ອົງການທ່ອງທ່ຽວມາເລເຊຍ ແລກປ່ຽນ ຫົວໜ່ວຍທຸລະກິດ ການທ່ອງທ່ຽວມາເລເຊຍ

12/07/2024 11:30
Email Print 1736
ຂປລ ຂປລ. ອົງການທ່ອງທ່ຽວມາເລເຊຍ ປະຈຳລາວ ຈັດສຳມະນາແລກປ່ຽນບົດຮຽນຫົວໜ່ວຍທຸລະກິດ ກັບ ຜູ້ປະກອບການດ້ານການທ່ອງທ່ຽວຂອງລາວ ແລະ ມາເລເຊຍ ປະຈຳປີ 2024 ໃນວັນທີ 10 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ແອັດດີ້ ອີຣາວານ ມາໝຸດ ເອກອັກຄະລັດຖະທູດມາເລເຊຍ ປະຈຳລາວ, ມີຜູ້ຕາງໜ້າຈາກອົງການທ່ອງທ່ຽວມາເລເຊຍ, ຜູ້ປະກອບການສາຍການບິນ, ໂຮງແຮມ, ບໍລິສັດທ່ອງທ່ຽວ ເຂົ້າຮ່ວມ.



ຂປລ. ອົງການທ່ອງທ່ຽວມາເລເຊຍ ປະຈຳລາວ ຈັດສຳມະນາແລກປ່ຽນບົດຮຽນຫົວໜ່ວຍທຸລະກິດ ກັບ ຜູ້ປະກອບການດ້ານການທ່ອງທ່ຽວຂອງລາວ ແລະ ມາເລເຊຍ ປະຈຳປີ
2024 ໃນວັນທີ 10 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ແອັດດີ້ ອີຣາວານ ມາໝຸດ ເອກອັກຄະລັດຖະທູດມາເລເຊຍ ປະຈຳລາວ, ມີຜູ້ຕາງໜ້າຈາກອົງການທ່ອງທ່ຽວມາເລເຊຍ, ຜູ້ປະກອບການສາຍການບິນ, ໂຮງແຮມ, ບໍລິສັດທ່ອງທ່ຽວ ເຂົ້າຮ່ວມ.



ການສຳມະນາໃນຄັ້ງນີ້
, ຜູ້ປະກອບການດ້ານການທ່ອງທ່ຽວ ຂອງມາເລເຊຍ ໄດ້ນຳສະເໜີ ກ່ຽວກັບລາຍການທ່ອງທ່ຽວຂອງຕົນ ເປັນຕົ້ນ ສະຖານທີ່ທ່ອງທ່ຽວທີ່ມີສື່ສຽງ ແລະ ສວຍງາມ ຂອງມາເລເຊຍ ​​ເປັນ​ຕົ້ນ ສະຖານທີ່ທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ເຮືອນພັກ, ໂຮງແຮມ, ອາ ຫານ-ເຄື່ອງດື່ມ ແລະ ອື່ນໆ. ນອກນັ້ນ, ຜູ້ປະກອບການດ້ານການທ່ອງທ່ຽວ ຍັງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແນໃສ່ດຶງດູດເອົານັກທ່ອງທ່ຽວຈາກ ສປປ ລາວ ໄປທ່ຽວມາເລເຊຍ ໃຫ້ຫລາຍຂຶ້ນ, ທັງເປັນການຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະ ນາ ຂຶ້ນໄປເລື້ອຍໆ.



ທ່ານ ນາງ ຢູສລີຊາ ຢູ່ຊອບ ຜູ້ຊ່ວຍຜູ້ອຳນວຍການພະແນກການທ່ອງທ່ຽວສາກົນ ອົງການທ່ອງ ທ່ຽວມາເລເຊຍ ປະຈຳລາວ ກ່າວວ່າ: ປີ
2024 ມາເລເຊຍ ຕັ້ງເປົ້າຈະມີນັກທ່ອງທ່ຽວທີ່ເຂົ້າມາທ່ຽວມາເລເຊຍ 27,3 ລ້ານຄົນ ເພື່ອບັນລຸເປົ້າໝາຍ ດັ່ງກ່າວ, ອົງການທ່ອງທ່ຽວມາເລເຊຍ ຕ້ອງການເຮັດວຽກຢ່າງໃກ້ຊິດກັບບັນດາທຸລະກິດທ່ອງທ່ຽວ ເພື່ອເຮັດໃຫ້ມາເລເຊຍ ກາຍເປັນຈຸດໝາຍປາຍທາງຂອງລູກຄ້າ ຂອງບັນດາທຸລະກິດທ່ອງທ່ຽວ.

 ຫ້ອງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫລວງວຽງຈັນ ຈະໃຫ້ການຮ່ວມມື ແລະ ແນະ ນຳລາຍການທ່ອງທ່ຽວໃໝ່ ໃຫ້ບັນດາບໍລະສັດທ່ອງທ່ຽວເພື່ອເຮັດໃຫ້ນັກທ່ອງທ່ຽວຈາກ ສປປ ລາວ ໄປທ່ຽວມາເລເຊຍ ຫລາຍຂຶ້ນ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ຂປລ. ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top