ຂປລ
ໃນ 11 ເດືອນຂອງປີນີ້, ການຄ້າສິນຄ້າທີ່ຈັບຕ້ອງໄດ້ຂອງຈີນໄດ້ຮັກສາການເຕີບໂຕ, ຍອດມູນຄ່າການນຳເຂົ້າແລະສົ່ງອອກສິນຄ້າ ທີ່ຈັບຕ້ອງໄດ້ ມີເຖິງ 41.210 ຕື້ຢວນ,ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອົງການ ດ່ານພາສີຈີນ ໄດ້ແຈ້ງໃຫ້ຮູ້ໃນວັນທີ 8 ທັນວານີ້ວ່າ: ໃນ 11 ເດືອນຂອງປີນີ້, ການຄ້າສິນຄ້າທີ່ຈັບຕ້ອງໄດ້ຂອງຈີນໄດ້ຮັກສາການເຕີບໂຕ, ຍອດມູນຄ່າການນຳເຂົ້າແລະສົ່ງອອກສິນຄ້າ ທີ່ຈັບຕ້ອງໄດ້ ມີເຖິງ 41.210 ຕື້ຢວນ,ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ. ໃນນັ້ນ: ສະເພາະເດືອນພະຈິກປີນີ້, ຄວາມໄວໃນການເຕີບໂຕຂອງການຄ້າກັບຕ່າງປະເທດຂອງຈີນໄດ້ເພີ່ມຂຶ້ນ,ມູນຄ່າການນຳເຂົ້າແລະສົ່ງອອກສິນຄ້າທີ່ຈັບຕ້ອງໄດ້ມີເຖິງ 3.900 ຕື້ຢວນ,ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ,ການສົ່ງອອກມີເຖິງ 2.350 ຕື້ຢວນ, ເພີ່ມຂຶ້ນ 5,7%; ແລະການນຳເຂົ້າມີເຖິງ 1.550 ຕື້ຢວນ,ເພີ່ມຂຶ້ນ 1,7%./
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL