ສ້າງລາຍຮັບເຂົ້າຄອບຄົວ ດ້ວຍການປູກຝັງ-ລ້ຽງສັດ

09/07/2024 09:48
Email Print 824
ຂປລ ຄວາມມັກຮັກ ແລະ ຄວາມດໝັ່ນຂະຫຍັນພຽນໃນການປູກຝັງ- ລ້ຽງສັດ ໄດ້ສ້າງລາຍຮັບເຂົ້າຄອບຄົວ ເຮັດໃຫ້ຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

     *ຄວາມມັກຮັກ ແລະ ຄວາມດໝັ່ນຂະຫຍັນພຽນໃນການປູກຝັງ- ລ້ຽງສັດ ໄດ້ສ້າງລາຍຮັບເຂົ້າຄອບຄົວ ເຮັດໃຫ້ຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ທ່ານ ລາ ພຸດສະດີ ອາຍຸ 55 ປີ ປະຊາຊົນບ້ານນາຫາດ ເມືອງຄໍາເກີດ ແຂວງບໍລິຄຳໄຊ ເປັນຄອບຄົວຕົວແບບໃນການປູກຝັງ ໃຫ້ສໍາພາດຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ຕົນເອງ ແລະ ຄອບຄົວໄດ້ເລີ່ມຕົ້ນປູກຜັກມາແຕ່ປີ 2016 ມີ 2 ແຮງງານໃນການຜະລິດ, ມີເນື້ອທີ່ການຜະລິດ 2.400 ຕາແມັດ, ມີເຮືອນຮົ່ມ 2 ຫລັງ, ເລີ່ມມີເຮືອນຮົ່ມໃນປີ 2020 ໂດຍໄດ້ນັບທຶນຈາກໂຄງການລາວ 030 ຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງ ນໍາມາມອບໃຫ້ໃນມູນຄ່າ 5 ລ້ານກວ່າກີບ, ນັບແຕ່ນ້ັນມາຄອບຄົວຂອງຕົນ ໄດ້ຍຶດເອົາການປູກຜັກເປັນອາຊີບຕົ້ນຕໍເນື່ອງຈາກສາມາດເຮັດໄດ້ທັງ 2 ລະດູພ້ອມທັງເຮັດນາປີ ແລະ ລ້ຽງສັດເປັນສໍາຮອງ.

    ທ່ານ ລາ ພຸດສະດີ ຍັງກ່າວຕື່ມອີກວ່າ: ຕົນ ແລະ ເມຍ ແມ່ນມັກຮັກໃນການເຮັດສວນ (ປູກຜັກ) ຈົນກາຍເປັນກິດຈະວັດປະຈໍາວັນທຸກໆມື້ໄດ້ພາກັນລົງສວນ ເພື່ອບົວລະບັດສວນຜັກ ເຊັ່ນ: ຫົດຜັກ, ໃສ່ຝຸ່ນ, ພວນດິນ ເພື່ອໃຫ້ຜັກຂຽວງາມພ້ອມຈໍາໜ່າຍອອກສູ່ຕະຫລາດ. ຜັກທີ່ປູກສ່ວນໃຫຍ່ແມ່ນຜັກກາດຊອມ, ຜັກບົ່ວ ແລະ ຜັກບົ້ງ, ຜັກໃນ 1 ໜານ ໄດ້ປະມານ 144.000  ກິໂລກຣາມຂາຍລາຄາ 120.000  ກີບ ຕໍ່ 12 ກິໂລກຣາມ ສະເລ່ຍໄດ້ 1.200.000-1.400.000 ກີບ ຕໍ່ໜານ.

    ສ່ວນການຈໍາໜ່າຍແມ່ນ ແມ່ຄ້າ-ພໍ່ຄ້າມາຊື້ຢູ່ກັບສວນ, ສະເລ່ຍລາຍຮັບໃນການຂາຍຜັກ 2 ລະດູ, ຂາຍເຂົ້າ ແລະ ຂາຍສັດລ້ຽງໄດ້ເຖິງ 60-70 ລ້ານກີບຕໍ່ປີ ເຮັດໃຫ້ຄອບຄົວຕົນເອງມີລາຍຮັບເພີ່ມຂ້ຶນຈາກເມ່ືອກ່ອນ ແລະ ສາມາດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ, ສາມາດປຸກເຮືອນວິລາໄດ້ 1 ຫລັງ, ມີລົດໄຖນາ 2 ຄັນ, ຊື້ດິນ (ຂະຫຍາຍສວນປູກຜັກ) ໄດ້ 1 ຕອນ, ມີລົດປັ່ນເຂົ້າ 1 ຄັນ ແລະ ຊື້ລົດໃຫຍ່ໄດ້ 1 ຄັນ. ນອກນີ້, ຍັງໄດ້ຊື້ ເຄື່ອງໃຊ້ໄຟຟ້າ ແລະ ເຟີນີເຈີຮັບໃຊພາຍໃນເຮືອນຕື່ມອີກ.

ໂດຍ: ທິນນະກອນ

KPL

ຂ່າວອື່ນໆ

    • ຄຳ ຫລາກ-ລາກ-ຫລາດ ແລະ ລາດ ໃນພາສາລາວບົດ-ສາລະຄະດີ

      ຄຳ ຫລາກ-ລາກ-ຫລາດ ແລະ ລາດ ໃນພາສາລາວ

      3/13/2025 10:48:01 AM

      ຄໍາສັບທີ່ມີພະຍັນຊະນະແກນພື້ນສຽງໃກ້ຄຽງກັນ ເມື່ອປະກອບດ້ວຍສະຫລະ ແລະ ມີຕົວສະກົດຕາຍ, ທັງອັກສອນສູງ ແລະ ຕໍ່າ ຈໍາແນກສຽງຍາກ ໂດຍສະເພາະສໍານຽງສຽງເວົ້າຂອງຫລາຍທ້ອງຖ່ິນ.

    • ເມືອງໂພນທອງ ສຸມໃສ່ສ້າງພື້ນຖານໂຄງລ່າງ ຕິດພັນກັບການປະກອບສ່ວນຂອງປະຊາຊົນບົດ-ສາລະຄະດີ

      ເມືອງໂພນທອງ ສຸມໃສ່ສ້າງພື້ນຖານໂຄງລ່າງ ຕິດພັນກັບການປະກອບສ່ວນຂອງປະຊາຊົນ

      3/13/2025 10:41:57 AM

      ໄລຍະຜ່ານມາເມືອງໂພນທອງ ໄດ້ສຸມໃສ່ຕໍ່ການພັດທະນາພື້ນຖານໂຄງລ່າງຕິດພັນກັບການປະກອບສ່ວນຂອງປະຊາຊົນ ໄດ້ດຳເນີນການຈັດຕັ້ງປະຕິບັດເປັນຢ່າງດີ.

    • ວິທີຖະໜອມສາຍຕາ ເມື່ອຢູ່ຈໍຄອມພີວເຕີບົດ-ສາລະຄະດີ

      ວິທີຖະໜອມສາຍຕາ ເມື່ອຢູ່ຈໍຄອມພີວເຕີ

      3/13/2025 10:34:48 AM

      ໃນປັດຈຸບັນ ທຸກ​ມື້​ນີ້​ການ​ເຮັດ​ວຽກງານຕ່າງໆ, ການຮ່ຳຮຽນ ຫລື ​​ໃນເວລາ​ວ່າງກໍ​ຕາມບໍ່ວ່າ ຜູ້ໃຫຍ່, ໄວໜຸ່ມ, ເດັກນ້ອຍສ່ວນ​ຫລາຍ​ແມ່ນ​ຈະ​ນັ່ງ​ຈ່ອງ​ຢູ່​ກັບຈໍ​ຄອມ​ພິວ​ເຕີ,​​ ຈໍແທັບ​ເລັດ,​ ໂທລະສັບ​ຢູ່​ຕະຫລອດ...ເຊິ່ງ​ເປັນ​ສາ​ເຫດ​​ເຮັດ​ໃຫ້​ສາຍຕາ​ຂອງ​ຄົນ​ເຮົານັ້ນ ພົບ​ກັບ​ອາການ​ປວດຕາ, ຕາມົວ, ຕາ​ແຫ້ງ, ປວດ​ຫົວ, ປວດ​ຫລັງ ຫລື ບາງ​ຄົນ​ຈົນ​ເຖິງ​ຂັ້ນ​ສາຍຕາ​ສັ້ນ​ກໍ​ເປັນ​ໄດ້.

    • ຫາດສອງຄອນ ບັນຍາກາດດີ ທີວທັດງາມ ອາຫານແຊບບົດ-ສາລະຄະດີ

      ຫາດສອງຄອນ ບັນຍາກາດດີ ທີວທັດງາມ ອາຫານແຊບ

      3/13/2025 10:26:34 AM

      ມື້​ນີ້ ຄໍ​ລໍາ​ສົ່ງ​ເສີມ​ທຸລະ​ກິດ ຂໍ​ປ່ຽນບັນ​ຍາ​ກາດຈາກ​ຮ້ານ​ອາຫານ​ໃນນະຄອນ​ຫລວງ​ວຽງຈັນ ມາ​ຢ້ຽມ​ຢາມຮ້ານ​ອາຫານ ​ທາງ​ພາກ​ເໜືອຂອງ​ປະ​ເທດ​ລາວ ນັ້ນ​ກໍ​ຄື​ແຂວງ​ອຸດົມ​ໄຊ ​ເຊິ່ງມື້​ນີ້ຮ້ານ​ອາຫານທີ່​ເຮົາ​ນໍາ​ມາສະ​ເໜີ ​ມີ​ຊື່ວ່າ​ຫາດ​​ສອງ​ຄອນ ​ເຊິ່ງ​ເປັນໜຶ່ງ​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ ຂອງ​ເມືອງ​ປາກ​ແບ​ງ ​ແຂວງອຸດົມ​ໄຊ.

    • ການກຳຈັດສັດຕູພືດແບບງ່າຍໆ ທີ່ເຮັດໄດ້ເອງບົດ-ສາລະຄະດີ

      ການກຳຈັດສັດຕູພືດແບບງ່າຍໆ ທີ່ເຮັດໄດ້ເອງ

      3/12/2025 9:56:51 AM

      ກະສິກອນຫລາຍທ່ານທີ່ປູກໝາກໄມ້ກິນໝາກ ມັກມີບັນຫາກ່ຽວກັບສະຕູພືດມາລົບກວນຜົນຜະລິດ ໂດຍສະເພາະແມ່ນໃນລະດູທີ່ໝາກໄມ້ເລີ່ມສຸກ ຈະມີແມງໄມ້ມາລົບກວນຫລາຍທີ່ສຸດ ເປັນຕົ້ນແມ່ນແມງວັນທອງ.

ads
ads

Top