ຂປລ
ອີງຕາມຂໍ້ມູນຫລ້າສຸດ ຈາກອົງການຕ້ານໄພພິບັດ ອິນໂດເນເຊຍ ສະແດງໃຫ້ເຫັນວ່າ: ຜູ້ເສຍຊີວິດໃນໄພນ້ຳຖ້ວມ ແລະ ພູເຈື່ອນທີ່ເກີດຂຶ້ນຢູ່ເກາະສຸມາຕຣາ ຂອງອິນໂດເນເຊຍ ມີເຖິງ 908 ຄົນ, ປັດຈຸບັນ ຍັງມີ 410 ຄົນ ຫາຍສາບສູນ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງຕາມຂໍ້ມູນຫລ້າສຸດ ຈາກອົງການຕ້ານໄພພິບັດ ອິນໂດເນເຊຍ ສະແດງໃຫ້ເຫັນວ່າ: ຜູ້ເສຍຊີວິດໃນໄພນ້ຳຖ້ວມ ແລະ ພູເຈື່ອນທີ່ເກີດຂຶ້ນຢູ່ເກາະສຸມາຕຣາ ຂອງອິນໂດເນເຊຍ ມີເຖິງ 908 ຄົນ, ປັດຈຸບັນ ຍັງມີ 410 ຄົນ ຫາຍສາບສູນ. ຫວ່າງມໍ່ໆມານີ້, ຢູ່ແຂວງນາງໂກຣ ອາເຊ, ແຂວງສຸມາຕຣາເໜືອ ແລະ ແຂວງສຸມາຕຣາຕາເວັນຕົກທີ່ເກາະສຸມາຕຣາຂອງອິນໂດເນເຊຍ ໄດ້ເກີດມີຝົນຕົກໜັກ ຢ່າງຕໍ່ເນື່ອງ ເປັນເວລາຫລາຍວັນ, ໄພນ້ຳຖ້ວມ ແລະ ພູເຈື່ອນ ໄດ້ເຮັດໃຫ້ເກີດມີ ຜົນກະທົບ ຢ່າງຮ້າຍແຮງ.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL