່ງໄດ້ກາຍເປັນນະໂຍບາຍພື້ນຖານແຫ່ງຊາດ ດ້ານການບໍລິຫານປະເທດຂອງພັກກອມມູນິດຈີນ.
ມາຮອດປີ 2013 ຄືປີຕໍ່ມາທີ່ ສະຫາຍ ສີຈິ້ນຜິງ ເດີນທາງໄປປູກຕົ້ນໄຮຢູ່ນະຄອນເຊີ່ນເຈີ້ນ,ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XVIII ໄດ້ໄຂຂຶ້ນ,ຄະນະນຳຊຸດໃໝ່ຂອງພັກກອມມູນິດຈີນຈະສືບຕໍ່ຊຸກຍູ້ການປະຕິຮູບຄືແນວໃດ, ໄດ້ກາຍເປັນຈຸດສຸມທີ່ດຶງດູດ ຄວາມສົນໃຈຂອງທົ່ວໂລກ. ເພາະວ່າ ໃນເວລານັ້ນ, ຈີນໄດ້ກ້າວໄປເຖິງຈຸດສຳຄັນອັນໃໝ່ໃນປະຫວັດສາດ ແລະ ພວມຜະເຊີນກັບບັນຫາໃໝ່ທີ່ສຳຄັນຕ່າງໆ.
ຢູ່ພາຍໃນປະເທດຈີນ, ຫລັງຈາກໄດ້ຜ່ານການເຕີບໂຕຢ່າງວ່ອງໄວມາເປັນເວລາຫລາຍສິບປີແລ້ວ, ບັນຫາຫຍຸ້ງຍາກດ້ານການເຕີບໂຕໄດ້ຄ່ອຍໆປາກົດຂຶ້ນ, ຄວາມຕ້ອງການຂອງປະຊາຊົນທີ່ມີຕໍ່ຊີວິດກາເປັນຢູ່ໄດ້ປາກົດມີຈຸດພິເສດທີ່ມີຫລາຍຮູບແບບ, ບັນຫາດ້ານການພັດທະນາທີ່ບໍ່ດຸນດ່ຽງ ແລະ ບໍ່ເຕັມສ່ວນໄດ້ພົ້ນເດັ່ນຂຶ້ນ. ເມື່ອເບິ່ງໃນທົ່ວໂລກແລ້ວເຫັນວ່າ: ໂລກພວມຜະເຊີນກັບສະພາບ ການປ່ຽນແປງຢ່າງໃຫຍ່ຫລວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ, ການປະຕິວັດດ້ານວິທະຍາສາດເຕັກນິກ ແລະ ອຸດສາຫະກຳຮອບໃໝ່ພວມພັດທະນາຂຶ້ນ, ລັດທິປົກປ້ອງການຄ້າກັບກະແສແນວຄິດຕ້ານໂລກາພິວັດໄດ້ເພີ່ມຂຶ້ນ.
ໂດຍຜະເຊີນໜ້າກັບສິ່ງທ້າທາຍຕ່າງໆຈາກທັງພາຍໃນປະເທດ ແລະ ຕ່າງປະເທດ, ສະຫາຍ ສີຈິ້ນຜິງ ທີ່ຫາກໍ່ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ 1 ປີ ໄດ້ໄຈ້ແຍກສະພາບການ, ກຳແໜ້ນທິດທາງປະຫວັດສາດອັນໃໝ່ ແຫ່ງການພັດທະນາຈີນ, ໂດຍນຳໃຊ້ຄຳປຽບທຽບອັນມີຊີວິດຊີວາ ມາພັນລະນາຂະບວນການປະຕິຮູບຂອງຈີນວ່າໄດ້ເຂົ້າສູ່ “ເຂດນ້ຳເລິກ”ແລ້ວ.
ພາຍໃຕ້ການກຳນົດທິດທາງໃໝ່ດັ່ງກ່າວ, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XVIII ໄດ້ຜ່ານຮັບຮອງ “ຂໍ້ຕົກລົງຂອງພັກກອມມູນິດຈີນ ກ່ຽວກັບບາງບັນຫາສຳຄັນດ້ານການລົງເລິການປະຕິຮູບຢ່າງຮອບດ້ານ” ທີ່ ສະຫາຍ ສີຈິ້ນຜິງ ຮ່າງຂຶ້ນດ້ວຍຕົນເອງ. ຫລັງຈາກກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XI ເມື່ອປີ 1978, ໄດ້ຊຸກຍູ້ການປະຕິຮູບຂອງຈີນ ແບບໄຂສັງກາດໃໝ່ອີກຄັ້ງໜຶ່ງ, ເປີດຍຸກໃໝ່ແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານ ແລະ ຊຸກຍູ້ການປະຕິຮູບ ດ້ວຍການອອກແບບຢ່າງເປັນລະບົບໂດຍລວມ ແລະ ຖືເອົາຂໍ້ຕົກລົງດັ່ງກ່າວເປັນຈຸດເລີ່ມຕົ້ນໃໝ່ ແລະ ຢູ່ພາຍໃຕ້ການນຳພາຂອງ ສະຫາຍ ສີຈິ້ນຜິງ, ຈີນໄດ້ເປີດຂະບວນການລົງເລິກ ການປະຕິຮູບຢ່າງຮອບດ້ານ, ລົງໄປເຖິງບ່ອນເລິກທີ່ສຸດຂອງ “ເຂດນ້ຳເລິກ”.
ມີຄົນຢາກຖາມວ່າ: ການລົງເລິກການປະຕິຮູບຢ່າງຮອບດ້ານ, ຈະຮອບດ້ານຢູ່ບ່ອນໃດ? ແລະ ເລິກລົງຮອດໃສ? ໃນຖານະເປັນຜູ້ນຳພາການປະຕິຮູບໃນຍຸກໃໝ່, ສະຫາຍ ສີຈິ້ນຜິງ ໄດ້ໃຫ້ຄຳຕອບ.ໃນເມື່ອການປະຕິຮູບຂອງຈີນໄດ້ກ້າວເຂົ້າສູ່ “ເຂດນ້ຳເລິກ” ແລ້ວ, ທາງດ້ານໜ້າຂອງການປະຕິຮູບ ໄດ້ເຕັມໄປດ້ວຍອຸປະສັກ ແລະ ຄວາມຫຍຸ້ງຍາກລຳບາກ, ຜູ້ປະຕິຮູບຈະແບກຫາບພາລະກຳອັນໜັກໜ່ວງຫລາຍ. ສະຫາຍ ສີຈິ້ນຜິງ ເຄີຍຍົກເອົາບົດກະວີຂອງທ່ານຊູຊື້, ທີ່ເປັນນັກກະວີທີ່ມີຊື່ສຽງໃນລາຊະວົງຊົ້ງ ເມື່ອ 900 ກວ່າປີກ່ອນຄື: “ຟ້ານສີຈື້ໜານເອີຖູສີຈື້ຢວນ”, ເຊິ່ງໄດ້ສະແດງໃຫ້ເຫັນເຖິງສຽງໃນໃຈ ຂອງຜູ້ປະຕິຮູບໃນຍຸກໃໝ່ຄື: ຜ່ານຜ່າຂອດຫຍຸ້ງຍາກທີ່ສຸດ, ສະແຫວງຫາເປົ້າໝາຍອັນຍິ່ງໃຫຍ່ ແລະ ສູງສົ່ງທີ່ສຸດ.
ໃນຖານະເປັນນັກທິດສະດີ ແລະ ນັກປະຕິບັດຕົວຈິງ, ສະຫາຍ ສີຈິ້ນຜິງ ໄດ້ຈັດວາງໜ້າທີ່ການປະຕິຮູບທີ່ພວມຢູ່ໃນ “ເຂດນ້ຳເລິກ”ນັ້ນຄວນ “ຂ້າມນ້ຳ”ຄືແນວໃດ, ທັງໄດ້ອອກແຮງແກ້ໄຂບັນຫາຍຸ້ງຍາກດ້ານເລິກຄື: “ຂົວ ຫລື ເຮືອ”, ແຜນຍຸດທະສາດການລົງເລິກການປະຕິຮູບຢ່າງຮອບດ້ານທີ່ເພິ່ນສະເໜີອອກມານັ້ນມີບ່ອນອີງດ້ານທິດສະດີວິທະຍາສາດ, ທັງມີຊ່ອງທາງທີ່ມີປະສິດທິຜົນ. ໄດ້ສ້າງໃຫ້ເປັນແຜນການປະຕິຮູບທີ່ມີເນື້ອໃນອຸດົມສົມບູນທີ່ສຸດ, ຮອບດ້ານທີ່ສຸດແລະເປັນລະບົບທີ່ສຸດນັບແຕ່ຈີນປະຕິບັດນະໂຍບາຍການປະຕິຮູບແລະເປີດປະຕູສູ່ພາຍນອກເມື່ອປີ197 8ເປັນຕົ້ນມາ.
ອີງຕາມແຜນການດັ່ງກ່າວ, ໂດຍໝາຍໝັ້ນເປົ້າໝາຍລວມແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານ, ກ່ອນອື່ນ, ສະຫາຍ ສີຈິ້ນຜິງ ໄດ້ສ້າງແຜນວາດການຊຸກຍູ້ການກໍ່ສ້າງລະບຽບການ ແລະ ລະບົບການບໍລິຫານປະເທດໃນຍຸກໃໝ່, ຖືເອົາການຊຸກຍູ້ການັນເປັນທັນສະໄໝດ້ານລະບົບ ແລະ ຄວາມສາມາດການບໍລິຫານປະເທດເປັນແກນກາງ, ເພິ່ນໄດ້ຍຶດໝັ້ນຫລັກການ “ຜູ້ມີປັນຍານ້ອຍຊ່າງແກ້ໄຂບັນຫາຕົວຈິງບາງຢ່າງເທົ່ານັ້ນ, ຜູ້ມີປັນຍາໃຫຍ່ຈະແກ້ໄຂບັນຫາດ້ວຍການສ້າງລະບຽບການ” ຊຶ່ງເປັນປັດຊະຍາຂອງຄົນຈີນໃນການບໍລິຫານປະເທດແບບດັ້ງເດີມ, ເນັ້ນໜັກການກໍ່ສ້າງດ້ານລະບຽບການທີ່ເປັນຫລັກ. ນີ້ກໍຄືຈຸດພິເສດທີ່ພົ້ນເດັ່ນທີ່ສຸດຂອງນະໂຍບາຍການລົງເລິກການປະຕິຮູບຢ່າງຮອບດ້ານ.ສຳລັບການບໍລິຫານປະເທດ, ລະບຽບການຈະເສີມຂະຫຍາຍບົດບາດທີ່ມີລັກສະນະເປັນພື້ນຖານ, ໂດຍລວມ ແລະ ຍາວນານ. ຈາກນັ້ນ, ສະຫາຍ ສີຈິ້ນຜິງ ໄດ້ສະເໜີມາດຕະການປະຕິຮູບ 190 ຂໍ້ທີ່ມີຄວາມໝາຍສຳຄັນຕໍ່ການປົກຄອງປະເທດຕາມກົດໝາຍ, ເຮັດໃຫ້ການປົກຄອງປະເທດຕາມກົດໝາຍກາຍເປັນການຮັບປະກັນດ້ານລະບຽບການທີ່ເຂັ້ມແຂງທີ່ສຸດຂອງການລົງເລິກການປະຕິຮູບຢ່າງຮອບດ້ານ, ນີ້ສາມາດເວົ້າໄດ້ວ່າໄດ້ແກ້ໄຂບັນຫາກ່ຽວກັບ “ຂົວ” ແລ້ວ.
ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ XIX ໄດ້ພິຈາລະນາ ແລະ ຮັບຮອງຂໍ້ຕົກລົງ ແລະ ແຜນການກ່ຽວກັບການລົງເລິກການປະຕິຮູບຂອງພັກ ແລະ ອົງການຈັດຕັ້ງຂອງລັດ, ໄດ້ເປີດສາກການປະຕິຮູບອົງການຈັດຕັ້ງຂອງລັດທີ່ມີຂະໜາດໃຫຍ່ທີ່ສຸດພາຍຫລັງປະຕິບັດນະໂຍບາຍການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ຊຶ່ງໄດ້ຮັບປະກັນດ້ານອົງການຈັດຕັ້ງເພື່ອລົງເລິກການປະຕິຕູບຢ່າງຮອບດ້ານ, ທັງສາມາດເວົ້າໄດ້ວ່າໄດ້ແກ້ໄຂບັນຫາ “ເຮືອ” ແລ້ວ. ປີນີ້, ກ່ອນຈະຈັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX, ສະຫາຍ ສີຈິ້ນຜິງ ໄດ້ໂອ້ລົມກັບນັກວິສາຫະກິດ, ທັງເປັນປະທານພິຈາລະນາແຜນການປະຕິຮູບຫລາຍສະບັບເຊັ່ນ: “ຄວາມເຫັນກ່ຽວກັບການບູລະນະລະບຽບການວິສາຫະກິດ ຍຸກປັດຈຸບັນທີ່ມີສີສັນພິເສດຂອງຈີນ” ເປັນຕົ້ນ, ເພິ່ນໄດ້ສະເໜີວ່າ: “ການລົງເລິກການປະຕິຮູບຢ່າງຮອບດ້ານ, ຕ້ອງກຳແໜ້ນຫົວຂໍ້ຫລັກ ທີ່ວ່າຄວາມທັນສະໄໝແບບຈີນ.” ຊຶ່ງໄດ້ສົ່ງສັນຍານອັນຈະແຈ້ງຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ XX
ສະນັ້ນສາມາດເຫັນໄດ້ຢ່າງງ່າຍດາຍວ່າ: ໃນໄລຍະ 10 ກວ່າປີຜ່ານມາພາຍຫລັງຈີນກ້າວເຂົ້າສູ່ຍຸກໃໝ່, ສະຫາຍ ສີຈິ້ນຜິງ ໄດ້ຈັດເອົາການລົງເລິກການປະຕິຮູບຢ່າງຮອບດ້ານ ເຂົ້າໃນແຜນຍຸດທະສາດລວມແຫ່ງການບໍລິຫານປະເທດ, ອອກແບບຈາກຂັ້ນເທິງສູງສຸດຕໍ່ການລົງເລິກ ການປະຕິຮູບຢ່າງຮອບດ້ານ, ໄດ້ຊຸກຍູ້ການປະຕິຮູບທີ່ຮອບດ້ານ, ເລິກເລິ່ງ ແລະ ມີລັກສະນະຂັ້ນພື້ນຖານ, ເຮັດໃຫ້ການປະຕິຮູບຂອງຈີນໄດ້ເກີດການປ່ຽນແປງຢ່າງມີລັກສະນະປະຫວັດສາດ ຈາກການທາບທາມໃນບາງພາກສ່ວນ, ຜ່ານຜ່າອຸປະສັກຈົນກາຍເປັນລະບົບແລະ ລົງເລິກຢ່າງຮອບດ້ານ.
KPL