ຮັກສາສັດນໍ້າ-ສັດປ່າ ເພື່ອຄວາມຍືນຍົງຂອງທຳມະຊາດ

11/07/2024 10:26
Email Print 960
ຂປລ ວັນປ່ອຍປາ, ວັນອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ 13 ກໍລະກົດ ປີນີ້ ຈະກົງກັບວັນເສົາ ເຊິ່ງເປັນມື້ພັກລັດຖະການ, ແຕ່ຊາບວ່າຫລາຍພາກສ່ວນກ່ຽວຂ້ອງກໍ່ມີແຜນກິດຈະກໍາປ່ອຍສັດນໍ້າ-ສັດປ່າ ສູ່ແຫລ່ງທໍາມະຊາດ ເພື່ອເພີ່ມຄວາມອຸດົມສົມບູນດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງທີ່ມີຊີວິດນາໆພັນ.

    *ວັນປ່ອຍປາ, ວັນອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ 13 ກໍລະກົດ ປີນີ້ ຈະກົງກັບວັນເສົາ ເຊິ່ງເປັນມື້ພັກລັດຖະການ, ແຕ່ຊາບວ່າຫລາຍພາກສ່ວນກ່ຽວຂ້ອງກໍ່ມີແຜນກິດຈະກໍາປ່ອຍສັດນໍ້າ-ສັດປ່າ ສູ່ແຫລ່ງທໍາມະຊາດ ເພື່ອເພີ່ມຄວາມອຸດົມສົມບູນດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງທີ່ມີຊີວິດນາໆພັນ. ວຽກງານນີ້ໄດ້ຮັບການເອົາໃຈໃສ່ຢ່າງເປັນຮູບປະທໍາ ທັງນີ້ຍ້ອນເຫັນໄດ້ເຖິງຄວາມສຳຄັນຂອງສັດນໍ້າ ແລະ ສັດປ່າ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ແລະ ເພື່ອເປັນການອະນຸລັກ ແລະ ປັກປັກຮັກສາຊີວະນາໆພັນໃຫ້ມີຄວາມຍືນຍົງ.


     ການກຳນົດເອົາ ວັນທີ 13 ກໍລະ ກົດ ຂອງທຸກປີເປັນວັນປ່ອຍປາ, ວັນອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ ກໍ່ເພື່ອເປັນການລະນຶກເຖິງວັນເກີດຂອງ ທ່ານປະທານ ສຸພານຸວົງ, ປະທານປະເທດຄົນທຳອິດຂອງ ສປປ ລາວ ທີ່ມີຄຸນງານຄວາມດີ ແລະ ຜົນງານອັນໃຫຍ່ຫລວງທີ່ໄດ້ອຸທິດໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ພ້ອມດຽວກັນກໍ່ເພື່ອເປັນການປູກຈິດສໍານຶກໃຫ້ແກ່ອະນຸຊົນ, ເຍົາວະຊົນຂອງຊາດ ກໍ່ຄືລູກຫລານຜູ້ເກີດໃໝ່ໃຫຍ່ລຸນໃຫ້ມີສະຕິຮັກຫວງແຫນ ສັດນໍ້າ ແລະ ສັດປ່າ, ທັງເປັນການປຸກລະດົມທົ່ວປວງຊົນ ເຂົ້າຮ່ວມການຄຸ້ມຄອງ, ປົກປັກຮັກ ສາ, ພັດທະນາ ແລະ ນຳໃຊ້ ສັດນໍ້າ ແລະ ສັດປ່າ ແນໃສ່ເພື່ອເຮັດໃຫ້ ປະຊາກອນ ສັດນໍ້າ ແລະ ສັດປ່າ ໃຫ້ ນັບມື້ມີຄວາມອຸດົມສົມບູນ ແລະ ກາຍເປັນທ່າແຮງໃນການຄໍ້າປະກັນດ້ານສະບຽງອາຫານ, ໂພຊະນາການ ກໍ່ຄືການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ນັບມື້ດີຂຶ້ນ...

    ຄວາມສ່ຽງເຮັດໃຫ້ສັດນໍ້າ-ສັດປ່າສູນພັນ, ສະນັ້ນ ການມີສະຕິຕໍ່ລະບຽບກົດໝາຍແມ່ນສໍາຄັນ ຄືກັບບັນຫາຕ່າງໆ. ການຫາ, ລ່າມາເພື່ອເປັນສິນຄ້າກໍຍ້ອນມີຄວາມຕ້ອງການ, ເມື່ອເປັນແນວນັ້ນຖ້າຄົນຈໍານວນຫລາຍປະກອບສ່ວນຢ່າງແຂງແຮງໃນວຽກງານປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ບັນຫາຄວາມສ່ຽງສູນພັນກໍ່ຈະໜ້ອຍທີ່ສຸດເພື່ອຄວາມອຸດົມສົມບູນຂອງທໍາມະຊາດ, ຄວາມຫລາກຫລາຍດ້ານຊີວະນາໆພັນ ກໍ່ຄືສັດນໍ້າ-ສັດປ່າ. ນອກຈາກການໂຄສະນາເຜີຍແຜ່ຢ່າງເປັນປົກກະຕິ ແລະ ມີການ ສອດຫ້ອຍໃນຕໍາລາການສອນໃນລະບົບໂຮງຮຽນແລ້ວ, ການເອົາໃຈໃສ່ຂອງແຕ່ລະຄອບຄົວຫົວເຮືອນຕໍ່ວຽກປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ຕາມສະພາບຈຸດພິເສດຂອງແຕ່ລະບ່ອນ ຢ່າງເອົາການເອົາງານ ໍແມ່ນມີຄວາມຈໍາເປັນ, ຢ່າງໜ້ອຍກໍ່ມີສ່ວນບໍ່ສົ່ງເສີມການຫາ, ລ່າ, ຂ້າ, ຄ້າຂາຍ ຊິ້ນສ່ວນ-ຜະລິດຕະພັນສັດນໍ້າ-ສັດປ່າ ທີ່ຫວງຫ້າມສ່ຽງຕໍ່ການສູນພັນ.

    ເວົ້າກ່ຽວກັບການອະນຸລັກ ປົກປັກຮັກສາຊັບພະຍາກອນທໍາມະຊາດ, ເວົ້າສະເພາະສັດນໍ້າ-ສັດປ່າ, ບັນຫາທີ່ຖືກຕັ້ງຂຶ້ນນອກຈາກຕ້ອງມີການປະມີນຄືນຢ່າງຕໍ່ເນື່ອງກ່ຽວກັບໝາກຜົນຂອງການປ່ອຍສັດນໍ້າ-ສັດປ່າສູ່ແຫລ່ງທໍາມະຊາດຢ່າງເປັນໄລຍະໆແລ້ວນັ້ນ, ບັນຫາການລ່າ, ການຫາກໍ່ຍັງມີຄວາມເປັນຫ່ວງບໍ່ໜ້ອຍເນື່ອງຈາກວ່າສັງຄົມເຮົາ ແລະ ປະເທດອ້ອມຂ້າງມີຄົນຈໍານວນບໍ່ໜ້ອຍຍັງຕ້ອງອາໄສແຫລ່ງອາຫານຈາກທໍາມະຊາດພວກສັດນໍ້າ-ສັດປ່າທັງຫລາຍ, ບໍ່ສະເພາະແຕ່ຫາມາເພື່ອເປັນອາຫານພາຍໃນຄອບຄົວ, ດຽວນີ້ຫາມາຂາຍ ເຊິ່ງບາງອັນກໍ່ມີຄວາມຕ້ອງການທັງຢູ່ພາຍໃນ ແລະ ຕ່າງປະເທດ. 

      ເຖິງຢ່າງໃດກໍ່ດີກໍ່ມີຫລາຍຄໍາເຫັນວ່າຖ້າຫາ, ລ່າ ໂດຍຖືກຕ້ອງຕາມລະບຽບກົດໝາຍກໍ່ຈະບໍ່ມີຄວາມສ່ຽງເຮັດໃຫ້ສັດນໍ້າ-ສັດປ່າສູນພັນ, ສະນັ້ນ ການມີສະຕິຕໍ່ລະບຽບກົດໝາຍແມ່ນສໍາຄັນ ຄືກັບບັນຫາຕ່າງໆ. ການຫາ, ລ່າມາເພື່ອເປັນສິນຄ້າ ກໍຍ້ອນມີຄວາມຕ້ອງການ, ເມື່ອເປັນແນວນັ້ນ ຖ້າຄົນຈໍານວນຫລາຍປະກອບສ່ວນຢ່າງແຂງແຮງໃນວຽກງານປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ບັນຫາຄວາມສ່ຽງສູນພັນກໍ່ຈະໜ້ອຍທີ່ສຸດ ເພື່ອຄວາມອຸດົມສົມບູນຂອງທໍາມະຊາດ, ຄວາມຫລາກຫລາຍດ້ານຊີວະນາໆ ພັນ ກໍ່ຄືສັດນໍ້າ-ສັດປ່າ. ນອກຈາກການໂຄສະນາເຜີຍແຜ່ຢ່າງເປັນປົກກະຕິ ແລະ ມີການສອດຫ້ອຍໃນຕໍາລາການສອນໃນລະບົບໂຮງຮຽນແລ້ວ, ການເອົາໃຈໃສ່ຂອງແຕ່ລະຄອບຄົວຫົວເຮືອນ ຕໍ່ວຽກປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ຕາມສະພາບຈຸດພິ ເສດຂອງແຕ່ລະບ່ອນຢ່າງເອົາການເອົາງານ ແມ່ນມີຄວາມຈໍາເປັນ, ຢ່າງໜ້ອຍກໍ່ມີສ່ວນບໍ່ສົ່ງເສີມການຫາ, ລ່າ, ຂ້າ, ຄ້າຂາຍ ຊິ້ນສ່ວນ- ຜະລິດຕະພັນສັດນໍ້າ-ສັດປ່າທີ່ຫວງຫ້າມ ສ່ຽງຕໍ່ການສູນພັນ. ປະມວນກົດໝາຍອາຍາມາດ ຕາ 331 ການລ່າສັດໂດຍບໍ່ຖືກຕ້ອງຕາມກົດໝາຍລະບຸແຈ້ງ “ບຸກຄົນໃດ ຫາກໄດ້ລ່າສັດໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບລ່າສັດ ເຊັ່ນ ລ່າສັດປະເພດຫວງຫ້າມ, ລ່າສັດຖືພາມານ, ລ່າສັດໃນລະດູ ຫລື ໃນເຂດທີ່ຫວງຫ້າມ ຫລື ດ້ວຍເຄື່ອງມືທີ່ເກືອດຫ້າມ  ແລະ ອື່ນໆ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ. ໃນກໍລະນີການກະທໍາຜິດເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫລື ກໍ່ຄວາມເສຍຫາຍທີ່ມີມູນຄ່າແຕ່ 50.000.000 ກີບຂຶ້ນໄປຈະຖືກລັງໂທດຕັດອິດສະລະພາບ ແຕ່ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ”.

    ສ່ວນມາດຕາ 332 ການຫາປາ  ຫລື ສັດນໍ້າອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ ກໍ່ໄດ້ກໍານົດເອົາໄວ້ວ່າ: ບຸກຄົນໃດຫາກໄດ້ຫາປາ ຫລື ສັດນໍ້າອື່ນ ໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການຫາປາ ເຊັ່ນ ຫາປາດ້ວຍການໃຊ້ລະເບີດ, ຢາເບ່ືອ, ທາດເຄມີ, ໄຟຟ້າຊັອດ ຫລື ເຄື່ອງມືອື່ນທີ່ເກືອດຫ້າມ ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝແຕ່ 3.000.000 ກີບ ຫາ 10.000.000 ກີບ.ໃນກໍລະນີການກະທໍາຜິດຫາກກໍ່ຄວາມເສຍຫາຍທີ່ມີມູນຄ່າ ແຕ່ 1.000.000 ຫາ 15.000.000 ກີບ ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝສອງເທ່ົາຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີ ການກະທໍາຜິດເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫລື ມີຄວາມເສຍຫາຍຢ່າງຫລວງຫລາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ.ພ້ອມກັນອະນຸລັກປົກປັກຮັກສາ ສັດນໍ້າ-ສັດປ່າ ເພື່ອຄວາມສົມບູນຂອງທໍາມະຊາດຕາມທິດຍືນຍົງ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top