ທຸກໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ໄດ້ສຸມສະຕິປັນຍາ-ເຫື່ອແຮງ ເພື່ອນໍາພາ-ຊີ້ນໍາການຕໍ່ສູ້

10/07/2024 13:52
Email Print 306
ຂປລ ຂປລ. ໃນໄລຍະຕໍ່ສູ້ຕ້ານຮຸກຮານ ຂອງພວກຈັກກະພັດລ່າເມືອງຂຶ້ນຢູ່ປະເທດເຮົາ, ປະທານ ສຸພານຸວົງ ກໍແມ່ນການນໍາຜູ້ໜຶ່ງທີ່ມີບົດບາດພົ້ນເດັ່ນ ໃນພາລະກິດປະຕິວັດປົດປ່ອຍຊາດ, ທຸກໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ເປັນຜູ້ໜຶ່ງໃນບັນດາການນໍາສູງສຸດ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອຊີ້ນໍາ-ນໍາພາຂະບວນການປະຕິວັດລາວ, ເປັນບຸກຄົນສໍາຄັນ ໃນການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນທັງຊາດ, ຕີຕ້ານທຸກກົນອຸບາຍ ຂອງສັດຕູຍາດເອົາໄຊຊະນະອັນຍິ່ງໃຫຍ່ ມາໃຫ້ແກ່ປະເທດຊາດ.

ຂປລ. ໃນໄລຍະຕໍ່ສູ້ຕ້ານຮຸກຮານ ຂອງພວກຈັກກະພັດລ່າເມືອງຂຶ້ນຢູ່ປະເທດເຮົາ, ປະທານ ສຸພານຸວົງ ກໍແມ່ນການນໍາຜູ້ໜຶ່ງທີ່ມີບົດບາດພົ້ນເດັ່ນ ໃນພາລະກິດປະຕິວັດປົດປ່ອຍຊາດ, ທຸກໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ເປັນຜູ້ໜຶ່ງໃນບັນດາການນໍາສູງສຸດ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອຊີ້ນໍາ-ນໍາພາຂະບວນການປະຕິວັດລາວ,  ເປັນບຸກຄົນສໍາຄັນ ໃນການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນທັງຊາດ, ຕີຕ້ານທຸກກົນອຸບາຍ ຂອງສັດຕູຍາດເອົາໄຊຊະນະອັນຍິ່ງໃຫຍ່ ມາໃຫ້ແກ່ປະເທດຊາດ.

ປະທານ ໄກສອນ ພົມວິຫານ ໄດ້ເວົ້າເຖິງ ປະທານ ສຸພານຸວົງວ່າ: "ຊື່ສຽງຮຽງນາມ ຂອງສະຫາຍໄດ້ພົ້ນເດັ່ນຂຶ້ນໃນຖານະທີ່ເປັນ ນັກຮົບຮັກຊາດຮຸ່ນທໍາອິດ ທີ່ໄດ້ເອົາຊີວິດຂອງຕົນຜູກພັນ ກັບການປະຕິວັດຕະຫລອດມາ ໂດຍບໍ່ງໍ້ງ່ຽງຕໍ່ ຄວາມລໍາບາກ, ຄວາມເສຍສະຫລະໃດໆ ກະທັ້ງເຖິງບໍ່ຫວາດຫວັ່ນ ຕໍ່ກັບການຈັບກຸມຄຸມຂັງຂອງສັດຕູ, ຍາມໃດກໍຕໍ່ສູ້ເພື່ອອຸດົມຄະຕິ ປະຕິວັດອັນສູງສົ່ງ, ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນະຖາວອນ ຂອງປະເທດ ຊາດ, ອິດສະຫລະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ", ໃນຫລາຍສິບປີທີ່ຜ່ານມາ ປະທານ ສຸພານຸວົງ ໄດ້ຮ່ວມກັບໝູ່ຄະນະນໍາພາ ຂອງພັກເຮົາເລີ່ມຕັ້ງແຕ່ຊຸມປີ ຕົ້ນຂອງການປະຕິວັດ, ເຂົ້າຮ່ວມກໍ່ສ້າງຮາກຖານ ປະຕິວັດ ແລະ ຖານທີ່ໝັ້ນຕໍ່ຕ້ານທີ່ ກ້າແກ່ນຕະຫລອດມາໃນ 2 ສະໄໝຕໍ່ຕ້ານອັນຍາວນານຂອງປະຊາຊົນເຮົາ.
ໃນຕະຫລອດຊີວິດການເຄື່ອນໄຫວຂອງປະທານ ສຸພານຸວົງ ບໍ່ວ່າໃນຄວາມຮັບຜິດຊອບ ວຽກງານສໍາຄັນໃດໆ
, ໃນຖານະຕໍາແໜ່ງໃດ ເພິ່ນກໍໄດ້ອຸທິດໝົດຈິດໃຈໝົດໃຈ, ໝົດຄວາມສາມາດເພື່ອ ພາລະກິດປະຕິວັດ, ພາລະກິດແຫ່ງການປົກປັກຮັກສາ, ສ້າງສາປະເທດຊາດ. ຢາມໃດເພິ່ນກໍຖືຜົນປະໂຫຍດຂອງຊາດ, ຂອງປະຊາຊົນສູງກວ່າ ຜົນປະໂຫຍດຂອງສ່ວນຕົວ ແລະ ຖ່ອມຕົວ, ປະທານສຸພານຸວົງ ດໍາລົງ ຊີວິດແບບລຽບງ່າຍ, ກະທັດລັດ, ເພິ່ນເປັນຄົນດຸໝັ່ນ ມັກຄົ້ນຄວ້າຮໍ່າຮຽນ, ສະແຫວງຫາຄວາມກ້າວໜ້າ, ຫ້າວຫັນຕໍ່ວຽກງານ, ປະຢັດ, ບໍ່ຖືຕົວ, ນິ້ມນວນ, ມິນິໄສຄ່ຽມຄົມ, ເຮັດວຽກມີແບບແຜນ, ເວົ້າແທ້ທໍາຈິງ, ມີຄວາມເອື້ອເຟື້ອ ເພື່ອແຜ່, ຈິງໃຈຊື່ສັດ.


ປະທານ ສຸພານຸວົງ ແມ່ນເປັນຜູ້ນໍາທີ່ມີ ຄວາມຈົ່ງຮັກພັກດີຕໍ່ອຸດົມການ ປະຕິວັດຢ່າງເດັດຂາດ
, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ ຍາມໃດກໍໄດ້ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອຮັກແພງມິດ ສະຫາຍຢ່າງຈິງໃຈ; ດໍາລົງຊີວິດຢ່າງສັດຊື່ສຸຈະລິດ ແລະ ງ່າຍດາຍ,  ແມ່ນປັນຍາຊົນຜູ້ຍິ່ງໃຫຍ່ເປັນເຊື້ອເຈົ້າຜູ້ໜຶ່ງ ທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ມີຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນ, ມີທັດສະນະຫລັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະລະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ, ປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດ ທີ່ແທ້ຈິງກາຍເປັນນັກປະຕິວັດທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ.

KPL

ຂ່າວອື່ນໆ

    • ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ການເມືອງ

      ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້

      10/25/2024 3:24:43 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານນາທິບໍດີ ແຫ່ງ ສ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງ ພັດທະນາໃນເຂດໂລກໃຕ້ ຫລື BRICS Plus/Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມກັນສ້າງໂລກທີ່ດີກວ່າ” (BRICS and Global South: Building a Better World Together) ໂດຍການເປັນປະທານ ຂອງ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ

    • ລັດຖະມົນຕີ ກະຊວງ ຜທ ຊຸກຍູ້ ວຽກງານ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນການເມືອງ

      ລັດຖະມົນຕີ ກະຊວງ ຜທ ຊຸກຍູ້ ວຽກງານ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນ

      10/25/2024 3:15:45 PM

      ຂປລ. ​ເມື່ອບໍ່ດົນມານີ້, ທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານການລົງທຶນ ຂອງເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໂດຍໄດ້ຮັບການຕ້ອນຈາກ ທ່ານ ໂຈຄຸນ ປະທານກຸ່ມບໍລິສັດ ພັດທະນາເຂດ ເສດຖະກິດພິເສດບໍ່ເຕ່ນ ພ້ອມດ້ວຄະນະ.

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານ

      10/24/2024 6:54:33 PM

      ຂປລ. ໃນວັນທີ 23 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງກາຊານ, ສ ຣັດ ເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      10/24/2024 6:50:00 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດ

      10/24/2024 6:43:31 PM

      ຂປລ. ໃນວັນທີ 16 ຕຸລາ 2024 ຜ່ານ​ມາ, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ, ປະເທດຊູແອດ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ແຫ່ງ ຣາຊະອານາຈັກ ຊູແອດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອດ.

ads
ads

Top