ຫວຽດເຈັດເປັນໜຶ່ງໃນ 50 ບໍລິສັດຈົດທະບຽນແຖວໜ້າ ຂອງຫວຽດນາມ

04/07/2024 18:55
Email Print 2337
ຂປລ ບໍລິສັດສາຍການບິນຫວຽດເຈັດ (Vietjet) ໄດ້ເປັນໜຶ່ງໃນລາຍຊື່ 50 ບໍລິສັດຈົດທະບຽນແຖວໜ້າປະຈຳປີ 2024 ຂອງວາລະສານ Forbes Vietnam ເຊິ່ງເປັນການຈັດອັນດັບບໍລິສັດຈາກຫລາກຫລາຍອຸດສາຫະກຳໃນຕະຫລາດຫລັກຊັບຂອງປະເທດຫວຽດນາມ.

ຂປລ. ບໍລິສັດສາຍການບິນຫວຽດເຈັດ (Vietjet) ໄດ້ເປັນໜຶ່ງໃນລາຍຊື່ 50 ບໍລິສັດຈົດທະບຽນແຖວໜ້າປະຈຳປີ 2024 ຂອງວາລະສານ Forbes Vietnam ເຊິ່ງເປັນການຈັດອັນດັບບໍລິສັດຈາກຫລາກຫລາຍອຸດສາຫະກຳໃນຕະຫລາດຫລັກຊັບຂອງປະເທດຫວຽດນາມ. ຈາກການລາຍງານທາງດ້ານການເງິນທີ່ຜ່ານການກວດສອບປະຈຳປີ 2023 ຂອງ Vietjet ແມ່ນໄດ້ຕິດອັນດັບ 5 ໃນດ້ານລາຍຮັບ ໂດຍມີຍອດລວມຢູ່ທີ່ 58.3 ລ້ານລ້ານດົງ (ປະມານ 2.28 ພັນລ້ານໂດລາສະຫາລັດ) ເຊິ່ງສະທ້ອນໃຫ້ເຫັນການເຕີບໃຫຍ່ທີ່ດີຂຶ້ນເຖິງ 45% ເມື່ອທຽບເປັນລາຍປີ. ບໍລິສັດທີ່ຕິດ 10 ອັນດັບທຳອິດຂອງປະເທດຫວຽດນາມໄດ້ແກ່ Petrolimex, Hoa Phat PV Gas, Vinamilk ແລະ FPT ເປັນຕົ້ນ.

Vietjet ສືບຕໍ່ຟື້ນຟູຢ່າງແຂງແຮງພາຍຫລັງການລະບາດຂອງເຊື້ອພະຍາດ COVID-19 ໂດຍ​ໄດ້​​ສ້າງ​ເຄືອ​ຂ່າຍ​ການ​ບິນ​ພາຍ​ໃນ​ປະ​ເທດ​ ແລະ​ ຂະ​ຫຍາຍ​ການ​ບິນລະຫວ່າງປະເທດ​ ລວມທັງເສັ້ນທາງໃນປະເທດລາວ ​ທີ່​ເຊື່ອມ​ຕໍ່​ລະຫວ່າງ ນະຄອນຫຼວງ​ວຽງ​ຈັນ​ ແລະ ​ນະຄອນ​ໂຮ່ຈິ​ມິນ ດ້ວຍ​ຖ້ຽວ​ບິນ​ໄປ​ກັບ 4 ຖ້ຽວ​ຕໍ່​ອາທິດ ​ໃນ​ວັນ​ຈັນ, ພຸດ, ສຸກ ​ແລະ ວັນ​ອາ​ທິດ, ດ້ວຍ​ເວລາ​ໃນການເດີນທາງພຽງ 1 ຊົ່ວ​ໂມງ 45 ນາທີ. ​ໃນ​ປີ​ທີ່ຜ່ານມາ​ນີ້, ສາຍ​ການ​ບິນ​ໄດ້ດຳເນີນການ​ບິນ 133.000 ຖ້ຽວ ​ແລະ ​ໄດ້​ຮັບ​ຜູ້​ໂດຍສານ 25,3 ລ້ານ​​ຄົນ. ເພີ່ມຂຶ້ນ 183% ເມື່ອທຽບເປັນລາຍປີ ໂດຍມີຜູ້ໂດຍສານຫລາຍກວ່າ 7,6 ລ້ານຄົນໃນເສັ້ນທາງລະຫວ່າງປະເທດ. ນອກຈາກນີ້, Vietjet ຍັງ​ສຸມ​ໃສ່ການ​ປັບປຸງ​ເຮືອ​ບິນ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມທີ່ຄໍານຶງເຖິງເປົ້າໝາຍການພັດທະນາແບບຍືນຍົງ ການມີປະສິດທິພາບຂອງນໍ້າມັນເຊື້ອໄຟ ແລະ ການລິເລີ່ມເພື່ອຫລຸດຜ່ອນການປ່ອຍມົນລະພິດ.

ນອກຈາກນັ້ນ, Vietjet ຍັງ​ໄດ້​ຮັບ​ເຄຣດິດ (Credit) ຂອງ VnBBB- ​ເຊິ່ງເປັນ​ເຄຣດິດ (Credit) ​ສູງ​ສຸດ​ໃນ​ບັນດາ​ບໍລິສັດ​ຫວຽດນາມ ຕາມມາດຕະຖານຂອງກະຊວງການເງິນຫວຽດນາມ. ການຖືກລວມເຂົ້າຢູ່ໃນ 50 ບໍລິສັດທີ່ຈົດທະບຽນຂອງວາລະສານ Forbes ປະເທດຫວຽດນາມໃນປີ 2024 ເປັນຈຸດເດັ່ນທີ່ຕາມມາຫລັງຈາກຫວຽດເຈັດໄດ້ຮັບລາງວັນ ແລະ ການຍອມຮັບທີ່ຫລາກຫລາຍເຊັ່ນ: ໄດ້ຮັບການສະເໜີຊື່ເປັນໜຶ່ງໃນ 50 ສາຍການບິນທີ່ດີທີ່ສຸດໃນໂລກດ້ານການເງິນ ແລະ ການດໍາເນີນງານທີ່ເຂັ້ມແຂງຈາກວາລະສານ Airfinance Journal. VietJet ຍັງ​ໄດ້​ຮັບ​ການ​ຍົກຍ່ອງວ່າ​ເປັນ​ໜຶ່ງ​ໃນ 50 ແບຣນທີ່​ມີ​ມູນ​ຄ່າ​ທີ່​ສຸດ​ໃນປະເທດ​ຫວຽດນາມ 50 ບໍລິສັດ​ທີ່​ມີ​ປະສິດທິ​ຜົນ​ດີ​ທີ່​ສຸດໃນປະເທດ​ຫວຽດນາມ ​ແລະ 10 ບໍລິສັດ​ທີ່​ມີ​ການ​ຄຸ້ມ​ຄອງ​ບໍລິຫານ​ວິ​ສາ​ຫະກິດ​ດີ​ທີ່​ສຸດ​ຢູ່​ຕະຫລາດ​ຫລັກ​ຊັບ​ໃນປະເທດ​ຫວຽດນາມ ແລະ ເປັນໜຶ່ງໃນ 20 ບໍລິສັດຈົດທະບຽນທີ່ມີຄະແນນຄວາມຍືນຍົງສູງສຸດຕາມທິ່ກໍານົດໂດຍ HOSE.
KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top