ຂປລ
ກະຊວງ ການຄ້າ ຂອງ ກຳປູເຈຍ ລາຍງານວ່າ ມູນຄ່າການນຳເຂົ້າ ນ້ຳມັນກາຊວນ, ນ້ຳມັນແອັດຊັງ ແລະ ແກັສເຊື້ອໄຟ ຂອງ ກຳປູເຈຍ ໃນໄລຍະເດືອນມັງກອນ-ກັນຍາ ປີ 2026 ບັນລຸເຖິງ 2,82 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 53,8% ເມື່ອທຽບໃສ່ປີຕໍ່ປີ.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ກະຊວງ ການຄ້າ ຂອງ ກຳປູເຈຍ ລາຍງານວ່າ ມູນຄ່າການນຳເຂົ້າ ນ້ຳມັນກາຊວນ, ນ້ຳມັນແອັດຊັງ ແລະ ແກັສເຊື້ອໄຟ ຂອງ ກຳປູເຈຍ ໃນໄລຍະເດືອນມັງກອນ-ກັນຍາ ປີ 2026 ບັນລຸເຖິງ 2,82 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 53,8% ເມື່ອທຽບໃສ່ປີຕໍ່ປີ.
ບົດລາຍງານ ລະບຸວ່າ: ມູນຄ່າ ການນຳເຂົ້າ ນ້ຳມັນ ກາຊວນ ລວມມີ 1,47 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 48% ເມື່ອທຽບໃສ່ປີຕໍ່ປີ. ສ່ວນມູນຄ່າ ການນຳເຂົ້າ ນ້ຳມັນ ແອັດຊັງ ດ້ວຍຈຳນວນ 1,04 ຕື້ໂດລາ ສະຫະລັດ), ເພີ່ມຂຶ້ນ 76% ແລະ ມູນຄ່າ ການນຳເຂົ້າ ແກັສເຊື້ອໄຟ 314 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 23%.
ໃນຂະນະທີ່ ລາຄາ ຂາຍຍ່ອຍ ນ້ຳມັນ ແອັດຊັງ ຢູ່ກຳປູເຈຍ ເມື່ອວັນທີ 9 ຕຸລາ ລວມມີ 5.150 ຣຽວຕໍ່ລິດ, ເພີ່ມຂຶ້ນ 33,7% ເມື່ອທຽບໃສ່ຕົວເລກ ກ່ອນເກີດ ຄວາມຂັດແຍ້ງ ໃນເຂດຕາເວັນອອກກາງ; ນອກຈາກນັ້ນ, ລາຄາຂາຍຍ່ອຍນ້ຳມັນກາຊວນ ຢູ່ 5.650 ຣຽວຕໍ່ລິດ, ເພີ່ມຂຶ້ນ 46,7%. ປັດຈຸບັນ, ກຳປູເຈຍ ຍັງສືບຕໍ່ການເພີ່ງພາ ການນຳເຂົ້າ ນ້ຳມັນປິໂຕຣລ່ຽມ ທັງໝົດ ເນື່ອງຈາກ ຍັງບໍ່ທັນ ໄດ້ມີ ການນຳໃຊ້ ປະໂຫຍດ ຈາກຊັບພະຍາກອນ ນ້ຳມັນດິບ ຢູ່ນອກຊາຍຝັ່ງ ຂອງ ປະເທດ./
KPL